ດ​າ​ຫ​ນັງ ຕັ້ງ​ຫ​ນ້າ​ຕ້ອນ​ຮັບ​ກະ​ແສ​ການ​ລົງ​ທຶນ​ໃຫມ່

(VOVWORLD) - ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຈາກໂລກລະບາດໂຄວິດ 19, ນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ການດຶງດູດການລົງທຶນເຂົ້ານະຄອນ ດາຫນັງ ຍັງສືບຕໍ່ມີການຫັນປ່ຽນຕັ້ງຫນ້າຫລາຍຢ່າງ. ບັນລຸໄດ້ໝາກຜົນນີ້ກໍ່ຍ້ອນວ່າ ນະຄອນດາຫນັງ ໄດ້ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ແກ່ບັນດາເຂດອຸດສາຫະກຳ, ເຕັກໂນໂລຊີສູງ, ຕັ້ງຫນ້າປະຕິຮູບລະບຽບການດ້ານບໍລິຫານ.. ເປັນເຈົ້າການຕ້ອນຮັບກະແສການລົງທຶນໃຫມ່.
ດ​າ​ຫ​ນັງ ຕັ້ງ​ຫ​ນ້າ​ຕ້ອນ​ຮັບ​ກະ​ແສ​ການ​ລົງ​ທຶນ​ໃຫມ່ - ảnh 1ເຂດອຸດສາຫະກຳເຕັກໂນໂລຢີ ດ່າໜັງ 

ປີ 2020 ແມ່ນປີທີ່ນະຄອນ ດາຫນັງ ເລືອກເຟັ້ນເປັນ “ປີສືບຕໍ່ຍູ້ແຮງການດຶງດູດການລົງທຶນ”. ຕາມນັ້ນແລ້ວ, ນະຄອນ ຕົກລົງແຜນນະໂຍບາຍລົງທຶນ 6 ໂຄງການລົງທຶນຢູ່ພາຍໃນປະເທດ ນອກເຂດອຸດສາຫະກຳ ດ້ວຍຍອດເງິນລົງທຶນກວ່າ 16.000 ຕື້ດົ່ງ ສູງທົບ 5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ດຶງດູດ 140 ລ້ານ USD ເງິນລົງທຶນຕ່າງປະເທດ.

ໃນນັ້ນ ມີບາງໂຄງການໃຫຍ່ທີ່ເປັນຫນ້າສົນໃຈ ນັ້ນແມ່ນ: ໂຮງງານຜະລິດເຄື່ອງອາໄຫລ່ການບິນອາວະກາດ Sunshine ໂດຍກຸ່ມບໍລິສັດ UAC ອາເມລິກາ ດ້ວຍຍອດຈຳນວນເງິນ 170 ລ້ານ USD ໄດ້ກໍ່ສ້າງສຳເລັດໄລຍະທີ 1 ຫລື ໂຄງການໂຮງງານໃຫ້ເຊົ່າຢູ່ເຂດເຕັກໂນໂລຊີສູງ ດາຫນັງ ໂດຍບໍລິສັດຫຸ້ນສ່ວນ ລອງເຫົ້າ ເປັນເຈົ້າຂອງການລົງທຶນ ກໍ່ໄດ້ກໍ່ສ້າງສຳເລັດໄລຍະທີ 1 ແລະ ມອບໃຫ້ 2 ນັກລົງທຶນຂອງຍີ່ປຸ່ນ, ປະຈຸບັນ ພວມຜັນຂະຫຍາຍໄລຍະເປີດກວ້າງ ແລະ ຄາດວ່າ ຈະມີການມອບ ສົ່ງ/ຮັບ ໃນກາງເດືອນ ເມສາປີ 2021.

ນະຄອນດາຫນັງ ໃຫ້ບຸລິມະສິດດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າໃນບັນດາຂະແຫນງອາຊີບ ໝູນໃຊ້ອຸດສາຫະກຳ 4.0 ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ (ICT), ດີຈີຕອນ, ເຕັກໂນໂລຊີ ນາໂນ, ເຕັກໂນໂລຊີຊີວະສາດ, ເຕັກໂນໂລຊີສູງ. ພ້ອມກັນນັ້ນ ກໍສຸມໃສ່ດຶງດູດການລົງທຶນບັນດາໂຄງການເຕັກໂນໂລຊີສູງ, ບັນດາຜະລິດຕະພັນມີລັກສະນະທົ່ວໂລກ, ກໍ່ມົນລະພິດຫນ້ອຍ, ມີມູນຄ່າເພີ່ມສູງ ປະກອບສ່ວນສ້າງວົງເງິນສົ່ງອອກຂະໝາດໃຫຍ່.

ແຜນນະໂຍບາຍຂອງ ດາຫນັງ ແມ່ນຕ້ອນຮັບກະແສການລົງທຶນຫັນເຂົ້າມາລົງທຶນຜະລິດໃນບັນດາຂະແຫນງເຕັກໂນໂລຊີ ຈາກບັນດາປະເທດອາຊີຕາເວັນອອກ ໄປຍັງອາຊີຕາເວັນອອກສ່ຽງໃຕ້ ດ້ວຍສະພາບແວດລ້ອມທີ່ສະດວກສະບາຍກວ່າ, ດຶງດູດກວ່າ, ພື້ນຖານໂຄງລ່າງທັນສະໄຫມ, ມີຄວາມສາມາດໃນການຮັບໃຊ້ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງບັນດານັກລົງທຶນມາຈາກ ອາເມລິກາເຫນືອ, ເອີລົບ. ທ່ານນາງ ຮີ່ງລຽນເຟືອງ, ຜູ້ອຳນວຍການ ຄະນະສົ່ງເສີມການລົງທຶນ ແລະ ຫນູນຊ່ວຍການລົງທຶນ ດາຫນັງ ຢືນຢັນວ່າ:

 “ເພື່ອຕ້ອນຮັບກະແສການລົງທຶນເຄື່ອນຍ້າຍ FDI ຈາກ ຈີນ ເຂົ້າມາ ດານັງພວກຂ້າພະເຈົ້າໄດ້ເພີ່ມທະວີການໂຄສະນາວ່າ ດານັງແມ່ນຈຸດນັດພົບທີ່ປອດໄພ, ດູດດຶ່ມ ຜ່ານບັນດາເຫດການສົ່ງເສີມການລົງທຶນໂດຍກົງ ແລະ ທາງອອນລາຍພ້ອມກັນນັ້ນ ກໍສຳຫລວດກວດຄືນເນື້ອທີ່ດິນຮັບໃຊ້ໂຄງການບັນດາໂຄງການທີ່ຜັນຂະຍາຍຢ່າງຊັກຊ້າຢູ່ບັນດາເຂດອຸດສາຫະກຳເພື່ອຖອນຄືນທີ່ດິນ ແລະ ປະກອບທີ່ດິນຈັດສັນໃຫ້ແກ່ບັນດາໂຄງການທີ່ມີຄວາມຕ້ອງການເປີດກວ້າງການຜະລິດກໍ່ຄືມີທ່າອ່ຽງຫັນມາລົງທຶນຢູ່ຫວຽດນາມ.”

ເພື່ອຕ້ອນຮັບບັນດາກະແສການລົງທຶນໂດຍກົງຈາກຕ່າງປະເທດຈາກບັນດາປະເທດໃນໂລກ ແລະ ສຳຜັດກັບບັນດາວິສາຫະກິດ FDI ທີ່ພວມຊອກຫາຕະຫລາດລົງທຶນໃຫມ່ ພາຍຫລັງໂລກລະບາດໂຄວິດ 19 ນັ້ນ, ດາຫນັງ ພວມຍູ້ໄວການກໍ່ສ້າງພື້ນຖານໂຄງລ່າງໃຫ້ສຳເລັດຜົນ, ກະກຽມເນື້ອທີ່ດິນເພື່ອດຶງດູດການລົງທຶນ.

ດ​າ​ຫ​ນັງ ຕັ້ງ​ຫ​ນ້າ​ຕ້ອນ​ຮັບ​ກະ​ແສ​ການ​ລົງ​ທຶນ​ໃຫມ່ - ảnh 2ດ່າໜັງເລີ່ມລົງມືກໍ່ສ້າງໂຄງການເຂດຊອບແວເລກທີ 2 

ໃນນັ້ນ ຍູ້ໄວການສ້າງລະບຽບການທີ່ກ່ຽວຂ້ອງໃຫ້ສຳເລັດເພື່ອສ້າງຕັ້ງເຂດຊອບແວເລກທີ 2, ສົ່ງເສີມການດຶງດູດການລົງທຶນເຂົ້າໃນເຂດເຕັກໂນໂລຊີຂໍ້ມູນຂ່າວສານທີ່ເປັນຈຸດສຸມ, ດຶງດູດການລົງທຶນເຂົ້າເຂດອຸດສາຫະກຳ ຮ່ວາເຍີນ, ເຂດອຸດສາຫະກຳ ຮ່ວາເກີມ ໄລຍະທີ 2, ເຂດອຸດສາຫະກຳ ຮ່ວານີງ; ຜັນຂະຫຍາຍການຮັບປະກັນຄວາມຄືບຫນ້າການລົງທຶນພື້ນຖານໂຄງລ່າງເຂດເຕັກໂນໂລຊີສູງໄລຍະທີ 1, ທີ 2 ແລະ ບັນດາກິດຈະກຳຫນູນຊ່ວຍ... ທ່ານ ເຈີນເຟືອກເຊີນ, ຫົວຫນ້າພະແນກແຜນການ ແລະ ການລົງທຶນ ດາຫນັງ ໃຫ້ຮູ້ວ່າ:

 “ເພື່ອແນໃສ່ກຽມພ້ອມບັນດາພື້ນຖານໂຄງລ່າງທີ່ຈຳເປັນ ເພື່ອຕ້ອນຮັບການເຄື່ອນຍ້າຍຂອງກະແສການລົງທຶນຈາກບັນດາວິສາຫະກິດລົງທຶຕ່າງປະເທດ, ນະຄອນ ດານັງ ໄດ້ດຳເນີນການເລືອກເຟັ້ນບັນດານັກລົງທຶນພື້ນຖານໂຄງລ່າງໃຫ້ແກ່ບັນດາເຂດອຸດສາຫະກຳ ຮ່ວາເກີມ ໄລຍະທີ 2, ຮ່ວາເຍີນ, ຮ່ວານີງ. ນອກນັ້ນ ຍັງກະກຽມນ້າພຽງເພື່ອຈັດສັນໃຫ້ບັນດາວິສາຫະກິດຂະນາດກາງ ແລະ ນ້ອຍ ຢູ່ ບໍລິເວນນະຄອນ, ພາຍຫລັງໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມ, ນະຄອນ ກໍໄດ້ປະຕິບັດການກໍ່ສ້າງພື້ນຖານໂຄງລ່າງກຸ່ມອຸດສາຫະກຳ ເກີ໋ມເລ້ ໄລຍະທີ 1, ກຸ່ມອຸດສາຫະກຳ ຮ່ວາແຄງນາມ, ຮ່ວາຫຽບບັກ ແລະ ຮ່ວາເຍີນໂດຍໄວ

ຄຽງຂ້າງນັ້ນ ດາຫນັງ ກໍ່ຕັ້ງຫນ້າຂົນຂວາຍ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຢູ່ນະຄອນ ເພີ່ມທະວີການເຄື່ອນໄຫວຜະລິດດຳເນີນທຸລະກິດ, ສ້າງກຳລັງຫນູນສັງລວມໃຫ້ແກ່ພື້ນຖານເສດຖະກິດຂອງນະຄອນ, ປະກອບສ່ວນດຶງດູດການລົງທຶນຈາກພາຍນອກ. ທ່ານ ຟ້າມເຈື່ອງເຊີນ ຫົວຫນ້າຄະນະຄຸ້ມຄອງເຂດເຕັກໂນໂລຊີສູງ ແລະ ບັນດາເຂດເຕັກໂນໂລຊີ ດາຫນັງ ໄດ້ເນັ້ນຫນັກວ່າ:

 “ທີນຶ່ງ ແມ່ນສົ່ງເສີມ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ. ທີສອງ ບັນດາໂຄງການທີ່ໄດ້ກໍ່ສ້າງສຳເລັດ ຕ້ອງສືບຕໍ່ທຳພິທີການສະຫລອງເປີດເຂົ້າສູ່ການນຳໃຊ້, ເລີ່ມລົງມືກໍ່ສ້າງບັນດາໂຄງການໃຫມ່, ສ້າງບັນຍາກາດເບີກບານມ່ວນຊື່ນໃນວິວັດທະນາການຜະລິດດຳເນີນທຸລະກິດຂອງບັນດາວິສາຫະກິດ.”

ມາຮອດຈຸດເວລານີ້ ໄລຍະທີ 1, ທີ 2 ຂອງໂຄງການເຂດເຕັກໂນໂລຊີສູງ ດາຫນັງ ໄດ້ສຳເລັດໂດຍພື້ນຖານ ແລະ ໄລຍະທີ 3 ພວມປະຕິບັດການກໍ່ສ້າງ, ຄາດວ່າ ຈະກໍ່ສ້າງສຳເລັດໃນໄຕມາດ 2 ປີ 2021. ໂຄງການເຂດສຳຮອງຫນູນຊ່ວຍໂຄງການເຂດເຕັກໂນໂລຊີສູງ ດາຫນັງ ທີ່ພວມກໍ່ສ້າງນັ້ນ ຄາດວ່າຈະສຳເລັດໃນໄຕມາດ 1 ປີ 2021. ນອກນັ້ນ ດາຫນັງ ຮີບເຮັ່ງ ປະຕິບັດ 3 ໂຄງການເຂດເຕັກໂນໂລຊີສູງ ດາຫນັງໃຫມ່ ລວມມີ: ເຂດອຸດສາຫະກຳ ຮ່ວາເກີມ ໄລຍະທີ 2, ເຂດອຸດສາຫະກຳ ຮ່ວາເຍີນ, ເຂດອຸດສາຫະກຳ ຮ່ວານີງ ດ້ວຍຍອດຈຳນວນເງິນລົງທຶນກວ່າ 880 ເຮັກຕາ. ຄາດວ່າ ເມື່ອ 3 ເຂດດັ່ງກ່າວນຳເຂົ້າສູ່ການເຄື່ອນໄຫວ, ດາຫນັງ ຈະມີທັງໝົດ 10 ເຂດອຸດສາຫະກຳ ດ້ວຍຍອດເນື້ອທີ່ປະມານ 2.200 ເຮັກຕາ, ເຊິ່ງແມ່ນພື້ນຖານໂຄງລ່າງດີທີ່ສຸດເພື່ອໃຫ້ນະຄອນ ສືບຕໍ່ດຶງດູດການລົງທຶນຢູ່ພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ