ດາຫນັງ ເພີ່ມທະວີການປ່ອຍບ້ວງເງິນລົງທຶນຂອງລັດ

(VOVWORLD) - ໄຕມາດ 1 ປີນີ້, ນະຄອນ ດາຫນັງ ໄດ້ເລີ່ມລົງມືກໍ່ສ້າງສິບໆໂຄງການ, ໃນນັ້ນ ມີບັນດາໂຄງການຈຸດສຸມ. ໄລ່ຮອດກາງເດືອນ ເມສາ, ບັນດາຫົວຫນ່ວຍໄດ້ປ່ອຍເງິນເກືອບ 680 ລ້ານ USD, ບັນລຸ 13% ແຜນການທີ່ວາງອອກໃຫ້ທັງປີ. ໝາກຜົນການປ່ອຍເງິນລົງທຶນໄຕມາດ 1 ປີນີ້ ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນສະພາບການເສດຖະກິດປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ນະຄອນ ດາຫນັງ ກຳນົດຈະຍູ້ແຮງຄວາມຄືບຫນ້າການລົງທຶນ ຂອງລັດເພື່ອສ້າງກຳລັງຫນູນພັດທະນາ, ແກ້ໄຂວຽກເຮັດງານທຳ.

ດາຫນັງ ເພີ່ມທະວີການປ່ອຍບ້ວງເງິນລົງທຶນຂອງລັດ - ảnh 1ດາຫນັງ ເພີ່ມທະວີການປ່ອຍບ້ວງເງິນລົງທຶນຂອງລັດ

ໃນຊ່ວງເວລາຈຸດສຸມປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19, ນະຄອນ ດາຫນັງ ໄດ້ປະຕິບັດບັນດາລະບຽບການລົງມືກໍ່ສ້າງບັນດາໂຄງການຈຸດສຸມດ້ວຍຂອບຂະຫນາດນັບພັນໆຕື້ດົງ. ຫລາຍໂຄງການ ມີອັດຕາສ່ວນການປ່ອຍເງິນສູງ. ທ່ານ ເລວັນເລີມ, ຜູ້ອຳນວຍການ ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງບັນດາກິດຈະກຳຄົມມະນາຄົມ ດາຫນັງ ໃຫ້ຮູ້ວ່າ: ອັດຕາສ່ວນການປ່ອຍເງິນລົງທຶນບັນລຸລະດັບສູງ ແມ່ນຍ້ອນ ເຈົ້າຂອງການລົງທຶນ ແລະ ບັນດາຜູ້ຮັບເໝົາຕ້ອງຮັບປະກັນລະດັບຄວາມ ໄວໃນການປະຕິບັດໂຄງການ.

“ອີງໃສ່ແຜນການປ່ອຍທຶນໂດຍນະຄອນມອບຫນ້າທີ່ໃຫ້, ຜັນຂະຫຍາຍແຜນການໃຫ້ແກ່ແຕ່ລະກິດຈະກຳ, ກະກຽມການລົງທຶນແຜນການລົງທຶນ, ຜັນຂະຫຍາຍວຽກງານກະກຽມການລົງທຶນຢ່າງວ່ອງໄວ, ຍູ້ໄວຂອດເລືອກເຟັ້ນຜູ້ຮັບເໝົາເພື່ອຈັດຕັ້ງການປະຕິບັດກິດຈະກຳ. ສຳລັບບັນດາກິດຈະກຳກຳລັງປະຕິບັດນັ້ນ ຕ້ອງສືບຕໍ່ເຮັດຕາມແຜນການທີ່ວາງອອກ”

ໝາກຜົນການປ່ອຍເງິນລົງທຶນຂອງນະຄອນ ບັນລຸລະດັບສູງ ຍ້ອນນະຄອນໄດ້ມອບຫນ້າທີ່ລະອຽດໃຫ້ບັນດາຜູ້ຮັບເໝົາລົງທຶນ, ຄຸ້ມຄອງໂຄງການ, ບັນດາຮາກຖານ, ພະແນກ, ຂະແຫນງການ, ທ້ອງຖິ່ນ ຈາກຂອດກະກຽມການລົງທຶນ, ການເລືອກເຟັ້ນຜູ້ຮັບເໝົາ, ຜັນຂະຫຍາຍການປະຕິບັດໂຄງການຕະຫລອດຮອດການສະຫລຸບໂຄງການ… ສຳລັບກິດຈະກຳຈຸດສຸມ, ກຳລັງຫນູນ, ອຳນາດການປົກຄອງນະຄອນ ສະເຫນີ ຕ້ອງມີການກຳນົດເວລາລະອຽດຕໍ່ວຽກງານເລີ່ມລົງມືກໍ່ສ້າງໂຄງການ, ກຳນົດຄວາມຮັບຜິດຊອບຂອງຫົວຫນ້າອົງການ ແລະ ຕ້ອງກຳນົດການປັບໄຫມບັນດາອົງການ, ສ່ວນບຸກຄົນທີ່ປະຕິບັດກິດຈະກຳຊັກຊ້າບໍ່ຖືກຕາມແຜນການທີ່ໄດ້ວາງອອກ.

  ທ່ານ ເຈີນເຝືອກເຊີນ, ຫົວຫນ້າພະແນກແຜນການ ແລະ ການລົງທຶນ ນະຄອນ ດາຫນັງ ໃຫ້ຮູ້ວ່າ: ປີ 2020, ຂອບຂະຫນາດການລົງທຶນຂອງລັດຢູ່ ນະຄອນ ດາຫນັງ ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ປີ 2019, ເຊິ່ງຮຽກຮ້ອງບັນດາຂະແຫນງການ ຕ້ອງມານະພະຍາຍາມກວ່າທົບສອງເທົ່າໃນວຽກງານບຸກເບີກຫນ້າພຽງໃຫ້ແກ່ຫົວຫນ່ວຍປະຕິບັດກິດຈະກຳ.

 ຕາມການຄິດໄລ່ຈາກກົມສະຖິຕິນະຄອນ ດາຫນັງ ແລ້ວ, ໄລຍະ ແຕ່ປີ 2016 – 2020, ຖ້າຫາກເງິນລົງທຶນເພີ່ມຂຶ້ນ 1% ແມ່ນຈະປະກອບສ່ວນປະມານ 0,08% ເຂົ້າໃນລະດັບການເຕີບໂຕຍອດຜະລິດຕະພັນຂອງນະຄອນ. ປະຈຸບັນ ນະຄອນ ພວມພິຈາລະນາການດັດປັບ, ເພີ່ມເຕີມບັນດາຂໍ້ກຳນົດ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດກ່ຽວກັບການຊົດເຊີຍຫນ້າພຽງ, ຍູ້ແຮງການແບ່ງຂັ້ນ, ລະບຽບການບໍລິຫານ. ທ່ານ ເຈືອງກວາງເຫງ໋ຍ, ເລຂາຄະນະພັກນະຄອນ ດາຫນັງ ຖືວ່າ: ໄຕມາ 1 ປີ 2020, ນະຄອນ ໄດ້ສ້າງສຳເລັດລະບຽບການເລີ່ມລົງມືກໍ່ສ້າງຫລາຍໂຄງການສຳຄັນ. ນີ້ແມ່ນຄວາມມານະພະຍາຍາມກະໂດດຂັ້ນທີ່ເປັນຫນ້າຮັບຮູ້. ທ່ານ ເຈືອງກວາງເຫງ໋ຍ ສະເຫນີບັນດາທ້ອງຖິ່ນ ຄວນເອົາໃຈໃສ່ຍູ້ໄວຄວາມຄືບຫນ້າການບຸກເບີກຫນ້າພຽງ, ສຸມໃສ່ການປ່ອຍເງິນໃຫ້ບັນດາກິດຈະກຳ, ໂຄງການລົງທຶນ ຂອງລັດ.

 “ການປ່ອຍເງິນລົງທຶນຂອງລັດໃນຊຸມປີມໍ່ໆມານີ້ແມ່ນບັນລຸໝາກຜົນສູງ ແຕ່ໃນພາຍພາກຫນ້າ ພວກເຮົາຍັງມີຫລາຍໂຄງການ ສະນັ້ນ ຕ້ອງປະຕິບັດຢ່າງລະອຽດ. ເຫດຜົນຊື່ງບັນດາໂຄງການປະຕິບັດການກໍ່ສ້າງຊັກຊ້າ ກໍ່ຍ້ອນວ່າ ການບຸກເບີກຫນ້າພຽງປະສົບກັບຄວາມຫຍຸ້ງຍາກ”

ເພື່ອສືບຕໍ່ຍູ້ໄວເງິນລົງທຶນ ຂອງ ລັດ, ນະຄອນ ດາຫນັງ ໄດ້ປະກາດໃຊ້ເອກະສານທາງການຮຽກຮ້ອງໃຫ້ສືບຕໍ່ຍູ້ໄວຄວາມຄືບຫນ້າໃນການປະຕິບັດໂຄງການ, ປ່ອຍເງິນຕາມແຜນການທຶນຮອນຂອງລັດປີ 2020, ໃນນັ້ນ ຮຽກຮ້ອງບັນດາພະແນກ, ຄະນະ, ຂະແຫນງການ, ບັນດາ ເຈົ້າຂອງການລົງທຶນ, ຫົວຫນ່ວຍຄຸ້ມຄອງໂຄງການ ແລະ ບັນດາທ້ອງຖິ່ນ ຍູ້ໄວຄວາມຄືບຫນ້າການຊົດເຊີຍຫນ້າພຽງຂອງບັນດາໂຄງການ, ຍູ້ໄວຄວາມຄືບຫນ້າການກໍ່ສ້າງບັນດາກິດຈະກຳ, ເຮັດສຳເລັດບັນດາສຳເນົາເອກະສານ ລະບຽບການ ເລືອກເຟັ້ນຜູ້ຮັບເໝົາໂດຍໄວ ເພື່ອເລີ່ມລົງມືກໍ່ສ້າງບັນດາກິດຈະກຳ ພິເສດ ແມ່ນກິດຈະກຳຈຸດສຸມ, ກຳລັງຫນູນ.

ຕອບກັບ

ຂ່າວ/ບົດ​ອື່ນ