ຕຶກອາຄານ Bitexco ສັນຍາລັກແຫ່ງຄວາມວັດທະນາຖາວອນ ຂອງນະຄອນ ໂຮ່ຈິມີນ

(vovworld)- ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເມື່ອ​ມາ​ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມີນ, ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ກໍ​​ເງີ​ຍຫນ້າ​ຊົມ​ຕຶກ​ອາຄານ​ທີ່​ມີ​ຮູບ​ຮ່າງ​ຄ້າຍຄື​ດອກ​ບົວ​ຢູ່​ໃຈກາງ​ນະຄອນ. ​​ໂດຍໄດ້​ຮັບ​ການ​ກໍ່ສ້າງ​ໃນ​ຈຸດ​ເວ​ລາ​ທີ່​ພື້ນຖານ​ເສດຖະກິດ​ຫວຽດນາມພວມ​ພັດທະນາ, ຕຶກ​ອາຄານການ​ເງິນ Bitexco (Bitexco Financial Tower - BFT) ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ກິດ​ຈະ​ກຳ​ແຫ່ງ​ສັນຍາ​ລັກ​ຄວາມ​ວັດທະນາ​ຖາວອນຂອງ​ນະຄອນ​ທີ່​ພວມ​ປ່ຽນ​ແປງ​ໃຫມ່ ​ແລະ ຂະ​ຫຍັນ​ຂັນ​ເຄື່ອນ.      
ຕຶກອາຄານ Bitexco ສັນຍາລັກແຫ່ງຄວາມວັດທະນາຖາວອນ ຂອງນະຄອນ ໂຮ່ຈິມີນ - ảnh 1 
Bitexco Financial Tower
ພາບ:internet

        ຢູ່​ໃຈກາງ​ນະຄອນ ຫລື​ຈາກ​ບໍລິ​ເວນ​ຊານ​ນະຄອນ, ຖ້າ​ຫາກຢືນ​ຢູ່​ທິດ​​ໃດ​ພວກ​ເຮົາ​ກໍ​ສາມາດ​ເຫັນ​ໄດ້ ຕຶກ​ອາຄານ Bitexco ດ້ວຍ​ຮູບ​ຮ່າງ​ເປັນ​ດອກ​ບົວ​ທີ່​ສວຍ​ງາມ. ຕຶກ​ອາຄານການ​ເງິນ Bitexco ​ໂດຍ​ບໍ​ລິ​ສັດ​ຜະລິດ​ດຳ​ເນີນ​ທຸລະ​ກິດນຳ​ເຂົ້າ ​ແລະ ສົ່ງ​ອອກ ບີ່​ງມີນຈຳກັດ (Bitexco) ​ເປັນ​ເຈົ້າ​ຂອງ​ການ​ລົງທຶນ, ຖືກຕັ້ງ​ຢູ່​ໃຈກາງ​ເມືອງ 1 ນະຄອນ​ໂຮ່ຈິ​ມີນ. ນັກ​ສະຖາ​ປະນິກ Carlos Zapata ​ຊາວ​ອາ​ເມ​ລິ​ກາທີ່​ລື​ຊື່​ ​ເປັນ​ຜູ້​ອອກ​ແບບ ​ໂດຍ​ອີງ​ຕາມ​ຮູບ​ດອກ​ບົວ, ຊື່​ງ​ແມ່ນ​ສັນຍາ​ລັກ​ຂອງ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ. ຈຸ​ດພິ​ເສດ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈຂອງ ຕຶກ​ອາຄານ Bitexco ນັ້ນ​ແມ່ນ​ບ່ອນ​ລົງຈອດ​ເຮ​ືອບິນ​ເຮີ​ລີຄອບ​ເຕີຢູ່​ຊັ້ນ 52. ​ແລະ ຊັ້ນ​ສູງ​ສຸດ​ຂອງ​ຕຶກ​ອາຄານ​ຫລັງ​ນີ້​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ລະບົບ​ດອກ​ໄຟທີ່​ສວຍ​ງາມ. ຜູ້​ມີ​ແນວ​ຄວາມ​ຄິດ ​ແລະ ຕັດສິນ​​ໃຈ​ປະຕິບັດ​ໂຄງການ​ດັ່ງກ່າວ​ແມ່ນ​ທ່ານ ຫວູກວາງໂຮ້ຍ, ປະທານ​ກຸ່ມ​ບໍລິສັດ Bitexco. ທ່ານ​ຫວູກວາງໂຮ້ຍ​ໄດ້​ລົງທຶນ​​ເຂົ້າ​ໂຄງການ​ອະສັງຫາລິມະ​ຊັບ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມີນຫລາຍ​ແຫ່ງ ປະສົບ​ຜົນ​ສຳ​ເລັດ, ​ແຕ່​ ຕຶກ​ອາຄານການ​ເງິນ Bitexco ​ແມ່ນ​ກິດຈະກຳ​ທີ່​ທ່ານຫວູກວາງ​ໂຮ້ຍ ສະຫງວນ​​ເວລາ​ຫລາຍ ​ແລະ ສຸມ​ຈິດ​ສຸມ​​ໃຈ​ທີ່​ສຸດ. ທ່ານ​ຫວູກວາງ​ໂຮ້ຍ ​ໃຫ້​ຮູ້​ວ່າ: ກ່ອນ​ນີ້​ເມື່ອ​ເວົ້າ​ເຖິງ​ຫວຽດນາມ, ຜູ້​ຄົນ​ທັງຫລາຍ​ເຄີຍ​ຄິດ​ເຖິງ​ສົງ​ຄາມ ​ແລະ ຄວາມອຶດ​ຫິວທຸກ​ຍາກ. ​ສະ​ນັ້ນ ທ່ານ​ໂຮ້ຍຢາກ​ປ່ຽນ​ແປງ​ທັດສະ​ນະ​ນີ້. ສຳລັບ ຕຶກ​ອາຄານການ​ເງິນ Bitexco, ທ່ານ​ຢາ​ກ​ໃຫ້ ນະຄອນ​ໂຮ່ຈິ​ມີນມີ​ກິດຈະກຳ​ແຫ່ງ​ຫນຶ່ງ​ເປັນ​ສັນຍາ​ລັກ​ທີ່​ມີ​ຄຸນ​ນະພາ​ບສຸູງ ​ແລະ ​ເຄື່ອງອຸປະກອນ​ທັນ​ສະ​ໄຫມ​ມີລະດັບ​ສາກົນ, ສົມ​ກັບ​ສູນ​ເສດຖະກິດ​ໃຫຍ່​ຂອງ​ທົ່ວ​ປະ​ເທດ. ທ່ານ​ຫວູກວາງ​ໂຮ້ຍ ​ເວົ້າ​ວ່າ:

        “ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ສົນ​ໃຈ​ທີ່​ສຸດ ​ແລະ ກໍ​​ແມ່ນ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ ນັ້ນ​ແມ່ນ​ປະຕິບັດ​ໂຄງການ​ທັງ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​​ທັງ​ມີ​ຄວາມ​ງາມ​ຂອງ​ສະຖາປັດຕະຍະກຳ​ຄື​ດັ່ງ​ກິດຈະກຳ​ວັດທະນະ​ທຳ. ສະ​ນັ້ນ​ ການ​ປະສານ​ສົມທົບ​ສອງ​ຈຸດ​ດັ່ງກ່າວ​ແມ່ນ​ຫຍຸ້ງຍາກ​ຫລາຍ. ​ເພື່ອ​ປະຕິບັດ​​ໂຄງການ​ໃຫ້ສຳ​ເລັດ, ພວກ​ຂ້າພະ​ເຈົ້າ​ໄດ້​​ເຊີນຖັນ​ແຖວນັກສະຖາ​ປະ​ນິກ​ທີ່​ມີ​ຊື່​ສຽງ​ຢູ່​ໃນ​ໂລກ​ມາ, ສ່ວນກຳລັງກໍ່ສ້າງ​ແມ່ນ​ມາ​ຈາກ ສ​ເກົາຫລີ. ຕຶກ​ອາຄານການ​ເງິນ Bitexco ຮັບປະກັນ​ການ​ເຄື່ອນ​ໄຫວ​ຢ່າງ​ດີ​ສຸດຄື​ບັນດາ​ຕຶກ​ອາຄານ​ທັນ​ສະ​ໄຫມ​ຢູ່​ໃນ​ໂລກ ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ກໍ​ຄື​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມີນ.”

ຕຶກອາຄານ Bitexco ສັນຍາລັກແຫ່ງຄວາມວັດທະນາຖາວອນ ຂອງນະຄອນ ໂຮ່ຈິມີນ - ảnh 2

ຕຶກ​ອາຄານ Bitexco ໃນຍາມກາງຄືນ

ພາບ:internet

        ຕຶກ​ອາຄານການ​ເງິນ Bitexco ມີ​ເນື້ອ​ທີ່​ກໍ່ສ້າງ​ເກືອບ 6000 ຕາລາງ​ແມັດ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 270 ລ້ານ USD, ​ດ້ວຍ​ຄວາມ​ສູງ 262 ​​ແມັດ, ລວມມີ 68 ຊັ້ນ.​ໃນ​ຊ່ວງ​ເວລາ​ເປີດ​ສະຫລອງ​ໂຄງການ​ເມື່ອ​ປີ 2010, ຕຶກ​ອາຄານການ​ເງິນ Bitexco ຖືກ​ຈັດ​ອັນ​ດັບ 110 ​ໃນ​ຈຳນວນ​ບັນດາ ຕຶກ​ອາຄານສູງ​ສຸດ​ຢູ່​ໃນ​ໂລກ ​ແລະ ກາຍ​ເປັນ​ຈຸດ​ເດັ່ນ​ທີ່​ສຳຄັນ, ສະ​ແດງ​ພະລັງ​ຊີວິດ​ຢ່າງ​ແຂງ​ແຮງ ​ແລະ ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ນະ​ຄອນ​ໂຮ່ຈິ​ມີນ. ​ເມື່ອ​ເວົ້າ​ເຖິງ​ກິດຈະກຳ​ພົ້ນ​ເດັ່ນ​ນີ້, ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມີນ ​ເນັ້ນ​ຫນັກ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ວ່າ: ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ​ພົ້ນເດັ່ນ​ຂອງ​ຫວຽດນາມ ​ແລະ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຕຶກ​ອາຄານ​ໄດ້​ຮັບ​ການ​ອອກ​ແບບ​ທີ່​ສວຍ​ງາມ​ຂອງ​ໂລກ, ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ຫວຽດນາມ, ຂອງ​ນະຄອນ​ໂຮ່ຈິ​ມີນ. ກິດຈະກຳ​ດັ່ງກ່າວ​ໂດຍ​ນັກ​ລົງທຶນ​ແມ່ນ​​ເອກະ​ຊົນ​ດຳ​ເນີນກໍ່ສ້າງ​ໃນ​ຈຸດ​ເວລາ​ທີ່​ພື້ນຖານ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ສະ​ນັ້ນ ອາດ​ຈະ​ເວົ້າ​ໄດ້​ວ່າ ຊາວ​ຫວຽດນາມ​ ພວກ​ເຮົາ ມີ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ, ມີ​ເງື່ອນ​ໄຂ​​ເພື່ອ​ປະຕິບັດ​ບັນດາ​ກິດຈະກຳ​ໃຫຍ່​ຂອງ​ປະ​ເທດ​ຊາດ, ​ໃນ​ນັ້ນມີ​ກິດຈະກຳ​ຕ່າງໆ​ເຊັ່ນ​ດຽວ​ກັນ​ຕຶກ​ອາຄານ​ນີ້.”

        ດ້ວຍ​ເນື້ອ​ທີ່ 37.700 ຕາລາງ​ແມັດ ສະຫງວນ​ໃຫ້​ແກ່​ບໍລິ​ເວນສຳນັກງານທີ່​ມີ​ຄຸນ​ນະພາ​ບສູງ, 11.000 ຕາລາງ​ແມັດ​ສະຫງວນ​ໃຫ້​ແກ່​ສູນ​ການ​ຄ້າ, ບໍລິການ ​ແລະ ການບັນ​ເທິງ, ຕຶກ​ອາຄານ Bitexco ​ແມ່ນ​ສູນ​​ເສດຖະກິດ, ວັດທະນະທຳ ສົມທົບ​ກັບ​ການທ່ອງທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ. ​ເມື່ອ​ເຂົ້າ​ຢ້ຽມ​ຊົມ​ຕຶກ​ອາຄານ​ນີ້, ລະບົບລີບ​ທີ່​ທັນ​ສະ​ໄຫມ​ຢູ່​ທີ່​ນີ້​ຈະ​ນຳ​ນັກ​ທ່ອງ​ທ່ຽວ​ຂຶ້ນ​ປ້ອມ​ສັງ​ເກດ Saigon SkyDeck ຢູ່​ຊັ້ນ 49 ​ເພື່ອ​ຊົມ​ເບິ່ງ​ທິວ​ທັດ​ນະຄອນ​ໂຮ່ຈິ​ມີນທັງ​ກາງ​ເວັນ ​ແລະ ກາງຄືນ. ອ້າຍ​ໂດ໋ກວກ​​ເຫລ໋, ພາລະ​ກອນ​ຮັບ​ໃຊ້​​ໃນຕຶກ​ອາຄານ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ເມື່ອ​ມີ​ຕຶກ​ອາຄານ​ຫລັງ​ນີ້ ຊາວ​ຕ່າງປະ​ເທດ​ຮູ້ຈັກ​ເຖິງ​ນະຄອນ​ໂຮ່ຈິ​ມີນຫລາຍ​ກວ່າ. ດ້ວຍ​ຄວາມ​ສູງ​ຂອງ​ຕຶກ​ອາຄານພ້ອມ​ກັບປ້ອມສັງ​ເກດ​, ສະ​ນັ້ນ​ແຫ່ງ​ນີ້​ຖືກ​ແນະນຳ​ໃນປື້​ມຄູ່ມື​ທ່ອງ​ທ່ຽວ​ຂອງ​ຫລາຍ​ປະ​ເທດ​ໃນ​ໂລກ, ຜ່ານ​ນັ້ນ ​ເພື່ອ​ນມິດສາ​ກົນ​ຈຶ່ງຮູ້ຈັກ​ເຖິງ​ນະຄອນ​​ໂຮ່ຈິ​ມີນ ​ແລະ ຫວຽດນາມ​ຫລາຍ​ກວ່າ​. ພິ​ເສດ​ເມື່ອ​ມາ​ຢ້ຽມຢາມ​ຕຶກ​ອາຄານຫລັງນີ້, ນັກ​ທ່ອງ​ທ່ຽວ​ໄດ້​ຊົມ​ເບິ່ງ​ທິວ​ທັດ​ທົ່ວນະຄອນ​ໂຮ່ຈິ​ມີນ ​ແລະ ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວິ​ວັດທະ​ນາ​ການ​ກໍ່​ສ້າງ​ຕຶກ​ອາຄານ. ກິດຈະກຳ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ຊາວ​ຫວຽດນາມ ມີ​ພູມ​ປັນ​ຍາ​ຢ່າງ​ພຽງພໍ, ມີ​ກຳລັງ​ຄວາມ​ສາມາດ​ເພື່ອ​ກໍ່ສ້າງ​ຕຶກ​ອາຄານ​ສົມ​ກັບ​ການ​ພັດທະນາ, ທັດ​ທຽມ​ກັບ​ເພື່ອນ​ມິດສາ​ກົນ.”

        ​ໃນ​ຊຸມ​ມື້​ຈັດງານ​ບຸນ​ຕ່າງໆ, ​ແສງ​ໄຟ laser ​ໄດ້​ສົ່ງ​ສີສັນ​ຫລາກ​ຫລາຍ​ທີ່​ສວຍ​ງາມ, ພົ້ນ​ເດັ່ນ​ແມ່ນ​ຮູບ​ພາບ​ດອກ​ບົວ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວຢ່າງ​ແທ້​ຈິງ. ບັນດາ​ຮູບ​ພາບ​ເຫລົ່າ​ນັ້ນ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ແຕ່ລະຄົນ​ບໍ່​ອາດ​ຫລົງ​ລືມ​ຈຸດ​ເວລາ​ທີ່​ຫນ້າ​ຈັບ​ອົກ​ຈັບ​ໃຈ​ເມື່ອ​ມາ​ຢ້ຽມຢາມ​ຕຶກ​ອາຄານ Bitexco, ​ແມ່ນ​ສັນຍາ​ລັກ​ແຫ່ງ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ນະຄອນ​ໂຮ່ຈິ​ມີນ ​ແລະ ຂອງ​ປະ​ເທດ​ຫວຽດນາມ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ