ຕ້ອນຮັບກະແສເງິນລົງທຶນເຂົ້າໃນຂົງເຂດເຕັກໂນໂລຊີ ຂໍ້ມູນຂ່າວສານຢູ່ ຫວຽດນາມ

(vovworld)-  ​ເມື່ອ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຢູ່ ຫວຽດນາມ ບໍລິສັດ​ຕ່າງປະ​ເທດ​ຫລາຍ​ແຫ່ງ ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ແຫ​ລ່ງຊັບພະຍາກອນ​ມະນຸດ​ນັບ​ມື້​ນັບ​ອຸດົມ​ສົມບູນ, ລະດັບ​ຄວາມ​ຮູ້​ຂອງ​ເຂົາ​ເຈົ້າ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ແລະ ມີ​ຫລາຍ​ນະ​ໂຍບາຍ​ບູລິ​ມະ​ສິດ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຫວຽດນາມ ​ແມ່ນ​ສະຖານ​ທີ່​ດຶງດູດ​ນັກ​ລົງທຶນ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ, ພິ​ເສດ​​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຊຶ່ງ​ແມ່ນ​ຂະ​ແຫນງ​ຫນຶ່ງ​ທີ່​ພວມ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ຢ່າງ​ແຂງ​ແຮງ.

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ແຫ​ລ່ງ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ (FDI) ​ເຂົ້າ​ຫວຽດນາມ ​ໄດ້​ມີ​ການ​ຫັນ​ທິດ​ເຂົ້າ​ໃນ​ຂົງ​ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ, ​ໃນ​ນັ້ນ​ມີເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ຍີ່​ປຸ່ນ ​ແມ່ນ​ປະ​ເທດ​ມີ​ຫລາຍ​ໂຄງການ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ດັ່ງກ່າວ​ໂດຍ​ໄວ. ມີ​ກຸ່ມ​ບໍລິສັດ, ວິ​ສາ​ຫະກິດ​ໃຫຍ່​ຂອງ​ຍີ່​ປຸ່ນຄື: Sanyo, Matsushita, Sony, Fujitsu, Toshiba, Panasonic, Nidec ​ໄດ້​ກໍ່ສ້າງ​ໂຮງງານ​ຜະລິດ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ ​ແລະ ປະຈຸ​ບັນ ສືບ​ຕໍ່​ສະຫນອງ​ທຶນ​ຕື່ມ​ອີກ​ເພື່ອ​ເປີດ​ກວ້າງ​ການ​ລົງທຶນ ດ້ວຍ​ຂອບ​ຂະຫນາດ​ນັບ​ມື້​ນັບ​ໃຫຍ່​ຫລວງ​ກວ່າ.ຖັດມາ​ແມ່ນ​ກະ​ແສ​ທຶນ FDI ຈາກ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ເອີ​ລົບ. ບັນດາ​ກຸ່ມ​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ຄື: Intel, IBM ຂອງ​ອາ​ເມ​ລິ​ກາ, Cap Gemini ​ແລະ Accenture ຂອງຝລັ່ງ ​ມີ​ໂຄງການ​ຜະລິດ​ແລ້ວ ຫລື​ພວມ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນກໍ່ສ້າງ​​ບັນດາ​ສູນ​ຄົ້ນ​ຄ້ວາ ​ແລະ ພັດທະນາ ຢູ່ ຫວຽດນາມ. ປີ 2011 ​ແລະ ຕົ້ນ​ປີ 2012, ​ເສດຖະກິດ​ໂລກ​ມີ​ທ່າ​ຊຸດ​ໂຊມ, ສະ​ນັ້ນ ​ແຫ​ລ່ງທຶນ FDI ​ເຂົ້າ​ຫວຽດນາມ ບໍ່​ຫຼາຍປານ​ໃດ. ​​​ແຕ່​ ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານພັດ​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຂງ​ແຮງ. ​ແຫ​ລ່ງທຶນ FDI ​ລົງທຶນເຂົ້າ​ຂົງ​ເຂດ​ນີ້​ຍັງ​ຄົງ​ເພີ​່ມ ຂຶ້ນ, IDG Venture, Rebate Networks ​ແລະ Ru net Global ​ໄດ້​ລົງທຶນ​​​ກວ່າ 60 ລ້ານ​ USD ​ເຂົ້າ​ ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຢູ່ ຫວຽດນາມ. ທ່ານ ​Lam Nguyen Hai Long ຮອງ​ຜູ້ອຳນວຍການ​ບໍລິສັດ​ພັດທະນາ​ຊອບ​ແວ Quang Trung ນະຄອນ ​ໂຮ່ຈິ​ມິນ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ນັບ​ແຕ່​ເດືອນ 1/2011 ມາ​ຮອດ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ມີ​ກະ​ແສ​ເງິນ​ລົງທຶນ​ໃຫມ່​ເຂົ້າ​ໃນ ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ພິ​ເສດ​ແມ່ນ​ບໍລິສັດພັດທະນາ​ຊອບ​ແວ Quang Trung ມີ​ກະ​ແສ​ເງິນ​ລົງທຶນ​ຈາກ ຍີ່​ປຸ່ນ, ອາ​ເມ​ລິກ​າ​ເຫນືອ. ປະຈຸ​ບັນ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ມີ​ກຳລັງ​ແຮງ​ພາຍ​ໃນ​ຢ່າງ​ແຂງ​ແຮງ​ສາມາດ​ນຳ​ໃຊ້​ບັນດາ​ແຫ​ລ່ງທຶນ​ດັ່ງກ່າວ​ໃຫ້​ໝົດ. ພວກ​ເຮົາ​ຕ້ອງ​ສຸມ​​ໃສ່​​ເຂົ້າ​ໃນ​ຂົງ​ເຂດ​​ແຫ​ລ່ງຊັບພະຍາກອນ​ມະນຸດ, ສ່ວນ​​ພື້ນຖານ​ໂຄງ​ລ່າງ, ສິ່ງ​ແວດ​ລ້ອມ ພວກ​ເຮົາ​ໄດ້​ກໍ່ສ້າງ​ສຳ​ເລັດ​ເກືອບ​ໝົດ​ແລ້ວ.”

ຕ້ອນຮັບກະແສເງິນລົງທຶນເຂົ້າໃນຂົງເຂດເຕັກໂນໂລຊີ ຂໍ້ມູນຂ່າວສານຢູ່ ຫວຽດນາມ - ảnh 1
ພາບປະກອບ:internet

        ພາຍຫລັງ​ໄພພິບັດ​ຈາກ​ແຜ່ນດິນ​ໄຫວ​ຄື້ນ​ຍັກ​ເກິ​ດຂຶ້ນ​ຢູ່ ຍີ່​ປຸນ ​ໃນ​ໄລຍະ​ຜ່ານ​ມາ, ​ແທນ​ທີ່​ຈະກໍ່ສ້າງ​ບັນດາ​ພື້ນຖານ​ໂຄງ​ລ່າງ​ຢູ່​ພາຍ​ໃນ​ປະ​ເທດ, ມີ​ວິ​ສາ​ຫະກິດ​ຍີ່​ປຸ່ນຫລາຍ​ແຫ່ງ​​ໄດ້​ຄິດ​ໄລ່​ເຖິງ​ເລື່ອງ​ລົງທຶນ​ຢູ່​ຕ່າງປະ​ເທດ. ບັນດາ​ມາດຖານ​ຄື: ​ແຮງ​ງານ, ນະ​ໂຍບາຍ​ບຸລິມະສິດ ພິ​ເສດ​ແມ່ນບັນ​ຫາ​ທໍລະນີ​ສາດ​ຢູ່​ແຫ່ງ​ລົງທຶນ​ຕ້ອງ​ເປັນ​ປົກກະຕິ. ນັ້ນ​ແມ່ນ​ສາຍ​ເຫດ​ຕົ້ນຕໍເພື່ອ​ໃຫ້ ຫວຽດນາມ ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ ຊຶ່ງ​ນັກ​ລົງທຶນ​ຍີ່​ປຸ່ນ ​ເລືອກ​ເຟັ້ນ. ທ່ານ Nguyen Kim Cuong ສັງກັດ​ກຸ່ມ​ບໍລິສັດ CMC ຢູ່ ນະຄອນ ​ໂຮ່ຈິ​ມີນ ຖື​ວ່າ:

        “​ໃນ 10 ປີ ຜ່ານ​ມາ, ຫວຽດນາມ​ຍັງ​ແມ່ນ​ແຫ່ງ​ສະຫນອງ​ແຫ​ລ່ງ ຊັບພະຍາກອນ​ມະນຸດ​ໃຫ້​ແກ່ ຍີ່​ປຸ່ນ. ຫວຽດນາມ ​ແລະ ຍີ່​ປຸ່ນ ໄດ້ມີ​ສາຍ​ພົວພັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ຂະ​ບວນວິວັດ​ແຫ່ງການຮ່ວມ​ມື​ນຳ​ກັນ, ສະ​ນັ້ນ ​ເມື່ອ​ຍີ່​ປຸ່ນ ມີ​ຄວາມ​ຕ້ອງການ​ຫັນ​​ການລົງທຶນອອກສູ່​ຕ່າງປະ​ເທດ, ຫວຽດນາມ ​ແມ່ນ​ປະ​ເທດທຳ​ອິດ ທີ່​ເຂົາ​ເຈົ້າ​ຄິດ​ເຖິງ .”

        ​ໃນ​ໄລຍະ​ຜ່ານ​ມາ, ເຕັກ​ໂນ​ໂລ​ຊີ​ສູງຂໍ້​ມູນ​ຂ່າວສານ ຂອງ​ຫວຽດນາມ ມີ​ບາດກ້າວ​ພັດທະນາ​ເປັນ​ຫນ້າ​ຮັບ​ຮູ້. ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ​ໄດ້​ສ້າງ​ແຜນ​ຮ່າງ: ​ເຮັດ​ໃຫ້ຫວຽດນາມ ກາຍ​ເປັນ​ປະ​ເທດພັດທະນາເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຢ່າງ​ແຂງ​ແຮງ​ໂດ​ຍ​ໄວ”, ​ໃນ​ນັ້ນ ຈຸດໝາຍ​ທີ່ວາງ​ອອກ​ຮອດ​ປີ 2015, ຫວຽດນາມ ຈະນອນ​ໃນ​ຈຳນວນ 70 ປະ​ເທດ​ພັດທະນາ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ​ໂທລະ​ຄົມ​ອັນດັບຫນຶ່ງ​ຂອງ​ໂລກ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ, ຫວຽດນາມ ​ໄດ້​ວາງ​ອອກ​ຫລາຍ​ນະ​ໂຍບາຍ​ບຸລິ​ມະ​ສິດ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ການລົງທຶນ​ເຂົ້າ​ໃນຂົງ​ເຂດເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ທ່ານ Nguyen Hai Long ຮອງ​ຜູ້ອຳນວຍການ​ບໍລິສັດ​ພັດທະນາ​ຊອບ​ແວ Quang Trung ນະຄອນ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ຖ້າ​ຫາກ​ເວົ້າ​ເຖິງ​ນະ​ໂຍບາຍ​ບຸລິ​ມະ​ສິດ, ຫວຽດນາມ​ແມ່ນ​ປະ​ເທດ​ມີ​ນະ​ໂຍບາຍ​ນີ້​ດີ​ພໍ​ສົມຄວນ, ຕົວຢ່າງ​ຄື: ກ່ຽວ​ກັບ​ດ້ານ​ພາສີ, ພວກ​ເຮົາ​ຍົກ​ເວັ້ນພາສີ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃນ​​​ໄລຍະ 4 ປີຢ່າງລຽນ​ຕິດ ​ແລະ ຫລຸດຜ່ອນ 50% ​ໃຫ້​ແກ່ 9 ປີ​ຕໍ່​ໄປ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ການຫນູນ​ຊ່ວຍ​ກ່ຽວ​ກັບ​ຊັບພະ​ຍາກ​ອນມະນຸດ​ກໍ​ແມ່ນ​ບັນຫາ​ສຳຄັນ​ກວ່າ​ໝູ່. ​ເພາະສະ​ນັ້ນ ​ເມື່ອ​ບັນດາ​ນັກ​ລົງທຶນ ມາ ຫວຽດນາມ, ​ເຂົາ​ເຈົ້າ​ໄດ້​ຊົມ​ໃຊ້​ແຫ​ລ່ງຊັບພະຍາກອນ​ມະນຸດ​​ຫນຸ່​ມ ທີ່ມີ​ລະດັບ​ຄວາມ​ຮູ້, ຄວາມ​  ຊຳ​ນານງານ. ”

        ຍຸດ​ທະ​ສາດ​ພັດທະນາ​ເຕັກ​ໂລ​ໂບຊີ ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ຍັງ​ຄົງ​ສືບ​ຕໍ່​ພັດທະນາ​​ແຫ​ລ່ງຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຢ່າງ​ແຮງ ພິ​ເສດ​ແມ່ນ​ຊັບພະຍາກອນ​ມະນຸດ​ມີ​ສີມື​ດີ. ທ່ານ Nguyen Trong Duong ຫົວຫນ້າ ​ກົມເຕັກ​ໂນ​ໂລ​ຊີ​ສູງຂໍ້​ມູນ​ຂ່າວສານ ສັງກັດ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ​​ໄລຍະ 10 ປີຜ່ານມາ ຢູ່ ຫວຽດນາມ ​​ຈຳນວນໂຮງຮຽນ​ບຳລຸງ​ສ້າງ​ກ່ຽວ​ກັບ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ນັບທັງມະຫາວິທະຍາ​ໄລ ​ແລະ ວິ​ທະຍາ​ໄລ ໄດ້​ເພີ່ມ​ຂຶ້ນ ຈາກ 10 ​ແຫ່ງ​ໃນ​ປີ 2000 ເຖິງງ​ເກືອບ 300 ​ແຫ່ງ​ແລ້ວໃນປະຈຸບັນ. ​ແຕ່ລະ​ປີ ບັນດາ​ໂຮງຮຽນ​ດັ່ງກ່າວ​ຕ້ອງ​ຮັບ​ນັກຮຽນ ປະມານ 60.000 ຄົນ ​ແມ່ນ​ທົບ​ສອງ​ເທ່ົາ​ເມື່ອ​ທຽບ​ໃສ່​ປີ 2005 ​ແລະ ຫວຽດນາມ ມີ 250.000 ຄົນ​ເຄື່ອນໄຫວໃນ​ຂົງ​ເຂດ​ດັ່ງກ່າວ ​ແລະ ຫວຽດນາມ ກໍ​ມີ​ຖັນ​ແຖວ​ຊັບພະຍາກອນ​ມະນຸດດ້ານ ເຕັກ​ໂນ​ໂລ​ຊີ​ສູງຂໍ້​ມູນ​ຂ່າວສານ ​ໄປ​ເຮັດ​ວຽກ​ຢູ່​ບັນດາ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ…”

        ຕາມ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ,​ ທ່າ​ອ່ຽງ​ໃນ​ປີ 2012 ​ແມ່ນ​ພັດທະນາ​ ອຸປະກອນ​ໂທລະສັບ​ມື​ຖື, ອຸປະ​ກອນ​ໂທລະ​ຄົມທັນ​ສະ​ໄຫມຢ່າງ​ວ່ອງ​ໄວ​​ແທນ​​ໃຫ້ບັນດາ​ອຸປະກອນ​ເກົ່າ, ຫລ້າຫລັງ ສະ​ນັ້ນ ນີ້​ກໍ​ແມ່ນ​ກາລະ​ໂອກ​າດ​ເພື່ອ​ໃຫ້​ຂະ​ແຫນງ​ຜະລິດ​ອຸປະ​ກອນ​ຊອບ​ແວ​ພັດທະນາ. ຄາດ​ຄະ​ເນ​ວ່າ ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ ຖືກ​ ​ແມ່ນ​ຂະ​ແຫນງ​ດຶງ​ດູດ​ນັກ​ລົງທຶນ​​ເປ​ັນຈຳນວນ​ຫລວງຫລາຍ ​ເພາະວ່າ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໄດ້ຮັບຄວາມນິຍົມຈາກລຸ້ນ​ຫນຸ່ມ. ນັ້ນ​ກໍ​ແມ່ນ​ສາຍ​ເຫດ​ເພື່ອ​ໃຫ້ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະຕ້ອນຮັບ​ກະ​​ແສ​ເງິນ​ລົງທຶນ​ໃຫມ່​ເຂົ້າ​ໃນ​ຂົງ​ເຂດ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ທີ່ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ນີ້.

ນັກ​ຂ່າວ To Tuan

ຕອບກັບ

ຂ່າວ/ບົດ​ອື່ນ