ຕະຫລາດພາຍໃນປະເທດ- ພື້ນຖານເພື່ອໃຫ້ວິສາຫະກິດຟື້ນຕົວ ແລະ ພັດທະນາ

(VOVWORLD) - ໂລກລະບາດໂຄວິດ -19 ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າເທົ່ານັ້ນ ຫາກຍັງເຮັດໃຫ້ລະບົບສະຫນອງ ແລະ ການຈໍລະຈອນສິນຄ້າຖືກຂາດວັກຂາດຕອນ. ໃນສະພາບການນັ້ນ, ຕະຫລາດພາຍໃນປະເທດ ດ້ວຍພົນລະເມືອງເກືອບ 100 ລ້ານຄົນ ໄດ້ຮັບຖືວ່າ ແມ່ນພື້ນຖານເພື່ອໃຫ້ວິສາຫະກິດຂຸດຄົ້ນຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ການເຕີບໂຕ.

 ໂລກລະບາດໂຄວິດ -19 ໄດ້ເຮັດໃຫ້ປະຊາຊົນ ມີຄວາມຄິດຈຳກັດການໃຊ້ຈ່າຍ ເຮັດໃຫ້ສິນຄ້າຈຳເປັນຫລາຍປະເພດ ແລະ ການບໍລິການບັນເທິງ ຖືກຜົນສະທ້ອນຢ່າງຫນັກຫນ່ວງ. 9 ເດືອນໃນປີນີ້, ຍອດລະດັບການຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາການບໍລິການໃຊ້ຈ່າຍແມ່ນຫລຸດລົງກວ່າ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖ້າສັງເກດຂະແຫນງເຄື່ອນໄຫວ, ລາຍຮັບຂາຍຍ່ອຍສິນຄ້າໃນ 9 ເດືອນຄາດວ່າ ຫລຸດລົງ 3,38% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໂລກລະບາດໂຄວິດ -19 ໄດ້ສົ່ງຜົນສະທ້ອນເຖິງທຸກດ້ານຂອງຊີວິດ, ເຮັດໃຫ້ວິສາຫະກິດ ຕ້ອງມີຫົວຄິດປະດິດສ້າງ, ມີມາດຕະການແກ້ໄຂຢ່າງວ່ອງໄວເພື່ອຮັບມືກັບທ່າອ່ຽງ ແລະ ວິທີການໃຊ້ຈ່າຍໃຫມ່.

ທ່ານ ຫວູວີງຟູ, ນັກຊ່ຽວຊານດ້ານການຄ້າ ຖືວ່າ: ເພື່ອກະຕຸກຊຸກຍູ້ຄວາມຕ້ອງການຂອງຕະຫລາດພາຍໃນ ຕ້ອງສ້າງແຜນກຳນົດພັດທະນາການຜະລິດ ແລະ ລະບົບແຈກຢາຍ, ຍູ້ແຮງການເຄື່ອນໄຫວສົມທົບການສະຫນອງ ແລະ ຄວາມຕ້ອງການ, ສ້າງການຮ່ວມສຳພັນລະຫວ່າງບັນດາວິສາຫະກິດ, ທ້ອງຖິ່ນຕ່າງໆ ເພື່ອຫນູນຊ່ວຍການຈຳຫນ່າຍຜະລິດຕະພັນ.

“ກ່ອນອື່ນ ຕ້ອງສ້າງຫລາຍລະບົບຈຳຫນ່າຍສິນຄ້າ, ແບ່ງຜົນປະໂຫຍດ, ຄຸ້ມຄອງຄຸນນະພາບ ແລະ ສ້າງຕັ້ງບັນດາລະບົບສະສົມສິນຄ້າທີ່ຈຳເປັນແບບຍຸດທະສາດ. ບັນຫາຫນຶ່ງອີກ ແມ່ນເພີ່ມທະວີການຄຸ້ມຄອງຄຸນນະພາບໃນລະບົບມູນຄ່າ, ກໍ່ສ້າງບັນດາສາງສະສົມແບບຍຸດທະສາດ ຫລຸດຜ່ອນລາຍຈ່າຍ logistic ການຂົນສົ່ງ”

ຕະຫລາດພາຍໃນປະເທດ- ພື້ນຖານເພື່ອໃຫ້ວິສາຫະກິດຟື້ນຕົວ ແລະ ພັດທະນາ - ảnh 1ທ່ານນາງ ເຈີນທິເຟືອງລານ, ຜູ້ຮັກສາການ ຫົວຫນ້າພະແນກອຸດສາຫະກຳ ການຄ້າ ນະຄອນ ຮ່າໂນ້ຍ

ໃນສະພາບການປະຈຸບັນ, ການເຊື່ອມຕໍ່ລະບົບການຜະລິດ, ຈຳຫນ່າຍສິນຄ້າ, ການສະຫນອງຄວາມຕ້ອງການ, ການພົວພັນແລກປ່ຽນສິນຄ້າລະຫວ່າງບັນດາແຂວງ, ນະຄອນ ຄວນຍູ້ແຮງການຜັນຂະຫຍາຍ. ຄືຢູ່ ຮ່າໂນ້ຍ, ນະຄອນ ຈະຍູ້ແຮງບັນດາການເຄື່ອນໄຫວກະຕຸກຊຸກຍູ້ການບໍລິໂພກສິນຄ້າພາຍໃນປະເທດ, ເປີດກວ້າງຕະຫລາດພາຍໃນ ເພື່ອຊຸກຍູ້ການຜະລິດດຳເນີນທຸລະກິດ ແລະ ຟື້ນຕົວການເຕີບໂຕເສດຖະກິດໃນໄລຍະປົກກະຕິແບບໃຫມ່. ທ່ານນາງ ເຈີນທິເຟືອງລານ, ຜູ້ຮັກສາການ ຫົວຫນ້າພະແນກອຸດສາຫະກຳ ການຄ້າ ນະຄອນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າ ພວມກະກຽມສ້າງແຜນການຮັບໃຊ້ບຸນປີໃຫມ່ປະຈຳຊາດໃນບໍລິເວນທົ່ວນະຄອນ ຮ່າໂນ້ຍ ແລະ ສອດຄ່ອງກັບສະພາບການຂອງໂລກລະບາດ, ສຸມໃສ່ຍູ້ແຮງບັນດາໂຄງການກະຕຸກຊຸກຍູ້ຄວາມຕ້ອງການ, ສົ່ງເສີມການຄ້າເພື່ອຊຸກຍູ້ຍອດການຂາຍສິນຄ້າ ແລະ ລາຍຮັບການບໍລິການ, ສືບຕໍ່ສົມທົບກັບກະຊວງອຸດສາຫະກຳ ການຄ້າ ເພື່ອຕິດຕາມການຜັນແປຂອງໂລກລະບາດ, ການຮັບມືຂອງບັນດາປະເທດອື່ນເພື່ອມີມາດຕະການເໝາະສົມຊອກຫາສົ້ນອອກໃຫ້ແກ່ການສົ່ງອອກສິນຄ້າ ແລະ ຍູ້ແຮງການຄ້າເອເລັກໂຕນິກ ຮັບໃຊ້ຄວາມຕ້ອງການຂອງປະຊາຊົນ”

ທ່ານນາງ ຫງວຽນທິມີງຮ່ວຽນ, ຮອງຫົວຫນ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ສັງກັດກະຊວງອຸດສາຫະກຳ ການຄ້າ ຖືວ່າ: ເລື່ອງຍູ້ແຮງການຈຳຫນ່າຍສິນຄ້າຢູ່ ຕະຫລາດພາຍໃນ ແມ່ນສິ່ງສຳຄັນທີ່ສຸດ, ພິເສດແມ່ນການຫນູນຊ່ວຍ, ນຳບັນດາວິສາຫະກິດ, ຄອບຄົວຊາວກະສິກອນເຂົ້າຮ່ວມບັນດາທຸລະກຳການຄ້າເອເລັກໂຕນິກ.

ຕະຫລາດພາຍໃນປະເທດ- ພື້ນຖານເພື່ອໃຫ້ວິສາຫະກິດຟື້ນຕົວ ແລະ ພັດທະນາ - ảnh 2ທ່ານ ໂດ໋ທັງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ

ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ໂດ໋ທັງຫາຍ ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ການຄ້າ ຈະຕິດຕາມການຜັນແປຂອງການສະຫນອງ ແລະ ຄວາມຕ້ອງການ, ລາຄາຂອງບັນດາປະເພດສິນຄ້າທີ່ຈຳເປັນເພື່ອໃຫ້ມີມາດຕະການບໍລິຫານຢ່າງທັນການ. ພ້ອມກັນນັ້ນ ກໍເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມ, ເຊື່ອມຕໍ່ລະຫວ່າງ ບໍລິສັດຜະລິດ, ສະຫນອງສິນຄ້າກັບບໍລິສັດຈຳຫນ່າຍສິນຄ້າ, ອົງການຈັດຕັ້ງການສົ່ງເສີມການຄ້າພາຍໃນປະເທດຢູ່ບັນດາທ້ອງຖິ່ນ.

“ຄາດວ່າ ປີ 2021, ຍອດລະດັບການຂາຍຍ່ອນສິນຄ້າ ແລະ ລາຍຮັບການບໍລິການຈະເພີ່ມຂຶ້ນປະມານ 3-4% ເມື່ອທຽບໃສ່ປີ 2020. ນັບແຕ່ນີ້ຮອດທ້າຍປີ ຂະແຫນງອຸດສາຫະກຳການຄ້າ ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ. ທີສອງ ຕິດຕາມການຜັນແປ, ການສະຫນອງຄວາມຕ້ອງການ, ລາຄາປະເພດສິນຄ້າທີ່ຈຳເປັນເພື່ອໃຫ້ມີມາດຕະການບໍລິຫານຢ່າງທັນການ, ຮັບປະກັນການຈຳຫນ່າຍສິນຄ້າຢ່າງເໝາະສົມລະຫວ່າງເຂດພາກ, ພິເສດ ຮັບປະກັນການສະຫນອງ ຄວາມຕ້ອງການ, ລາຄາສິນຄ້າໃຫ້ມີຄວາມເປັນປົກກະຕິ ແລະ ການຈໍລະຈອນສິນຄ້າຢ່າງລຸລ່ວງໃນທົ່ວປະເທດ”

ໃນສະພາບເກີດໂລກລະບາດໂຄວິດ -19 ຜັນແປໄປຢ່າງສັບສົນ ພ້ອມກັບການຍົກສູງຄຸນນະພາບສິນຄ້າ, ວິສາຫະກິດ ໄດ້ສ້າງຍຸດທະສາດເປັນລະບົບໃນການສ້າງເຄື່ອງໝາຍການຄ້າເພື່ອຮັກສາຕະຫລາດຢ່າງໝັ້ນຄົງ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ສິນຄ້າ ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກພາຍໃນປະເທດ. ດ້ວຍພົນລະເມືອງເກືອບ 100 ລ້ານຄົນ, ໃນຈຸດເວລານີ້ ຈຳເປັນຕ້ອງຍູ້ແຮງການຂົນຂວາຍ “ຊາວຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ”, ສ້າງການຮ່ວມສຳພັນລະຫວ່າງ ວິສາຫະກິດ, ທ້ອງຖິ່ນຕ່າງໆເພື່ອຫນູນຊ່ວຍການຈຳຫນ່າຍຜະລິດຕະພັນ, ຂຸດຄົ້ນຕະຫລາດພາຍໃນຢ່າງມີປະສິດທິຜົນ, ຍາດແຍ່ງກາລະໂອກາດປົກກະຕິແບບໃຫມ່ ເພື່ອຊ່ວຍວິສາຫະກິດຟື້ນຕົວ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ