ຕະຫຼາດການເງິນ,ເງິນຕາຫວຽດນາມຍືນຍົງພາຍຫຼັງBrexit

(vovworld) - ເຫດ​ການ Brexit, ອັງ​ກິດ ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ (EU), ພວມ​ສົ່ງຜົ​ນ​ສະ​ທ້ອນ​ຢ່າງໃຫຍ່​ຫຼວງ​ເຖິງ​ເສດ​ຖະ​ກິດ​ທົ່ວ​ໂລກ. ດ້ວຍ​ພື້ນ​ຖານ​ເສດ​ຖະ​ກິດ​ເປີດ​ຄື​ຫວຽດ​ນາມ, ຕະ​ຫຼານ​ການ​ເງິນ, ເງິນ​ຕາ ແລະ ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນກໍ່​​ຖື​ກບັນ​ດາ​ຜົນ​ກະ​ທົບຢ່າງ​ແນ່ນອນ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ດ້ວຍ​ການ​ກະ​ກຽມ ແລະ ​ໄດ້ຍົ​ກ​ອອກ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ, ຕະ​ຫຼ​າດ​ການ​ເງິນ, ເງິນ​ຕາ​ຫວຽດ​ນາມ ຍັງ​ຍືນ​ຍົງ ແລະ ພັດ​ທະ​ນາ​ຢ່າງ​ໝັ້​​ນ​ຄົງ, ຫຼິກ​ລ້ຽງ​ບັນ​ດາ​ຜົນ​ກະ​ທົບຈາກ​ເຫດ​ການ​ດັ່ງ​ກ່າວ. ບົດ​ຂຽນ “ຕະ​ຫຼາດ​ການ​ເງິນ, ເງິນ​ຕາ​ຫວຽດ​ນາມ ຍືນ​ຍົງ ພາຍ​ຫຼັງ Brexit” ຂອງ​ຫວຽດ​ຮ່າ, ນັກ​ຂ່າວ VOV.


ຕະຫຼາດການເງິນ,ເງິນຕາຫວຽດນາມຍືນຍົງພາຍຫຼັງBrexit - ảnh 1
(ພາບ​ປະ​ກອບ)

ໃນ​ສະ​ພາບ​ການ​ຜັນ​ແປລວມຂອງ​ໂລກ, ພາຍ​ຫຼັງ​ເຫດ​ການ Brexit, ຕະ​ຫຼາດຫຼັກ​ຊັບ​ຫວຽດ​ນາມ ກ​ໍ​ມີ​ການ​ເໜັງ​ຕິງຢ່າງ​ແຮງ, ເມື່ອ​ຖືກ​ເສຍ​​ເງິນ​ເຖິງກວ່າ 1 ລ້ານ USD. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ພາຍ​ຫຼັງ​​ຖືກ​ຫຼຸດຄະ​ແນນ​ຢ່າງ​ແຮງ​ໃນ​ວັນ​ທີ 24/06, ຕະ​ຫຼາດນັ້​ນ​ໄດ້​ມີ​ການ​ຟຶ້ນ​ຟູ. ​ທີ່​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເງິນ, ງົບ​ປະ​ມານ 6 ເດືອນ​ຕົ້ນ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່ 6 ເດືອນ​ທ້າຍ​ປີ 2016, ທີ່​ຫາ​ກໍ​ດຳ​ເນີນ, ກະ​ຊວງ​ການ​ເງິນ​ຫວຽດ​ນາມ ກ​ໍ​ຢືນ​ຢັນ​ວ່າ: ເຫດ​ການ Brexit ຍັງ​ບໍ່​ທັນ​ສົ່ງ​ຜົນ​ສະ​ທ້ອນ​​ຢ່າງໃຫຍ່​ຫຼວງ​ເຖິງ​ຕະ​ຫຼາດ​ການ​ເງິນ​ຂອງ​ຫວຽດ​ນາ​ມ. ທ່ານ​ນາງ ຫງວຽນ​ມາຍ​ເຟືອງ, ຜູ້​ອຳ​ນວຍ​ການ​ວິ​ຊາ​ສະ​ເພາະ​ໄຈ​ແຍກ VNDirect ແລ້ວ, ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດປະ​ກາດ​​ທຸ​ລະ​ກຳ​ໃນ​ຕະ​ຫຼາດຫຼັກ​ຊັບ, ການ​ເຄື່ອນ​ໄຫວ​ຊອງວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ເກືອບ​ຄື​ວ່​າບໍ່​ຖືກ​ຜົນ​ສະ​ທ້ອນ. ທ່ານ​ເລ​ດຶກ​ແຄ໋ງ, ຜູ​້​ອຳ​ນວຍ​ການ​ຍຸດ​ທະ​ສາດການ​ລົງ​ທຶນ​ບໍ​ລິ​ສັດ​ຫຼັກ​ຊັບ Maritime, ໃຫ້​ຂໍ້​ສັງ​ເກດ​ວ່າ.

        “ໃນ​ຕະ​ຫຼ​າດ​ຫຼັກ​ຊັບ, ຖ້າ​ຫາກ​​ປຽບ​ທຽບ​ການ​ຜັນ​ແປ​ຂອງ​ຕະ​ຫຼາດ​ໃນ 6 ເດືອນ​ຕົ້ນ​ປ​ີ, ຈຳ​ນວນ​ບັນ​ຊ​ີ​ທຸ​ລະ​ກຳ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໄດ​້​ເພີ່ມ​ຂຶ້ນ. ​ຄວາມ​ໄວ້​ເນື້ອ​ເຊື​່ອ​ໃຈ​ຂອງ​ທັງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ແລະ ພາຍ​ໃນ​ປະ​ເທດ​ລ້ວນ​ແຕ່​ເພີ່ມ​ຂຶ້ນ. ຕະ​ຫຼາດ​ໄດ້​ກຽມພ້ອມ​ໃຫ້​ການເຕີບ​ໂຕ​ຢ່າງ​ແຮງ, ບັນ​ຫາ​ພ​ຽງ​ແມ່ນ​ເວ​ລາ​ເທົ່າ​ນັ້ນ. ​ການ​ກະ​ທົບ​ເຖິງ​ຕະ​ຫຼາດ​ຫຼັກ​ຊັບ ແມ່ນເລີ່ມ​ຈາກ​ນະ​ໂຍ​ບາຍ ແລະ ຈິດ​ຕະ​ຂອງ​ນັກ​ລົງ​ທຶນ. ວາ​ລະ​ທຸ​ລະ​ກຳ​ວັນ​ທີ 24/06 ຖືກ​ຫຼຸດ​ຄະ​ແນນ​ແມ່ນ​ຍ້ອນ​ການ​ກະ​ທົບ​ດ້ານ​ຈິດ​ຕະ​ເປັນ​ຕົ້ນ”.

        ດ້ວຍ​ແຫຼ່ງ​ເງິນ​ລ​ົງ​ທຶນ​ໂດຍ​ກົງ​ຈາກ EU ແລະ ອັງ​ກິດ​ເຂົ້າ​ຫວຽດ​ນາມ, ມີ​ນັກ​ຊ່ຽວ​ຊານ​ຫຼາຍ​ຄົນ​ໃຫ້​ຂໍ້​ສັງ​ເກດ​ວ່າ, ເຫດ​ການ Brexit ຍັງບໍ່​ທັນ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ແຫຼ່ງ​ທຶນ​ດັ່ງ​ກ່າວ​ໃນ​ທັນ​ທີ, ຫຼື ຖ້າ​ຫາ​ກ​ຖືກ​ຜົນ​ສະ​ທ້ອນກໍ່​ບໍ່​ຮ້າຍ​ແຮງປານ​ໃດ. ຍ້ອນ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ອັງ​ກິດ ເຂົ້າ​ຫວຽດ​ນາມ ຍັງ​ຢູ່​ລະ​ດັບ​ຕ່ຳ​ຢູ່. ໄລ່​ຮອດ​ປະ​ຈຸ​ບັນ, EU ລົງ​ທຶນ​ເຂ​ົ້າ​ຫວຽດ​ນາມ ດ້ວຍ​ຍອດ​​ຈຳ​ນວນທຶນ​ຈົດ​ທະ​ບຽນ​ປະ​ມານ 100 ຕື້ USD. ໃນ​ນັ້ນ​ຈຳ​ນວນ​ໂຄງ​ການ​ລົງ​ທຶນ​ຍັງ​ມີ​ຜົນ​ສັກ​ສິດ​ຂອງ​ລ​າ​ຊະ​ອາ​ນາ​ຈັກ ເຂົ້າ​ຫວຽດ​ນາມ ແ​ມ່ນ 266 ໂຄງ​ການ, ດ້ວຍ​ຈຳ​ນວນ​ທຶນ​ປະ​ມ​ານ 3,5 ຕື້ USD. ຕາມ​ທ່ານປະ​ລິ​ຍາ​ເອກ ເກີ໋ນ​ວັນ​ຫຼືກ, ຜູ້​ອຳ​ນວຍ​ການ​ສູນ​ບຳ​ລຸງ​ສ້າງທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ, ສະ​ມາ​ຊິກ​ສະ​ພາ​ທີ່​ປຶກ​ສາ​ດ້ານ​ການ​ເງິນ, ເງິນ​ຕາ​ແຫ່ງ​ຊາດ ແລ້ວ, ໃນ​ສະ​ພາບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ບັນ​ດາ​ແຫຼ່ງ​ທຶນ​ຈະ​ຊອກ​ຫາ​ແຫ່ງ​ລົງ​ທຶນ​ໃໝ່ ແລະ ຫວຽດ​ນາມ ​ຈະແມ່ນ​ສະ​ຖານ​ທີ່​ທີ່​ໜ້າ​ເອົາ​ໃຈ​ໃສ່, ລົງ​ທຶນ.

        “​ປະ​ຈຸ​ບັນ, ບັນ​ດາ​ນັກ​ລົງ​ທຶນ​ພວມ​ຫັນ​ແຫຼ່ງ​ທຶນ​​ມາ​ຍັງ​ບັນ​ດາ​ແຫ່ງ​ທີ່​ປອດ​ໄພ​ກວ່າ. ​ໃນ​ນັ້ນ​ອາດ​ມີ​ຫວຽດ​ນາມ ຖ້າ​​ຫາກ​ນະ​ໂຍ​ບາຍ​ມີ​ຄວາມ​ສະ​ດວກກວ່າ, ພິ​ເສດ​ຖ້າ​ຮູ້​ໝູນ​ໃຊ້​​ຜົນ​ປະ​ໂຫຍດ​ຈາກການ​ເຊື່ອມ​ໂຍງ​. ຈ​ຳ​ນວນທຶນ​ຫັນ​ປ່ຽນ​ອອກ​ຈາກ​ຫວຽດ​ນາມ ກັບ​ເມື່ອ​ລົງ​ທຶນ​​ໂດຍທາງ​ອ້ອມ​ໃນ​ຕະ​ຫຼາດຫຼັກ​ຊັບ​ອາດ​ຈະ​ຖືກ​ຜົນ​ທະ​ທ້ອນ, ແຕ່​ໃນ​ພື້ນ​ຖານ​ເສ​ດ​ຖະ​ກິດ​ຕົວ​ຈິງ, ເງິນ​ລົງ​ທຶນ​ໂດຍ​ກົງ​ບໍ່​ຖືກ​ຜົນ​ສະ​ທ້ອນ​ຫຼາຍ”.

        ມີ​ນັກ​ຊ່ຽວ​ຊານ​ດ​້ານ​ເສດ​ຖະ​ກິດ​ສາ​ກົນບາ​ງ​ຄົນຖື​ວ່າ, ພື້ນ​ຖານ​ເສດ​ຖະ​ກິ​ດ​ຫວຽດ​ນາມ ບໍ່​ຖືກ​ຜົນ​ສະ​ທ້ອ​ນຫຼາຍ ຈາກ​ເລື່ອງ​ອັງ​ກິດ​ ອອກ​ຈາກ EU, ຫາກ​ສິ່ງນີ້​ຈະ​ເປີດ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃຫ້​ຕ​ະ​ຫຼາດ​ການ​ເງິນ, ເງິນ​ຕາ ກ​ໍ​ຄື​​ການດຶງ​ດູດ​​ເງິນ​ລົງ​ທຶນ. ຫວ່າງ​ແລ້ວນີ້, ກະ​ຊວງ​ການ​ເງິນ​ຫວຽດ​ນາມ ກ​ໍ​ຢືນ​ຢັນ​ວ່າ: Brexit ບໍ່​ມີ​ການ​ກະ​ທົບ​ຢ່າງ​ຫ​ຍໍ້​ທ​ໍ້​ເຖິງ​ສະ​ພາບ​ໜີ້​ສາ​ທາ​ນະ​ລະ​ຂອງ​ຫວຽດ​ນາມ. ທ່ານ ວໍ້​ຮິວ​ຫຽນ, ຮອງ​ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ໜີ້ ແລະ ການ​ເງິ​ນ​​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ, ເຫ​ດ​ການ Brexit ໄດ້​ໃຫ້​​ເງິນປອນ ​ຖືກຫຼຸດ​ລາ​ຄາ 8% ແລະ ເງິນຢວນ ກໍ່ຖືກ​ຕົກ​ລາ​ຄາ, ໃນ​ຂະ​ນະ​ນັ້ນ​ເງິນເຢນ​ຂອງ​ຍີ່​ປຸ່ນ ພັດ​ເພີ່ມ​​ລາ​ຄາ. ໃນ​ໂຄງ​ປະ​ກອບ​ໜີ​້ສາ​ທາ​ລະ​ນະ​ຂອງ​ຫວຽດ​ນາມ, ໜີ້​ລັດ​ຖະ​ບານ​ດ້ວຍ​ເງິນ​ດົ່ງ​ຫວຽດ​ນາມ ກວມ​ເອົາ 55%, ເງິນ​ຢວນກວມ​ເອົາ 13%, ເງິນ USD ກວມ​ເ​ອົາ 16%. ໃນ​ສະ​ພາບ​ການນີ້, ທະ​ນາ​ຄານ​ແຫ່ງ​ລັດ​ ໄດ້​​ມີ​ການດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​​ເງິນ​ຕາໃຫ້​ເໝາະ​ສົມ. ທ່ານ ວໍ້​ຮິວ​​ຫຽນ​ ໃຫ້​ຮູ້​ວ່າ.

        “ເລື່ອງ​ດັ​ດ​ປັບ​ຢ່າງ​ທັນ​ການ​ເຮັດ​ໃຫ້​ໜີ​້ສາ​ທາ​ລະ​ນະ​ບໍ່​​ຖືກ​ຜົນ​ສະ​ທ​້ອນ​​ປານ​ໃດ. ຕົວ​ຢ່າງວ່າ, ເງິນປອນ 2%, ເມື່ອ​ແລກ​​ເປັນ​ເງິນ​ດົງ ແມ່ນເພີ່ມ​ລາ​ຄາ. ເອີ​ໂລ ຖືກ​ຫຼຸດ​ລາ​ຄາ 2,4%, ຫວຽດ​ນາມ ມີ 7% ໃນ​ໂຄງ​ປະ​ກອບ​ໜ​ີ້, ​ເມື່ອແລກ​​ເປັນເງິນ​ດົ່ງ​ຂອງ​ຫວຽດ​ນາມ ​ແມ່ນເພີ່ມ​ລາ​ຄາ. ເງິນ USD ບໍ່​ປ່ຽນ​ແປງ. ສະ​ເພາະ​ເງິນ​ເຢນ​ ພັດ​ເພີ່ມ​ລາ​ຄາ, ເມື່ອ​ແລກ​ປ່ຽນ​ເງິນ​ຕາ, ມູນ​ຄ່າໜີ້​ດ້ວຍ​ເງິນຢວນ ຖືກ​ເພີ່ມ​​ລາ​ຄາ ແຕ່ຄິດ​ໄລ່​ລວມ​ແລ້ວແມ່ນບໍ່​ຖືກ​ກະ​ທົບ​ຫຼາຍ​ປານ​ໃດ”.

        ​ພາຍ​ຫຼັງ​ທີ​ອັງ​ກິດ ອອກ​ຈາກ EU, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ມີ​ບັນ​ດາ​ການ​ຕ​ີ​ລາ​ຄາ​ກ່ຽວ​ກັບ​ການ​ກະ​ທົບ​ຂອງ​ເຫດ​ການນີ້​​ເຖິ​ງ​​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ຕະ​ຫຼາດ​ການ​ເງິນພາຍ​ໃນ​ປະ​ເທດ. ຕິດ​ແທດ​ກັບ​ການ​ຜັນ​ແປ​ຢູ່​ຕະ​ຫຼາດພາຍ​ໃນ​ປະ​ເທດ ແລະ ສາ​ກົນ, ບັນ​ດາ​ນັກ​ວາງ​ນະ​ໂຍ​ບາຍ​ຫວຽດ​ນາມ ຈະ​ມີ​ບັນ​ດາ​ການ​ດັດ​ປັບ​ຢ່າງ​ທັນ​ການ ເພື່ອ​ແນ​ໃສ່​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສ້າງ​ຄວາມ​ສະ​ດວ​ກ​ໃຫ້​ດ້ານ​ການ​ຄ້າ ກ​ໍ​ຄື​ສືບ​ຕໍ່​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ອັງ​ກິດ ແລະ EU ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ