ຕະຫຼາດຊື້ຂາຍແລະໂຮມວິສາຫະກິດເຂົ້າກັນຈະພັດທະນາຢ່າງໄວໃນຕໍ່ໜ້າ

(vovworld) - ການ​ເຄື່ອນ​ໄຫວ​ຊື້​ຂາຍ, ​ໂຮມ​ວິ​ສາ​ຫະກິດ​ເຂົ້າກັນ (M​&A) ຢູ່​ຫວຽດນາມ ພວມ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ, ດ້ວຍ​ການ​ມີໜ້າ​ຂອງ​ວິ​ສາ​ຫະກິດ​ໃຫຍ່, ນ້ອຍ​ຫຼາຍ​ແຫ່ງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຕໍ່ໜ້າ​ກາລະ​ໂອກາດ​ໃຫຍ່​ຈາກ​ສັນຍາ​ເສດຖະກິດ ​ແລະ ການ​ຄ້າ​ເຊັ່ນ: TPP, FTA… ​ເຊິ່ງຫວຽດນາມ ​ເຂົ້າ​ຮ່ວມ, ພ້ອມ​ກັບ​ນະ​ໂຍບາຍ​ຕ່າງໆ​ຄື: ອະນຸຍາດ​ໃຫ້​ນັກ​ລົງທຶນ​ຕ່າງປະ​ເທດ​ຊື້​ເຮືອນ​ຢູ່​ຫວຽດນາມ, ​ເພີ່ມ​ອັດຕາ​ກຳມະສິດ​ໃຫ້​ນັກ​ລົງທຶນ​ຕ່າງປະ​ເທດ​ຕື່ມ​ອີກ. ສິ່ງ​ດັ່ງກ່າວ​ໄດ້​ເພີ່ມ​ກຳລັງ​ໜູນ​​ເພື່ອໃຫ້​ວິ​ສາ​ຫະກິດຍູ້​ແຮງ​ການ​ຊື້​ຂາຍ, ​ໂຮມ​ວິ​ສາ​ຫະກິດ​ເຂົ້າກັນ ​ແນ​ໃສ່​ເພີ່ມ​ກຳລັງ​ແກ່ງ​ແຍ້​ງ​​ໃຫ້​ແກ່​ຕົນ​.

ຕະຫຼາດຊື້ຂາຍແລະໂຮມວິສາຫະກິດເຂົ້າກັນຈະພັດທະນາຢ່າງໄວໃນຕໍ່ໜ້າ - ảnh 1

        ປີ 2014, ການ​ເຄື່ອນ​ໄຫວ​ຊື້​ຂາຍ ​ແລະ ​ໂຮມ​ວິ​ສາ​ຫະກິດ​ເຂົ້າກັນ (M​&A) ​ໄດ້​ເພີ່ມ​ຂຶ້ນ, ດ້ວຍ​ລະດັບ 4,2 ຕື້ USD, ​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ໃສ່​ປີ 2013. ກ່ຽວ​ກັບການ​ພົວພັນ​ດ້ານ​ການ​ຄ້າ, ຄິດ​ສະ​ເລ່ຍມູນ​ຄ່າ​ການ​ພົວພັນ​ດ້ານການ​ຄ້າ​ແຕ່​ລະ​ຄັ້​ງບັນລຸ​ປະມານ 11 ລ້ານ USD. ບັນດາ​ການ​ພົວພັນດ້ານ​ການ​ຄ້າ​ສ່ວນ​ຫຼາຍ​ລ້ວນ​ແຕ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຕ່າງປະ​ເທດ, ​ເພາະວ່າ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ມີ​ຄວາມ​ສາມາດ​ດ້ານ​ທຶນຮອນ ​ແລະ ມຸ້ງ​ໄປ​ເຖິງ​ຄາດໝາຍ​ເປັນ​ບັນດາ​ບໍລິສັດ​​ທີ່​ມີຂະໜາດ​ໃຫຍ່​ສົມຄວນ, ດ້ວຍ​ຈຳນວນ​ທຶນ​ປະມານ 20-100 ລ້ານ USD. ນຳ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ M​&A ​ ປີຜ່ານມາ, ​ແມ່ນ​ຂະ​ແໜງ​ຂາຍຍ່ອຍ, ກວມ 36% ຍອດ​ມູນ​ຄ່າການ​ເຄື່ອນ​ໄຫວ M​&A ທັງ​ໝົດ. ດ້ວຍ​ຈຳນວນ​ພົນລະ​ເມືອງ​ແມ່ນ 90 ລ້ານ​ຄົນ, ​ໃນ​ນັ້ນ 60% ​ແມ່ນ​ໃນ​ເກນ​ອາຍຸ​ອອກ​ແຮງ​ງານ, ຕະຫຼາດ​ຂາຍຍ່ອຍ​ຫວຽດນາມ ​ສືບ​ຕໍ່​ສ້າງ​ຄວາມ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, Vingroup ຊື້ Ocean mart ​ເພື່ອ​ພັດທະນາ ກາຍ​ເປັນ Vinmart; ກຸ່ມ​ບໍລິສັດ​ຂອງ​ໄທ​ ຄາດ​ຈະ​ຊື້ Metro, ຫຼື Acon ຂອງ​ຍີ່ປຸ່ນ ລົງທຶນ​ເຂົ້າ Citimart ​ແລະ Fivimart. ຖັດຈາກ​ນັ້ນ​ແມ່ນ​ຂົງ​ເຂດ​ສິນຄ້າ​ອຸດສາຫະກຳ​ຜະລິດ​ໃຊ້​ສອຍ, ດ້ວຍ​ອັດຕາ 21% ຍອດ​ມູນ​ຄ່າການ​ເຄື່ອນ​ໄຫວ M​&A ​ໃນ​ປີຜ່ານມາ. ​ໃນ​ຂົງ​ເຂດ​ທະນາຄານ, ​ໄລ່​ຮອດ​ກາງ​ປີ​ນີ້, ​ໄດ້​ດຳ​ເນີນ​ການ​ໂຮມ​ທະນາຄານ​ເຂົ້າກັນ​ເຖິງ 4 ຄັ້ງ. ​ໃນ​ນັ້ນ, ໜ້າ​ສົນ​ໃຈ​ແມ່ນ​ການ​ໂຮມ​ທະນາຄານ Viettinbank ​ກັບ PGbank, ທະນາຄານ Sacombank ​ກັບທະນາຄານ​ເຟືອງ​ນາມ, ທະນາຄານ BIDV ​ກັບ​ທະນາຄານ MHB…ທ່ານ ຫງວຽນ​ແທງ​ຮ່າ, ຜູ້ອຳນວຍການ​ກຸ່ມ​ບໍລິການ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ຫວຽດນາມ ທິ້ງ​ເວື້ອງ (VPBank), ​ໃຫ້​ຮູ້​ວ່າ:

        “ມີ​ບາງ​ວິ​ສາ​ຫະກິດ​ດີ​ທີ່​ສຸດ, ​ເຂົາ​ເຈົ້າ​ຢາກ​ສືບ​ຕໍ່​ເປີດ​ກວ້າງ​ບັນດາ​ຂະ​ແໜງ​ອາຊີບ​ທີ່​ເຂົາ​ເຈົ້າ​ໄດ້​ລົງທຶນ ​ແລະ ປະສົບ​ຜົນສຳ​ເລັດ​ແລ້ວ, ​ແຕ່​ຄວາມ​ຕ້ອງການ​ດ້ານ​ທຶນ​ແມ່ນ​ຫຼາຍ​ທີ່​ສຸດ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເຊີນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ຂະ​ແໜງ​ອາຊີບ, ວິຊາ​ສະ​ເພາະ ​ແລະ ທິດ​ທາງ​ດຽວ​ກັນລົງທຶນ​ເພື່ອ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ​ກວ່າ ກໍ່​ຄື​ສຳຜັດ​ກັບ​ເຕັກ​ໂນ​ໂລ​ຢີຈາກ​ຕ່າງປະ​ເທດ ​ເພື່ອ​ໃຫ້​ທັງ​ສອງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.”

        ຕາມ​ບັນດານັກ​ຊ່ຽວຊານ​ດ້ານ​ເສດຖະກິດ, ​ໃນ​ປີ 2015, ການ​ເຄື່ອນ​ໄຫວ M​&A ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ ຍ້ອນ​ມີ​ການ​ຫັນປ່ຽນ​ນະ​ໂຍບາຍ​ເຊັ່ນ: ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ ​ແລະ ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ສະບັບ​ປັບປຸງ, ​ເຊິ່ງມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/7 ​ເປັນ​ຕົ້ນ​ໄປ. ລັດຖະບານ​ປະກາດ​ໃຊ້​ດຳລັດ​ອະນຸຍາດ​ເພີ່ມ​ອັດຕາ​ກຳມະສິດ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ, ພ້ອມ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ຫັນ​ເປັນ​ຫຸ້ນ​ສ່ວນ​ຂອງ​ບັນ​ດາ​ລັດ​ວິ​ສາ​ຫະກິດ, ການ​ພັດທະນາ​ຂອງ​ບັນດາ​ບໍລິສັດ​ເອກະ​ຊົນ​ພາຍ​ໃນ​ປະ​ເທດນັ້ນ, ​ໄດ້ເປັນ​ກຳລັງ​ໜູນ ເຮັດ​ໃຫ້ການຊື້​ຂາຍ​ແລະ​ໂຮມ​ວິ​ສາ​ຫະກິດ​ເຂົ້າກັນຢູ່​ຫວຽດນາມ ​ ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ນາງ ທ໋າຍວຽດ​ແອ​ງ, ຜູ້ອຳນວຍການທີ່​ປຶກສາ​ບໍລິສັດ​ຫຼັກ​ຊັບ​ນຳ້ມັນອາຍ​ແກ​ສ, ຖື​ວ່າ:

        “ບາງ​ເທື່ອ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ກຸ່ມ​ລັດ​ວິ​ສາ​ຫະກິດຈະ​​ມີ​ການ​​ເຄື່ອນ​ໄຫວ M​&A  ຫຼາຍ​ທີ່​ສຸດ, ​ເພາະ​ທີ່​ໜຶ່ງ​ແມ່ນ​, ຕາມ​ການ​ຊີ້​ນຳ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ຈະ​ຕ້ອງ​ຍູ້​ແຮງ. ທີ​ສອງ​ແມ່ນ​, ປະຈຸ​ບັນ​ມີ​ບັນດາ​ກົນ​ໄກ​ເພື່ອ​ໃຫ້​ລັດ​ວິ​ສາ​ຫະກິດ​ມີ​ໄຫວ​ພິບກວ່າ​ໃນ​ການ​ຂາຍ​ໃຫ້​ຜູ້​ຖືຫຸ້ນ​ພາຍ​ນອກ ​ແລະ ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ​ກໍ່​ສ້າງ​ຄວາມ​ສະດວກ​ຫຼາຍ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ“.

        ດ້ວຍ​ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ຈາກ​ບັນດານ​ະ​ໂຍບາຍ​ຂອງ​ລັດຖະບານ, ພ້ອມ​ກັບ​ບັນດາ​ສັນຍາ​ເສດຖະກິດ ​ແລະ ການ​ຄ້າ​ໃຫຍ່​ເຊິ່ງຫວຽດນາມ ພວມ​ເຂົ້າ​ຮ່ວມ​ການ​ເຈລະຈາ ​ແລະ ລົງ​ນາມ​ເຊັ່ນ: TPP, FTA, … ປີ 2015 ​ແມ່ນ​ປີ​ທີ່​ການ​ເຄື່ອນ​ໄຫວ M​&A ຈະ​ຟົດ​ຟື້ນ ​ແລະ ພັດທະນາ​ຢ່າງ​ແຮງ ​ເມື່ອ​ມີ​ກາລະ​ໂອກາດ​ໃຫຍ່​ຫຼາຍ​ຢ່າງ​​ໃຫ້​ແກ່​ບັນດາ​ນັກ​ລົງທຶນຕ່າງປະ​ເທດ. ດ້ານ​ອື່ນ, ປີ​ນີ້​ກໍ່​ແມ່ນ​ກຳນົດ​ເວລາ​ສຸດ​ທ້າຍ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນສ້າງ​ເຂດ​ການ​ຄ້າ​ເສລີ. ຖ້າ​ສຳ​ເລັດ​ຜົນ, ທັງ 10 ປະ​ເທດ​ສະມາຊິກ​ຈະ​ເຊື່ອມ​ໂຍງ​ເສດຖະກິດ​ຢ່າງຮອບດ້ານ​ເຂົ້າ​ຕະຫຼາດ​ລວມ ດ້ວຍ​ພົນລະ​ເມືອງ​ເຖິງ 600 ລ້ານ​ຄົນ.

        ກະຊວງ​ແຜນການ ​ແລະ ລົງທຶນ​ຫວຽດນາມ ພວມ​ມີ​ແຜນການ​ຈັດ​ຕັ້ງ​ເວທີ​ປາ​ໄສ M​&A ປະຈຳ​ປີ​ຄັ້ງ​ທີ 7 ຢູ່​ນະຄອນ​ໂຮ່ຈີ​ມິນ ດ້ວຍ​ຫົວ​ຂໍ້​ວ່າ “ລໍຖ້າ​ການ​ພັດທະນາ M​&A “ ດ້ວຍ​ຄວາມ​ຫວັງ​ວ່າ​, ຈະ​ສ້າງ​ໂອກາດ​ສົນທະນາ​ຢ່າງ​ກົງ​ໄປ​ກົງ​ມາ ກ່ຽວ​ກັບ​ບັນດາ​ບັນຫາ​ແທດ​ຈິງ, ​ແບ່ງປັນ​ບົດຮຽນ ​ແລະ ​ເຊື່ອມ​ຕໍ່​ກາລະ​ໂອກາດ​ລົງທຶນ​ຕາມ​ຮູບ​ການ M​&A ລະຫວ່າງ​ວິ​ສາ​ຫະກິດ ​ກັບ​ນັກ​ລົງທຶນ. ບັນດາ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ຄາດ​ຄະ​ເນ​ວ່າ. ດ້ວຍຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ທີ່​ມີ​ຢູ່​ແລ້ວ, ການ​ເຄື່ອນ​ໄຫວ M​&A ຈະ​ພັດທະນາ​ຢ່າງ​ແຮງ, ​ເພື່ອ​ໃຫ້​ເສດຖະກິດ​ຫວຽດນາມ​ ເຊື່ອມ​ໂຍງ ​ແລະ ພັດທະນາ​ຢ່າງ​ແທ້​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ