ທຶນ ODA ແຫລ່ງກຳລັງແຮງຊ່ວຍໃຫ້ເສດຖະກິດຫວຽດນາມ ພັດທະນາ

ເງິນ​ຈຳນວນ 7,4 ຕຶ້ USD ​ແມ່ນ​​​ແຫ​ລ່ງ​ທຶນ​ຊຶ່ງ​ບັນດາ​ນັກ​ອຸປະຖຳ​ໃຫ້​ຄຳ​ໝັ້ນ​ໝາຍສະ​ຫງວນ​ໃຫ້​ແກ່​ຫວຽດນາມ ​ໃນ​ປີ 2012 ຢູ່ທີ່​ກອງ​ປະຊຸມ​ກຸ່ມບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ປີ 2011 ຊຶ່ງ​ຫາ​ກໍ່​ດຳ​​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ. ​ໃນ​ສະພາບ​ການ​ເສດຖະກິດ​ໂລກຕົກ​ເຂົ້າ​ສູ່​ສະພາບວິ​ກິດ​ການ​ຄື​ປະຈຸ​ບັນ, ຈຳ​ນວນ​ທຶນ​ອຸປະຖຳດັ່ງກ່າວ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາ​ຄົມ​ໂລກ ​ແລະ ບັນດາ​ນັກ​ອຸປະຖຳ​ທີ່​ມີ​ຕໍ່​ພື້ນຖານ​ເສດຖະກິດ ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນຫາ​ທີ່​ວາງ​ອອກ​​ໃນ​ປະຈຸ​ບັນສຳລັບ​ຫວຽດນາມ​ ​ນັ້ນແມ່ນ​ຈະ​ກຳນົດ​ທິດ ​ແລະ ນຳ​ໃຊ້​ບັນດາ​ແຫ​ລ່ງທຶນ​ຫນູນ​ຊ່ວຍ​ນີ້​ເຂົ້າ​ໃນ​ບາງຂົງ​ເຂດ, ບາງ​ໂຄງການ​ຍຸດ​ທະ​ສາດຄື​ແນ​ວ​ໃດ​ໃຫ້​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ມີ​ບັນດາ​ກົນ​ໄກທີ່​ສະດວກ​ສະບາຍ, ມີ​​ໄຫວພິບ ​ເພື່ອ​ປ່ອຍ​ເງິນ​​ໃຫ້​ແກ່​   ແຫ​ລ່ງທຶນຕ່າງໆ​ຢ່າງວ່ອງ​ໄວ ​ແລະ​ປະຕິບັດ​ບັນດາຈຸດໝາຍ​ເສດຖະກິດ​ໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ, ຊ່ວຍ​ພື້ນ​ຖານ​ເສດຖະກິດ​ມີ​ສະຖຽນ​ລະ​ພາບຢ່າງ​ວ່ອງ​ໄວ ​ແລະ ກ້າວ​ໄປ​ເຖິງ​ການ​ເຕີບ​ໂຕ​ໂດ​ຍ​ໄວ ​ແລະ ໝັ້ນ​ທ່ຽງ.

        ​ໃນ​ສະພາບ​​ການປະ​ຈຸ​ບັນ, ຈຳນວນ​​ເງິນ 7,4 ຕຶ້ USD ຊຶ່ງ​ແມ່ນ​ແຫ​ລ່ງທຶນ​ໝັ້ນ​ໝາຍ​ອຸປະຖຳ​ທີ່​ກອງ​ປະຊຸມ​ບັນດາ​ນັກ​ອຸ​ປະຖຳ CG ​ໃນ​ປີ​ນີ້ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ເງື່ອນ​ໄຂ​ທີ່​ດີ​​ເພື່ອ​ຊ່ວຍ​ໃຫ້​ພື້ນຖານ​ເສດຖະກິດ​ຫວຽດນາມ​​ກ້າວ​ເຂົ້າ​ສູ່​ປີ 2012, ຊຶ່ງ​ແມ່ນ​ປີ​ໄດ້​ຮັບ​ຖື​ວ່າ​ຈະ​ຕ້ອງປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ດ້ວຍ​ຄວາມ​ເຊື່ອ​ໝັ້ນ. ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຈຳນວນ​ທຶນ 7,4 ຕຶ້ USDຈະ​ສືບ​ຕໍ່​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຈຸດ​ສຸມ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ. ທີ​ 1 ​ແມ່ນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ. ທີ​ 2 ​ແມ່ນ​ສຸມ​ໃສ່​ພັດທະນາ​ສາທາລະນະ​ສຸກ ການ​ສຶກສາ, ພິ​ເສດ ​ແມ່ນ​ສຸມ​​ໃສ່​ເຂົ້າ​ໃນ​ການ​ພັດທະນາ​ການ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ. ທີ​ 3 ​ແມ່ນ​ຊ່ວຍ​ໃຫ້ ​ຫວຽດນາມ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ ອາກາດ ​ແລະ ສິ່ງ​ແວດ​ລ້ອມຢ່າງ​ທັນ​ການ​. ທີ 4 ​ແມ່ນ​ແກ້​ໄຂ​ບັນຫາ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ, ພິ​ເສດ​ແມ່ນ​ແກ້​ໄຂ​​ກົມ​ບັນຫາ​ກະສິກຳ, ຊົນນະບົດ ​ແລະ ຊາວ​ກະສິກອນຢ່າງ​ກົມກຽວ.

        ​ໃນ​ຂົງ​ເຂດ​ຄົມມະນາຄົມ​ຂົນ​ສົ່ງ, ທ່ານ ​ໂງ​ທີ້ງດຶກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງຫວຽດນາມ​ໃຫ້​ຮູ້​ວ່າ: ຄຽງ​ຄູ່​ບາດກ້າວ​ບຸກທະ​ລຸຄື ​ໂຄງ​ລ່າງ​ສາຍ​ທາງ​ດ່ວນເໜືອ​ - ໃຕ້, ສາຍ​ທາງ​ດ່ວນ ຮ່າ​ໂນ້ຍ - ລາວ​ກາຍ, ຮ່າ​ໂນ້ຍ - ຫາຍ​ຟ່ອງ, ນະຄອນ ​ໂຮ່ຈີ​ມີນ - ​ເກີນ​ເທີ ​ແລ້ວ, ​ຄົມມະນາຄົມ​ຫວຽດນາມ​ ຍັງຕ້ອງການ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຫຼາຍ​ຢ່າງຈາກ​ບັນດາ​ນັກ​ອຸປະຖຳ​*.

        “ຄວາມ​ຈິງ​ແລ້ວຄົມມະນາຄົມຂອງ​ຫວຽດນາມ ຍັງ​​ບໍ່​ທັນ​ເໝາະ​ສົມ​ເທື່ອ, ພ້ອມ​ກັບ​ເລື່ອງ​ສືບ​ຕໍ່​ລົງທຶນກໍ່ສ້າງ​​ລະບົບທາງ​ບົກນັ້ນ, ລະບົບ​ທ່າ​ກຳ​ປັ່ນ​ຢູ່​ບັນດາ​​ເຂດໃຈກາງ, ບັນດາ​ນະຄອນໃຫຍ່ ຄື ຫາຍ​ຟ່ອງ, ນະຄອນ ​ໂຮ່ຈິ​ມີນ, ດາ​ຫນັງ ຍັງ​ຄົງ​ແມ່ນ​ບັນຫາ​ຊຶ່ງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ພວມ​ຄິດ​ໄລ່​ຊັ່ງ​ຊາ ​ເມື່ອ​ລົງທຶນ​ເຂົ້າ​ຫວຽດນາມ​. ​ແລະ​ການ​ເຊື່ອມ​ຕໍ່​ລະຫວ່າງ​ລະບົບ​ທ່າ​ກຳ​ປັ່ນ​ກັບສາຍທາງຫຼວງ ​ແລະ ລະບົບ​ທາງ​ລົດ​ໄຟ​ກັບ ລະບົບ logicstic.“

​        ​ໃນ​ຂົງ​ເຂດ​ກະສິກຳ​ຊົນນະບົດ, ທ່ານ ຮ່ວາງ​ວັນ​ທັ໋ງ ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ຖື​ວ່າ ຫວຽດນາມ​ຄວນ​ມີ​ການ​ຫນູນ​ຊ່ວຍ ​ເພື່ອ​ສ້າງ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ລະດົມ​​ກຳລັງ​ແຮງ​ຂອງ​ສັງຄົມ​ເພື່ອ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ​ຊົນນະບົດ.

“ຫວຽດນາມ ປາດ​ຖະຫນາ​ຢາກ​ມີ​ການ​ຫນູນ​ຊ່ວຍ ​ເພື່ອ​ເຮັດ​ແນວ​ໃດວາງ​ອອກ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ທ່ີ​ສາມາດ​ລະດົມ​ແຫ​ລ່ງກຳລັງ​ຈາກ​ສັງຄົມ​ໄດ້​ຫລາຍ​ກວ່າ​​ໃຫ້​ແກ່​ຂົງ​ເຂດ​ກະສິກຳ ຊົນນະບົດ. ຮຽກ​ຮ້ອງ​ໃຫ້​ບັນດາ​ກຸ່ມ​ບໍ​ລິ​ສັດ​ທົ່ວ​ໂລກ​ສາມາດ​ຍນຳ​ພວກ​ເຮົາ​ເຂົ້າ​ໃນ​ລະບົບການ​ປູກຝັງ,​ ການ​ຜະລິດຂອງ​ໂລກ ຫລື ພຽງ​​ແຕ່​ລະດົມ​ທົ່ວ​ສັງຄົມ ​ແລະ ບັນດາ​​ແຫ​ລ່ງກຳ​ລັງ​ແຮງຈາກສາກົນ ຈຶ່ງ​ສາມາດ​ກໍ່ສ້າງ​ຊົນນະບົດ​ໃຫມ່​​​ໄດ້.

        ຕາມ​ການ​ຄາດ​ຄ​ະ​ເນ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ​ແລ້ວ, ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ໄລຍະ 5 ປີ, 10 ປີ, ​​ໃນໄລຍະ​ຈະ​ມາ​ເຖິງ ຫວຽດນາມ ຕ້ອງການ​ແຫ​ລ່ງກຳລັງ​ແຮງ​ຫລາຍ. ທ່ານ ກາວ​ຫວຽດຊິງ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໃຫ້​ຮູ້​ວ່າ: ຄວາມ​ຕ້ອງການ​ດ້ານ​ທຶນຮອນ​ຂອງຫວຽດນາມ​ໃນ​ໄລຍະ 10 ປີ ຄື​ແຕ່​ປີ 2011 - 2020 ​ແມ່ນ​ເກືອບ 700 - 750 USD, ​ໃນ​ນັ້ນ​ແຕ່​ປີ 2011 - 2015 ​ແມ່ນ​ປະມານ 250 - 260 ຕຶ້ USD.

        “ຖ້າ​ຫາກ​ອີງ​ໃສ່​ແຫ​ລ່ງທຶນຂອງ​ລັດ, ​ແຫ​ລ່ງທຶນ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ພວກ​ເຮົາ​ຈະ​ບໍ່​ປະສົບ​ຜົນສຳ​ເລັດ​ໄດ້. ແຫ​ລ່ງກຳລັງ​ແຮງ​ຈາກ​ຕ່າງປະ​ເທດ​ແມ່ນ​ມີ​ຄວາມສຳຄັນ​ໃນ​ການ​ປະຕິບັດ​ແຜນການ​ທີ່​ໄດ້​ວາງ​ອອກ​​ໃນໄລຍະ  5 ປີ ​ແລະ 10 ປີ, ດັ່ງ​ນັ້ນຮຽກຮ້ອງ​ບັນດາ​ນັກ​ອຸປະ​ຖຳ ​ແລະ ທະນາຄານ​ໂລກ​ຫນູນ​ຊ່ວຍ​ຫວຽດນາມ ​ເຮັດ​ແນວ​ໃດ​​ໃຫ້​ມີຄຳ​ໝັ້ນ​ສັນຍາ​ອຸປະຖຳ​ເງິນ​ປະມານ 30 - 35 ຕຶ້ USD, ​ແລະ​ສູ້​ຊົນ​ປ່ອຍ​ເງິນ​​ເຫຼົ່າ​ນັ້ນໃຫ້​ໄດ້ 2/3 ​ໃນ​ໄລຍະ 5 ປີ​ຈະ​ມາ​ເຖິງ​. ປະຈຸ​ບັນ ມີ​ຫລາຍ​ປະ​ເທດຄູ່​ຮ່ວມ​ມືພວມ​ສ້າງ​ຍຸດ​ທະ​ສາດ​ຮ່ວມ​ມື​ຫນູນ​ຊ່ວຍ​ຫວຽດນາມ ປະຕິບັດ​ແຜນການ 5 ປີ, 10 ປີ ​ໃຫ້ສຳ​ເລັດ. ຫວຽດນາມ ພວມ​ວາງ​ຍຸດ​ທະ​ສາດດຶງ​ດູດ​ທຶນ ODA ​ໃນ​ໄລຍະ 5 ປີ 2011 -2015.“

​ໃນ​ໄລຍະ​ຜ່ານ​ມາ, ​ເລື່ອງ​ນຳ​ໃຊ້​ທຶນ​ຊ່ວຍ​ເຫລືອ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ມີ​ປະສິດທິ​ຜົນ. ຈຳ​ນວນ​ທຶນ​ອຸປະຖຳ 7,4 ຕຶ້ USD ທີ່​ໝັ້ນ​ໝາຍ​ໃນສະ​ໄໝ​ປະ​ຊຸມ CG 2011 ນັ້ນ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ນັກ​ອຸປະຖຳ​ທີ່​ມີ​ຕໍ່ ຫວຽດນາມ.​​ ແຕ່​ເມື່ອ​ຫວຽດນາມ ​ໄດ້​ຫັນ​​​ໄປ​ສູ່​ລະດັບພັດທະນາໃຫມ່, ຖ້າ​ຫາກ​ບໍ່​ມີ​ວິ​ທີ​ການ​ນຳ​ໃຊ້​ບັນດາ​ແຫ​ລ່ງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ​ແລະ ປ່ອຍ  ​ແຫ​ລ່ງທຶນ​ກູ້​ຢືມ​ຢ່າງ​ວ່ອງ​ໄວ​ກວ່າ,  ​ແມ່ນຍາກ​ທີ່ຈະ​ຮຽກຮ້ອງ​ແຫ​ລ່ງທຶນ​ຫນູນ​ຊ່ວຍ​ຈາກ​ບັນດາ​ນັກ​ອຸປະ​ຖຳ​ໄດ້. ທ່ານ Tsuno Motonori ຫົວຫນ້າ​ ​ອົງການຕາງຫນ້າ​ຮ່ວມ​ມື​ສາກົນ​ຍີ່​ປຸ່ນ, ຊຶ່ງ​ແມ່ນ​ປະ​ເທດ​ນຳ​ຫນ້າ​ໃນ​ການ​ຫນູນ​ຊ່ວຍ​ທຶນ ODA ​ໃຫ້​ແກ່​ຫວຽດນາມ​ໃຫ້​ຮູ້​ວ່າ: ປີ 2011 ຫວຽດນາມ ​ໄດ້​ປ່ອຍ​ເງິນ 900 ​ລ້ານເຢັນ ຊຶ່ງ​ແມ່ນທຶນ ODA ຂອງ​ຍີ່​ປຸ່ນ. ສະ​ນັ້ນ ​ໃນ​ປີ 2012 ທຶນ ODA ຂອງ​ຍີ່​ປຸ່ນ ທີ່ສະຫງວນ​ໃຫ້​ແກ່​ຫວຽດນາມ ​ຈະແມ່ນ 1,9 ຕຶ້ USD ​ແລະ ອາດ​ຈະ​ເພ​ີ່ມຂຶ້ນ​ອີກ. ທ່ານ Tsuno Motonori ​​ເວົ້າ​ວ່າ:

    “ພາຍຫລັງ​ແຜ່ນດິນ​ໄຫວ, ຄຶ້ນຟອງ​ຍັກ​ເກີດ​ຂຶ້ນ, ວຽກ​ງານ​ສ້າງ​ສາ​ປະ​ເທດ​ຊາດ​ຄືນ​ໃຫມ່​ຂອງ​ຍີ່​ປຸ່ນ​ແມ່ນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ຍີ່​ປຸ່ນ, ສະ​ນັ້ນ ລັດຖະບານ​ຍີ່​ປຸ່ນ ກຳນົດ​ວ່າ ຈະ​ສືບ​ຕໍ່​ຫນູນ​ຊ່ວຍ​ຫວຽດນາມ. ສິ່ງ​ດັ່ງກ່າວ​ແມ່ນ​ສອດຄ່ອງ​ກັບ​ກຳນົດ​ທິດ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຊຶ່ງ​ລັດຖະບານ​ສອງ​ປະ​ເທດ​ໄດ້​ຮັບ​ຮູ້. ປີ​ກາຍ​ນີ້ ຫວຽດນາມ ​ແມ່ນປະ​ເທດ​ທີ່ມີ​ລາຍຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​​ໃນລະດັບ​ປານ​ກາງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ນີ້​ພຽງ​ແຕ່​ແມ່ນ​ບາດກ້າວ​ທຳ​ອິດ. ​ໃນ​ໄລຍະ​ຈະມ​າ​ເຖິງ ພ້ອມ​ກັບ​ການ​ຫັນ​ເປັນ​ການ​ຄ້າ​ເສລີ​ໃນ​ພາກ​ພື້ນ, ​ເພື່ອ​ຫວຽດນາມ ມີ​ຄວາມ​ແກ້ງ​ແຍ້​ງ, ທັດ​ທຽມ​ກັບ​ປະ​ເທດ​ຈຳນວນ​ຫນຶ່ງ​ໃນ​ພາກ​ພື້ນ ຍັງ​ມີ​ຫລາຍ​ວຽກ​ງານ​ຈະຕ້ອງ​ເຮັດ, ​ໃນ​ນັ້ນ ​ມີເລື່ອງ​ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ, ພິ​ເສດ ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ເພື່ອ​ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າມາ​ລົງທຶນ. ສະ​ນັ້ນ ຍີ່​ປຸ່ນ ຈະ​ສືບ​ຕໍ່​ຫນູນ​ຊ່ວຍ​ຫວຽດນາມ​ໃນ​ໄລຍະ​ຈະ​ມາ​ເຖິງ. ພິ​ເສດ ​ເພື່ອ​ໃຫ້​ສອດ​ຄອ່ງກັບ​ຂອບ​ຂະຫນາດ​ໃຫ່ຍກວ່າ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​, ຍີ່​ປຸ່ນ ພວມ​ພ້ອມ​ກັບ​ລັດຖະບານ​ຫວຽດນາມ ສ້າງ​ສຳ​​ເລັດ​ລະບອບ, ນະ​ໂຍບາຍ​, ຍູ້​ແຮງ​ຮູບ​ການ​ຮ່ວມ​ມື ພາກລັດ ​ແລະ ​ເອກະ​ຊົນ ​ໃນ​ຂົງ​ເຂດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ.“

    ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ການ​ປ່ອຍ​ທຶນ ODA ຂອງ​ຫວຽດນາມ ຍາມ​ໃດ​ກໍ​ໃນ​ລະດັບ​ສູງ, ປີ 2010 ປ່ອຍ​ເງິນ​ໄດ້​ເກືອ​ຍ  3 ຕຶ້ USD ​ແລະ ປີ 2011 ນີ້ ຄາດ​ວ່າ ປ່ອຍ​ເງິນ​ໄດ້ເກືອ​ຍ 3,65 ຕຶ້ USD. ​ເປັນ​ອັນວ່າ ​ໄລ່​ມາ​ຮອດ​ປີ 2011 ຈຳນວນ​ທຶນ ODA ຊຶ່ງຫວຽດນາມ ປ່ອຍ​ເງິນ​ໄດ້​​ແມ່ນ​ປະມານ 33,4 ຕຶ້ USD, ກວມ 61% ຍອດ​ຈຳນວນ​ທຶນ ODA ທີ່​ໄດ້​ລົງ​ນາມ. ນີ້​ແມ່ນ​ຕົວ​ເລກ​ບໍ່​ແມ່ນ​ຫນ້ອຍ ​​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ປ່ອຍ​ເງິນ​​ໃຫ້ໄດ້ນັ້ນ​ແມ່ນ ຕ້ອງ​ສືບ​ຕໍ່​ສ້າງ​ໃຫ້​ສົມບູນ​ແບບ. ນີ້​ແມ່ນ​ບັນຫາ​ເຊິ່ງ​ ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ ຄວນ​​ເອົາ​ໃຈ​ໃສ່​​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ດຶງ​ດູດ​ທຶນ ODA ​ໄລຍະ 2011 - 2015./.

ຫວີງຟອງ

ຕອບກັບ

ຂ່າວ/ບົດ​ອື່ນ