ທ່າກຳປັ່ນ ຫາຍຟ່ອງ ຫັນເປັນດິຈີຕອນເພື່ອຍົກສູງກຳລັງຄວາມສາມາດການຂຸດຄົ້ນ

(VOVWORLD) - ພ້ອມກັບເລື່ອງລົງທຶນອຸປະກອນທັນສະໄຫມ, ໝູນໃຊ້ດິຈີຕອນເພື່ອຍົກສູງກຳລັງຄວາມສາມາດຂຸດຄົ້ນ, ບັນດາທ່າກຳປັ່ນ ຢູ່ ຫາຍຟ່ອງ ໄດ້ເປີດຫລາຍການບໍລິການໃຫມ່, ເຊື່ອມຕໍ່ໂດຍກົງເພື່ອໃຫ້ສິນຄ້າຫວຽດນາມ ໄປຍັງທຸກຕະຫລາດສາກົນໃຫ້ສະດວກກວ່າ. ດ້ວຍການເຄື່ອນໄຫວນີ້ ທ່າກຳປັ່ນ ຫາຍຟ່ອງ ນັບມື້ນັບຢັ້ງຢືນທີ່ຕັ້ງເປັນປະຕູອອກສູ່ທະເລຂອງບັນດາແຂວງທາງພາກເຫນືອ ແລະ ແມ່ນຈຸດສຸມເສດຖະກິດທະເລຂອງທົ່ວປະເທດ.

ທ່າກຳປັ່ນ ຫາຍຟ່ອງ ຫັນເປັນດິຈີຕອນເພື່ອຍົກສູງກຳລັງຄວາມສາມາດການຂຸດຄົ້ນ - ảnh 1ທ່າກຳປັ່ນ ເຕີນຫວູ ບັນລຸຄາດໝາຍວາງອອກກ່ອນການກຳນົດເວລາ 45 ວັນ. (ພາບ: VOV)

 ຫນຶ່ງໃນບັນດາມາດຕະການເພື່ອໃຫ້ບໍລິສັດຫຸ້ນສ່ວນທ່າກຳປັ່ນ ຫາຍຟ່ອງ ບັນລຸລະດັບເຕີບໂຕທີ່ຫນ້າປະທັບໃຈໃນປີ 2022 ແມ່ນການໝູນໃຊ້ການຫັນເປັນດິຈີຕອນໃນການເຄື່ອນໄຫວ. ນັບແຕ່ຕົ້ນປີ ທ່າກຳປັ່ນ ຫາຍຟ່ອງ ໄດ້ຜັນຂະຫຍາຍ 100% ການບໍລິການ “ທ່າກຳປັ່ນເອເລັກໂຕນິກ ePort" ຢູ່ ທ່າກຳປັ່ນເຕີນຫວູ; ເບື້ອງຕົ້ນກໍ່ໄດ້ຂຸດຄົ້ນ “Smart Gate” ເພື່ອຊ່ວຍເພີ່ມສະມັດຕະພາບ ແລະ ມີຄວາມສະດວກສຳລັບບັນດາທ່າກຳປັ່ນກໍ່ຄືວິສາຫະກິດຂົນສົ່ງ.

ປີ 2022 ແມ່ນປີທີສາມຢ່າງຕໍ່ເນື່ອງ, ບໍລິສັດຫຸ້ນສ່ວນທ່າກຳປັ່ນ ຫາຍຟ່ອງ ໄດ້ຈັດເຂົ້າໃນ TOP 5 ບໍລິສັດມີອິດທິພົນຊື່ສຽງຂະແຫນງ  Logistic. ທ່ານ ຈູມິງຮ່ວາງ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ທ່າກຳປັ່ນ ຫາຍຟ່ອງ ໃຫ້ຮູ້ວ່າ: ເພື່ອປະຕິບັດຄວາມຄາດຫວັງ “ບືນຕົວຂຶ້ນອອກສູ່ທະເລໃຫຍ່”, ບໍລິສັດໄດ້ມີຄວາມເອົາໃຈໃສ່ຫັນປ່ຽນຢ່າງຮອບດ້ານ, ມຸ່ງໄປເຖິງທ່າກຳປັ່ນຂຽວ, ອັດສະລິຍະ.

  ນອກຈາກ  E-port ແລະ ລະບົບ Smartgate ແລ້ວ, ບັນດາວຽກງານຄຸ້ມຄອງ, ບໍລິຫານພາຫະນະ, ອຸປະກອນ, ບຸກຄະລາກອນ ໃນທ່າກຳປັ່ນ ກໍໄດ້ຫັນເປັນດິຈີຕອນ. ພວກຂ້າພະເຈົ້າຍັງປະຕິບັດການຄຸ້ມຄອງຜ່ານລະບົບ ແລະ  app ສະຫງວນໃຫ້ພະນັກງານ ກຳມະກອນ ກໍ່ຄືໃຫ້ຜູ້ເຂົ້າຮ່ວມລະບົບນຳໃຊ້ບັນດາການບໍລິການ. ການແລກປ່ຽນຂໍ້ມູນ ແລະ ຕອບຂໍ້ຂ້ອງໃຈຂອງລູກຄ້າ ກໍລ້ວນແຕ່ແມ່ນອັດຕະໂນມັດ, ນຳໃຊ້ລະບົບ chatbox ແລະ AI ເພື່ອຕອບຄຳຖາມຂອງລູກຄ້າ.

ມີທ່າກຳປັ່ນອື່ນຫລາຍແຫ່ງຢູ່ ຫາຍຟ່ອງ ກໍ່ບັນລຸປະລິມານການຜະລິດ ແລະ ການເຕີບໂຕສູງ. ໃນປີ 2022 ທ່າກຳປັ່ນ Container ສາກົນເຕີນກ໋າງ ຫາຍຟ່ອງ ຕ້ອນຮັບບັນດາຖ້ຽວກຳປັ່ນ “ທີ່ມີນ້ຳຫນັກບັນທຸກສູງສຸດ”, ເປີດສາຍການບໍລິການໃຫມ່ຂ້າມປາຊີຟິກໄປໂດຍກົງເຖິງຝັ່ງຕາເວັນຕົກ ອາເມລິກາ. ພັນໂທ ດວ່ານຫາຍຕວນ, ປະທານສະພາສະມາຊິກທ່າກຳປັ່ນ Container ສາກົນ ເຕີນກ໋າງ ຫາຍຟ່ອງ ຢັ້ງຢືນວ່າ:

         “ເຫດການບັນລຸ  1 ລ້ານ TEU ສິນຄ້າ ໄດ້ສ້າງຂີດໝາຍສຳຄັນໃນວິວັດການ 5 ປີແຫ່ງການຂຸດຄົ້ນຂອງທ່າກຳປັ່ນ Container ສາກົນ ເຕີນກ໋າງ ຫາຍຟ່ອງ. ນັ້ນແມ່ນການພິສູດໃຫ້ເຫັນຄວາມເຊື່ອໝັ້ນຂອງບັນດາບໍລິສັດກຳປັ່ນເມື່ອນຳກຳປັ່ນການບໍລິການມີຫນ້ຳຫນັກຫລາຍ ແລະ ປະລິມານການຜະລິດສູງ ແລະ ກໍ່ເປັນການພິສູດໃຫ້ເຫັນກຳລັງຄວາມດຶງດູດການລົງທຶນຂອງນະຄອນ ຫາຍຟ່ອງ ແລະ ບັນດາແຂວງ ພາກເຫນືອ”.

ທ່າກຳປັ່ນ ຫາຍຟ່ອງ ຫັນເປັນດິຈີຕອນເພື່ອຍົກສູງກຳລັງຄວາມສາມາດການຂຸດຄົ້ນ - ảnh 2ທ່າກຳປັ່ນ ຫາຍຟ່ອງ ຜັນຂະຫຍາຍ 100% ບໍລິການ "ທ່າກຳປັ່ນເອເລັກໂຕນິກ ePort" .(ພາບ:VOV)

ໂດຍປະຕິບັດການວາງແຜນຜັງລະອຽດ ທ່າກຳປັນທະເລຮອດປີ 2020, ການກຳນົດທິດຮອດປີ 2030, ນອກຈາກທ່າກຳປັ່ນເລກ 1, 2 ຂອງ Container ສາກົນ ເຕີນກ໋າງ ທີ່ໄດ້ນຳເຂົ້າເຄື່ອນໄຫວແລ້ວ, ໃນປີ 2022 ນະຄອນ ຫາຍຟ່ອງ ພ້ອມກັບບັນດານັກລົງທຶນ ກໍຍູ້ໄວຄວາມຄຶບຫນ້າການພັດທະນາທ່າກຳປັ່ນ ແລກຫວ້ຽນ ໃນກຸ່ມທ່າກຳປັ່ນ ຫາຍຟ່ອງ ເປັນ “ກຸ່ມທ່າກຳປັ່ນທັນສະໄຫມ, ຕອບສະຫນອງບົດບາດແມ່ນທ່າກຳປັ່ນປະຕູສາກົນ, ສົມທົບກັບການຮັບໃຊ້ເປົ້າໝາຍທາງຜ່ານສາກົນ”.  ທ່ານ ຮ່ວາງດິງຕວັນ, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Hateco ໃຫ້ຮູ້ວ່າ:

 “ທ່າກຳປັ່ນ ແລກຫວ້ຽນ ແມ່ນທ່າກຳປັ່ນປະຕູສາກົນ ນອນໃນກຸ່ມທ່າກຳປັ່ນມີຂອບຂະຫນາດພິເສດ. ເລື່ອງນຳບັນດາທ່າກຳປັ່ນເຂົ້າເຄື່ອນໄຫວຈະປະກອບສ່ວນສ້າງສຳເລັດເປົ້າໝາຍໃນຍຸດທະສາດພັດທະນາເສດຖະກິດທະເລ, ຮັບປະກັນອະທິປະໄຕແຫ່ງຊາດບົນທະເລ, ປະກອບສ່ວນສຳຄັນເຂົ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ, ນຳສິນຄ້ານຳເຂົ້າສົ່ງອອກຂອງພາກເຫນືອໄປເຖິງ ເອີລົບ, ອາເມລິກາ.. ຮັບປະກັນການຂຸດຄົ້ນທ່າໄດ້ປຽບຢ່າງສຸດຂີດກ່ຽວກັບເງື່ອນໄຂທຳມະຊາດ ທີ່ຕັ້ງພູມສາດເພື່ອພັດທະນາເຂດເສດຖະກິດ ດີ່ງຫວູ ຊຸກຍູ້ເສດຖະກິດສັງຄົມນະຄອນ ຫາຍຟ່ອງ ເວົ້າສະເພາະ ແລະ ພາກເຫນືອເວົ້າລວມ.

ເຖິງວ່າ ທັງປີ 2022 ຖືກຜົນສະທ້ອນບໍ່ແມ່ນຫນ້ອຍຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ປະລິມານສິນຄ້າຜ່ານທ່າກຳປັ່ນ ຫາຍຟ່ອງ ຍັງຄົງບັນລຸ 168 ລ້ານໂຕນ, ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ພ້ອມກັບທ່າກຳປັ່ນທະເລນະຄອນ ໂຮ່ຈີມິນ ແລະ ທ່າກຳປັ່ນ ກາຍແມັບ (ບ່າເຣ້ຍ ຫວູງເຕົາ) ທ່າກຳປັ່ນ ຫາຍຟ່ອງ ພວມຢືນໃນ TOP 100 ທ່າກຳປັ່ນ container ທີ່ມີປະລິມານສິນຄ້າເຮັດລະບຽບການພາສີຜ່ານທ່າກຳປັ່ນຫລາຍສຸດໃນໂລກ ຕາມການຈັດອັນດັບຂອງວາລະສານສະເພາະຂະແຫນງການເດີນເຮືອ Lloyd’s List ຂອງອັງກິດ. ດ້ວຍການສ້າງສຳເລັດແຜນຜັງ ແລະ ກໍ່ສ້າງບັນດາເຂດ logistics ຈຸດສຸມ, ມີຂອບຂະຫນາດໃຫຍ່, ຕິດພັນກັບລະບົບທ່າກຳປັ່ນ ໃນໄລຍະຈະມາເຖິງ, ຫາຍຟ່ອງ ຈະກາຍເປັນທ່າກຳປັ່ນສຳຄັນໃນລະບົບບັນດາທ່າກ່ຳປັນສາກົນ ແລະ ພາກພື້ນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ