ທາໂກເຈື່ອງຫາຍຈູລາຍ - ວິສາຫະກິດທີ່ປະສົບຜົນສຳເລັດທີ່ສຸດຢູ່ແຂວງກວາງນາມ

(VOVWORLD) -14 ປີນັບແຕ່ນາຍົກລັດຖະມົນຕີເຊັນຕົກລົງສ້າງຕັ້ງເຂດເສດຖະກິດເປີດຈູລາຍ, ມີໂຮງຈັກໂຮງງານຫຼາຍແຫ່ງໄດ້ຮັບການສ້າງຕັ້ງ, ເຮັດໃຫ້ເຂດທີ່ຫວ່າງເປົ່ານີ້ ກ່າຍເປັນເຂດເສດຖະກິດຈຸດສຸມຂອງພາກກາງ. ໂດຍແມ່ນໜຶ່ງໃນບັນດາວິສາຫະກິດທຳອິດທີ່ມາລົງທຶນຢູ່ເຂດເສດຖະກິດເປີດຈູລາຍ, ແຂວງກວາງນາມ, ມາຮອດປະຈຸບັນ, ທາໂກເຈື່ອງຫາຍຈູລາຍ ໄດ້ພັດທະນາຢ່າງແຮງ, ກາຍເປັນໜ່ວຍປະກອບລົດໂອໂຕໃຫຍ່ຂອງຫວຽດນາມ.
ທາໂກເຈື່ອງຫາຍຈູລາຍ - ວິສາຫະກິດທີ່ປະສົບຜົນສຳເລັດທີ່ສຸດຢູ່ແຂວງກວາງນາມ - ảnh 1 (ພາບອີນເຕີແນັດ)

ປີ 2003, ເຂດເສດຖະກິດເປີດຈູລາຍ ພຽງແຕ່ແມ່ນເຂດດິນທີ່ເປົ່າຫວ່າງ, ແຕ່ ທາໂກເຈື່ອງຫາຍຈູລາຍ ຍັງຄົງຕັດສິນໃຈກໍ່ສ້າງໂຮງງານ. ນີ້ກໍ່ແມ່ນພື້ນຖານເພື່ອກາຍເປັນໂຮງງານຜະລິດ, ປະກອບລົດໂອໂຕທີ່ໃຫຍ່ໂຕ ແລະ ພັດທະນາແບບຍືນຍົງຢູ່ກວາງນາມ. ທ່ານ ຟ້າມວັນຕ່າຍ, ຮອງຜູ້ອຳນວຍການໃຫຍ່ຜູ້ປະຈຳການບໍລິສັດຫຸ້ນສ່ວນລົດໂອໂຕ ເຈື່ອງຫາຍ, ໃຫ້ຮູ້ວ່າ.

        “ກ່ອນໜ້ານີ້ 14 ປີ, ພວກຂ້າພະເຈົ້າໄດ້ຊອກຮູ້ ແລະ ຕົກລົງລົງທຶນເຂົ້າເຂດດິນແດນຈູລາຍ, ຍ້ອນຢູ່ທີ່ນີ້ເໝາະສົມກັບຍຸດທະສາດພັດທະນາຂອງ ທາໂກ. ຍິ່ງກວ່ານັ້ນອີກ, ພວກຂ້າພະເຈົ້າໄດ້ຮັບຄຳເຊີນໃຫ້ມາລົງທຶນຂອງອຳນາດການປົກຄອງແຂວງກວາງນາມ. ໃນຄາວນັ້ນ, ຈູລາຍ ແມ່ນເຂດເສດຖະກິດເປີດແຫ່ງທຳອິດຂອງຫວຽດນາມ ດ້ວຍນະໂຍບາຍບຸລິມະສິດທີ່ດີຫຼາຍຢ່າງເມື່ອທຽບໃສ່ບັນດາເຂດເສດຖະກິດອື່ນໆ. ຈູລາຍ ມີເນື້ອທີ່ດີນທີ່ກວ້າງໃຫຍ່ ເໝາະສົມກັບ ເຈື່ອງຫາຍ ເພື່ອພັດທະນາຂະແໜງອຸດສາຫະກຳລົດໂອໂຕ ແລະ ອຸດສາຫະກຳສຳຮອງໃຫ້ລົດໂອໂຕ”.

        ດ້ວຍວິໄສທັດຍຸດທະສາດ, ຄາດຄະເນໄດ້ທ່າອ່ຽງພັດທະນາຂອງຕະຫຼາດລົດໃຫຍ່ຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ປະຈຸບັນຜະລິດຕະພັນຂອງບໍລິສັດຫຸ້ນສ່ວນລົດໂອໂຕ ເຈື່ອງຫາຍ ພວມນຳໜ້າ ຕະຫຼາດລົດໂອໂຕຢູ່ຫວຽດນາມ. ປີ 2016 ຜ່ານມາ, ເຈື່ອງຫາຍ ໄດ້ປະກອບເຂົ້າງົບປະມານຂອງແຂວງກວາງນາມ ຫຼາຍກວ່າ 14 ຕື້ດົ່ງ, ກວມເອົາເກືອບ 70% ຍອດລາຍຮັບງົບປະມາຂອງແຂວງ.

        ເພື່ອຍົກສູງກຳລັງແກ່ງແຍ້ງ, ໃນສະພາບກ່ຽມພ້ອມການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກ, ໂດຍສະເພາະແມ່ນບັນດາສັນຍາການຄ້າເສລີລຸ້ນໃໝ່ທີ່ໃກ້ຈະມີຜົນສັກສິດ, ບໍລິສັດໄດ້ສ້າງຄາດໝາຍຍຸດທະສາດໃຫ້ກາຍເປັນກຸ່ມບໍລິສັດອຸດສາຫະກຳຫຼາຍຂະແໜງ ແລະ ວິສາຫະກິດຫວຽດນາມ ແຖວໜ້າໃນພາກພື້ນອາຊຽນ. ໃນນັ້ນ, ຫົວໜ່ວຍສູມໃສ່ເຂົ້າໃນການລົງທຶນກໍ່ສ້າງເຂດອຸດສາຫະກຳກົນຈັກລົດໂອໂຕ ຈູລາຍ - ເຈື່ອງຫາຍ, ດ້ວຍບັນດາວິທີຮ່ວມທຸລະກິດ, ຮ່ວມສຳພັນ, ຮ່ວມມືກັບບັນດາຄູ່ຮ່ວມມືມີເຕັກໂນໂລຊີທີ່ເໝາະສົມ; ຍູ້ແຮງການຖ່າຍທອດເຕັກໂນໂລຊີ; ລົງທຶນພັດທະນາອຸດສາຫະກຳໜູນຊ່ວຍຕາມທິດເພີ່ມອັດຕານຳໃຊ້ເຕັກໂນໂລຊີ ແລະ ຜະລິດຕະພັນພາຍໃນປະເທດ… ທ່ານ ຟ້າມວັນຕ່າຍ, ຮອງຜູ້ອຳນວຍການໃຫຍ່ຜູ້ປະຈຳການບໍລິສັດຫຸ້ນສ່ວນລົດໂອໂຕ ເຈື່ອງຫາຍ, ໃຫ້ຮູ້ຕື່ມອີກວ່າ.

        “ການນຳ, ຜູ້ຄຸມຄ້ອງຂອງ ທາໂກເຈື່ອງຫາຍ ທຸກຄົນ ລ້ວນແຕ່ຄິດວ່າ ຕ້ອງເຮັດແນວໃດເພື່ອຫຼຸດຜ່ອນບັນດາລາຍຈ່າຍທີ່ຟຸມເຟືອຍ, ຫຼຸດຜ່ອນລາຄາໃຫ້ຜູ້ອຸປະໂພກ. ຍ້ອນເຂົ້າເປັນສະມາຊິກເຊື່ອມໂຍງເຂົ້າກັບສາກົນສະນັ້ນພາສີຕ້ອງຫຼຸດລົງ, ພິເສດໃນປີ 2018 ອັດຕາພາສີແມ່ນ 0%. ເມື່ອຫຼຸດຜ່ອນລາຄາລົງ, ພວກຂ້າພະເຈົ້າຈະຕ້ອງເພີ່ມອັດຕານຳໃຊ້ຜະລິດພາຍໃນປະເທດ. ນັ້ນກໍ່ແມ່ນຄວາມຫວັງຂອງລັດຖະບານ. ເພື່ອເພີ່ມອັດຕາການນຳໃຊ້ຜະລິດຢູ່ພາຍໃນປະເທດຂຶ້ນ ພວກຂ້າພະເຈົ້າຕ້ອງປ່ຽນໃໝ່ເຕັກໂນໂລຊີ, ຮ່ວມທຸລະກິດ, ຮ່ວມສຳພັນ, ໂດຍສະເພາະແມ່ນກັບບັນດາບໍລິສັດໃຫຍ່ ເພື່ອເມື່ອເຂົາເຈົ້າມານີ້ເພື່ອຖ່າຍທອດເຕັກໂນໂລຊີພວກເຮົາຕ້ອງຮັບຮູ້ໄດ້, ແລ້ວຫັນເປັນຂອງຕົນ ຫຼັງຈາກນັ້ນຈະຜະລິດດ້ວຍຈຳນວນຫຼວງຫຼາຍ, ເຂົ້າຮ່ວມຕະຫຼາດສົ່ງອອກຂອງບັນດາຄູ່ຮ່ວມທຸລະກິດເອງ”.

        ບໍລິສັດຫຸ້ນສ່ວນລົດໂອໂຕ ເຈື່ອງຫາຍ ໄດ້ປະກອບສ່ວນສ້າງການປ່ຽນແປງໃໝ່ຢູ່ເຂດດິນແດນ ຈູລາຍ, ເມືອງ ນຸຍແທ່ງ, ແກ້ໄຂວຽກເຮັດງານທຳໃຫ້ຄົນງານນັບພັນຄົນໃນບໍລິເວນແຂວງ. ທ່ານ ດິງວັນທູ, ປະທານຄະນະກຳມະການປະຊາຊົນແຂວງກວາງນາມ, ໃຫ້ຮູ້ວ່າ: ແຂວງ ກວາງນາມ ພວມຜັນຂະຫຍາຍການກໍ່ສ້າງເຂດອຸດສາຫະກຳກົນຈັກລົດໂອໂຕ ຈູລາຍ - ເຈື່ອງຫາຍ ໃຫ້ກາຍເປັນສູນຜະລິດລົດໂອໂຕ ແລະ ເຄື່ອງອາໄລ່ໃນລະດັບພາກພື້ນ; ພ້ອມທັງແມ່ນສູນກົນຈັກຫຼາຍຂະແໜງຢູ່ພາກກາງ ເພື່ອສ້າງການປ່ຽນແປງເຂດເສດຖະກິດເປີດ ຈູລາຍ ຢ່າງແຮງ, ປະກອບສ່ວນເຊື້ອເຊີນ, ດຶງດູດການລົງທຶນ; ເຮັດໃຫ້ແຂວງກວາງນາມ ກາຍເປັນແຂວງອຸດສາຫະກຳ ໃນປີ 2020.

        “ນັບແຕ່ວັນສ້າງຕັ້ງ ຈູລາຍ, ໃນເບື້ອງຕົ້ນ ເຈື່ອງຫາຍ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ມາຮອດປະຈຸບັນ, ເຈື່ອງຫາຍຈູລາຍ ໄດ້ປະສົບຜົນສຳເລັດໃນບໍລິເວນແຂວງ ດ້ວຍຂະແໜງອາຊີບຜະລິດເຄື່ອງອາໄລ່, ປະກອບລົດໂອໂຕ. ແຂວງກວາງນາມ ຕີລາຄາສູງຄວາມມານະພະຍາຍາມ, ຄວາມສຸດຈິດສຸດໃຈຂອງ ເຈື່ອງຫາຍ ໃນໄລຍະຜ່ານມາ. ທາໂກ ລົງທຶນຢູ່ແຂວງ ກວາງນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ຍຸດທະສາດພັດທະນາຂະແໜງລົດໂອໂຕ ຫວຽດນາມ ໃນໄລຍະຜ່ານມາ. ແຂວງ ກວາງນາມ ເຊື່ອໝັ້ນຢ່າງແນວແນ່ຕໍ່ຜົນສຳເລັດຂອງວິສາຫະກິດດັ່ງກ່າວ ໃນການກຳນົດທິດພັດທະນາຂະແໜງກົນຈັກລົດໂອໂຕໃນໄລຍະຈະມາເຖິງ”.

        ປີ 2017, ເຈື່ອງຫາຍ ໄດ້ວາງຄາດໝາຍຜະລິດ, ປະກອບລົດໂອໂຕໃຫ້ໄດ້ 117.000 ຄັນ; ປະກອບເຂົ້າງົບປະມານແຂວງກວາງນາມ ໃຫ້ໄດ້ກວ່າ 15.600 ຕື້ດົງ. ທາໂກເຈື່ອງຫາຍ ພວມບືນຕົວຂຶ້ນຢ່າງແຮງ, ນຳຂະແໜງອຸດສາຫະກຳລົດໂອໂຕຫວຽດນາມ ໃຫ້ພັດທະນາໃນອະນາຄົດ, ສົມເປັນວິສາຫະກິດ ແລະ ເຄື່ອງໝາຍການຄ້າໃຫຍ່ແຖວໜ້າຂອງຫວຽດນາມ, ກໍຄືໃນພາກພື້ນອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ