ນັກທຸລະກິດຫນຸ່ມຫວຽດນາມປະກອບສ່ວນພັດທະນາເສດຖະກິດຂອງປະເທດຊາດ

(vovworld)-ປີ 2013, ສະມາຄົມນັກທຸລະກິດ​ຫນຸ່ມ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພີ​ທີ​ສະ​ເຫລີ​ມສະຫລອງ 20 ປີ​ແຫ່ງ​ຂະ​ບວນການ​ນັກທຸລະກິດ​ຫນຸ່ມ​ຫວຽດນາມ ​ແລະ ​ເປັນ​ຂີດ​ໝາຍ 10 ປີ​ແຫ່ງ​ການຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ດາວ​ຄຳແດນ​ຫວຽດ, ຊື່​ງ​ແມ່ນ​ລາງວັນ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ເຄື່ອງໝາຍ​ການ​ຄ້າ​ວິ​ສາ​ຫະກິດຫນຸ່ມ ຫວຽດນາມ ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະ​ກິດ​​ໂລກ. ​

ນັກທຸລະກິດຫນຸ່ມຫວຽດນາມປະກອບສ່ວນພັດທະນາເສດຖະກິດຂອງປະເທດຊາດ - ảnh 1
ພິທີມອບລາງວັນດາວຄຳແດນຫວຽດ
ພາບ:internet

        ​ໂດຍ​ເລີ່​ມມາຈາກສະ​ໂມ​ສອນ​ນັກທຸລະກິດ​ຫນຸ່ມ ດ້ວຍ​ສະມາ​ຊິກ​ໃນ​ເບື້ອງ​ຕົ້ນ​ແມ່ນ 15 ຄົນ, ​ໃນ​ນັ້ນ ​ເປັນຫລັກ​ແຫ​ລ່ງ​ແມ່ນ ສະ​ໂມ​ສອນ​ນັກທຸລະກິດ​ຫນຸ່ມ​ຢູ່ ຮ່າ​ໂນ້ຍ ​ແລະ ສະ​ໂມ​ສອນ​ນັກທຸລະກິດ​ຫນຸ່ມ ​ໂຮ່ຈິ​ມີນ, ສະມາຄົມ​ນັກທຸລະກິດ​ຫນຸ່ມ​ຫວຽດນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2003. ​ໃນ 20 ປີ​ແຫ່ງ​ການ​ເຕີບ​​ໃຫຍ່ ​ແລະ ພັດທະນາ, ມາ​ຮອດ​ປະຈຸ​ບັນ ສະມາຄົມ​ນັກທຸລະກິດ​ຫນຸ່ມຫວຽດນາມ ​ໄດ້​ມີການ​ເຄື່ອນ​ໄຫວ​ຢູ່ 63 ​ແຂວງ, ນະຄອນ ​ແລະ ​ໄດ້​ເຂົ້າ​ຮ່ວມ​ຫລາຍ​ຂະ​ແຫນງ​ເສດຖະ​ກິດ ດ້ວຍ​ສະມາຊິກ​​ເກືອບ 10.000 ຄົນ. ຄຽງ​ຂ້າງ​ຫ້ອງການ​ສະມາຄົມ​ນັກທຸລະກິດ​ຫນຸ່ມ​ຢູ່ ສູນ​ກາງ, ສະມາຄົມ ​ໄດ້​ສ້າງ​ຕັ້ງ​ບັນດາ​ຫ້ອງການ​ສະ​​ມາ​ຄົມ​ສາຂາຢູ່​ບັນດາທ້ອງ​ຖິ່ນ ​ແລະ ຂະ​ແຫນງ​ການ. ບັນດາ​ວິ​ສາ​ຫະກິດ​ຂອງ​ສະ​ມາ​ຄົມ ​ໄດ້​ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ກວ່າ 2,5 ລ້ານ​​ຄົນ ດ້ວຍ​ຍອດ​ລາຍ​ຮັບ​ແຕ່ລະ​ປີ​ບັນລຸ​ກວ່າ 25 ຕື້ USD. ພິ​ເສດ​ຜ່ານການ​ເຄື່ອນ​ໄຫວ​ໃນ​​ 4 ອາຍຸ​ການຜ່ານມາ, ສະມາຄົມ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ຂອງ​ຖັນ​ແຖວ​ນັກທຸ​ລະກິດ​ຫນຸ່ມ​ສຳລັບ​ອະນາຄົດ​ຂອງ​ປະ​ເທດ​ຊາດ. ການ​ນຳ​​ວິ​ສາ​ຫະກິດຫນຸ່ມລຸ້ນ​ທຳ​ອິດຫລາຍ​ຄົນ ປະຈຸ​ບັນ​ໄດ້​ກາຍ​ເປັນ​ບັນດາວິ​ສາ​ຫະກິດ​ມີ​ຊື່​ສຽງ, ມີ​ເຄື່ອງໝາຍ​ການ​ຄ້າ​ລະດັບ​ຊາດ ​ແລະ ສາກົນ​ຄື: ທ່ານ ​ເຈືອງ​ຢາ​ບິ່ງ ປະທານ​ກຸ່ມ​ບໍລິສັດ FPT, ທ່ານ ຫວໍ​ກວກ​ທັງ, ປະທານ​ສະພາ​ບໍລິຫານ ກຸ່ມ​ບໍລິສັດ ດົງ​ເຕີມ ​ແລະ ທະ​ນາຄາ​ນກຽນ​ລອງ, ທ່ານ ​ເຈີ​ນບາ​ເຢືອງ ປະທານ​ສະພາ​ບໍລິຫານ​ບໍລິສັດ​ຫຸ້ນ​ສ່ວນ​ໂອ​ໂຕ ​ເຈື່ອງ​ຫາຍ ຫລື ທ່ານ​ດັ້ງ​ເລ​ຫງວຽນ​ຫວູ ປະທານ​ສະພາ​ບໍລິຫານ, ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ ກາ​ເຟຈູງ​ງວຽນ. ດ້ວຍ​ກຳລັງ​ແຮງ​ຂອງ​ລຸ້ນຫນຸ່ມ, ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະດິດ​ສ້າງ, ບັນດາ​ນັກທຸລະກິດ​ຫນຸ່ມ​ໄດ້​ສ້າງ​​ບັນດາ​ວິ​ສາ​ຫະກິດ​ຊັ້ນ​ນຳ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະ​ກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ ນັກທຸລະກິດ​ຫນຸ່ມ ຫວຽດນາມ 2013, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນີ​ງ ຊີ້​ແຈ້ງວ່າ:

        “ສະມາຄົມນັກທຸລະກິດ​ຫນຸ່ມ ຫວຽດນາມ ສູ້​ຊົນ​ສືບ​ຕໍ່​ກາຍ​ເປັນ​ອົງການ​ເຕົ້າ​ໂຮມ​ ນັກທຸລະກິດ​ຫນຸ່ມ. ສະມາຄົມ ນັກທຸລະກິດ​ຫນຸ່ມ ຄວນ​ສ້າງ​ຄວາມ​ສາມັກຄີ​ເປັນ​ຫລາຍ​ຮູບ​ການ, ຮ່ວມ​ເດີ​ນທາງ​ກັບນັກທຸລະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ສາມັກຄີກັນ, ມີ​ຫົວຄິດ​ປະດິດ​ສ້າງ​​ ເປັນ​ກຳລັງນຳ​ຫນ້າ​ໃນ​ແນວ​ໂຮມ​ເສດຖະ​ກິດ, ພັດທະນາ​ວິ​ສາ​ຫະກິດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ. ”

        ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ສະມາຄົມ​ນັກທຸລະກິດ​ຫນຸ່ມ​ຫວຽດນາມ, ການ​ມອບລາງວັນ ດາວ​ຄຳ​ແດນ​ຫວຽດ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 1993 ​ເປັນ​ຂີດ​ໝາຍ​​ແຫ່ງບາ​ດກ້າວ​ໃຫມ່​ຂອງ​ບັນດານັກທຸລະກິດ​ຫນຸ່ມ​ຫວຽດນາມ. ສະ​ເພາະ​ໃນ 10 ປີ​ມາ​ນີ້ ການ​ມອບ​ລາງວັນ​ດັ່ງກ່າວ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ກວ່າ 5.400 ​ເຄື່ອງໝາຍ​ການ​ຄ້າ, ຜະລິດ​ຕະພັນ, ​ໃນ​ນັ້ນ​ມີ 1.700 ​ເຄື່ອງໝາຍ​ການ​ຄ້າ, ຜະລິ​ດຕະພັນ​ໄດ້​ຮັບ​ລາງວັນ. ​ນອກ​ນັ້ນ ມີ​ຫລາຍ​ຜະລິດ​ຕະພັນ, ​ເຄື່ອງໝາຍ​ການ​ຄ້າ ຫວຽດນາມ ສາມາດ​ແກ່ງ​ແຍ້​ງກັບ​ສາກົນຕາມ​ມາດຖານ: ຄຸນ​ນະພາ​ບ, ລາຄາ, ​ເຕັກ​ໂນໂລຊີ ​ແລະ ບັນດາ​ບໍລິການ​​ຫລັງ​ການຂາຍ. ທ່ານ ມາຍ​ຫື​ວຕີນ, ປະທານ​ສະມາຄົມ​ນັກທຸລະກິດ​ຫນຸ່ມ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ວາງ​ຄາດໝາຍ ລາງວັນ​ດາວ​ເຫລືອງ​ແດນ​ຫວຽດ ບໍ່​ພຽງ​ແຕ່​ແມ່ນ​ລາງວັນ​ທີ່​ມີ​ຊື່​ສຽງ​ໃນ​ຂອບ​ເຂດ​ຂອງປະ​ເທດ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງກາຍ​ເປັນ​ລາງວັນ​ລະດັບ​ສາ​ກົນ ອີກ​ດ້ວຍ. ​ເພື່ອ​ປະຕິບັດ​ສິ່ງ​ດັ່ງກ່າວ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ຄົ້ນ​ຄ້ວາ​​ເພີ່ມ​ເຕີມບັນດາ​ມາດຖານດີກ​ວ່າ​ເພື່ອ​ໃຫ້​ລາງວັນ​ດາວ​ຄຳ​ແດນ​ຫວຽດມີ​ລັກສະນະ​ທົ່ວ​ໂລກ​ຫລາຍກວ່າ​ໃນ​ອະນາຄົດ.”

        ​​ຊຸມ​ປີ​ມໍ່ໆ​ມາ​ນີ້, ​​ໃນ​ເງື່ອນ​ໄຂ​ທີ່​ຕະຫລາດ​ພາຍ​ໃນ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ​ແຕ່​ວິ​ສາ​ຫະກິດ​ຫນຸ່ມ​ຫລາຍ​ແຫ່ງ​ໄດ້​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ລຸ້ນຫນຸ່ມ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຊອກ​ຫາ​ທິດ​ ​ສົ່ງ​ອອກ, ລົງທຶນ​ອອກ​ສູ່​ຕ່າງປະ​ເທດ, ນຳ​​ເງິນ​ຕາ​ຕ່າງປະ​ເທດ​ມາໃຫ້​​ປະ​ເທດ​ຊາດ ​ແລະ ຈາກ​ນັ້ນ​ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​ຜະລິ​ດຕະພັນ​ຂອງ​ຫວຽດນາມ ສົ່ງ​ອອກ​​ໄປ​ຍັງ​ຕະຫລາດ​​ໂລກ. ການ​ເຄື່ອນ​ໄຫວ​ຂອງ​ສະມາ​ຄົມ ​ແລະ ຂະ​ບວນການ​ນັກທຸລະກິດ​ຫນຸ່ມ​ຫວຽດນາມ ​ໄດ້ ​ແລະ ພວມ​ປະກອບສ່ວນ​​ໃຫ້​ມີ​ຖັນ​ແຖວນັກທຸລະກິດລຸ້ນ​ຫນຸ່ມ​ຂອງ​ປະ​ເທດ​ຊາດ​ ​ດ້ວຍ​ຄວາມ​ຫວັງ, ພູມ​ປັນຍາ, ​ໄດ້ ​ແລະ ພວມ​ແມ່ນ​ກຳລັງ​ຫລັກ​ແຫ​ລ່ງ​ແກ່ນສານ​ໃນ​ປະຊາ​ຄົມ​ວິ​ສາ​ຫະກິດ, ນັກທຸລະກິດ​ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ