ນິງ​ທ້ວນ ມາ​ນະ​ພະ​ຍາ​ຍາມ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

(VOVWORLD) -ແຂວງນິງທ້ວນ ໄດ້ວາງເປົ້າໝາຍຮອດປີ 2030 ປະຕິບັດການຫັນເປັນດີຈີຕອນຢ່າງຄົບຊຸດ, ຮອບດ້ານໃນຂອບເຂດທົ່ວແຂວງ; ປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດພັດທະນາວ່ອງໄວ, ຍືນຍົງ. ຕາມແຜນການຜັນຂະຫຍາຍໂຄງການຫັນເປັນດີຈີຕອນແຫ່ງຊາດ ໄລຍະ 2021  2025 ແລະ ກຳນົດທິດຮອດປີ 2030, ເສດຖະກິດດີຈີຕອນກວມເອົາຢ່າງໜ້ອຍສຸດ 10% ຍອດຜະລິດຕະພັນທັງໝົດໃນບໍລິເວນແຂວງ (GRDP); ອັດຕາສ່ວນເສດຖະກິດດີຈີຕອນໃນແຕ່ລະຂະແໜງ, ແຕ່ລະຂົງເຂດຕ້ອງບັນລຸຢ່າງໜ້ອຍສຸດ 10%.
ນິງ​ທ້ວນ ມາ​ນະ​ພະ​ຍາ​ຍາມ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ảnh 1ກອງປະຊຸມສຳມະນາຫັນເປັນດີຈີຕອນ ຂອງແຂວງ ນິງທ້ວນ (ພາບ: baoninhthuan.com.vn)

ເດືອນພະຈິກ 2021, ແຂວງ ນິງທ້ວນ ໄດ້ປະກາດໃຊ້ມະຕິວ່າດ້ວຍການຫັນເປັນດີຈີຕອນແຂວງ ນິງທ້ວນ ໄລຍະ 2021 – 2025, ວິໄສທັດຮອດປີ 2030. ຕາມນັ້ນແລ້ວ, ນິງທ້ວນ ໄດ້ປະຕິບັດການຫັນເປັນດີຈີຕອນໃນ 3 ເສົາຄ້ຳ ນັ້ນແມ່ນ ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ເພື່ອແນໃສ່ປ່ຽນແປງໃໝ່ວຽກງານຄຸ້ມຄອງ, ບໍລິຫານຂອງກົງຈັກອຳນາດການປົກຄອງ; ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ; ວິຖີຊີວິດ, ວິທີເຮັດວຽກຂອງປະຊາຊົນໃນສະພາບແວດລ້ອມດີຈີຕອນ. ແຂວງກຳນົດບາງຂົງເຂດຕ້ອງໃຫ້ບຸລິມະສິດປະຕິບັດການຫັນເປັນດີຈີຕອນ, ສຸມໃສ່ບັນດາຂົງເຂດສາທາລະນະສຸກ, ກະສິກຳ, ການຄົມມະນາຄົມຂົນສົ່ງ, logistic, ການຄ້າເອເລັກໂຕນິກ, ພະລັງງານ, ຊັບພະຍາກອນ ແລະ ສິ່ງແວດລ້ອມ… ທ່ານ ຫງວຽນວັນສີ, ຜູ້ອຳນວຍການສູນເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານແຂວງ ນິງທ້ວນ ໃຫ້ຮູ້ວ່າ:

“ພາຍຫຼັງທີ່ປະກາດໃຊ້ມະຕິວ່າດ້ວຍການຫັນເປັນດີຈີຕອນ ໄລຍະ 2021  2025 ແລະ ວິໄສທັດຮອດປີ 2030, ທາງແຂວງໄດ້ວາງອອກໂຄງການເຄື່ອນໄຫວ ແລະ ແຜນການຜັນຂະຫຍາຍປະຕິບັດມະຕິສະບັບດັ່ງກ່າວ. ບົນພື້ນຖານນັ້ນ, ບັນດາພະແນກ, ຂະແໜງການ, ທ້ອງຖິ່ນ ກໍໄດ້ປະກາດໃຊ້ແຜນການຜັນຂະຫຍາຍປະຕິບັດການຫັນເປັນດີຈີຕອນຂອງທ້ອງຖິ່ນໄລຍະ 2021 2025 ແລະ ວິໄສທັດຮອດປີ 2030, ພ້ອມທັງປະກາດໃຊ້ແຜນຮ່າງ ແລະ ການຫັນເປັນດີຈີຕອນຄັ້ງທຳອິດ ໄລຍະ 2021 2025. ບົນພື້ນຖານບັນດາເນື້ອໃນຂອງແຜນຮ່າງ, ພະແນກຖະແຫຼງຂ່າວ ແລະ ການສື່ສານຂອງແຂວງ ໄດ້ເປັນເສນາທິການໃຫ້ແກ່ຄະນະກຳມະການແຂວງສ້າງແຜນຮ່າງ, ໂຄງການຕ່າງໆ ແລະ ສຸມໃສ່ຜັນຂະຫຍາຍບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຫັນເປັນດີຈີຕອນ”.

ນິງ​ທ້ວນ ມາ​ນະ​ພະ​ຍາ​ຍາມ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ảnh 2ສູນຮັບຜິດຊອບວຽກງານດ້ານລະບຽບການບໍລິຫານຂອງແຂວງ (ພາບ:baoninhthuan.com.vn)

ໄລຍະຜ່ານມາ, ແຂວງ ນິງທ້ວນ ໄດ້ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ຜັນຂະຫຍາຍການສ້າງລັດຖະບານເອເລັກໂຕນິກ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ; ເຊື່ອມຕໍ່ລະບົບຈັດກອງປະຊຸມທາງໄກລະຫວ່າງສູນກາງ, ແຂວງ, ເມືອງ ກັບ ຕາແສງ; ສ້າງຕັ້ງ ແລະ ນຳສູນຕິດຕາມຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ການບໍລິຫານຕົວເມືອງອັດສະລິຍະເຂົ້າໃຊ້ງານ. ທ່ານ ຫງວຽນຫືວແຢງ, ຮອງຜູ້ອຳນວຍການຮັບຜິດຊອບວຽກງານລະບຽບການບໍລິຫານ ແຂວງ ນິງທ້ວນ, ໃຫ້ຮູ້ວ່າ:

“ການຫັນເປັນດີຈີຕອນແມ່ນໜ້າທີ່ມີຄວາມສຳຄັນຍິ່ງ. ນີ້ແມ່ນແຫຼ່ງກຳລັງໜູນແກ່ການພັດທະນາຂອງແຂວງ. ຕາມຂ້າພະເຈົ້າແລ້ວ, ຢູ່ສູນຮັບຜິດຊອບວຽກງານດ້ານລະບຽບການບໍລິຫານ, ພວກຂ້າພະເຈົ້າ ໄດ້ເພີ່ມທະວີວຽກງານໂຄສະນາເພື່ອແນະນຳປະຊາຊົນປະຕິບັດການຍື່ນເອກະສານທາງອອນລາຍ. ທີສອງແມ່ນ ພວກຂ້າພະເຈົ້າຍັງຈັດແບ່ງພະນັກງານແນະນຳປະຊາຊົນ, ເພື່ອໃຫ້ປະຊາຊົນຫັນປ່ຽນຄວາມຊິນເຄີຍ ຈາກການຍື່ນເອກະສານເຈ້ຍ ມາເປັນເອກະສານທາງເອເລັກໂຕນິກ. ທີສາມແມ່ນ, ພວກຂ້າພະເຈົ້າໄດ້ສົມທົບກັບບັນດາພະແນກ, ຂະແໜງການຂັ້ນແຂວງທີ່ກ່ຽວຂ້ອງ ເພື່ອໂຄສະນາໃຫ້ປະຊາຊົນເຫັນໄດ້ເຖິງຂໍ້ສະດວກໃນການປະຕິບັດການຍື່ືນເອກະສານທາງເອເລັກໂຕນິກ, ປະຊາຊົນເຂົ້າຮ່ວມກໍເປັນສ່ວນໜຶ່ງທີ່ປະກອບສ່ວນເຂົ້າໃນການຫັນເປັນດີຈີຕອນຂອງແຂວງ”.

ປັດຈຸບັນ, ແຂວງ ນິງທ້ວນ ໄດ້ປະກາດໃຊ້ນະໂຍບາຍຕ່າງໆເພື່ອສົ່ງເສີມການດຶງດູດວິສາຫະກິດເຕັກໂນໂລຢີດີຈີຕອນເຂົ້າມາລົງທຶນ ແລະ ພັດທະນາຢູ່ແຂວງ, ໃຫ້ບຸລິມະສິດໃນບັນດາຂົງເຂດການຄ້າເອເລັກໂຕນິກ, ກະສິກຳ, ການທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ, ຄົມມະນາຄົມ, ການກໍ່ສ້າງ, ຊັບພະຍາກອນ ແລະ ສະພາບແວດລ້ອມ. ພ້ອມດຽວກັນນັ້ນ, ກໍໄດ້ສ້າງຂັ້ນຕອນ, ແຜນການແກ້ໄຂຢ່າງເໝາະສົມ, ສ້າງພື້ນຖານໃຫ້ວິສາຫະກິດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ແຂວງ ນິງທ້ວນ ກໍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືຊຸກຍູ້ການຫັນເປັນດີຈີຕອນກັບບັນດາບໍລິສັດໃຫຍ່ຄື ບໍລິສັດຫຸ້ນສ່ວນ FPT, ກຸ່ມບໍລິສັດໂທລະຄົມມະນາຄົມ ຫວຽດນາມ, ກຸ່ມບໍລິສັດ Vietel… ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງຂອງອຳນາດການປົກຄອງແຂວງໃນຂະບວນວິວັດແຫ່ງການຫັນເປັນດີຈີຕອນ. ທ່ານ ເລຫງວຽນເລວີ, ປະທານສະພາບໍລິຫານລະບົບ ຮວາແຊນ ແຂວງ ນິງທ້ວນ, ຖືວ່າ:

“ຂ້າພະເຈົ້າຖືວ່າ ໄລ່ມາຮອດປັດຈຸບັນ, ການຫັນເປັນດີຈີຕອນຂອງແຂວງ ນິງທ້ວນ ແມ່ນການຕັດສິນໃຈສຳຄັນ, ແມ່ນບາດກ້າວເດີນທັນການ ແລະ ເປັນປະໂຫຍດແກ່ການເຄື່ອນໄຫວຂອງແຂວງ ແລະ ວິສາຫະກິດ. ຂ້າພະເຈົ້າຫວັງວ່າ ບັນດາວິສາຫະກິດຈົ່ງໝູນໃຊ້ຮູບແບບຫັນເປັນດີຈີຕອນໃຫ້ແກ່ວິສາຫະກິດຂອງຕົນ, ເພື່ອໃຫ້ພວກເຮົາຫຼຸດຜ່ອນເວລາ, ຄ່າໃຊ້ຈາຍ ກໍຄື ວິທີສຳຜັດກັບຂໍ້ມູນໃນທຸກຂົງເຂດໄດ້ວ່ອງໄວທີ່ສຸດ. ການຫັນເປັນດີຈີຕອນ ກໍຈະຊ່ວຍວິສາຫະກິດກຳແໜ້ນກາລະໂອກາດລົງທຶນໄດ້ຢ່າງທັນການ”.

ໜຶ່ງໃນບັນດາເປົ້າໝາຍຈຸດສຸມ ແມ່ນຮອດປີ 2025, ແຂວງ ນິງທ້ວນ ໄດ້ພັດທະນາລັດຖະບານດີຈີຕອນດ້ວຍການປະຕິບັດ 100% ການບໍລິການດ້ານລະບຽບການບໍລິຫານທາງເອເລັກໂຕນິກ ບັນລຸລະດັບສູງສຸດ, ສາມາດສະໜອງໃນຫຼາຍສື່ພາຫະນະນຳໃຊ້ທີ່ແຕກຕ່າງກັນ, ລວມທັງໂທລະສັບມືຖື; ເສດຖະກິດດີຈີຕອນກວມເອົາ 20% GRDP. ແຂວງ ນິງທ້ວນ ສູ້ຊົນນອນໃນກຸ່ມ 15 ແຂວງແຖວໜ້າຂອງທົ່ວປະເທດກ່ຽວກັບການພັດທະນາລັດຖະບານດີຈີຕອນຂັ້ນແຂວງ. ແຂວງນິງທ້ວນ ສູ້ຊົນບັນລຸ ຮອດປີ 2030 ເອກະສານຂັ້ນແຂວງ 100% ຈະໄດ້ຮັບການແກ້ໄຂທາງອອນລາຍ, ສ່ວນຂັ້ນເມືອງແມ່ນ 95% ແລະ ຂັ້ນຕາແສງແມ່ນ 80%; ອິນເຕີເນັດ 5G ໄດ້ຮັບການປົກຄຸມຢ່າງທົ່ວເຖິງ; ອັດຕາປະຊາກອນທີ່ມີບັນຊີຊຳລະເອເລັກໂຕນິກ ຫຼາຍກວ່າ 80%; ເສດຖະກິດດີຈີຕອນກວມເອົາ 30% GRPD… ແຂວງ ນິງທ້ວນ ກຳລັງສ້າງຕົວເມືອງອັດສະລິຍະຢູ່ນະຄອນ ຟານຣາງ - ທາບຈ່າມ ແລະ ສູ້ຊົນນອນໃນກຸ່ມ 10 ແຂວງແຖວໜ້າຂອງທົ່ວປະເທດກ່ຽວກັບການພັດທະນາລັດຖະບານດີຈີຕອນ./.

ຕອບກັບ

ຂ່າວ/ບົດ​ອື່ນ