ນະຄອນ ໂຮ່ຈີມິນ ສູ້ຊົນກາຍເປັນສູນການເງິນສາກົນ

(VOVWORLD) - ນະຄອນໂຮ່ຈີມິນ ພວມຮັບເອົາຄຳເຫັນຂອງບັນດາຜູ້ຊ່ຽວຊານ, ນັກວິທະຍາສາດເພື່ອສ້າງແຜນຮ່າງສ້າງສູນການເງິນສາກົນໃຫ້ສຳເລັດ. ທີ່ກອງປະຊຸມສຳມະນາຫວ່າງແລ້ວນີ້, ບັນດານັກວິທະຍາສາດ, ຜູ້ຊ່ຽວຊານເສດຖະກິດຢັ້ງຢືນວ່າ ນະຄອນໂຮ່ຈີມິນ ໄດ້ເຕົ້າໂຮມຄົບເງື່ອນໄຂເພື່ອກາຍເປັນສູນການເງິນສາກົນ.

ນະຄອນ ໂຮ່ຈີມິນ ສູ້ຊົນກາຍເປັນສູນການເງິນສາກົນ - ảnh 1ທ່ານ ຫງວຽນຊວນແທ່ງ ຄູ່ສອນຢູ່ມະຫາວິທະຍາໄລ  Fulbright ກ່າວຄຳເຫັນທີ່ກອງປະຊຸມສຳມະນາພັດທະນານະຄອນໂຮ່ຈີມິນ. ພາບ: VOV

ທີ່ກອງປະຊຸມສຳມະນາແຜນຮ່າງພັດທະນານະຄອນໂຮ່ຈີມິນ ກາຍເປັນສູນການເງິນສາກົນຊື່ງໄດ້ດຳເນີນໄປຫວ່າງແລ້ວນີ້, ບັນດາຜູ້ແທນລ້ວນແຕ່ຖືວ່າ: ນະຄອນ ໂຮ່ຈີມິນ ມີຫລາຍເງື່ອນໄຂເພື່ອກາຍເປັນສູນການເງິນສາກົນ. ນະຄອນແມ່ນບ່ອນເຕົ້າໂຮມ, ດຶງດູດການບໍລິການທີ່ມີລັກສະນະທົ່ວໂລກ, ບ່ອນທີ່ມີປະຊາຄົມເຕັກໂນໂລຊີການເງິນ (Fintech) ພັດທະນາຢ່າງຟົດຟື້ນ.

ທ່ານ ຫງວຽນຊວນແທ່ງ, ຄູສອນມະຫາວິທະຍາໄລ Fulbright ຖືວ່າ: ທະນາຄານດີຈີຕອນ ແມ່ນທ່າອ່ຽງສອດຄ່ອງ ຊື່ງ ນະຄອນ ໂຮ່ຈີມິນ ຄວນສຸມໃສ່ພັດທະນາ. ພ້ອມກັນນັ້ນ ແມ່ນນິຕິກຳສຳລັບກຸ່ມບໍລິສັດການເງິນຫລາຍຂະແຫນງ, ຫລາຍການບໍລິການເຄື່ອນໄຫວ.

“ນະຄອນໂຮ່ຈີມິນ ມີທ່າແຮງ Fintech, ທະນາຄາດີຈີຕອນພັດທະນາ, ຫາກໍ່ພົ້ນເດັ່ນຂຶ້ນ, ພວກເຮົາເອົາທ່າແຮງນີ້ຄືເປັນພາກສ່ວນສຳຄັນເຂົ້າໃນສູນການເງິນສາກົນ. ພວກເຮົາມີທະນາຄານການຄ້າ, ບໍລິສັດຫລັກຊັບເຄື່ອນໄຫວຢູ່ຕະຫລາດທຶນຮອນ, ທະນາຄານການຄ້າຢູ່ໃນຕະຫລາດເງິນຕາ ແຕ່ເພື່ອສົມທົບ 2 ລະບົບນີ້ ພວກເຮົາຕ້ອງກ້າຫານໃນການຊຸກຍູ້ຮູບແບບ ແລະ ອອກຫນັງສືອະນຸຍາດໃຫ້ອົງການການເງິນເຄື່ອນໄຫວຕາມກຸ່ມບໍລິສັດການເງິນ

ຕາມທ່ານ ເຈີນງອກເທີ, ຜູ້ຊ່ຽວຊານເສດຖະກິດ ຢູ່ ມະຫາວິທະຍາໄລເສດຖະກິດ ນະຄອນໂຮ່ຈີມິນ ແລ້ວ, ສຳລັບບັນດາສູນການເງິນສາກົນທີ່ມີມາແຕ່ດົນນານໃນໂລກ ຍາມໃດກໍ່ມີສູນການເງິນອ້ອມຂ້າງ. ສຳລັບ ຫວຽດນາມ ຍ້ອນໄດ້ສ້າງຕັ້ງພາຍຫລັງ ສະນັ້ນ ຕ້ອງສ້າງຄວາມແຕກຕ່າງເພື່ອແກ້ງແຍ້ງ. ໂດຍອີງໃສ່ທ່າໄດ້ປຽບການເດີນທະເລ, ທ່າກຳປັ່ນ, ນະຄອນ ໂຮ່ຈີມິນ ຄວນສ້າງສູນການເງິນສະເພາະການເດີນທະເລ, logistics…

 “ບັນຫາວາງອອກ ນັ້ນແມ່ນ ນະຄອນໂຮ່ຈີມິນ ມີທ່າກຳປັ່ນ, ສະນັ້ນ ອາດຈະເຊື່ອມຕໍ່ກັບທ່າກຳປັ່ນ ກາຍແມັບ, ທິຫວາຍ, ຊ້ຳບໍ່ໜຳ ເຊື່ອມຕໍ່ກັບທ່າກຳປັ່ນ ຫາຍຟ່ອງ ເພື່ອສ້າງສູນການເງິນສາກົນສະເພາະການເດີນທະເລ, logistics… ແລະ ນະຄອນ Bussan ແມ່ນຮູບແບບການເງິນທີ່ມີປະສິດທິຜົນຂອງ ສ. ເກົາຫລີ, ແມ່ນນະຄອນແຮກສ່ຽວກັບນະຄອນ ໂຮ່ຈີມິນ, ພວກເຮົາສາມາດຮ່ຳຮຽນເອົາຮູບແບບນີ້ເພື່ອສ້າງຄວາມແຕກຕ່າງໃຫ້ນະຄອນໂຮ່ຈີມິນ

ນະຄອນ ໂຮ່ຈີມິນ ສູ້ຊົນກາຍເປັນສູນການເງິນສາກົນ - ảnh 2ນັກຊ່ຽວຊານເສດຖະກິດ ເຈີນງອກເທີ ທີ່ກອງປະຊຸມສຳມະນາ. ພາບ: VOV

ປະຈຸບັນ ນັກລົງທຶນພວມລໍຄອຍສູນການເງິນສາກົນຢູ່ ນະຄອນ ໂຮ່ຈີມິນ ເປີດຕົວ. ເພາະສະນັ້ນ ອຳນາດການປົກຄອງນະຄອນ ກໍພວມມານະພະຍາຍາມຍູ້ໄວວິວັດການສ້າງຕັ້ງສູນດັ່ງກ່າວ. ທ່ານ Johan Nyvene ປະທານສະພາບໍລິຫານ, ທີ່ປຶກສາຂັ້ນສູງຂອງບໍລິສັດຫຸ້ນສ່ວນຫລັກຊັບ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ເພື່ອດຶງດູດແຫລ່ງທຶນ, ອຳນາດການປົກຄອງ ຄວນກະກຽມພື້ນຖານດ້ານວັດຖຸ, ກຳແຫນ້ນຄວາມຕ້ອງການຂອງນັກລົງທຶນສາກົນ.

 “ນັກລົງທຶນຕ້ອງການຫຍັງ? ເຂົາເຈົ້າ ຕ້ອງມີລະບອບລະບຽບການຄຸ້ມຄອງຄວາມສ່ຽງ ເພາະເມື່ອເຂົາເຈົ້າເອົາເງິນມາລົງທຶນ ເຂົາເຈົ້າກໍ່ຢ້ານເສຍທຶນ. ສະນັ້ນ ພວກເຮົາຄວນມີວິວັດການເພື່ອເຮັດແນວໃດທັງຕອບສະຫນອງຄວາມຕ້ອງການຂອງນັກລົງທຶນ ທັງມີຜົນປະໂຫຍດຕໍ່ລັດ, ຕໍ່ຊາວ ຫວຽດນາມ

ສູນການເງິນສາກົນ ຢູ່ ນະຄອນ ໂຮ່ຈີມິນ ໄດ້ຮັບການສ້າງຕັ້ງພາຍຫລັງສູນອື່ນໃນພາກພື້ນ ແລະ ໂລກ. ເພາະສະນັ້ນ ນະຄອນ ພວມຄົ້ນຄ້ວາ, ສ້າງບັນດາກົນໄກ, ນະໂຍບາຍທີ່ມີລັກສະນະກະໂດດຂັ້ນ, ສ້າງກອບນິຕິກຳສຳຄັນເພື່ອໃຫ້ສູນນີ້ກາຍເປັນສິ່ງດຶງດູດບັນດານັກລົງທຶນ. ພ້ອມກັນນັ້ນ ກໍກະກຽມແຫລ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການການພົວພັນຕິດຕໍ່ສາກົນ, ມາດຕະການດຶງດູດແຫລ່ງເງິນລົງທຶນ, ພື້ນຖານໂຄງລ່າງເຕັກໂນໂລຊີ, ກົນໄກນະໂຍບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ