ນະຄອນ ໂຮ່ຈິມີນ ແກ້ໄຂບັນດາຮົ້ວກີດຂວາງເພື່ອບັນລຸການເຕີບໂຕແບບຍືນຍົງ

(VOVWORLD) -ພາຍຫລັງເກືອບ 3 ປີແຫ່ງການຜັນຂະຫຍາຍປະຕິບັດໂຄງການຍົກສູງຄຸນນະພາບການເຕີບໂຕ, ກຳລັງຄວາມສາມາດແກ້ງແຍ້ງດ້ານເສດຖະກິດຂອງນະຄອນໂຮ່ຈິມີນ ສືບຕໍ່ຮັກສາການເຕີບໂຕຢູ່ໃນລະດັບສູງ ແລະ ສະຖຽນລະພາບ. ເຖິງຢ່າງໃດກໍຕາມ ເພື່ອຕອບສະຫນອງຄຳຮຽກຮ້ອງຕ້ອງການການພັດທະນາໃນໄລຍະໃຫມ່, ນະຄອນ ໂຮ່ຈິມີນ ພວມເປັນເຈົ້າການແກ້ໄຂບັນດາຮົ້ວກີດຂວາງເພື່ອໃຫ້ດ້ານເສດຖະກິດພັດທະນາແບບຍືນຍົງ.

ນະຄອນ ໂຮ່ຈິມີນ ແກ້ໄຂບັນດາຮົ້ວກີດຂວາງເພື່ອບັນລຸການເຕີບໂຕແບບຍືນຍົງ - ảnh 1 ນະຄອນໂຮ່ຈິມີນ

ໃນໄລຍະແຕ່ປີ 2015- 2017, ການເຕີບໂຕເສດຖະກິດຂອງນະຄອນ ໂຮ່ຈິມີນ ບັນລຸລະດັບສະເລ່ຍ 8,2%/ປີ ແລະ ເພີ່ມຂຶ້ນໃນແຕ່ລະປີ. ຕາມການຕີລາຄາຂອງບັນດາຜູ້ຊ່ຽວຊານເສດຖະກິດແລ້ວ, ໃນໂຄງປະກອບເສດຖະກິດຂອງນະຄອນ, ອຸດສາຫະກຳພັດທະນາຍັງຄົງອີງໃສ່ພື້ນຖານເພີ່ມທຶນຮອນ ແລະ ແຮງງານ, ຫາກບໍ່ແມ່ນຍ້ອນສະມັດຕະພາບແຮງງານ, ເຕັກໂນໂລຊີ, ພູມປັນຍາ… ບັນດາວິສາຫະກິດຢູ່ພາຍໃນປະເທດ ຍັງບໍ່ທັນຮ່ວມສຳພັນນຳກັນຢ່າງແຮງເພື່ອຖ່າຍທອດເຕັກໂນໂລຊີ, ເພີ່ມການນຳໃຊ້ຜະລິດຕະພັນພາຍໃນປະເທດ ຫລື ຫນູນຊ່ວຍເຊິ່ງກັນ ແລະກັນ ກ່ຽວກັບຫລາຍດ້ານ.  ສາດສະດາຈານ ປະລິຍາເອກ ຫງວຽນຈ້ອງຮວ່າຍ ຮອງຜູ້ອຳນວຍການມະຫາວິທະຍາໄລເສດຖະກິດ ນະຄອນ ໂຮ່ຈິມີນ ຖືວ່າ: ນະຄອນ ຄວນຫັນປ່ຽນຈາກຮູບແບບພື້ນຖານເສດຖະກິດ ເອົາໃຈໃສ່ເຖິງປັດໄຈສົ້ນເຂົ້າມາເອົາໃຈໃສ່ເຖິງປະສິດທິຜົນ, ການປ່ຽນໃຫມ່, ມີຫົວຄິດປະດິດສ້າງບົນພື້ນຖານພັດທະນາເຕັກໂນໂລຊີ, ພື້ນຖານໂຄງລ່າງ, ຄຸນນະພາບແຫລ່ງຊັບພະຍາກອນມະນຸດ, ກົນໄກນະໂຍບາຍ. ນະຄອນ ຄວນລົງທຶນພັດທະນາສູນບໍລິຫານຕົວເມືອງສະຫລາດ ແລະ ສາງຖານຂໍ້ມູນນຳໃຊ້ລວມຕາມກົນໄກເປີດ ແລະ ຮັບປະກັນການປະຕິບັດຢ່າງມີປະສິດທິຜົນ ບົນພື້ນຖານໂຄງລ່າງທັນສະໄຫມ.

“ສິ່ງສຳຄັນ ນັ້ນແມ່ນຂັ້ນຕອນແກ້ໄຂ ນັ້ນແມ່ນການປະຕິບັດຢູ່ບັນດາພະແນກ, ຄະນະຂະແຫນງການ, ການປະຕິບັດຫນ້າທີ່ສາທາລະນະ. ສິ່ງດັ່ງກ່າວກໍ່ໝາຍຄວາມວ່າ ສະເຫນີໃຫ້ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢູ່ໃນລະດັບ 4 ໃຫ້ແກ່ບັນດາບໍລິການສາທາລະນະ ແມ່ນສິ່ງຕັດສິນຊີ້ຂາດ.”

ຄວາມຈິງ ນະຄອນ ໂຮ່ຈິມີນ ບໍ່ມີຫລາຍຂອບເຂດເພື່ອພັດທະນາ, ສະນັ້ນ ເລື່ອງຍູ້ແຮງການຮ່ວມມື, ຮ່ວມສຳພັນເຂດເພື່ອເປີດກວ້າງຂອບເຂດການພັດທະນາແມ່ນຄວາມຈຳເປັນພິເສດ. ໃນນັ້ນ ນະຄອນ ໂຮ່ຈິມີນ ຄວນກຳນົດກາຍເປັນສູນການເງິນ, ເຕັກໂນໂລຊີສູງ, ຈຳຫນ່າຍຂອງທັງເຂດເສດຖະກິດຈຸດສຸມທາງພາກໃຕ້. ຮອງສາດສະດາຈານ ປອ ໂດຟູເຈີນຕີງ ສັງກັດມະຫາວິທະຍາໄລເສດຖະກິດ ກົດໝາຍ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈິມີນ ຖືວ່າ:

“ບໍ່ຄວນເຕົ້າໂຮມພາລະບົດບາດຫລາຍເກີນ ຫາກຄວນແບ່ງປັນໃຫ້ບັນດາທ້ອງຖິ່ນໃນເຂດ. ຕ້ອງມີດ້ານກົດໝາຍເໝາະສົມກ່ຽວກັບລະບອບການຮ່ວມສຳພັນ, ພັດທະນາເຂດ ເວລານັ້ນ ຈຶ່ງແກ້ໄຂການຍົກສູງຄຸນນະພາບການເຕີບໂຕໄດ້.”

        ມີນັກຊ່ຽວຊານ, ນັກວິທະຍາສາດຫລາຍທ່ານ ສະເຫນີ ນະຄອນ ໂຮ່ຈິມີນ ດຶງດູດບັນດາແຫລ່ງທຶນ ແລະ ລົງທຶນຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບການເຕີບໂຕເສດຖະກິດຜ່ານການລົງທຶນຕາມທິດລວງເລິກ, ປ່ຽນໃຫມ່ເຕັກໂນໂລຊີ. ນະຄອນ ຄວນມີຮູບແບບເສດຖະກິດມີອົງປະກອບຂະແຫນງຕາມທິດຊຸກຍູ້ການເຕີບໂຕແບບຍືນຍົງ, ຈັດແບ່ງແຫລ່ງກຳລັງເໝາະສົມ. ພ້ອມກັນນັ້ນ ມີນະໂຍບາຍຫນູນຊ່ວຍດ້ານທຶນຮອນຢ່າງມີປະສິດທິຜົນກວ່າໃຫ້ແກ່ບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ. ສາດສະດາຈານ ປອ ຫງວຽນທິແກ່ງ  ສັງກັດສູນຄົ້ນຄ້ວາການເງິນ ຂຶ້ນກັບມະຫາວິທະຍາໄລເສດຖະກິດ ແລະ ກົດໝາຍ ໃຫ້ຮູ້ວ່າ: ປະຈຸບັນ ຍັງຄົງມີຫລາຍປັດໄຈຈຳກັດການເຕີບໂຕ. ສະນັ້ນ ນະຄອນ ຄວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ປະຕິຮູບດ້ານບໍລິຫານ, ຫລຸດຜ່ອນລະບຽບການ, ຈັດແບ່ງພາລະບົດບາດ ຫລີກລ້ຽງສະພາບກ້າວກ່າຍລະຫວ່າງທຸກຂັ້ນ. ຄຽງຄູ່ກັນນັ້ນ ບັນດາວິສາຫະກິດຢາກຄົງຕົວ ລ້ວນແຕ່ບໍ່ອາດຢືນຢູ່ນອກການປະຕິວັດ 4.0. ວິສາຫະກິດປາດຖະຫນາວ່າ ນະຄອນຈະແກ້ໄຂ ບໍ່ພຽງແຕ່ດ້ານທຶນຮອນ, ລະບຽບການບໍລິຫານ, ແຫ່ລງຊັບພະຍາກອນມະນຸດໄດ້ ເທົ່ານັ້ນຫາກຍັງແມ່ນບັນຫາກຳນົດທິດເຂດພັດທະນາອີກດ້ວຍ. ສານຂອງນະຄອນ ໂຮ່ຈິມີນ ແມ່ນ ຍາມໃດກໍ່ຮັບຟັງການປະກອບຄຳເຫັນ ແລະ ຄຳໝັ້ນສັນຍາຄວາມມານະພະຍາຍາມປະຕິບັດທຸກມາດຕະການ ເພື່ອເຮັດໃຫ້ບັນດາຄຳເຫັນປະກອບຂອງຜູ້ຊ່ຽວຊານ, ນັກວິທະຍາສາດ, ວິສາຫະກິດໃຫ້ປະກົດຜົນເປັນຈິງ. ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ:

“ນະຄອນ ຈະສ້າງທຸກເງື່ອນໄຂສະດວກທີ່ສຸດ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ບັນດາຜູ້ຊ່ຽວຊານ, ນັກວິທະຍາສາດ ປະກອບສ່ວນຫລາຍກວ່າໃຫ້ແກ່ການພັດທະນາຂອງນະຄອນ. ແລະ ນະຄອນ ປາດຖະຫນາວ່າ ບັນດານັກຊ່ຽວຊານ, ນັກວິທະຍາສາດ ຮ່ວມເດີນທາງ ພ້ອມກັນແບ່ງປັນບັນດາໝາກຜົນການຄົ້ນຄ້ວາ, ປະກອບຄຳເຫັນເພື່ອໃຫ້ບັນດາກົນໄກນະໂຍບາຍທີ່ປະກາດໃຊ້ຕິດພັນກັບພຶດຕິກຳຕົວຈິງ, ມີພື້ນຖານທິດສະດີ.”

ເປັນທີ່ຈະແຈ້ງແລ້ວວ່າ ເພື່ອຮັກສາການເຕີບໂຕດ້ານເສດຖະກິດ, ມຸ້ງໄປເຖິງການພັດທະນາແບບຍືນຍົງ, ນະຄອນ ໂຮ່ຈິມີນ ຄວນເປັນເຈົ້າການຊອກໄດ້ບັນດາຮົ້ວກີດຂວາງເພື່ອແກ້ໄຂເທື່ອລະກ້າວ. ພັດທະນາພື້ນຖານເສດຖະກິດຕາມທິດຍືນຍົງ, ອີງໃສ່ກຳລັງແຮງພາຍໃນ, ຈຸດສຸມແມ່ນພັດທະນາເສດຖະກິດພູມປັນຍາ, ການເຕີບໂຕຂຽວ, ໝູນໃຊ້ວິທະຍາສາດເຕັກນິກ, ປ່ຽນໃຫມ່ຫົວຄິດປະດິດສ້າງ, ເພີ່ມສະມັດຕະພາບແຮງງານ ແມ່ນທິດກ້າວເດີນອັນຖືກຕ້ອງ ແລະ ສະແດງໃຫ້ເຫັນທີ່ຕັ້ງບົດບາດນຳຫນ້າຂອງນະຄອນໂຮ່ຈິມີນ.

ຕອບກັບ

ຂ່າວ/ບົດ​ອື່ນ