ນະຄອນຫລວງ ຮ່າໂນ້ຍ ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວເພື່ອພັດທະນາເສດຖະກິດ

(VOVWORLD) - ເມື່ອໂຄວິດ -19 ລະບາດຮອບທີ 4 ໃນທ້າຍເດືອນ ເມສາ, ນະຄອນຫລວງ ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາແຂວງ, ນະຄອນ ທີ່ຖືກຜົນສະທ້ອນຢ່າງຫນັກຫນ່ວງກ່ຽວກັບດ້ານເສດຖະກິດສັງຄົມ. ເຖິງຢ່າງໃດກໍຕາມ, ດ້ວຍວິທີເຮັດຢ່າງຂ້ຽວຂາດ, ຍາດແຍ່ງໄດ້ ຈຸດເວລາສຳຄັນທີ່ສຸດເພື່ອວິໄຈຫາເຊື້ອ, ສັກວັກຊິນກັນໂຄວິດ, ຮ່າໂນ້ຍ ຄວບຄຸມໂລກລະບາດໄດ້ໂດຍພື້ນຖານ, ກັບຄືນສູ່ສະພາບເປັນປົກກະຕິເພື່ອພັດທະນາເສດຖະກິດ.

ນະຄອນຫລວງ ຮ່າໂນ້ຍ ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວເພື່ອພັດທະນາເສດຖະກິດ - ảnh 1ນະຄອນ ຮ່າໂນ້ຍ ເພີ່ມທະວີການວິໄຈຫາເຊື້ອ; (ພາບ: qdnd.vn)
 
  ດ້ວຍພົນລະເມືອງ 10 ລ້ານຄົນ, ລະດັບຄວາມຫນາແຫນ້ນຂອງປະຊາຊົນສູງ ແຕ່ໃນກວ່າ 150 ວັນເກີດໂລກລະບາດຮອບທີ 4 ນີ້, ຮ່າໂນ້ຍ ກວດພົບຜູ້ຕິດເຊື້ອໂຄວິດ ພຽງເກືອບ 4.300 ຄົນ, ກວມເອົາປະມານ 0,4 ຍອດຈຳນວນຜູ້ຕິດເຊື້ອທົ່ວປະເທດໃນຮອບທີ 4 ນີ້ ເປັນການສະແດງໃຫ້ເຫັນຜົນສຳເລັດຂອງນະຄອນຫລວງ ໃນວຽກງານປ້ອງກັນຕ້ານໂລກລະບາດ. ພ້ອມກັບການປະຕິບັດການແຍກຫ່າງສັງຄົມຢ່າງເຄັ່ງຄັດຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ນັບແຕ່ວັນທີ 24 ກໍລະກົດ, ຮ່າໂນ້ຍ ຍັງໄດ້ຍາດແຍ່ງ “ຈຸດເວລາສຳຄັນທີ່ສຸດ” ເພື່ອປະຕິບັດການວິໄຈຫາເຊື້ອໂດຍດ່ວນໃນວົງກວ້າງ, ສັກວັກຊິນກັນໂຄວິດໃຫ້ປະຊາຊົນທີ່ມີອາຍຸ 18 ປີຂຶ້ນໄປ. ທ່ານ ເຈີນຊວນຮູຍ ຢູ່ ເມືອງ ລອງບຽນ ແບ່ງປັນວ່າ:

ຮ່າໂນ້ຍ ໄດ້ມີການຮັບມືກັບໂລກລະບາດຢ່າງທັນການ. ມີຫລາຍບ່ອນເກີດໂລກລະບາດທີ່ສັບສົນຄື ຢູ່ ເມືອງ ແທງຊວນຈູງ, ຢາບບາດ ແຕ່ກໍ່ໄດ້ຮັບການຄວບຄຸບໂດຍໄວ. ຖ້າບໍ່ມີມາດຕະການຄວບຄຸມໂດຍໄວນັ້ນ ບໍ່ຮູ້ວ່າ ນະຄອນຈະເປັນແນວໃດແລ້ວ? ການຄວບຄຸມໂລກລະບາດໄດ້ໂດຍໄວ ຊ່ວຍໃຫ້ນະຄອນຜ່ອນຜັນບັນດາການເຄື່ອນໄຫວດ້ານເສດຖະກິດສັງຄົມ.. ປະຊາຊົນມີຄວາມປິຕິຊົມຊື່ນຫລາຍ

ໃນວຽກງານສັກວັກຊິນກັນໂຄວິດ -19, ຖ້າຮ່າໂນ້ຍ ຕ້ອງເສຍເວລາປະມານ 2,3 ເດືອນຈຶ່ງສັກວັກຊິນໃຫ້ປະຊາຊົນໄດ້ປະມານ 2,2 ຄົນ ແຕ່ໃນຊ່ວງເວລາເຮັ່ງຮ້ອນຄືແຕ່ວັນທີ 7 ກັນຍາ ຮອດວັນທີ 16 ກັນຍາ, ຮ່າໂນ້ຍ ສັກວັກຊິນໄດ້ 3 ລ້ານເຂັມ. ມາຮອດປະຈຸບັນ ນະຄອນ ໄດ້ສຳເລັດການສັກວັກຊິນເຂັມທີ 1 ໃຫ້ປະຊາຊົນເກືອບ 6 ລ້ານຄົນ ແລະ ພວມສືບຕໍ່ຍູ້ໄວການສັກວັກຊິນເຂັມທີ 2. ທ່ານນາງ ເຈີນທິຍິຫ່າ, ຫົວຫນ້າພະແນກສາທາລະນະສຸກ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ນີ້ແມ່ນບັ້ນສັກວັກຊິນ ຊື່ງພວກຂ້າພະເຈົ້າໄດ້ປະຕິບັດທັງເວັນ ແລະ ຄືນ. ບາງບ່ອນ ພວກຂ້າພະເຈົ້າສັກວັກຊິນໃຫ້ປະຊາຊົນຈົນຮອດ 2 ໂມງເຊົ້າ. ທຸກຮາກຖານສັກວັກຊິນກັນພະຍາດຢູ່ ເມືອງ, ຕາແສງ ທັງໝົດໃນນະຄອນ ລ້ວນແຕ່ປະຕິບັດການສັກວັກຊິນ

ນະຄອນຫລວງ ຮ່າໂນ້ຍ ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວເພື່ອພັດທະນາເສດຖະກິດ - ảnh 2ທ່ານ ຈູງອັກແອງ ປະທານ ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ

ການບຸລິມະສິດອັນດັບຫນຶ່ງ ແມ່ນຮັບປະກັນສຸຂະພາບ, ຄວາມປອດໄພໃຫ້ແກ່ປະຊາຊົນ ແຕ່ໃນຊຸມເດືອນຜ່ານມາ, ຮ່າໂນ້ຍ ຍັງຄົງປະຕິບັດການຮັກສາ, ພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນ, ຮັບປະກັນຊີວິດການເປັນຢູ່ໃຫ້ປະຊາຊົນ. ພິເສດ ແຕ່ວັນທີ 16 ກັນຍາ ມາຮອດປະຈຸບັນ, ເມື່ອນະຄອນ ຜ່ອນຜັນການແຍກຫ່າງໃນເທື່ອລະກ້າວ, ຫັນຈາກສະພາບການ “ບໍ່ມີໂຄວິດ -19” ມາເປັນສະພາບຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ການເຄື່ອນໄຫວດ້ານເສດຖະກິດ ສັງຄົມຕ່າງໆຢູ່ບໍລິເວນນະຄອນພວມກັບຄືນສູ່ສະພາບປົກກະຕິ.  ໃນຕົວຈິງສະແດງໃຫ້ເຫັນວ່າ ເຖິງວ່າ ໂລກລະບາດສັບສົນຄືແນວນັ້ນກໍຕາມ ແຕ່ບາງຂະແຫນງເສດຖະກິດ ຂອງນະຄອນຫລວງ ຍັງຄົງຮັກສາທ່າເຕີບໂຕຄື: ຂົງເຂດການເງິນ, ທະນາຄານ ເຕີບໂຕ 8,68%; ວິທະຍາສາດເຕັກໂນໂລຊີ ເພີ່ມຂຶ້ນ 5,54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການລ້ຽງສັດເຕີບໂຕດີສົມຄວນ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບປະກັນ. ທ່ານ ຈູງອັກແອງ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:                

ນະຄອນ ຮ່າໂນ້ຍ ກໍ່ຄື ເມືອງຕ່າງໆ ໄດ້ມີຄວາມມານະພະຍາຍາມອັນໃຫຍ່ຫລວງ, ບໍ່ພຽງແຕ່ໃນການປ້ອງກັນຕ້ານໂລກລະບາດເທົ່ານັ້ນ ຫາກຍັງນັບທັງບັນດາມາດຕະການເສດຖະກິດສັງຄົມອີກດ້ວຍ. ກ່ຽວກັບການປ່ອຍເງິນ ຫລື ດຶງດູດການລົງທຶນ ແມ່ນວຽກງານຍາກທີ່ສຸດ ແຕ່ຮ່າໂນ້ຍ ຍັງບັນລຸໝາກຜົນເປັນຫນ້າຊື່ນຊົມ. ສິ່ງນີ້ເປັນການຊີ້ໃຫ້ເຫັນ ຄວາມເຊື່ອໝັ້ນຂອງພວກເຮົາ ແລະ ຈະສູ້ຊົນບັນລຸລະດັບສູງສຸດໃນຊຸມເດືອນທ້າຍປີ

 ໃນໄລຍະປະຕິບັດການແຍກຫ່າງສັງຄົມ, ນະຄອນ ຮ່າໂນ້ຍ ໄດ້ເພີ່ມງົບປະມານ 500 ຕື້ດົ່ງຈາກແຫລ່ງງົບປະມານປີ 2021 ເພື່ອເປັນແຫລ່ງທຶນກູ້ຢືມໃຫ້ຄົນງານທີ່ມີຄວາມຕ້ອງການດ້ານທຶນຮອນເພື່ອຟື້ນຕົວ ແລະ ພັດທະນາການຜະລິດ ດຳເນີນທຸລະກິດ. ພ້ອມກັນນັ້ນ ກໍເປັນເຈົ້າການໃນການສ້າງບັນດາແຜນການເຕີບໂຕທີ່ເໝາະສົມກັບລະດັບຂອງໂລກລະບາດ. ຮັກສາໝາກຜົນການປ້ອງກັນຕ້ານໂລກລະບາດ, ໃນຊຸມເດືອນທ້າຍປີ, ຮ່າໂນ້ຍ ສຸມໃສ່ຜັນຂະຫຍາຍແຜນການຊຸກຍູ້ການຟື້ນຕົວ ແລະ ພັດທະນາເສດຖະກິດ ສັງຄົມ, ເອົາໃຈໃສ່ 3 ຫນ້າທີ່ສຳຄັນ. ສູ້ຊົນໃຫ້ອັດຕາການປ່ອຍເງິນບັນລຸ ກວ່າ 95% ແຜນການປີ 2021, ບໍລິຫານ, ລາຍຮັບ ລາຍຈ່າຍງົບປະມານໃຫ້ມີປະສິດທິຜົນ, ຖືກທິດ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການສົນທະນາ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ ທຳການຜະລິດ ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ