ນະຄອນຫຼວງຮ່າໂນ້ຍ ແລະ ຄວາມມານະພະຍາຍາມຮັບເອົາບັນດາກາລະໂອກາດຈາກ TPP

(vovworld) - ​ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ນະ​ຄອນ​ຮ່າ​ໂນ້ຍ ພວມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ສັນ​ຍາ​ຄູຸ່​ຮ່ວມ​ມື​ຂ​້າມ​ປາ​ຊີ​ຟິກ (TPP). ດ້ວຍ​ບັນ​ດາ​ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ, ທັງ​ຮ່າ​ໂນ້ຍ ແມ່ນ​ໜຶ່ງ​ໃນ 2 ນະ​ຄອນ​ທີ່ມີ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຫຼາຍກວ່າ​ໝ​ູ່​ໃນ​ທົ່ວ​ປະ​ເທດ, ນະ​ຄອນ​ຮ່າ​ໂນ້ຍ ພວມ​ຮີບ​ເຮັ່ງ​ກະ​ກຽມ​​ບັນ​ດາ​ມາດ​ຕະ​ການ​ດຶງ​ດູດ​ການ​ລົງ​ທຶນ, ຍູ້​ແຮງ​ການ​ສົ່ງ​ອອກ, ເປີດກວ້າງ​ຕະ​ຫຼາດ​ພາຍ​ຫຼັງ​ທີ່​ສັນ​ຍາ TPP ​ມີ​ຜົນ​ສັກ​ສິດຢ່າງ​ເປັນ​ທາງ​ການ. ບົດ​ຂຽນ​ຂອງ​ນັກ​ຂ່າ​ວ ແອ໋ງ​ຮ​ວຽນ “ນະ​ຄອ​ນ​ຫຼວງ​ຮ່າ​ໂນ້ຍ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ເອົາ​ບັນ​ດາ​ກາ​ລະ​ໂອ​ກາດ​ຈາກ TPP”.


ນະຄອນຫຼວງຮ່າໂນ້ຍ ແລະ ຄວາມມານະພະຍາຍາມຮັບເອົາບັນດາກາລະໂອກາດຈາກ TPP - ảnh 1
ທ່ານ ຫງວຽນ​ດຶກ​ຈຸງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ
(ພາບ​ປະ​ກອບ: dantri)


ດ້ວຍ​ບັນ​ດ​າ​ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ​ຄື ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ເມື່ອ​ທຽບ​ໃສ່​ບັນ​ດາ​ທ້ອງ​ຖິ່ນ​ອື່ນໆ, ​ມີວັດ​ຖຸ​ດິບ​ຜະ​ລິດ​ຢູ່​ກັ​ບ​ທີ່, ​ມີພື້ນ​ຖານ​ໂຄງ​ລ່າງ​ພັດ​ທະ​ນາ, ເສດ​ຖະ​ກິດມ​ີ​ສະ​ຖຽນ​ລະ​ພາບ, ຮ່າ​ໂນ້ຍ ໄດ້​ມີ​ການ​ກະ​ກ່​ຽ​ມ​​ກຽມ​ພ້ອມ​ໝູນ​ໃຊ້​​ບັນ​ດາ​ທ່າ​ໄ​ດ້​ບຽບ​ໂດຍສັນ​ຍາ TPP ນຳ​ມາ​ໃຫ້​ຢ່າງ​ເຖິງ​​ຖອງ. ທ່ານ ຫງວຽນ​ດຶກ​ຈຸງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ.

        “ນະ​ຄອນ​ຮ່າ​ໂນ້ຍ ໄດ້​ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ​ຫຼາຍ​ຢ່າງ​​ໃນ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ​ການກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຕົວ​ເມືອງ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ຍູ້​ແຮງ​ການ​ປະ​ຕິ​ຮູບ​​ດ້ານລະ​ບຽບ​ການ​ບໍ​ລິ​ຫານ. ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​​ດີ​ທີ່​ສຸ​ດ ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫ​ະ​ກິດ​ໃນ​ບັນ​ດາ​ຂົງ​ເຂດ​ລົງ​ທຶນ, ການ​ຄ້າ ແລະ ການ​ທ່ອງ​ທ່ຽວ”.

        ສັນ​ຍາ TPP, ເມື່ອ​ມີ​ຜົນ​ສັກ​ສິດ, ບໍ່​ພຽງ​ແຕ່​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​​ຮ່າ​ໂນ້ຍ ຮັບ​ເອົາບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ, ໂດຍ​ສະ​ເພາະ​ແມ່ນ​ການ​ລົງ​ທຶນ​ໂດຍ​ກົງ​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ການ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ອຸດ​ສາ​ຫະ​ກຳ​ຕັດ​ຫ​ຍິບ, ອຸດ​ສາ​ຫະ​ກຳ​ສຳ​ຮ​ອງ, ພື້ນ​ຖານ​ໂຄງ​ລ່າງ​ເຂດ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ​້​ຮ່າ​ໂນ້ຍ ດຶງ​ດູດ​​ແຫຼ່ງ​ທຶນ​​ໂດຍທາງ​ອ້ອມ ຜ່ານ​ການ​ເຄື່ອນ​ໄຫວ​ຊື້​ຂາຍ ແລະ ໂຮມ​ວິ​ສາ​ຫະ​ກິດ​​ເຂົ້າອີິກ​ດ້ວຍ, ຍ້ອນ​ວ່າ​ ຮ່າ​ໂນ້ຍ ແມ່ນ​ໜຶ່ງ​ໃນ 2 ນະ​ຄອນ​ທີ​ມີ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຫຼາຍ​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ນອກນັ້ນ, ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ການ​ເງິນ​​ໄດ້​ມີ​ໜ້າ​ຢູ່​ຫວຽດ​ນາມ ພວມ​ເພີ່​ມ​ທະ​ວີ​ເປີດກວ້າງ​ກາ​ນ​ລົງ​ທຶນ ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ ແລະ ກອງ​ທຶນ​ລົງ​ທຶນ​ໃໝ່​ອື່ນໆ ກໍ​ພວມ​​ວາງ​ແຜນ​ການ​ລົງ​ທຶນ. ຜ່ານ​ແຫຼ່ງ​​ທຶນ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ທີ່​ມີ​ລະ​ດັບ​ພັດ​ທະ​ນາ​ສູງ, ຮ່າ​ໂນ້ຍ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍ​ພໍ​ສົມ​ຄວນ ກ່ຽວ​ກັບ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ທັກ​ສະ​ຄຸ້ມ​ຄອງ, ສ້າງ​​ເປັນ​ສິນ​ຄ້າ, ການ​ບໍ​ລິ​ການ​ທີ່​ມີມ​ູນ​ຄ່າ​ເພີ່ມ​ສູງກວ່າ. ໃນ​ຂົງ​ເຂດ​​ສົ່ງ​ອອກ, ເມື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ TPP, ດ້ວຍ​ທ່າ​ເຕີບ​ໂຕວົງ​ເງິນ​ສົ່ງ​ອອກ​ຄື​ປະ​ຈຸ​ບັນ, ພ້ອມ​ກັບ​ການ​ຫຼຸດ​ພາ​ສີ​ລົງ 0%, ວົງ​ເງິນ​ສົ່ງ​ອອກສິນ​ຄ້າຫຼາຍ​ປະ​ເພດ ໃນ​ນັ້ນ​ພິ​ເສດ​ແມ່ນ​ຂະ​ແໜງ​ຕຳ​ແຜ່ນ​ຕັດ​ຫ​ຍິບ​ຂອງ​ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ຈະ​ເຕີບ​ໂຕ​ຢ່າງ​ແຮງ. ຜ​ະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ​້ຳ ກໍ​ແມ່ນ​ບັນ​ດາ​ຂະ​ແໜງ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​​ໃນ​ທັນ​ທີ ແລະ ​ເມື່ອ TPP ໄດ້​ຮັບ​ການ​ປະ​ຕິ​ບັດ.


ນະຄອນຫຼວງຮ່າໂນ້ຍ ແລະ ຄວາມມານະພະຍາຍາມຮັບເອົາບັນດາກາລະໂອກາດຈາກ TPP - ảnh 2
(ພາບ​ປະ​ກອບ)

ເຖິງວ່າ TPP ໄດ້​ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃຫ້​ແກ່​ຫວຽດ​ນາມ ເວົ້າ​ລວມ, ຮ່າ​ໂນ້ຍ​ ເວົ້າ​ສະ​ເພາະກໍ່​ຕາມ, ແຕ່ TPP ກໍ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​​ດັນ​​ຈາກການ​ແກ່ງ​ແຍ້ງ​​ຢ່າງ​ຂ້ຽວ​ຂາດ ແລະ ​ແຂງ​ແຮງ​ຢູ່​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ ກໍ​ຄື​ຕ່າງ​ປະ​ເທດ. ຄຽງ​ຂ້າງນັ້ນ, ແມ່ນຄວາມດັນ​​ຈາກ​ການ​ດຶງ​ດູ​ດ​​ແຫຼ່ງ​ທຶນ​ຕ່າງ​ປະ​ເທດ, ຍ້ອນ​ກາ​ລະ​​ໂອ​ກາດ​ດຶງ​ດູດ​ການ​ລົງ​ທຶນ​ຜ່ານ TPP ບໍ່​ພ​ຽງ​ແຕ່​ສະ​ຫງວນ​ສະ​ເພາະ​ໃຫ້​ແກ່​ຫວຽດ​ນາມ​ເທົ່​າ​ນັ້ນ, ຫາກ​ຍັງ​ໃຫ້​ທຸກໆ​ປະ​ເທດ​ສະ​ມາ​ຊິກ​ອີກ​ດ້ວຍ. ​ຖ້າ​ຫາກວ່າ, ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່ຍົກ​ສູງ​ລັກ​ສະ​ນະ​ແກ່ງ​ແຍ້ງ ແມ່ນບໍ່​ສາ​ມາດ​ໝ​ູນ​ໃຊ້​ກາ​ລະ​ໂອ​ກາດ​ດຶງ​ດູດ​ທຶນ​ໂດຍ TPP ນຳ​ມາ​ໃຫ້​ໄດ້. ຕໍ​່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍນັ້ນ, ນະ​ຄອນ​ຮ່າ​ໂນ້ຍ ໄດ້ກຳ​ນົດ​ທິດ​ໃຫ້​ໄລ​ຍະ 5 ປີ​ຈະ​ມາ​ເຖິງ. ທ່ານ ຫງວຽນ​ຢວານ​ຕວາ​ນ, ຮອບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຊີ້​ແຈ້ງວ່າ.

        “ປ່ຽນ​ໃໝ່​ນະ​ໂຍ​ບາຍ​ດຶງດ​ູດ​ການ​ລົງ​ທຶນ​ຕ່າງ​ປະ​ເທດ ຕາມ​ທິດ​ເລືອກເຟັ້ນ, ສຸມ​ໃສ່​ເຂົ້າ​ໃນ​ຄຸນ​ນະ​ພາບ ແທນ​ທີ່​​ຈະສຸມ​ໃສ່​ດ້ານ​ຈຳ​ນວນ. ໜູນ​ຊ່ວຍ​ກ່ຽວ​ກັບ​ລະ​ບ​ຽບ​ການ​ບໍ​ລິ​ຫານ​ຢ່າງ​​ສະ​ດວກ​ທີ່​ສຸດ​ໃຫ້ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ໂຄງ​ການ​​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່, ມີ​ມູນ​ຄ່າ​ເພີ່ມ​ສູງ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່ທັນ​ສະ​ໄໝ, ບໍ່​ສົ່ງ​ມົນ​ລະ​ຜິດ​ເຖິງ​ສິ່ງ​ແວດ​ລ້ອມ”.

        ໂດຍ​ກຳ​ນົດ​​ວ່າ ການ​ກະ​ກຽ​ມ​ທີ່ດີ​ແມ່ນ​ບັນ​ລຸ​ຜົນ​ສຳ​ເລັດ​ໄດ້​ເຄິ່ງ​ໜຶ່ງ​, ທັງ​​ກຳ​ນົດ​​ວ່າ ວິ​ສາ​ຫະ​ກິດທັງ​ແມ່ນ​ບັນ​ດາ​ຜູ້​ນຳ​ໜ້າ ທັງ​ແມ່ນ​ເປົ້າ​ໝາຍ​ຖືກ​ຜົນ​ສະ​ທ້ອນ​ຕົ້ນ​ຕໍ່​ຂອງ TPP, ໃນ​ໄລ​ຍະ​ຜ່ານ​ມາ, ນະ​ຄອນ​ຮ່າ​ໂນ້ຍ​ໄດ້​ໂຄ​ສະ​ນາ​ກ່ຽວ​ກັບ​ສັນ​ຍາເປັນ​ປະ​ຈຳ​ ຜ່ານ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ, ​ການຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກ່​ຽວ​ກັບ​ສັນ​ຍາ TPP. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວນີ້, ບັນ​ດາວ​ິ​ສາ​ຫະ​ກິດ​​ອາດຈະ​ກຳ​ໄດ້​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ​ເມື່ອສັນ​ຍາ TPP ​ມີ​ຜົນ​ສັກ​ສິດ, ຈາກນັ້ນ ສ້າງ​​ແຜນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຮັບ​ປະ​ກັນ​​ຜັນ​ຂະ​ຫຍາຍ​​ການ​ປະ​ຕິ​ບັດສັນ​ຍາ TPP ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຄຽງ​ຂ້າງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຮ່າ​ໂນ້ຍ ກ​ໍ​ພວມ​ຮີບ​ເຮັ່ງ​ກະ​ກຽມ​ທຸກ​ຢ່າງ​ເພື່ອ​ເຊື່ອມ​ໂຍງ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ນຳ​ໃຊ້​ກາ​ລະ​ໂອ​ກາດ​ເພື່ອ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ສູງ​ສຸດ​​ຈາກ​ສັນ​ຍາ TPP. ທ່ານ ເລ​ເຟື໋ອກວູ, ປະ​ທານ​ສະ​ພາ​ບໍ​ລິ​​ຫານ, ບໍ​ລິ​ສັດ​ຫຸ​້ນ​ສ່ວນ​ກຸ່ມ​ບໍ​ລິ​ສັດ ຮ​ວາ​ແຊນ​, ແບ່ງ​ປັນ​ວ​່າ.

        “ກ່ອນ​ອື່ນ​ໝົດ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ, ສ້າງ​ມູນ​ຄ້າ​ເຄື່ອງ​ໝາຍ​ການ​ຄ້າ, ສ້າງ​ມູນ​ຄ່າ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ເພື່ອ​ສາ​ມາດ​ແກ່ງ​ແຍ້ງ​ໄດ້, ຫຼັງ​ຈາກນັ້ນ​ຈຶງ​ຄິດ​ໄລ່ເຖິງ​ກຳ​ໄລ. ຖ້າ​ຫາກ​ສ້າງ​​ກຳ​ໄລ​ດ້ວຍ​ທຸກວິ​ທີ​ຈະ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່​ວງ. ຖ້າ​ຫາກ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ມີ​​ສະ​ຕິສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ສາ​ມາດ​ແກ່ງ​ແຍ້ງ​ໄດ້ ​ຄວາມ​ສາ​ມາດ​​ແກ່ງ​ແຍ້ງ​ແຫ່ງ​ຊາດ​ອາດ​ສາ​ມາດ​ຈະ​ເພີ່ມ​ຂຶ້ນ”.

        ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ຕົນ, ນະ​ຄອນ​ຮ່າ​ໂນ້ຍ ພວມ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ​ທີ່​ສະ​ດວກ ເພື່ອ​ສາ​ມາດ​ຂຸດ​ຄົ້​ນ​ທ່າ​ແຮງ​ໂດຍ​ສັນ​ຍາ TPP ນຳ​ມາ​ໃຫ້. ຮ່າ​ໂນ້ຍ ພວມ​ມາ​ນະ​ພະ​ຍາ​ຍາມ​ສືບ​ຕໍ່​​ປັບ​ປຸງ​ລະ​ບອບ, ສ້າງ​ສະ​ພາບ​ແວດ​ລ້ອມ​​ແຫ່ງ​ການດຳ​ເນີນ​ທຸ​ລະ​ກິດ​ ຕາ​ມ​ທິດ​ສະ​ດວກ​ສະ​ບາຍ, ກະ​ຈາງ​ແຈ້ງ, ຈາກນັ້ນ​ດຶງ​ດູດ ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ (FDI) ຈາກ​ບັນ​ດາ​ຄູ່​ຮ່ວມ​ມື TPP ໃຫ​້ຫຼາຍກວ່າ, ເປີດກວ້າງ​ຕະ​ຫຼາດ​ສົ່ງ​ອອກ, ນຳ​ເຂົ້າ​ສິນ​ຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ