ນະຄອນໂຮ່ຈີມີນ ຍູ້ແຮງການເຕີບໂຕດ້ານສິນເຊື່ອ

(vovworld)-ດ​້ວຍ​ແຜນ​ນະ​ໂຍ​ບາຍ​ແກ້​ໄຂ​ແຫລ່ງ​ທຶນ, ຍູ້​ແຮງ​ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເປີດກວ້າງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ໃນໄຕ​ມາດທີ 1 ປີນີ້, ຍອດ​ເຫລືອ​ຫນີ້​ສິນ​ເຊື່ອ​ຂອງ​ນະ​ຄອນ ໂຮ່​ຈິ​ມີນ ບັນ​ລຸກວ່າ 1 ລ້ານ​ຕື້​ດົງ, ເພີ່ມ​ຂຶ້ນ 2,3% ເມື່ອ​ທຽບ​ໃສ່​ທ້າຍ​ປີ 2014 ແລະ ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ແມ່ນ​ສັນ​ຍານ​ຕັ​້ງ​ຫນ້າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ບົດ​ຂຽນ​ຂອງ​ນັກ​ຂ່າວ ເລ້​ຮັ່ງ, ທີ່​ມີ​ຫົວ​ຂໍ້​ວ່າ: “ນະ​ຄອນ​ໂຮ່​ຈິ​ມີນ ຍູ້​ແຮງ ການ​ເຕີບ​ໂຕດ້ານ​ສິນ​ເຊື່ອ”.
ນະຄອນໂຮ່ຈີມີນ ຍູ້ແຮງການເຕີບໂຕດ້ານສິນເຊື່ອ - ảnh 1
ພາບ​ປະ​ກອບ:Thitruongtaichinh.vn

        ຕົ້ນ​ປີນີ້ ບໍ​ລິ​ສັດ Container ເຕີນ​ແທງ ຢູ່​ເມືອງ ຖູ​ດືກ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຮັບ​ສັນ​ຍາ​​ການ​ຄ້າ​ຫລາຍ​ສະ​ບັບ. ບໍ​ລິ​ສັດ​ຜະ​ລິດ​ຈົນ​ສຸດ​ຄ​ວາມ​ສາ​ມາດ ແຕ່ບໍ່​ຕອບ​ສະ​ຫນອງ​​ຄວາມ​ຕ້ອງ​ການໄດ້. ຜ່ານ​ໂຄງ​ການ​ເຊື່ອມ​ຕໍ່, ທະ​ນາ​ຄານ ແລະ ວິ​ສາ​ຫະ​ກິດ​ຂອງ​ນະ​ຄອນ, ບໍ​ລິ​ສັດ​​ກູ້​ຢືມ​​ທຶນ​​ໄດ້ 50 ຕື້​ດົງ ດ້ວຍ​ອັດ​ຕາ​ດອກ​ເບ້ຍ 6,9%/ປີ​ ຈາກ​ທະ​ນາ​ຄານ Vietinbank ສາ​ຂາ​ຖູ​ດືກ. ຈາກ​ແຫລ່ງ​ທຶນ​ດັ່ງ​ກ່າວ, ບໍ​ລິ​ສັດ​ລົງ​ທຶນ​ເປີດກວ້າງ​ໂຮງ​ຈັກ, ​ໂຮງ​ງານ ເພີ່ມ​ສະ​ມັດ​ຕະ​ພາບ ແລະ ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ. ຍ້ອນ​ເຫດນັ້ນ, ປະ​ຈຸ​ບັນ ແຕ່​ລະ​ເດືອນ ບໍ​ລິ​ສັດ​ສົ່​ງ​ສິນ​ຄ້າ​ໄປ​ຂາຍ​ໄດ້ປະ​ມານ 200 container ດ້ວຍ​ລາຍ​ຮັບ 60 ຕື້​ດົງ, ເພີ່ມ​ຂຶ້ນ 50% ເມື່ອ​ທຽບ​ໃສ່​ປີ​ກ່ອນ. ທ່ານ​ນາງ ເຈີນ​ຢ້ຽວ​ແກ໋ງ, ຜູ້​ອຳ​ນວຍ​ການ​ໃຫຍ່ບໍ​ລິ​ສັດ Container ເຕີນ​ແທງ ໃຫ້​ຮູ້​ວ່າ:

        “ຍ້ອນ​ມີ​ແຫລ່ງ​ທຶນ​ບຸ​ລິ​ະ​ສິດນີ້, ພວກຂ້າ​ພະ​ເຈົ້າ​​ຈື່ງເປີດກວ້າງ​ການ​ຜະ​ລິດ ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ. ການ​ເຮ​ັດລະ​ບຽບ​ການ​ກູ້​ຢືມ​ທຶນ​​ໃນປະ​ຈຸ​ບັນ​ແມ່ນ​ງ່າຍ​ດາຍ. ກ່ອນນີ້ ຖ້າ​ຢາກ​ກູ້​ຢືມ​ທຶນ​ຕ້ອງ​ມີ​ຊັບ​ສິນ​ຈຳ​ນຳ ແລະ ຕ້ອງ​ຜ່ານ​ການກວດ​ກາ​ຢ່າງ​ສັບສົນ ແຕ່​ມາ​ຮອດ​ປະ​ຈຸ​ບັນ ດ້ວຍ​ອິດ​ທິ​ພົນ​ຊື່​ສຽງຂອງ​ຕົນ ການ​ກູ້​ຢືມທຶນ​ຂອງບໍ​ລິ​ສັດກໍ່​ສະດວກ​ສະບາຍ​ກວ່າ​.”

        ບໍ​ລິ​ສັດ Container ເຕີນ​ແທງ ພຽງ​ແຕ່​ແມ່ນ​ຫນຶ່ງ​ໃນ​ຈຳນວນວິ​ສາ​ຫະ​ກິດ​ນັບ​ຮ້ອຍ​ແຫ່ງ ທີ່ໄດ້​ກູ້​ຢືມ​ທຶນ​ບຸ​ລິ​ມະ​ສິດ​ຂອງ​ໂຄງ​ການ​ເຊື່ອມ​ຕໍ່​ທະ​ນາ​ຄານ ແລະ ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈິ​ມີນ ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ. ຍອດ​ຈຳ​ນວນສິນ​ເຊື່ອ​ທີ່​ທະ​ນາຄານ​ໃຫ້​ກູ້​ຢືມ​ແມ່ນກວ່າ 17.000 ຕື້​ດົງ, ​ດ້ວຍອັດ​ຕາ​ດອກ​ເບ້ຍ 6,5-6,9%. ບັນ​ດາ​ທະ​ນາ​ຄ​ານ​ການ​ຄ້າ​ຂອງ​ນະ​ຄອນ ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ ​ໃນ​ປີນີ້ຈະສະ​ຫງວນ ທຶນ 128.000 ຕື້​ດົງ​ເພື່ອໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ​ແລະ ສ່ວນບຸນ​ຄົນກູ້​ຢືມ ດ້ວຍ​ອັດ​ຕາ​ດອກ​ເບ້ຍ​ຕ່ຳ. ປີນີ້ ໂຄງ​ການ​ດັ່ງ​ກ່າວ​ຍັງໃຫ້​ຊາວ​ກະ​ສິ​ກອນ​ກູ້​ຢືມ​ທຶນ. ຫວ່າງ​ແລ້ວນີ້, ທະ​ນາ​ຄານ 7 ແຫ່ງ​ຄື: Vietinbank, Agribank, Sacombank… ໃຫ້​ຊາວ​ກະ​ສິ​ກອນ​ຢູ່​ບັນ​ດາ​ເມືອງ ຄື ກູ​ຈີ, ຮອກ​ມົນ, ເກີ​ເຢີ, ບີງ​ແຈງ ແລະ ຍ່າ​ແບ່ ກູ້​ຢືມ​ທຶນ​ລວມ​ມູ​ນ​ຄ່າ 750 ຕື້​ດົງ ດ້ວຍ​ອັດ​ຕາ​ດອກ​ເບ້ຍ​ຕ່ຳ. ນອກນັ້ນ ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ຂອງ​ນະ​ຄອນ ກໍ​ໄດ້​ຜັນ​ຂະ​ຫຍາຍ​ຫລາຍ​ບ້ວງ​ສິນ​ເຊື່ອ​ບຸ​ລິ​ມະ​ສິດ​ເພື່ອ​ຍູ້​ແຮງ​ການ​ເຕີບ​ໂຕ​ສິນ​ເຊື່ອ. ທ່ານ ຮີ່ງ​ແອງ​ຫວູ, ຫົວ​ຫນ້າ​ຫ້ອງ​ທຸ​ລະ​ກຳ Sacombank ສາ​ຂາ ຖູ​ດືກ ໃຫ້​ຮູ້​ວ່າ:

        “ເພື່ອ​ເພີ່ມ​ສິນ​ເຊື່ອຕື່ມ​ອີກ, ນັບ​ແຕ່​ຕົ້ນ​ປີ​ Sacombank ໄດ້​ມີ​ຫລາຍ​ໂຄງ​ການ​ໃຫ້​ກູ້​ຢືມ​ທຶນ​ດ້ວຍ​ດອກ​ເບ້ຍຕຳ່​ເຊັ່ນ: ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ,  ຫລື​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ປະ​ຈຸ​ບັນ ກໍ​ຄືວ​ິ​ສາ​ຫະ​ກິ​ດ​ສ້າງ​ຕັ້ງ​ໃຫມ່.”

ຍ້ອນ​ຍູ້​ແຮງ​ບັນ​ດາ​ບ້ວງ​ສິນ​ເຊື່ອ​ບຸ​ລິ​ມະ​ສິດ ນັບ​ແຕ່​ຕົ້ນ​ປີ ສະ​ນັ້ນ ​ໃນໄຕ​ມາດທີ 1, ຈຳນວນສິນ​ເຊື່ອ ​ຂອງ Vietinbank ສາ​ຂາ ຖູ​ດືກ ໄດ້​ເພີ່ມ​ຂຶ້ນ 6%. ເພື່ອ​ຍູ້​ແຮງ​ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ, ​ທະ​ນາ​ຄານ​ການ​ຄ້າ​ຫລາຍ​ແຫ່ງ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ເປັນ​ເຈົ້າ​ການໃນ​ການ​ຊອກ​ຫາ​ລູກ​ຄ້າ. ພ້ອມ​ກັນ​ນັ້ນ, ບັນ​ດາ​ລະ​ບຽບ​ການ​ກູ້​ຢືມ​ຂອງ​ທະ​ນ​າ​ຄານ​​ກໍນັບ​ມື້​ນັບ​ມີ​ໄຫວ​ພິບກວ່າ. ທ່ານ ຫງວຽນ​ຈູງ​ແທ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ການ​ຄ​້າ​ຫຸ້ນ​ສ່ວນ ຫວຽດ​ນາມ Vietbank ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​ເປັນ​ເຈົ້າ​ການ​ໃນ​ການ​ຊອກ​ຫາ​ລູ້​ກ​ຄ້າ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຫາ​ລູກ​ຄ້າ​ຜ່ານ​ເວ​ທີ​ປາ​ໄສ, ສະ​ຫະ​ສະ​ມາ​ຄົມ, ຫນ້າ​ເວັບ.”

        ລາຍ​ການ​ເຊື່ອມ​ຕໍ່​ທະ​ນາ​ຄານ ແລະ ວິ​ສາ​ຫະ​ກິດ​ໃນ​ໄລ​ຍະ 2 ປີ​ເຄິ່ງ​ຜ່ານ​ມາ ໄດ້​ຮັບ​ການຜັນ​ຂະ​ຫຍາຍ​ຢູ່ 24 ເມືອງ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ. ເພື່ອ​ໃຫ້​ທຸກ​ເປົ້າ​ໝາຍ​ສາມາດ​ກູ້​ຢືມ​ແຫລ່​ງ​ທຶນ​ສິນ​ເຊື່ອ​ໄດ້, ທ່ານ ຮ່​ວາງ​ມີງ, ຮອງ​ຫົວ​ຫນ້າ​ທະ​ນາ​ຄານ​ແຫ່ງ​ລັດສາ​ຂານະ​ຄອນໂຮ່​ຈິ​ມີນຖື​ວ່າ:
        "ຂໍ້​ຕິດ​ຄັດ​ນັ້ນ​ແມ່ນ​ຊັບ​ສິນ​ຈຳ​ນຳ. ພວກ​ຂ້າ​ພະ​ເຈົ້າ​ຕັ້ງ​ຫນ້າ​ແກ້​ໄຂ​ຫນີ້​ເສຍ, ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ໃຫ້​ວິ​ສາ​ຫະ​ກິດກູ້​ຢືມ​ທຶນ​​ດ້ວຍ​ຄວາມ​ເຊື່ອ​ຖື​.ກອງ​ທຶນ​ຄ້ຳ​ປະ​ກັນ​ສິນ​ເຊື່ອ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຈະ​ຄ້ຳ​ປະ​ກັນ​ໃຫ້​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ເພື່ອ​ກູ້​ຢືມ​ທຶນ.”

        ຢູ່​ນະ​ຄອນ ໂຮ່​ຈິ​ມີນ, ເມື່ອ​ແຫລ່ງ​ທຶນໄດ້​ຮັບ​ການ​ແກ້​ໄຂ, ວິ​ສາ​ຫະ​ກິດຈະ​ມີ​ໂອ​ກາດ​ເປີດກວ້າງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ແລະ ເພີ່ມ​ກຳ​ລັງ​ແກ້ງ​ແຍ້ງ. ສິ່ງ​ດັ່ງ​ກ່າວ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານເສດ​ຖະ​ກິດ​ຂອງ​ນະ​ຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ