ນະຄອນໂຮ່ຈິມີນ:ສະຖານທີ່ດຶງດູດນັກລົງທຶນຍີ່ປຸ່ນ



(Vovworld)- ປະ​ຈຸ​ບັນ ຍີ່​ປຸ່ນ ມີ​ເກືອບ 800 ໂຄງ​ການ​ລົງ​ທຶນ ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ຂຶ້ນ​ແມ່ນກວ່າ 2 ຕື້ 720 ລ້ານ USD ຢືນ​ອັນ​ດັບທີ 6 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ. ຄາດ​ວ່າ​ຕົວ​ເລກ​ດັ່ງ​ກ່າວ​ຈະ​ເພີ່ມ​ຂຶ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ​ໃນ​ລາຍ​ການ​ເສດ​ຖະ​ກິດ​ພາກນີ້ ພວກ​ເຮົາ​ຂ​ໍ​ແນະ​ນຳບົດ​ຂຽນ​ຂອງ​ນັກ​ຂ່າວ ເລ້​ຮັ່ງ ທີ່​ມີ​ຫົວ​ຂໍ້​ວ່າ: ນະ​ຄອນ​ໂຮ່​ຈິ​ມີ​ນ:ສະ​ຖານ​ທີ່​​​ ດຶງ​ດູດ​ນັກ​ລົງ​ທຶນ​ຍີ່​ປຸ່ນ

 

ນະຄອນໂຮ່ຈິມີນ:ສະຖານທີ່ດຶງດູດນັກລົງທຶນຍີ່ປຸ່ນ - ảnh 1
ເວ​ທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - ຍີ່​ປຸ່ນ
ພາບ:baotintuc.vn


        ພາຍ​ຫລັງ​ກວ່າ 16 ປີ​ທີ່​ລົງ​ທຶນ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ ແລະ ການ​ດຳ​ເນີນ​ທຸ​ລະ​ກິດນັບ​ມື້ນັບ​ມີ​ປະ​ສິດ​ທິ​ຜົນ, ບໍ​ລິ​ສັດ Toyota TSUSHO ​ຫວຽດ​ນາມຈຳ​ກັດ ພວມ​ສືບ​ຕໍ່​ເປີດກວ້າງ​ການ​ລ​ົງ​ທຶນ​ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫ​ະ​ກິດ​ຕິ​ດ​ຕັ້ງ​ລົດ​ໂອ​ໂຕ​ຢູ່ ຫວຽດ​ນາມ. ທ່ານ Hiroyuki SHIO, ຮອງ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ ບໍ​ລິ​ສັດ Toyota TSUSHO ​ຫວຽດ​ນາມຈຳ​ກັດ ສາ​ຂາ​ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

 “ເມື່ອ ພວກ​ຂ້າ​ພະ​ເຈົ້າ​ ​ມາລົງ​ທຶນ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ບັນ​ດາ​ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຂອງ​ນະ​ຄອນ ໄດ​້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດແລະ ເຮັດ​ລະ​ລຽບ​ການ​ບໍ​ລິ​ຫານ. ​ການ​ນຳນະ​ຄອນ ໂຮ່​ຈິ​ມີນ ກໍ​​ຈັດ​ການໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ເປັນ​ປະ​ຈຳ ເພື່ອ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກໃຫ້​ວິ​ສາ​ຫະ​ກິດ.”

        ຕາມ​ບັນ​ດາ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ ຍີ່​ປຸ່ນ(JETRO) ນະ​ຄອນ ໂຮ່​ຈິ​ມີນ ແລ້ວ, ບັນ​ດາ​ຂົງ​ເຂດ​ຊື່ງວິ​ສາ​ຫະ​ກິດ ຍີ່​ປຸ່ນ ລົງ​ທຶນ​ຫລາຍ​ສຸດ​ຢູ່ ນ​ະ​ຄອນ ໂຮ່​ຈິ​ມີນ ນັ້ນ​ແມ່ນ: ອະ​ສັງ​ຫາ​ລິ​ມະ​ຊັບ​, ອຸດ​ສາ​ຫະ​ກຳ​ປຸ່ງ​ແຕ່ງ, ການ​ປະ​ດິດ​ສ້າງ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ.. ​ມີວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ມາ​ຈາກ ຍີ່​ປຸ່ນ ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ ເວົ້າ​ສະ​ເພາະ, ແລະ ຢູ່ຫວຽດ​ນາມ ເວົ້າ​ລວມ, ພິ​ເສດ ​ນັບ​ແຕ່ເມື່ອ​ອຳ​ນາດ​ການ​ປົກ​ຄອງ ແລະ ບັນ​ດາ​ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຂອງ​ນະ​ຄອນ ໂຮ່​ຈິ​ມີນ ຍາມ​ໃດ​ກໍ​ເປັນ​ເຈົ້າ​ການ ຮັບ​ຟັງ​ຄຳ​ເຫັນ​ຂອງວິ​ສາ​ຫະ​ກິດ, ຕັ້ງ​ຫ​ນ້າ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ. ຫວ່າງ​ແລ້ວນີ້, ສະ​​ຫະ​ພັນ​ເສດ​ຖະ​ກິດ KEIDANREN ຂອງ ຍີ່​ປຸ່ນ ໄດ້​ຈັດ​ຕັ້​ງ ຄະ​ນະ​ວິ​ສາ​ຫະ​ກິດ​ມາ​ຊອກ​ຫາ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ ຢູ່ ນ​ະ​ຄອນ ໂຮ່​ຈິ​ມີນ. ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ວິ​ສາ​ຫະ​ກິດ​​ຍີ່​ປຸ່ນຫລາຍ​ແຫ່ງ​ໃຫ້​ຮູ້​ວ່າ: ເຂົາ​ເຈົ້າ​ຈະ​ສ້າງ​ແຜນ​ການ​ລົງ​ທຶນ​ຢູ່​ນະ​ຄອນ ໂຮ່​ຈິ​ມີ​ນ ເພາະ​ວ່າ ຜ່ານ​ການ​ໄຈ້​ແຍກ​ຕີ​ລາ​ຄາ ເຂົາ​ເຈົ້າ​ມີ​ຄວາມ​ອຸ່​ນ​ອ່ຽນ​ໃຈ, ເຊື່ອ​ໝັ້ນ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່​ທີ່ນີ້. ທ່ານ MuKuTa, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ຂັ້ນ​ສູງ​ຂອງ KEIDANREN ໃຫ້​ຮູ້​ວ່າ:

        “ໄລ​ຍະ​ຈະ​ມາ​ເຖິງ, ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ ໄດ້​ຮັບ​ການ​ລົງ​ນາມ ແລະ ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ຫວຽດ​ນາມ ກໍ​ຄື​ນະ​ຄອນ ໂຮ່​ຈິ​ມີນ ​ຈະແມ່ນ​ສະ​ຖານ​ທີ່ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ຂອງ​ລະ​ບົບ​ສະ​ຫນອງ​ທົ່ວ​ໂລກ. ຂ້າ​ພະ​ເຈົ້າ​ພາ​ຄະ​ນະ​ວິ​ສາ​ຫະ​ກິດ​ມາຊອກ​ຫາ​ການ​ລົງ​ທຶນ​ຢູ່​ຫວຽດ​ ແລະ ວິ​ສາ​ຫະ​ກິດ ຍີ່​ປຸ່ນ​ສ່ວນ​ຫລາຍ ມີ​ຄວາມ​ສົນ​ໃຈ​ເຖິງ​ບັນ​ດາ​ຂົງ​ເຂ​ດ​ຄື: ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ປະ​ດິດ​ສ້າງ, ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ກໍ່​ສ້າງ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ”

        ​ເພື່ອ​ເພີ່ມ​ທະ​ວີ​ການ​ດຶງ​ດູດ​ທຶນ FDI, ໄລ​ຍະ​ຜ່ານ​ມາ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ເພີ່ມ​ທະ​ວີ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ. ປະ​ຈຸ​ບັນ, ​ການ​ເຮັດ​ລະ​ບຽບ​ການ​ອອກ​ຫ​ນັງ​ສື​ອະ​ນຸ​ຍາດ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ ພຽງ​ເສຍ​ເວ​ລາ 3 ວັນ, ​ການອອກ​ຫ​ນັງ​ສື​ອະ​ນຸ​ຍາດ​ພຽງ​ເສຍ​ເວ​ລາ15 ວັນ. ຂະ​ແຫນງ​ສ່ວຍ​ສາ​ອາ​ກອນ ນະ​ຄອນ​ກໍ​ໝັ້ນ​ໝາຍ​ຈະ​ຫລຸດ​ຜ່ອນ​ເວ​ລາ​ແຈ້ງ​ພ​າ​ສີ​ອາ​ກອນ​ລົງ​ເຫລືອ ​ພຽງ 171 ຊົ່ວ​ໂມງ​ໃນ​ທ້າຍ​ປີນີ້ ແທນ​ທີ່ກວ່າ 200 ຊົ່ວ​ໂມງ​ຄືກ​ອ່ນນີ້. ການ​ນຳ​ນະ​ຄອນ ເປັນ​ເຈົ້າ​ການ​ຈັດ​ຕັ້ງ​ການ​ພົບ​ປະ ແລະ ໂອ້​ລົມ​ສົນ​ທະ​ນາ​ກັບ​ວິ​ສາ​ຫະ​ກິດ​ເປັນ​ປະ​ຈຳ ເພື່ອ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ຢ່າງ​ທັນ​ການ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ຫລາຍ​ບັນ​ຫາ​ເຮັດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ຍັງ​ລັ່ງ​ເລ​ໃຈ. ນັ້ນ​ແມ່ນ ຂົງ​ເຂດ​ນິ​ຕິ​ກຳ​ຈຳ​ນວນ​ຫ​ນຶ່​ງ​ຂອງ​ຫວຽດ​ນາມ ບໍ່​ທັນ​ໄດ້​ຮັບ​ການ​ປັບ​ປຸງ, ພື້ນ​ຖານ​ໂຄງ​ລ່າງບໍ່​ທັນ​ຄົບ​ຊຸດ, ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍບໍ່​ທັນ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ. ທ່ານ​ນາງ ເລ​ທິ​ຮີ່ງ​ມາຍ, ຮອງ​ຜູ້​ຫົວ​ຫ​ນ້າ ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ ນະ​ຄອນ ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ:

“ໄລ​ຍະ​ຈະ​ມາ​ເຖິງ​, ເພື່ອ​ປະ​ຕິ​ຮູບລະ​ບຽບ​ການ​ລົງ​ທຶນ ແລະ​ເຮັດ​ໃຫ້​ໂປ່ງ​ໃສ, ​ກໍ​ຄືບຸກ​ທະ​ລຸ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ພວກ​ຂ້າ​ພະ​ເຈົ້າ​ເປີດ​ເຜີຍ​ລະ​ບຽບ​ການ​ບໍ​ລິ​ຫານ​ໃນ​ຫ​ນ້າ​ເວັບແລະ ເພີ່​ມ​ທະ​ວີ​​ການ​ໃຫ້ຄຳ​​ປຶກ​ສາ, ແນະ​ນຳ​ບັນ​ດາ​ນັກ​ລົງ​ທຶນ ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມ​ູ​ນ​ຂ່າວ​ສານ ກໍ​ຄື​ອອກ​ຫ​ນັງ​ສື​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຜ່ານ​ເຄືອ​ຄ່າຍ​ອິນ​ເຕີ​ແນັດ.”

        ເພື່ອ​ຮັບ​​ກາ​ລະ​ໂອ​ກາດ​ຈາກ​ບັນ​ດາສັນ​ຍາ​ການ​ຄ້າ​ເສ​ລີ, ສືບ​ຕໍ່​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ, ໃນ​ການ​ພົບ​ປະ​ຄັ້ງ​ຕ່າງ​ໆ​ກັບ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ຄຽງ​ຄູ່​ກັບ​ການຢັ້ງ​ຢືນ​ສືບ​ຕໍ່​ປະ​ຕິ​ຮູບ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານກວ່າ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ໂຮ່​ຈິ​ມີນ ໝັ້​ນ​ໝາຍ: ຈະ​ປັບ​ປຸງ​ພື້​ນ​ຖານ​ໂຄງ​ລ່າງ​ໃຫ້​ດີກວ່າ ກໍ​ຄື​ຮັບ​ຟັງ​ບັນ​ດາ​ຄຳ​ສະ​ເຫ​ນີ, ແກ້​ໄຂ​ບັນ​ຫາ​ກ່ຽວ​ກັບ​ນິ​ຕິ​ກຳ​ຈຳ​ນວນ​ຫ​ນຶ່ງ​ຊື່ງວິ​ສາ​ຫະ​ກິດ​ຍັງ​ຂ້ອງ​ໃຈ​ຢ່າງ​ທັນ​ການ. ການ​ນຳ ນະ​ຄອນ​ໂຮ່​ຈິ​ມີນ ກໍ​ຕີ​ລາ​ຄາ​ສູງ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ແລະ ຖື​ວ່າ ນີ້​ແມ່ນ​ແຫລ່ງ​ສຳ​ຄັນເພື່ອ​ໃຫ້​ນະ​ຄອນ ໂຮ່​ຈິ​ມີນ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ, ກາຍ​ເປັນ​ສູນ​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ຂະ​ຫ​ຍັນ​ຂັນ​ເຄື່ອນ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ