ນຳບ້ວງເງິນຫນູນຊ່ວຍຂອງທະນາຄານມາສູ່ວິສາຫະກິດ

(vovworld) - ນັບ​ແຕ່​ປີ 2011 ມາ​ຮອດ​ປະຈຸ​ບັນ, ​ໃນ​ເງື່ອນ​ໄຂ​ທີ່ພື້ນຖານ​ເສດຖະກິດ ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​​ນັບ​ທັງທາງພາ​ວະ​ວິ​ໄສ ​ແລະ ອັດຕະວິ​ໄສ​ນັ້ນ, ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍຍິ່ງ​​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍກວ່າ. ​ເພື່ອ​ແກ້​ໄຂ​ສະພາບ​ດັ່ງກ່າວ, ດ້ວຍບ້ວງ​ເງິນ​ຫນູນ​ຊ່ວຍ​ວິສາ​ຫະກິດ​ລວມມູນ​ຄ່າ​ກວ່າ 29.000 ຕື້​ດົ່ງ​​ເຊິ່ງກະຊວງ​ການ​ເງິນ​ປະ​ກາດ​ນັ້ນ, ບັນດາ​ທະນາຄານ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ບ້ວງ​ເງິນ​ຫນູນ​ຊ່ວຍ​ ​ເພື່ອ​ຊ່ວຍໃຫ້​ວິ​ສາ​ຫະກິດ​ຫລຸດ​ພົ້ນ​ອອກ​ຈາກ​ສະພາບ​ຫນິ້ສິນ​ ກໍ​ຄື​ຟື້ນ​ຟູ​ການ​ຜະລິດ ແລະ ສືບຕໍ່ພັດທະນາ.

ນຳບ້ວງເງິນຫນູນຊ່ວຍຂອງທະນາຄານມາສູ່ວິສາຫະກິດ - ảnh 1
ບວ້ງເງິນຫນູນຊ່ວຍຂອງທະນາຄານມາສູ່ວິສາຫະກິດ
ພາບ: internet

        ຕາມ​ບັນດາ​ວິ​ສາ​ຫະກິດ​ແລ້ວ, ນອກຈາກ​ຄວາມ​ຫຍຸ້ງຍາກ​​ໃນປະຈຸ​ບັນ​ຄື: ສິນຄ້າ​ຄ້າງ​ສາງ​ເປັນ​ຈຳນວນ​ຫຼວງຫລາຍ, ຕະຫລາດ​ຖືກ​ຮັດ​ແຄບ…ຍັງ​ມີ​ສາຍ​ເຫດ​ຫນຶ່ງ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຄົງ​ຕົວ​ຂອງ​ວິ​ສາ​ຫະກິດ ນັ້ນ​ແມ່ນ​ການ​ກູ້​ຢືມ​ທຶນ​ຈາກ​ທະນາຄານ​ຍາກທີ່​ຈະ​ປະຕິບັດ​ໄດ້. ​ເພາະວ່າ ​ໃນ​ໄລຍະ​ຜ່ານ​ມາ, ອັດຕາ​ດອກ​ເບ້ຍ​ທະນາຄານ​ຍັງ​ສູງ ​ແລະ ສິນຄ້າ​ຄ້າງ​ສາງ​ເປັນ​ຈຳນວນ​ຫລວງຫລາຍ ຊັບ​ສິນ​ຄ້ຳປະກັນ ຂອງ​ວິ​ສາ​ຫະກິດມີ​ຫນ້ອຍ. ​ໃນ​ຂະນະ​ນັ້ນ ການ​ຄ້ຳປະກັນດ້ວຍ​ສິນຄ້າ​ຄ້າງ​ສາງ​ເພື່ອ​ກູ້​ຢືມ​ທຶນ​ແມ່ນ​ຍາກ​ທີ່​ສຸດ. ​ເງ່ືອນ​ໄຂ​ເພື່ອ​ໃຫ້​ບັນດາ​ທະນາຄານ​ພິຈາລະນາ​ຕົກລົງໃຫ້​ວິ​ສາ​ຫະກິດກູ້​ຢືມ​ທຶນ​ແມ່ນ​ບໍ່ທັນມີ​​ໄຫວ​ພິບ​ຕາມ​ຄວາມ​ຕ້ອງການ​ຂອງ​ວິ​ສາ​ຫະກິດ. ທ່ານ Nguyen Tri Kien ຜູ້ອຳນວຍການ​ບໍລິສັດ​ຫຍິບ​ກະ​ເປົາ Minh Tien ​ໃຫ້​ຮູ້​ວ່າ:

        “ບັນດາ​ທະນາຄານ​ພິຈາລະນາ​ເງື່ອນ​ໄຂ​​ໃຫ້ກູ້​ຢືມຢ່າງ​ເຄັ່ງ​ຄັດ. ຕົວຢ່າງຄື ຮອດ​ສົກຮຽນ​ໃຫມ່ ພວກ​ຂ້າ​ພະ​ເຈົ້າ​ຢາກ​ກູ​້ຢືມ​ຈຳນວນ​ເງິນ 6 ຕື້ດົ່ງ ​ແຕ່​ຊັບ​ສິນ​ຄ້ຳປະກັນພຽງ​ແຕ່ກູ້​ຢືມ​​ເງິນໄດ້ 4 ຕື້ດົ່ງເທົ່າ​ນັ້ນ, ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ບໍ່ສາມາດກູ້​ຢືມ​​ເງິນບ້ວງ​ໃດ​ຕື່ມອີກ.​ເມື່ອ​ພວກ​ຂ້າພະ​ເຈົ້າ​ເອົາສິນຄ້າຄ້າງສາງ

ມາຄ້ຳປະກັນເພື່ອ ກູ້ຢືມທຶນຕື່ມ​ອີກ, ແຕ່ທະນາຄານພັດປະຕິ​ເສດ.”

        ສ່ວນ​ຝ່າຍ​ທະນາຄານກໍ່​ຖື​ວ່າແຫ​ລ່ງທຶນຈໍລະຈອນ​ບໍ່​ທັນ​ໄດ້​ດີ ຍ້ອນ​ບັນດາ​ວິ​ສາ​ຫະກິດ​ຍັງ​ມີ​ສິນຄ້າ​ຄ້າງ​ສາງ​​ເປັນ​ຈຳນວນຫຼວງຫລາຍ ສະ​ນັ້ນ​ທະນາຄານຈຶ່ງ​ເປັນ​ຫ່ວງ​ຕໍ່​ການຈຳຫນ່າຍ​ສິນຄ້າ​ກໍ​ຄື​ຄວາມ​ສາມາດ​ຖອນ​ທຶນຄືນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳລັບ​ໂຄງການ​ຈຳນວນ​ຫນຶ່ງທີ່​ດຳເນີນ​ທຸລະ​ກິດ​​ໄດ້ດີ ທະນາຄານ​ຍັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເຂົາ​ເຈົ້າ​​ກູ້​ຢືມ​ທຶນ​. ພາຍຫລັງດັດ​ປັບ​ອັດຕາ​ດອ​ກ​ເບ້ຍ​​ເປັນ 4 ຄັ້ງ, ມາ​ຮອດ​ປະຈຸ​ບັນ ​ເລື່ອງ​ວິ​ສາ​ຫະກິດ​ກູ້​ຢືມ​ທຶນ​ຈາກ​ທະ​ນາຄາ​ນ​ກໍໄດ້​ຮັບ​ການ​ປັບປຸງ​ແລ້ວ. ​ໃນ 6 ​ເດືອນ​ຕົ້ນ​ປີ 2012, ​ສິນ​ເຊື່ອ​ຂອງ​ນະຄອນ​​ໂຮ່ຈິ​ມີນ ບັນລຸລະດັບ​ເຕີບ​ໂຕ 0,37%. ບັນດາ​ທະນາຄານ​ໄດ້​ສຸມ​​ແຫ​ລ່ງທຶນກວ່າ 26.600 ຕື້​ດົ່ງໃຫ້​ 4 ໝວດຂະ​ແໜງ​ບຸລິມະສິດ​​​ກູ້​ຢືມ​ ດ້ວຍ​ອັດ​ຕາດ​ອກ​ເບ້ຍ​ແຕ່ 11 - 13% ຄື: ການ​ພັດທະນາ​ກະສິກຳ, ຊົນນະບົດ, ການ​ສົ່ງ​ອອກ, ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ. ພ້ອມ​ກັນ​ນັ້ນ, ບັນດາ​ທະນາຄານ​ກໍ່ໄດ້​ສ້າງ​ອົງ​ປະກອບ​ບ້ວງ​ຫນິ້ສິນປະມານ 12.000 ຕື້​ດົ່ງໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​. ພິ​ເສດ, ພາຍຫລັງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​​ໃຫ້​ກູ້​ຢືມ​ດ້ວຍລະດັບ​ຕຳ່​ກວ່າ 15%/ປີ ​ໃນ​ເວລາ​ເກືອບ 2 ອາທິດ. ທະນາຄານ Dong A ​ມີ​ບ້ວງ​​ເງິນ​ຫນູນ​ຊ່ວຍ 10.000 ຕື້​ດົ່ງ​ເພື່ອ​ໃຫ້​ວິ​ສາ​ຫະກິດກູ້​ຢືມ,​ ​ໃນ​ນັ້ນ 1.000 ຕື້​ດົ່ງ​ໃຫ້​ວິ​ສາ​ຫະກິດກູ້ຢືມ​​ດ້ວຍ​ຄວາມ​ໄວ້​ວາງໃຈ, ທ່ານ Tran Phuong Binh ຜູ້ອຳນວຍການ​ໃຫຍ່​ທະນາຄານ Dong A ​ໃຫ້​ຮູ້​ວ່າ:

        “ທະນາຄານ Dong A ພວມ​ພິຈາລະນາ​​ເພື່ອ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ທຶນທີ່​ມີ​ຕໍ່​ບັນດາ​ວິ​ສາ​ຫະກິດ​ພວມ​ມີ​ຈຳນ​ວນເຫລືອ​ຫນິ້. ທະນາຄານ​ພວມ​ມີ​ບ້ວງ​ເງິນ​ໃຫ້​ກູ​້ຢືມ​ສຳລັບ​ຜູ້​ມີ​ຄວາມ​ຕ້ອງການ​ດ້ານ​ເຮືອ​ນຢູ່. ອັດຕາ​ດອກ​ເບ້ຍ​ໃນ​ປີ​ທຳ​ອິດ​ແມ່ນ 12% ​ເພື່ອ​ກະຕຸກ​ຄວາມ​ຕ້ອງການສຳລັບ​ບັນດາ​ວິ​ສາ​ຫະກິດ​ມີ​ຄວາມ​ຕ້ອງການ​ຢ່າ​ງ​ແທ້​ຈິງ.”

ນຳບ້ວງເງິນຫນູນຊ່ວຍຂອງທະນາຄານມາສູ່ວິສາຫະກິດ - ảnh 2
ພາບປະກອບ:vasep.com.vn

        ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ຂອງ​ລັດຖະບານ ​ແລະ ​ທະນາຄານ​ພວມ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຫລີກລ້ຽງການ​ລົ້ມ​ລະລາຍ​ຫລື​ຢຸດຕິ​ການ​ເຄື່ອນ​ໄຫວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ວິ​ສາ​ຫະກິດ​ຖື​ວ່າ: ທະນາຄານ​ແຫ່ງ​ລັດ​ຕ້ອງ​ມີ​ວິວັດ​ການ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ລົງ​ຕຳ​່ກວ່າ 10%, ​ເພາະວ່າ ອັດຕາ​ດອກ​ເບ້ຍ​ໃຫ​້ກູ້​ຢືມ​ຂອງ ຫວຽດນາມ ປະຈຸ​ບັນ ຍັງ​​ມີ​ລະດັບ​ສູງ​ກວ່າ​ເມື່ອທຽບໃສ່ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແຕ່ 3 - 4%. ພ້ອມ​ກັນ​ນັ້ນ, ຕ້ອງມີການ​ດັດ​ປັບ​ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ຄືນ​ໃຫມ​່, ​ເພາະວ່າ ບັນດາ​ວິ​ສາ​ຫະກິດ​ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ທ່ານ​ນາງ Nguyen Thi Hong, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມີນ ຖື​ວ່າ:

        “ນະຄອນ ​ໂຮ່ຈິ​ມມີນ ​ໄດ້ສ້າງ​ແຜນ​ນະ​ໂຍບາຍ ​ແລະ ມີ​ບັນດາ​ຮູບ​ແບບ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ນີ້. ຂ້າພະ​ເຈົ້າ​ຖື​ວ່າ: ນີ້​ແມ່ນ​ຮູບ​ແບບ​ດີ​ເພື່ອ​ໃຫ້​ລັດ​ຈັດ​ຕັ້ງ​ການ​ເຊື່ອມ​ຕໍ່​ລະຫວ່າງ​ທະນາຄານ ​ແລະ ວິ​ສາ​ຫະກິດ​ເພື່ອພົບ​ປະ, ​ແບ່ງປັນ​ຄວາມ​ຫຍຸ້ງຍາກ, ຄຽງ​ບ່າ​ຄຽງ​ໄລ່​ກັບ​ວິ​ສາ​ຫະກິດ​ເພື່ອ​ພັດທະນາ.”

        ຕໍ່ຫນ້າ​ຄວາມ​ຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ​ໃນ​ການ​ກູ້​ຢືມ​ທຶນ, ການ​ນຳ​ທະນາຄານ​ແຫ່ງ​ລັດ​ໄດ້​ມອບ​ໃຫ້​ທະນາຄານ​ແຫ່ງ​ລັດ​ສາຂາ​ຢູ່​ບັນດາ​ແຂວງ, ນະຄອນ ສົມທົບ​ກັບ​ທະນາຄານ​ການ​ຄ້າ​ແກ້​ໄຂ​ຂໍ້​ຕັດ​ຂັດ. ​ເລື່ອງ​ທະນາຄານໜູນ​ຊ່ວຍ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ບໍ່​ພຽງ​ແຕ່​​ສ້າງ​ເງື່ອນ​ໄຂໃຫ້ວິ​ສາ​ຫະກິດພັດທະນາ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້ທະນາຄານພັດທະນາ​ອີກ​ດ້ວຍ, ການກູ້​ເອົາ​ວິ​ສາ​ຫະກິດ​ກໍ່​ແມ່ນ​ການ​ກູ້​ເອົາ​ທະນາຄານນັ້ນ​ເອງ. ທ່ານ Nguyen Van Binh ຜູ້​ວ່າການ​ທະນາຄານ​ແຫ່​ງລັດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ທະນາຄານ​ແຫ່ງ​ໃດ​ຕັ້ງຫນ້າ​ຜັນ​ຂະຫຍາຍ ທະນາຄານ​ແຫ່ງ​ລັດ​ຈະ​ໃຫ້​ຄະ​ແນນ​ບວກ. ສ່ວນ​ທະນາຄານ​ແຫ່ງ​ໃດ​ບໍ່​ຜັນ​ຂະຫນຍາຍ​ຈະ​ຖືກ​ຄະ​ແນນ​ລົບ ​ແລະ ຈະ​ມີ​ມາດ​ຕະການ​ປັບ​ໄຫມ. ກ່ອນ​ອື່ນ​ໝົດ ພວກ​ຂ້າພະ​ເຈົ້າ​ສົ່ງ​ເສີມ​ທະນາຄານ ​ແລະ ວິ​ສາ​ຫະກິດ​ພ້ອມ​ກັນ​ແກ້​ໄຂຄວາມ​ຫຍຸ້ງຍາກ. ພວກ​ຂ້າພະ​ເຈົ້າ​ທັງ​ຫນູນ​ຊ່ວຍ​ທັງ​ມີ​ມາດ​ຕະການ​ກວດກາ, ​ເລັ່ງລັດ​ວຽກ​ງານ​ນີ້.”

        ບ້ວງ​ເງິນ​ຫນູນ​ຊ່ວຍ​ຂອງ​ລັດ​ໃຫ້​ແກ່​ວິ​ສາ​ຫະກິດ ຈະ​ຊ່ວຍ​ GDP ຂອງ​ຫວຽດນາມ​ໃນ​ປີ 2012 ​ເພີ່ມ​ຂຶ້ນ 1%. ​ໃນ​ຂະນະ​ນັ້ນ ບ້ວງ​ເງິນ​ຫນູນ​ຊ່ວຍກໍ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຮັດ​ໃຫ້​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ຄືນ​ໃຫມ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີ້​ຍັງ​ຄົງ​ແມ່ນ​ມາດ​ຕະການ​ໃນຕໍ່​ຫນ້າ ​ແລະ ຈຳ​ເປັນ​ຕ້ອງ​ມີ​ມາດ​ຕະການ​ໃນ​ໄລຍະ​ຍາວ​ກວ່າ​ຄື: ທະນຄານ​ແຫ່ງ​ລັດ​ຄວນ​ສືບ​ຕໍ່​ຫລຸດຜ່ອນ​ອັດຕາ​ດອ​ກ​ເບ້ຍ​ໃນ​ໄລຍະ​ຍາວ​ເພື່ອ​ສົ່ງ​ເສີມ​ວິ​ສາ​ຫະກິດ​ກູ້​ຢືມ​ທຶນ; ຕ້ອງ​ມີ​ບັນດາ​ມາດ​ຕະການ​ດ້ານອາກອນ​ທີ່​ມີ​ລັກສະນະ​ເປັນ​ປົກກະຕິ ​ແລະ ຫລຸດຜ່ອນ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ ​ເພື່ອ​ໃຫ້​ບ້ວງ​ເງິນໜູນຊ່ວຍຂອງ​ທະນາຄານ​ ​ໃຫ້​ແກ່ວິ​ສາ​ຫະກິດ​ເປັນ​ປົກກະຕິ ​ແລະ ພັດທະນາ​ປະກົດ​ຜົນ​ເປັນ​ຈິງ.

       

ຕອບກັບ

ຂ່າວ/ບົດ​ອື່ນ