ນຳໃຊ້ກົນຈັກໃນການຜະລິດເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ

(vovworld)-  ດ້ວຍ​ເນື້ອ​ທີ່​ດິນກວ່າ 1,8 ລ້ານ​ເຮັກ​ຕາ ພ້ອມ​ກັບ​​ການ​ຜະ​ລິດ​ເຂົ້າ​ 2 -3 ລະ​ດູ​ການ/ປີ, ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ​ທາງພາກ​ໃຕ້​ຫວຽດ​ນາມ ແມ່ນ​ອູ່​ເຂົ້າ​ຂອງ​ທົ່ວ​ປະ​ເທດ​ດ້ວຍ​ປະລິມານ​ການ​ຜະລິດນັບ​ມື້​ນັບ​ເພີ່ມ​ຂຶ້ນ. ໃນ​​ໄລ​ຍະ 10 ປີຜ່ານ​ມາ, ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ​ມີ​ບາ​ດ​ກ້າວ​ພັດ​ທະ​ນາ​ດີ​ພໍ​ສົມ​ຄວນ​ໃນ​ການ​ນຳໃຊ້​ກົນ​ຈັກ​​ເຂົ້າໃນ​ການ​ຜະ​ລິດ​ເຂົ້າ, ແຕ່​ຍັງ​ບໍ່​ທັນ​ຕອບ​ສະ​ຫ​ນອງ​ຄວາມ​ຕ້ອງ​ການ​, ການ​ພັດ​ທະ​ນາ​  ຮອບ​ດ້ານ​ໄດ້. ຕໍ່​ຫ​ນ້າ​ຄວາມ​ຫ​ຍຸ້ງ​ຍາກ​ດັ່ງ​ກ່າວ, ບັນ​ຫາ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ຜະ​ລິດ​ເຂົ້າ​ພວມ​ແມ່ນ​ຈຸດ​ໝາຍ​ຈຳ​ເປັນ​ທີ່​ສຸດ ດ້ວຍ​ການ​ກຳ​ນົດ​ທິດ​ຢ່າງ​ຈະ​ແຈ້ງ​ສຳ​ລັບ​ເຂດ​ປູກ​ເຂົ້າ​ທີ່ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ.

    ຜ່ານ 10 ປີ​ແຫ່ງ​ການ​ນຳ​ໃຊ້​ກົນ​ຈັກ​ໃນ​ກາ​ນ​ຜະ​ລິດ​ເຂົ້າ​ຢູ່​ເຂດ​ທົ່ງ​ພຽງ​ ແມ່ນ້ຳ​ຂອງ  ສະ​ມັດ​ຕະ​ພາບ​ການຜະ​ລິດ​ເຂົ້າ​ຢູ່​ເຂດນີ້​​ໄດ້​ເພີ່ມ​ຂຶ້ນຈາກ 4,3 ໂຕນ/ເຮັກ​ຕາ​ເມື່ອ​ປີ 2001 ​ໄດ້ຂຶ້ນ​ເຖິງ 5,7 ​ໂຕນ/ເຮັກ​ຕາ​ໃນ​ປີ 2012, ປະລິມານ​ການ​ຜະລິດກໍ່​ເພີ່ມ​ຂຶ້ນ​ຈາກ 16 – 24,5 ລ້ານ​ໂຕນ. ກົນ​ຈັກ​ໄດ້​ຮັບ​ການ​ໝູນ​ໃຊ້​ໃນ​ຫລາຍ​ຂອດ ​ໄດ້​ປະ​ກອບ​ສ່ວນຫລຸດ​ຜ່ອນ​​ຄວາມ​ເສຍ​ຫາຍ ແລະ ​ເພີ່ມມູນ​ຄ່າ​​ໃຫ້ຂະ​ແຫນງ​ຜະ​ລິດເຂົ້າ. ພິ​ເສດ​ ເມື່ອນຳ​ໃຊ້​ກົນ​ຈັກ​ໃນ​ການ​ເກັບ​ກ່ຽວ ​ແມ່ນ​ຫລຸດ​ຜ່ອນລາຍ​ຈ່າຍລົງ ​ 50% ​ເມື່ອ​ທຽບ​ໃສ່​ການ​ເກັບ​ກ່ຽວແບບ​ຫັດ​ຖະ​ກຳ. ແບບ​ຢ່າງ​ທີ່​ດີເດັ່ນ​ ​ໃນການ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ຜະ​ລິດ​ເຂົ້າຕ້ອງ​ເວົ້າ​ເຖິງ​ແຂວງ ລອງ​ອານ, ແມ່ນ​ຫ​ນຶ່ງ​ໃນ​ຈຳ​ນວນ 4 ແຂວງ ມີ​ເນື້ອ​ທີ່​ປູກ​ເຂົ້າ​ຫລາຍກວ່າ​ໝູ່ ດ້ວຍ 260.000 ເຮັກ​ຕາ,  ແຕ່​ລະ​ປີ​ໄດ້ປະ​ກອບ​​ເຂົ້າໃຫ້​ແກ່​ເຂດນີ້​ກວ່າ 2,6 ລ້ານ​ໂຕນ. ປະ​ຈຸ​ບັນ ແຂວງ ລອງ​ອານ​ແມ່ນ​​ແຂວງ​ທີ່​ນຳ​ໃຊ້​ກົນ​ຈັກ​ໃນ​ຂອດ​ເກັບ​ກ່ຽວເຂົ້າ​ຫລາຍກວ່າ​ໝູ່​ຢູ່​ເຂດນີ້ ດ້ວຍ​ອັດ​ຕາ​ສ່ວນ​ບັນ​ລຸ 95% ແລະ ປະ​ຕິ​ບັດ​ຫລາຍ​ນະ​ໂຍ​ບາຍ​ຊຸ​ກ​ຍູ້​ການ​ນຳ​ໃຊ້ກົນ​ຈັກໃນ​ການ​ປູກ​ເຂົ້າ, ປະ​ກອບ​ສ່ວນ​ເພີ່ມ​ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ, ຫລຸດ​ຜ່ອນ​ລາຍ​ຈ່າຍ​ໃນການ​ຜະ​ລິດ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ດີ​ພໍ​ສົມ​ຄວນ. ທ່ານ ຫງວຽນ​ແທນ​ຕຸ່ງ, ຫົວ​ຫ​ນ້າ​ສູນ​ສົ່ງ​ເສີມ​ກະ​ສິ​ກຳ​ແຂວງ ລອງ​ອານ ໃຫ້​ຮູ້​ວ່າ:

         “ ພວກ​ຂ້າ​ພະ​ເຈົ້າ​ພວມ​ໝູນ​ໃຊ້​ກົນ​ຈັກ​ເຕັກ​ໂນ​ໂລ​ຊີ​ສູງ, ພິ​ເສດ​ແມ່ນ​ອຸ​ປະ​ກອນ​ຄາດທົ່ງນາ ດ້ວຍ laser. ຊາວ​ກະ​ສິ​ກອນ​ຈະ​ຫລຸດ​ຜ່ອນແນວ​ພັນ​ເຂົ້າ, ຝຸ່ນ​ເຄ​ມີ, ຢາປາບ​ສັດ​ຕູ​ພືດ ແລະ ປະ​ຕິ​ບັດ​ບັນ​ດາ​ຂັ້​ນ​ຕອນປູກຝັງ​​ດີກວ່າ. ເວ​ລານັ້ນທາງ​ແຂວງ​ຈະ​ນຳ​ໃຊ້​ຈັກ​ດຳ​ນາ​ເພື່ອ​ຫລຸດ​ຜ່ອນ​ຄ່າແຮງ​ງານ​ລົງ. ເພື່ອ​ຊຸກ​ຍູ້​ການ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ປູກ​ເຂົ້າ ຕ້ອງ​ຫ​ນູນ​ຊ່ວຍ​​ທຶນ​ຮອນ​ໃຫ້​ແກ່ຊາວ​ກະ​ສິ​ກອນ. ບັນ​ດາ​ສະ​ຖາ​ບັນ, ໂຮງ​ຮຽນ ຄວນ​ສືບ​ຕໍ່​ຄົ້ນ​ຄ້​ວາ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ກົນ​ຈັກ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ເໝາະ​ສົມ​ກັບ​ທົ່ງ​ນາ​ຢູ່​ຫວຽດ​ນາມ, ພິ​ເສດ ແມ່ນ​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ.”             

        

ນຳໃຊ້ກົນຈັກໃນການຜະລິດເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ຮູບ​ແບບ​ນຳ​ໃຊ້ກົນ​ຈັກ​ແມ່ນ​ສະດວກ​ທີ່​ສຸດ​ສຳລັບ​ຊາວ​ກະສິກອນ
ພາບ: internet

     ອ້າຍ ຫວໍ​ວັນ​ເຈີດ, ຊາວ​ກະ​ສິ​ກອນ ຢູ່​ບ້ານ 5 ຕາ​ແສງ ເຕີນ​ແທ່ງ, ເມືອງ​ເຕີນ​ແທ້ງ, ແຂວງ ລອງ​ອານ ຊື່ງ​ແມ່ນ​ຜູ້​ປູກແນວ​ພັນ​ເຂົ້າ​ໃຫ້​ແກ່​ສູນ​ສົ່ງ​ເສີມກ​ະ​ສິ​ກຳ​ແຂວງ ລອງ​ອານ ມາ​ເປັນ​ເວ​ລາເກືອບ 10 ປີ ດ້ວຍ​ເນື້ອ​ທີ່ 1 ເຮັກ​ຕາ, ສະ​ມັດ​ຕະ​ພາບ​ສະ​ເລ່ຍ 8 ໂຕນ/ເຮັກ​ຕາ. ປີ 2003, ອ້າຍ​ເຈີດ ​ພ້ອມ​ກັບ 7 ຄອບ​ຄົວ​ອື່ນ ​ເລີ່​ມ​ນຳ​ໃຊ້​ຈັກ​ກ່ຽວ​ເຂົ້າ ​ແລະ ຟາດ​ເຂົ້າ​ໃນ​​ການ​ປູກ​ຝັງ. ນັບ​ແຕ່​ເມື່ອ​ມີ​ກົນ​ຈັກ, ເວ​ລາ​ເກັບ​ກ່ຽວ​ເຂົ້າ​ກໍ່ຫຼຸດ​ລົງ​​​​ເມື່ອ​ທຽບ​ໃສ່ການ​ເກັບ​ກ່ຽວ​ເຂົ້າ​ແບບ​ຫັດ​ຖະ​ກຳ​ເຖິງ 20 ມື້, ຄວາມ​ສູນ​ເສຍ​ໃນ​ການ​​ເກັບ​ກ່ຽວ​ກໍ​ຫລຸດ​ຈາກ 30% ລົງ​ເຫລືອ​​ພຽງປະມານ 10%. ລາຍ​ຮັບ​ຊື່​ງຫນ່ວຍ​ປູກຝັງ​ເກັບ​ມາ​ໄດ້​ກໍ​ເພີ່ມ​​ແຕ່ 50 ລ້ານ​ດົ່ງ/​ເຮັກຕາ/ຄົນ/ປີ​ຂຶ້ນ​ເຖິງ 65 ລ້ານ​ດົ່ງ/ຄົນ/ປ​ີ. ອ້າຍຫວໍວັນ​ເຈີດ ​ໃຫ້​ຮູ້​ວ່າ:

          “ຂ້າພະ​ເຈົ້າ​ເຫັນ​ວ່າ ຮູບ​ແບບ​ນຳ​ໃຊ້ກົນ​ຈັກ​ແມ່ນ​ສະດວກ​ທີ່​ສຸດ​ສຳລັບ​ຊາວ​ກະສິກອນ ​ແຕ່​ຍັງ​ເປັນ​ສິ່ງ​ໃຫມ່​ອ່ຽມສຳລັບ​ບາງ​ຄອບຄົວ​ຊາວ​ກະສິກອນ. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາວ່າ​ລັດ​​ຈະຫນູນ​ຊ່ວຍ​​​​​ເງິນກູ້​ຢືມ​ຈາກ​ທະນາຄານ​ເພື່ອ​ຊື້​​ກົນ​ຈັກ​ປະ​ເພດ​ຕ່າງໆ ແນ​ໃສ່ຊ່ວຍ​ຊາວ​ກະສິກອນ​ໃນ​ການ​ປູກ​ຝັງ. ສະ​ເພາະ​ບັນດາ​ຄອບຄົວ​ຜະລິດ​ແນວ​ພັນ​ເຂົ້າ ​ແມ່ນຕ້ອງການ​ຈັກ​ດຳນາທີ່​ສຸດ.”

          ​ເຖິງ​ວ່າ​ໄດ້​ຮັບ​ບຸລິມະສິດ​​ໃນ​ການ​ລົງທຶນແລ້ວ​ກໍ່​ຕາມ, ​ແຕ່​ອັດ​ຕາ​ສ່ວນ​ນຳ​ໃຊ້ກົນ​ຈັກໃນ​ການ​ຜະລິດ​ເຂົ້າ​ ​ຢູ່​ເຂດ​ທົ່ງພຽງ​ແມ່ນຳ້​ຂອງ ຍັງ​ຕ່ຳ​ຢູ່ ພິ​​ເສດ​ແມ່ນ​ຂອດ​ໄຖ​ນາ, ຫົດ​ນ້ຳ, ​ເກັບ​ກ່ຽວ ​ແລະ ປັ່ນ​ແຫ້ງ. ສິ່ງ​ດັ່ງກ່າວ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ບໍ່​ແມ່ນ​ຫນ້ອຍ​ໃຫ້​ຂະ​ແຫນງ​ຜະລິດ​ເຂົ້າ​ຫວຽດນາມ ​ເພາະວ່າ​ຄຸນ​ນະພາ​ບບໍ່​ຮັບປະກັນ. ອີກ​ດ້ານ​ຫນຶ່ງ, ​ດ້ວຍບັນດາ​ປັດ​ໄຈ​​ບໍ່​ສະ​ດວກ​ຄື: ສັດ​ຕູ​ພືດ​ທຳລາຍ, ນ້ຳ​ຖ້ວມ, ນ້ຳ​ເຄັມ​ເກີດ​ຂຶ້ນ​ເປັນ​ປະຈຳ, ກຳລັງ​ແຮງ​ງານ​ຢູ່​ຊົນນະບົດ​ກໍ​ຫລຸດ​ລົງ​ຢ່າງ​ແຮງ, ທັງ​ໝົດ​ເຫລົ່າ​ນັ້ນ​ໄດ້​​ເພີ່ມ​ກຳລັງ​ດັນ​​ໃຫ້​ແກ່​ການ​ຜະລິດ​ເຂົ້າ. ສະ​ນັ້ນ ການ​ນຳ​ໃຊ້​ກົນ​ຈັກ​​ໃນ​ການ​ຜະລິດ​ເຂົ້າ​ໄດ້​ກາຍ​ເປັນຄວາມ​ຕ້ອງການ​ທີ່​ຈຳ​ເປັນ,​ ພິ​ເສດ​ແມ່ນ​ການ​ນຳ​ໃຊ້​ຈັກ​ດຳນາ ຄວນ​ໄດ້​ຮັບການ​ຜັນ​ຂະຫຍາຍ​ຢ່າງ​​ແຮງ​ກວ່າ, ​ເປັນ​ຕົ້ນ​ຢູ່​ເຂດ​ປູກ​ເຂົ້າ​ແຄມ​ທະ​ເລ​, ເຄີຍ​ຖືກ​ຂົມ​ຂູ່​ຈາກ​ນ້ຳ​ເຄັມ. ດຣ ​ເລ​ວັນ​ແບ​ງ(Lê Văn Bảnh) ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເຂົ້າ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ຖື​ວ່າ:

          “​ໃນການ​ປູກ​ເຂົ້າ ການດຳນາ​​ແມ່ນ​ຂອດ​ສຳຄັນ​ກວ່າ​ໝູ່. ​​ແຮງ​ງານ​ຢູ່​ຊົນນະບົດ​ພວມ​ຂາດເຂີນ, ຖ້ານຳ​ໃຊ້​ຈັກ​ດຳນາ​​ກໍ່ສາມາດ​ດຳ​​ນາໄດ້​ແຕ່ 3- 5 ​ເຮັກຕາ/ມື້. ​ຢາກ​ເຮັດ​ໄດ້​ຄື​ດັ່ງ​ກ່າວ ຕ້ອງ​ປັບປຸງ​ທົ່ງນາ​ໃຫ້​ດີ. ປະຈຸ​ບັນ ລາຄາ​ຊື້ຈັກ​ດຳນາ​​​​ສູງ, ສະ​ນັ້ນ ຊາວ​ກະ​ສິກອນ​ກໍ​ບໍ່​ລົງທຶນ​ຫລາຍ. ຖ້າ​ຫາກ​ປະຕິບັດ​ວຽກ​ງານ​ໂຄສະນາ​ເປັນ​ຢ່າງ​ດີ ​ແລະ ​ເຮັດ​ທົດ​ລອງ​ຢູ່​ທົ່ງ​ນາ ເມື່ອ​ເຫັນ​ປະຈັກ​ຕາ​ປະສິດ​ທິຜົນ ປະ​ຊາ​ຊົນຈະ​ປະຕິ​ບັດ​ຕາມ. ຖ້າ​ຫວຽດ​ນາມຜະລິດ​ຈັກ​ດຳ​​ນາໄດ້ ລາຄາ​ຈັກ​ດຳ​ນາ​ກໍ່ຫຼຸດ​ລົງ ​ແລະ ຊາວ​ກະສິກອນ​ຈະ​ນຳ​ໃຊ້ຫລາຍ​ກວ່າ.”        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຈຸ​ບັນ ລາຄາ​​ກົນ​ຈັກ​ສູງ​ພໍ​ສົມຄວນ,  ​ຫລາຍ​ຄອບຄົວ​ບໍ່​ມີ​ເງິນ​ຊື້​ເພື່ອ​ຮັບ​ໃຊ້​ການ​ປູກຝັງ. ​ເພາະສະ​ນັ້ນ ຊາວ​ກະສິກອນ​ຢາກ​ມີນ​ະ​ໂຍບາຍ​ຫນູນ​ຊ່ວຍ​ໃຫ້​​​ກູ້​ຢືມ​ດ້ວຍ​ອັດຕາ​ດອກ​ເບ້ຍ​ຕ່ຳ​ ແລະ ໄດ້​ຮັບ​ການ​ແນະນຳ​ກ່ຽວ​ກັບວິທີ​ນຳ​ໃຊ້​ ເພື່ອ​ສາ​ມາດ​ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ​ໄດ້ຢ່າງ​ວ່ອງ​ໄວ​. ​

ນຳໃຊ້ກົນຈັກໃນການຜະລິດເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 2
ຈັກກ່ຽວເຂົ້າ
ພາບ:internet
ເພື່ອ​ເສີມ​ຂະ​ຫ​ຍາຍ​ປະສິດທິ​ຜົນ​ແຫ່ງການ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ຜະລິດ​ເຂົ້າ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແມ່ນຕ້ອງ​ແກ້​ໄຂ​ຫລາຍ​ບັນຫາ. ​ໃນ​ນັ້ນ ​ເລື່ອງ​ວາງ​ບັນດາ​ນະ​ໂຍບາຍທີ່​ເໝາະສົມ ​ແລະ ສາ​ມາດເປັນ​ໄປ​​ໄດ້ ກໍ​ຄື​ເລື່ອງເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ລະຫວ່າງ ລັດ, ນັກວິທະຍາສາດ, ນັກ​ທຸ​ລະກິດ ​ແລະ ຊາວ​ກະສິກອນ, ​ເພື່ອລົບ​ລ້າງຮູບ​ການ​ຜະລິດ​ຂະຫນາດນ້ອຍ​ເທື່ອ​ລະ​ກ້າວ ​ຈະແມ່ນ​ເສັ້ນທາງ​ເພື່ອ​ໃຫ້​ພໍ່​ແມ່​​ຊາວ​ກະສິກອນຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ ຫັນ​​ຂົງ​ເຂດກະສິກຳ​ຊົນນະບົດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ