ນຳໃຊ້ພະລັງງານຜະລິດຄືນໃຫມ່ເພື່ອພັດທະນາເສດຖະກິດ

(vovworld)- ຫວຽດນາມ​ແມ່ນ​ປະ​ເທດ​ມີ​ທີ່​ຕັ້ງ​ພູມສາດ​​ຢູ່​ເຂດ​ຮ້ອນ, ລົມ​ມໍ​ລະ​ສຸມ, ​ແດດ​ຮ້ອນ, ລົມ​ແຮງ ດ້ວຍ​​ຝັ່ງ​ທະ​ເລ​ຍາວ​ກວ່າ 3.200 ກິ​ໂລ​ແມັດ. ນີ້​ແມ່ນ​ບັນດາ​​ເງື່ອ​ນ​ໄຂ​ທຳ​ມະ​ຊາດ​ທີ່​ສະດວກ​ເພື່ອ​ໝູນ​ໃຊ້ ແລະ ພັດທະນາ​ແຫ​ລ່ງພະລັງງານ​ຜະລິດ​ຄືນ​ໃຫມ່ຄື: ພະລັງງານ​​ແສງຕາ​ເວັນ, ພະລັງງານ​​ໃຊ້​ພະລັງ​ແຮງລົ​ມ, ພະລັງງານ​ຊີວະ​ສາດ… ຫວຽດນາມ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສະ​ນັ້ນ ການ​ນຳ​ໃຊ້​ແຫ​ລ່ງພະລັງງານ​ຜະລິດ​ຄືນ​ໃຫມ່​ຈາກ​ທຳ​ມະ​ຊາດ​ກໍ​ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ຈຳກັດ​ສະພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​

ນຳໃຊ້ພະລັງງານຜະລິດຄືນໃຫມ່ເພື່ອພັດທະນາເສດຖະກິດ - ảnh 1
ພາບປະກອບ


        ຄວາມ​ຕ້ອງການ​ນຳ​ໃຊ້​ພະລັງງານ​ເພື່ອ​ຮັບ​ໃຊ້​ການ​ຜະລິດ ​ແລະ ​ຊີວິດ​ການ​ເປັນ​ຢູ່ຂອງ​ຊາວ ຫວຽດນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ໃນ​ຂະນະ​​ທີ່ແຫ​ລ່ງຖ່ານ​ຫີນ​​​ໃຊ້​ເພື່ອ​ຜະລິດ​ໄຟຟ້າ​ພວມ​ຄ່ອຍໆ​ໝົດ​ກ້ຽງ. ຄຽງ​ຄູ່​ກັນ​ນັ້ນ, ​ປະລິມານ​ນ້ຳ​ເພື່ອ​ຜະລິດ​ໄຟຟ້າ​ນ້ຳຕົກກໍ່​ພວມ​ບົກ​ແຫ້ງ​ລົງ. ​ໃນ​ສະພາບ​ຄື​ແນວ​ນັ້ນ ​ການ​ພັດທະນາ​ພະລັງງານ​ຜະລິດ​ຄືນ​ໃຫມ່​ເວົ້າ​ລວມ ​ແລະ ພະລັງງານ​ແສງຕາ​ເວັນ ​ແລ​ະ ພະລັງງາ​ນ​ໃຊ້​ພະລັງ​ແຮງລົມ​ທີ່​ມີ​ຢູ່​ແລ້ວ​​ໃນ​ທຳ​ມະ​ຊາດ​ເພື່ອ​ຜະລິດ​ໄຟຟ້າ ​ແມ່ນ​ທ່າ​ອ່ຽງ​ທີ່ຕັ້ງຫນ້າ ​ແລະ ມີ​ຄວາມ​ເປັນ​ໄປ​ໄດ້. ນີ້​ກໍ​ແມ່ນ​ທ່າ​ອ່ຽງພັດທະນາ​ແຫ​ລ່ງພະລັງງານ​ສະອາດ​ທີ່​ກ້າວຫນ້າ​ຢູ່​ໃນ​ໂລກ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ໄດ້​​ເຊັນ​ອະນຸມັດ​​ແຜນ​ສັງ​ລວມພັດທະນາ​ໄລຍະ 2011- 2020, ວິ​ໄສ​ທັດ​ຮອດ​ປີ 2030. ລັດຖະບານ​ກໍ​ໄດ້​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ແກ່ການ​ລົງທຶນ​ພັດທະນາ​ໄຟຟ້າ​ໃຊ້​ພະລັງ​ແຮງ​ລົມ, ​ໃນ​ນັ້ນ ສົ່ງ​ເສີມ​ການ​ພັດທະນາ​​ໄຟຟ້າ​​ໃຊ້​ພະລັງ​ແຮງລົມ​ລະດັບ​ຊາດ​ຢູ່​ບັນດາ​ທ້ອງ​ຖິ່ນ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ພື້ນຖານ​ນິ​ຕິ​ກຳໃຫ້​ແກ່​ການ​ພັດທະນາ​ພະລັງງານ​ຜະລິດ​ຄືນ​ໃຫມ່​ຢູ່​ຫວຽດນາມ, ​ໃນ​ນັ້ນ ລວມມີ​ການ​ນຳ​ໃຊ້​ພະລັງງານ​ແສງຕາ​ເວັນ, ພະລັງງານ​ໃຊ້​ພະ​ລັງ​ແຮງລົມ.​ ສາດສະດາຈານ ດັ້ງ​ຮູ່ງຫວໍ ​ໃຫ້​ຮູ້​ວ່າ:

        “ພະລັງງານ​ຜະລິດ​ຄືນ​ໃຫມ່ປະຈຸ​ບັນ​ພວມ​ແມ່ນ​ວິທີ​ຫນຶ່ງ​ເພື່ອ​ແກ້​ໄຂ​ບັນຫາ​ພະລັງງານ ​ແລະ ພວມ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​​ໂລກ, ​ເພາະວ່າ ນີ້​ແມ່ນ​ພະລັງງານ​ສະອາດ ທັງແມ່ນ​ພະລັງງານ​ຂຽວ ໝາຍ​ຄວາມ​ວ່າ ມັນ​ຮັບປະກັນ​ມາດຖານ​ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ ແຕ່ຍັງ​ຮັບປະກັນ​ພະລັງງານ​ຮັບ​ໃຊ້ໃຫ້​ແກ່​ມະນຸດ. ປະຈຸ​ບັນຢູ່​ໃນ​ໂລກ​, ການ​ນຳ​ໃຊ້​ພະລັງງານ​ນີ້​ພວມ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ໄປ​ຄຽງ​ຄູ່​ກັນນັ້ນ​ແມ່ນ​ຄວາມ​ສຳນຶກ​ກ່ຽວ​ກັບ​ສະຖາປັດຕະຍະກຳ​ຂຽວ, ​ໃນ​ນັ້ນມີ​ການ​ນຳ​ໃຊ້​ແຫ​ລ່ງພະລັງງານ​ສະອາດ​ຄືແນວ​ໃດໃຫ້ກົມ​ກຽວກັບສະພາບ​ແວດ​ລ້ອມ.”

        ​ໃນບັນດາແຫ​ລ່ງພະລັງງານ​ຜະລິດ​ຄືນ​ໃຫມ່​ທີ່ີມີ​ຢູ່​ແລ້ວ​ໃນ​ທຳ​ມະ​ຊາດ, ພະລັງງານ​ແສງຕາ​ເວັນ​ແມ່ນ​ແຫ​ລ່ງພະລັງງານ​ທີ່​ອຸດົມສົມບູນ ​ແລະ ປ່ຽນ​ແປງຫນ້ອຍສຸດ. ຫວຽດນາມ ແມ່ນປະເທດ​ທີ່ມີທ່າ​ສະ​ດວກ, ເພາະນອນໃນ​ເຂດ​ຮ້ອນ, ​​ມີ​ແສງແດດ​​ຫລາຍ​ມື້​ໃນ​​ປີ. ນີ້​ແມ່ນ​ເງ່ືອນ​ໄຂ​ສະດວກ​ເພື່ອ​ຂຸດ​ຄົ້ນ​ແຫ​ລ່ງພະລັງງານ​ທີ່​ອຸດົມສົມບູນ​ນີ້. ການ​ໝູນ​ໃຊ້​ພະລັງງານ​ໃນ​ປະຈຸ​ບັນ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ມາດ​ຕະການ​ປະຢັດ, ລາຄ່າ​ຖືກ ​ແລະ ສາມາດ​ໝູນ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ຊີວິດ​ປະຈຳ​ວັນ. ມີ​ຜູ້​ຊ່ຽວຊານ​ຫລາຍ​ທ່ານ​ຍັງ​ຕີ​ລາຄາ​ວ່າ ນີ້​ແມ່ນ​ແຫ​ລ່ງພະລັງງານ​ທີ່​ມີ​ຄວາມ​ສາມ​າດບົ່ມ​ຊ້ອນ​ໃຫ້​ແກ່​ການ​ຜະລິດ​ອຸດສາຫະກຳ ​ແລະ ການ​ກໍ່ສ້າງ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ລົງທຶນປະ​ກອບ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ​ເພື່ອ​ຜະລິດ​ບັນດາ​ອຸປະກອນ​ນຳ​ໃຊ້​ພະລັງງານ​ແສງຕາ​ເວັນ​ເພື່ອ​ຕົ້ມ​ນ້ຳ​ຮ້ອນ​ໃຫ້​ແກ່​ຄອບຄົວ ​ແລະ ​ໄດ້ຮັບ​ການສະ​ຫນັບ​ສະ​ຫນູນ​ຈາກ​ຜູ້​ອຸປະ​ໂພ​ກຫລາຍ​ຄົນ. ບໍລິສັດ ​ຫຸ້ນ​ສ່ວນ ເຊີນ​ຮ່າ ຜະລິດ​ສະ​ເພາະ​ບັນດາ​ຜະລິດ​ຕະພັນ ທາຍ​ເຢືອງນັງ ນຳ​ໃຊ້​ພະລັງງານ​ແສງຕາ​ເວັນ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ​ບໍລິສັດ​ດັ່ງ​ກ່າວ. ທ່ານ ດາມ​ກວາງ​ຮຸ່ງ, ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນເຊີນ​ຮ່າ ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ​, ຄຽງ​ຄູ່​ກັບ​ບັນດາ​ຜະລິດ​ຕະພັນ​ທາຍ​ເຢືອງນັງ ທີ່​ນຳ​ໃຊ້​ພະລັງງານ​ແສງຕາ​ເວັນ ​ເພື່ອ​ຕົ້ມ​ນ້ຳ​ຮ້ອນ​​ໃຫ້​ແກ່​ບັນດາ​ຄອບຄົວ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງພັດທະນາຜະລິດ​ຕະພັນ​​ອື່ນໆ​ເພື່ອຕອບ​ສະຫນອງ​ຄວາມ​ຕ້ອງການ​​ໃນຂະ​ແຫນງອຸດສາຫະກຳ​​ອີກຄື: ​ນຳ​ໃຊ້​ໃນໂຮງຮຽນ, ​ໂຮງໝໍ, ປ້ອມ​ທະຫານ, ​ຮ້ານ​ຄ້າ, ​ໂຮງແຮມ, ພ​ິ​ເສດ​ໃນ​ຂະ​ແຫນ​ງອຸດສາຫະ​ກຳ​ປຸງ​ແຕ່ງ, ​ເປັນ​ຕົ້ນ​ແມ່ນ​ປຸງ​ແຕ່ງ​ສິນ​ໃນ​ນ້ຳ​ຕ້ອງການ​ແຫ​ລ່ງນ້ຳ​ຮອ້ນ​ເພື່ອ​ຮັບ​ໃຊ້​ການ​ຜະລິດ. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ ວ່າ: ລັດຖະບານ​ຈະ​ມີ​ໂຄງການ​​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ພັດທະ​ນາ​ບັນດາ​ຜະລິດ​ຕະພັນ​ພະລັງງານ​ສະອາດ.”

        ພ້ອມ​ກັບ​ແຫ​ລ່ງພະລັງງານ​​ແສງຕາ​ເວັນ, ​ພະລັງງານ​ໃຊ້​ພະລັງ​ແຮງ​ລົມ ເພື່ອຜະລິດ​ໄຟຟ​້າຢູ່​ຫວຽດນາມ ກໍ່ອຸດົມສົມບູນ. ດ້ວຍ​ຝັ່ງທະ​ເລ​ຍາວ ພ້ອມ​ກັບ​ເກາະ​​ໃຫຍ່​ນ້ອຍ​ຫລາຍ​ແຫ່ງ, ລົມ​ພັດ​​ຕະຫລອດ​ປີ, ຫວຽດນາມ ມີ​ເງື່ອນ​ໄຂ, ຄວາມ​ສາມາດ​ບົ່ມ​ຊ້ອນ​ສະດວກ​ຫຼາຍ​ຢ່າງເພື່ອ​ພັດທະນາ​ລະບົບ​ໄຟຟ້າ​​ໃຊ້​ພະລັງ​ແຮງລົມ. ວັນ​ທີ 29/5/2013 ຜ່ານ​ມາ, ​ກະ​ແສ​ໄຟຟ້າ​ທຳ​ອິດ​ຂອງ​ໂຄງການ​ໄຟຟ້າ​​ໃຊ້​ພະ​ລັງ​ແຮງ​ລົມ​​ຢູ່​ແຂວງ​ບາກ​ລຽວ ໄດ້​ເຊື່ອມ​ຕໍ່​ເຂົ້າ​ຕາ​ໜ່າງ​ໄຟ​ຟ້າແຫ່ງ​ຊາດ. ໂຄງ​ການນີ້​ເລີ່ມ​ລົງ​ມື​ກໍ່​ສ້າງ​ແຕ່​ປີ 2010 ແລະ ແມ່ນໂຄງ​ການໄຟຟ້າ​​ໃຊ້​ພະລັງ​ແຮງລົມແຫ່ງ​ທີ​ສອງ​ຢູ່​ຫວຽດນາມ ດ້ວຍກຳລັງ​​ຜະລິດ​ໄຟຟ້າ 99,2 MW,​ ລວມມີ 62 ​ເສົາຕວກ​ບິນແຮງລົມ ສາມາດ​ຜະລິດໄຟ​ຟ້າ​ໄດ້​ປະມານ 320 ລ້ານ KWh/ປີ. ​ເລື່ອງ​ໂຮງງານ​ໄຟຟ້າ​ໃຊ້​ພະລັງ​ແຮງ​ລົມ​ຢູ່ ບາກ​ລຽວ ​ເຊື່ອມ​ຕໍ່​ເຂົ້າຕາຫນ່າງ​ໄຟຟ້າ​ແຫ່ງ​ຊາດ​​ເປັນ​ຂີດ​ໝາຍສຳຄັນ​ໃຫ້​ແກ່​ການ​ພັດທະນາ​ບັນດາ​ແຫ​ລ່ງພະລັງງານ​ສະອາດ​ຢູ່​ຫວຽດນາມ. ດ້ວຍ​ການ​ຫນູນ​ຊ່ວຍ​ພິ​ເສດ​ຈາກ​ລັດ, ບັນດາ​ນັກ​ລົງທຶນເຂົ້າ​ຂົງ​ເຂດ​ໄຟຟ້າ​ໃຊ້​ພະລັງ​ແຮງ​ລົມ​ຫວຽດນາມ ພວມມີ​ຫລາຍ​ກາລະ​ໂອກາດ​ເພື່ອພັດທະນາ. ​ໃນ​ອະນາຄົດ​ໃກ້ໆ​ນີ້ ພ້ອມ​ກັບ​ແຫ​ລ່ງພະລັງງານ​ແສງຕາ​ເວັນ, ​ແຫ​ລ່ງພະລັງງານ​ໃຊ້​ພະລັງ​ແຮງລົມ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຂຸດ​ຄົ້ນ​ເພື່ອ​ກາຍ​ເປັນ​ແຫ​ລ່ງສະຫນອງ​ພະລັງງານ​ໄຟຟ້າ​ອຸດົມສົມບູນ​ໃຫ້​ແກ່​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ