ບັກນີງ - ແຂວງດີເດັ່ນໃນການດຶງດູດທຶນ FDI 2020

(VOVWORLD) - ປີ 2020 ຫລາຍທ້ອງຖິ່ນໃນທົ່ວປະເທດ ປະສົບກັບຄວາມຫຍຸ້ງຍາກໃນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ຍ້ອນໂລກລະບາດໂຄວິດ 19. ເຖິງຢ່າງໃດກໍຕາມ, ດ້ວຍຄວາມສະດວກຫລາຍຢ່າງພ້ອມກັບນະໂຍບາຍດຶງດູດເງິນລົງທຶນຢ່າງສະດວກສະບາຍ, ແຂວງ ບັກນີງ ຍັງສືບຕໍ່ສ້າງຂີດໝາຍເມື່ອດຶງດູດແຫລ່ງທຶນ(FDI) ດ້ວຍຈຳນວນທຶນເກືອບ 700 ລ້ານ USD ກາຍເປັນຈຸດເດັ່ນຂອງຫວຽດນາມໃນການດຶງດູດ ທຶນ(FDI).

ບັກນີງ - ແຂວງດີເດັ່ນໃນການດຶງດູດທຶນ FDI 2020 - ảnh 1ເຂດອູດສາຫະກຳອຽນຟອງແຂວງບັກນີງ
ພາບ:dangcongsan.vn 

ໂດຍຫ່າງຈາກນະຄອນຫລວງ ຮ່າໂນ້ຍ ປະມານ 30 ກິໂລແມັດ, ແຂວງ ບັກນີງ ນອນໃນກຸ່ມບັນດາແຂວງ ທາງພາກເຫນືອ ທີ່ມີພື້ນຖານໂຄງລ່າງຄົມມະນາຄົມ, ເຂດອຸດສາຫະກຳທັນສະໄຫມທີ່ສຸດ ແລະ ກໍ່ແມ່ນທ້ອງຖິ່ນທີ່ມີກຳລັງແຮງງານອຸດົມສົມບູນ. ນອກນັ້ນ ການມີຫນ້າມາເປັນເວລາສິບໆປີຂອງຫລາຍກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງໂລກຄື: Samsung, Canon, Foxcon … ໄດ້, ພວມ ແລະ ແມ່ນປັດໄຈຮັບປະກັນສະພາບແວດລ້ອມແຫ່ງການລົງທຶນຢ່າງປອດໄພ, ເປັນມືອາຊີບ. ເຖິງວ່າ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ແຕ່ດ້ວຍສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກສະບາຍ, ທີ່ຕັ້ງດ້ານພົວພັນແລກປ່ຽນການຄ້າສະດວກ, ພື້ນຖານໂຄງລ່າງນັບມື້ນັບສົມບູນແບບ, ບັກນີງ ຍັງຄົງແມ່ນແຂວງດຶງດູດຂອງບັນດານັກລົງທຶນໃນປີ 2020. ທ່ານ ຫງວຽນດີງຊວນ ຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງ ບັກນີງ ໃຫ້ຮູ້ວ່າ:

“ໄລຍະປີ 2010 – 2015 ພວກຂ້າພະເຈົ້າໄດ້ດຶງດູດແຫລ່ງທຶນກວ່າ 8,8 ຕື້ USD ແລະ ໄລຍະແຕ່ປີ 2016 – 2020 ພວກຂ້າພະເຈົ້າດຶງດູດໄດ້ 8,3 ຕື້ USD.ໃນປີ 2020 ແມ່ນປີທີ່ ໂລກ ກໍ່ຄືຢູ່ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກທີ່ສຸດຍ້ອນໂລກລະບາດໂຄວິດ 19 ແຕ່ແຂວງ ບັກນີງ ໄດ້ປະຕິບັດທຸກມາດຕະການ ແລະ ພວກເຮົາດຶງດູດແຫລ່ງທຶນໄດ້ເກືອບ ່ 1 ຕື້ USD. ອາດເວົ້າໄດ້ວ່າ ນີ້ແມ່ນຫນຶ່ງໃນບັນດາຈຸດເດັ່ນໃນການດຶງດູດທຶນ FDI ຂອງແຂວງ ບັກນີງ ໃນໄລຍະຍາວ.”

ບັກນີງ - ແຂວງດີເດັ່ນໃນການດຶງດູດທຶນ FDI 2020 - ảnh 2ຮູບພາບ ບໍລິສັດ Samsung ບັກນີງໃນຍາມຄ່ຳຄືນ

ປະຈຸບັນ ແຂວງ ບັກນີງ ມີເຂດອຸດສາຫະກຳລວມສູນ ທັງໝົດ  16 ແຫ່ງໄດ້ຮັບການເຊັນອະນຸມັດດັດແກ້, ປັບປຸງຈາກນາຍົກລັດຖະມົນຕີ, ໃນນັ້ນ 10 ແຫ່ງໄດ້ນຳເຂົ້າເຄື່ອນໄຫວ. ອັດຕາສ່ວນວິສາຫະກິດເຂົ້າເຄື່ອນໄຫວໃນເນື້ອທີ່ດິນຊື່ງແຂວງໄດ້ວາງແຜນກຳນົດ ແມ່ນບັນລຸກວ່າ 80%. ນອກນັ້ນ 26 ກຸ່ມອຸດສາຫະກຳມີເນື້ອທີ່ເກືອບ 900 ເຮັກຕາ ແລະ ບັກນີງ ພວມແມ່ນທ້ອງຖິ່ນທີ່ມີຫນ້າພຽງທຳການຜະລິດໃຫຍ່ສຸດເພື່ອຮັບຕ້ອນບັນດານັກລົງທຶນຂະຫນາດໃຫຍ່ຢູ່ພາຍໃນ ແລະ ສາກົນ.

ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແຂວງ ບັກນີງ ຍາມໃດກໍ່ປະຕິບັດວຽກງານປະຕິຮູບດ້ານບໍລິຫານເພື່ອແນໃສ່ຫນູນຊ່ວຍ, ສ້າງຄວາມສະດວກທີ່ສຸດໃຫ້ແກ່ບັນດາກຸ່ມບໍລິສັດ, ວິສາຫະກິດເມື່ອເຂົ້າມາລົງທຶນ.  ທ່ານ Oh Jae Hyun ຜູ້ອຳນວຍການບໍລິສັດ Anyone Vina ຈຳກັດ ຂອງ ສ.ເກົາຫລີ ໃຫ້ຮູ້ວ່າ:

“ໂດຍບໍ່ວ່າບໍລິສັດ, ວິສາຫະກິດຕ່າງປະເທດໃດໃນໄລຍະຕົ້ນແຫ່ງການສ້າງຕັ້ງລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ພວກຂ້າພະເຈົ້າກໍໄດ້ຮັບການຫນູນຊ່ວຍຮ່ວມມືຈາກບັນດາອົງການກ່ຽວຂ້ອງຂອງແຂວງ ບັກນີງ. ສະນັ້ນ ໃນວິວັດການເຮັດວຽກ ຖ້າຫາກປະສົບກັບຄວາມຫຍຸ້ງຍາກໃດກ່ຽວຂ້ອງເຖິງວຽກງານ ພວກຂ້າພະເຈົ້າຍາມໃດກໍຕິດຕໍ່ກັບອົງການລັດຄື: ພາສີອາກອນ, ອົງການກ່ຽວຂ້ອງ ແລະ ໄດ້ຮັບຄຳຕອບຢ່າງວ່ອງໄວທີ່ສຸດ, ເຂົາເຈົ້າໃຫ້ການຊ່ວຍເຫລືອຢ່າງສຸດຈິດສຸດໃຈ.”

ດ້ວຍກົນໄກນະໂຍບາຍມີການປ່ຽນໃຫມ່ຫລາຍຢ່າງ, ປະດິດຄິດສ້າງ, ບັກນີງ ດຶງດູດໄດ້ຫລາຍນັກລົງທຶນທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ ເຊິ່ງມີພື້ນຖານການຜະລິດອຸດສາຫະກຳທີ່ກ້າວຫນ້າ, ທັນສະໄຫມຄື: ຍີ່ປຸ່ນ, ສ.ເກົາຫລີ, ເອີລົບ, ອາເມລິກາ... ໃນນັ້ນ ອຸດສາຫະກຳເອເລັກໂຕນິກແມ່ນຂະແຫນງປາຍແຫລມ ດ້ວຍອັດຕາສ່ວນກວມເອົາກວ່າ 80% ມູນຄ່າການຜະລິດທົ່ວຂະແຫນງອຸດສາຫະກຳ. ທ່ານ ເວືອງກວກຕວນ ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກນີງ ໃຫ້ຮູ້ວ່າ:

 “ດ້ວຍທິດນຳດຶງດູດການລົງທຶນ ນັ້ນແມ່ນ: ບັກນີງສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ ແລະ ຜົນສຳເລັດການລົງທຶນຂອງນັກລົງທຶນເອງກໍ່ແມ່ນຜົນສຳເລັດຂອງແຂວງ. ສະນັ້ນ ທຸກຄວາມມານະພະຍາຍາມຂອງພວກຂ້າພະເຈົ້າລ້ວນແຕ່ຢາກເຮັດແນວໃດໃຫ້ບັນດາວິສາຫະກິດເຂົ້າມາລົງທຶນຢູ່ແຂວງ ບັກນີງ ມີຄວາມເພິ່ງພໍໃຈ ແລະ ດ້ວຍອິດທິພົນຊື່ສຽງຂອງແຂວງເພື່ອສ້າງຄວາມດູດດື່ມທີ່ສຸດສຳລັບບັນດານັກລົງທຶນ. ນອກນັ້ນ ສຳລັບແຂວງ ບັກນີງ ພວກຂ້າພະເຈົ້າຍັງມູ່ງໄປເຖິງເຄື່ອງໝາຍ: ບັກນີງ ຍາມໃດກໍ່ກຽມພ້ອມ ແລະ ຍິນດີຕ້ອນຮັບບັນດານັກລົງທຶນ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນໃນການເຄື່ອນໄຫວຜະລິດ ດຳເນີນທຸລະກິດຂອງຕົນ.

ບັກນີງ ບັນລຸໄດ້ບັນດາຜົນງານພົ້ນເດັ່ນ, ມີຫລາຍຕົວເລກຄາດໝາຍເສດຖະກິດ ສັງຄົມ ນອນໃນ Top ນຳຫນ້າທົ່ວປະເທດ, ສ້າງຮູບແບບດີເດັ່ນກ່ຽວກັບການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ. ບັກນີງ ພວມມຸ່ງໄປເຖິງຄາດໝາຍກາຍເປັນແຂວງ ມີສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ນັບມື້ນັບສະດວກກວ່າ, ມີກຳລັງແກ້ງແຍ້ງຂັ້ນແຂວງ ນອນໃນ TOP ແຖວຫນ້າຂອງຫວຽດນາມ ແລະ ແມ່ນແຂວງ ດີເດັ່ນໃນການດຶງດູດເງິນລົງທຶນຂອງຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ