ບິ່ງເຢືອງ: ວິໄສທັດ ແລະ ກາລະໂອກາດພັດທະນາ

(VOVWORLD) -ໂດຍແມ່ນແຂວງ ຂຶ້ນກັບທາງທິດຕາເວັນອອກພາກໃຕ້, ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້, ໃນຊຸມປີຜ່ານມາ, ແຂວງ ບິ່ງເຢືອງ ຍາມໃດກໍ່ຮັກສາທ່າພັດທະນາ, ຢັ້ງຢືນບົດບາດແມ່ນກ້ຳເຕີບໂຕສຳຄັນຂອງທົ່ວປະເທດ. ເປົ້າໝາຍຍາວນານໃນການວາງແຜນກຳນົດຂອງແຂວງ ໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050 ແມ່ນນຳແຂວງ ບິ່ງເຢືອງ ກາຍເປັນທ້ອງຖິ່ນທີ່ມີກຳລັງແກ້ງແຍ້ງທົ່ວໂລກກ່ຽວກັບການດຶງດູດ, ພັດທະນາ ແລະ ຮັກສາຜູ້ມີຄວາມເກັ່ງກ້າດ້ານວິທະຍາສາດ, ສ້າງພື້ນຖານໃຫ້ແກ່ໄລຍະຕໍ່ໄປ.
ບິ່ງເຢືອງ: ວິໄສທັດ ແລະ ກາລະໂອກາດພັດທະນາ - ảnh 1ຮູບພາບ ນະຄອນ ບິ່ງເຢືອງ: ພາບ: VOV

 

 ຫວນຄືນ 25 ປີຜ່ານມາ, ນັບແຕ່ເມື່ອແຍກອອກຈາກແຂວງ ຊົງແບ, ບິ່ງເຢືອງ ໄດ້ກາຍເປັນແບບຢ່າງກ່ຽວກັບການເປີດປະຕູ, ດຶງດູດການລົງທຶນ ແລະ ປະຕິບັດການຫັນຕົວເມືອງເປັນອຸດສາຫະກຳ. ຈາກແຂວງຫນຶ່ງທີ່ເຮັດກະສິກຳເປັນສ່ວນໃຫຍ່ ໄດ້ກາຍເປັນທ້ອງຖິ່ນພັດທະນາດ້ານອຸດສາຫະກຳ - ຕົວເມືອງ- ການບໍລິການຢ່າງວ່ອງໄວ. ບິ່ງເຢືອງ  ປະຈຸບັນ ແມ່ນທ້ອງຖິ່ນຢືນອັນດັບ 2 ຂອງທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນຂອງຕ່າງປະເທດ ຖັດຈາກນະຄອນ ໂຮ່ຈີມິນ ດ້ວຍ 4.000 ໂຄງການ ຈາກ 65 ປະເທດ ແລະ ເຂດແຄ້ວນ, ຍອດທຶນຈົດທະບຽນກວ່າ 37 ຕື້ USD.

          ດ້ວຍແຜນນະໂຍບາຍສ້າງເງື່ອນໄຂສະດວກທີ່ສຸດເພື່ອຮັບຕ້ອນນັກລົງທຶນ ພ້ອມກັບຄວາມຕັດສິນໃຈ, ການຮ່ວມເດີນທາງພ້ອມກັບວິສາຫະກິດ, ບິ່ງເຢືອງ ໄດ້ມີ 29 ເຂດອຸດສາຫະກຳ, ໃນນັ້ນ ມີ 27 ເຂດອຸດສາຫະກຳ ແລະ 12 ກຸ່ມອຸດສາຫະກຳນຳເຂົ້າເຄື່ອນໄຫວແລ້ວ. ປະຊາຄົມວິສາຫະກິດ ຢູ່ ບິ່ງເຢືອງ ພັດທະນາຢ່າງແຮງຢູ່ທັງ ສາມ ຮູບແບບຄື: ລັດວິສາຫະກິດ, ວິສາຫະກິດພາກເອກະຊົນ ແລະ ວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ (FDI). ທ່ານ ເຈີນຢູລິກ ຜູ້ຊ່ຽວຊານດ້ານເສດຖະກິດ ແບ່ງປັນວ່າ:             

           “ບິ່ງເຢືອງ ມີທ່າໄດ້ປຽບໃນການຮ່ວມສຳພັນ, ສ້າງທ່າໄດ້ປຽບຂອງເຂດໃຫ້ການເປັນກຳລັງຫນູນຊຸກຍູ້ໃຫ້ແຂວງພັດທະນາໃນອະນາຄົດ.

            ທ່ານ Hirata Shuji ຮອງຜູ້ອຳນວຍການໃຫຍ່ Becamex Tokyu ເວົ້າວ່າ:

ພວກຂ້າພະເຈົ້າເຫັນໄດ້ຄວາມສາມາດບົ່ມຊ້ອນຂອງນະຄອນໃຫມ່ ບິ່ງເຢືອງ ສະນັ້ນ ໄດ້ຕັດສິນມາລົງທຶນຢູ່ທີ່ນີ້.

 ໃນໄລຍະຈະມາເຖິງ, ການນຳແຂວງ ບິ່ງເຢືອງ ກຳນົດວ່າ ຕ້ອງສ້າງບາດກ້າວພັດທະນາໃຫມ່ ຜ່ານວິໄສທັດວາງແຜນກຳນົດແຕ່ນີ້ ຮອດປີ 2030 ແລະ ປີ 2050. ຕາມນັ້ນແລ້ວ, ບິ່ງເຢືອງ ຕ້ອງພັດທະນາສີຂຽວ, ພັດທະນາອັດສະລິຍະ ແລະ ຍືນຍົງ, ສຸມແຫລ່ງກຳລັງເພື່ອກໍ່ສ້າງພື້ນຖານໂຄງລ່າງທີ່ທັນສະໄຫມ. ທ່ານ ຫວໍວັນມິງ, ປະທານ ຄະນະກຳມະການປະຊາຊົນ ແຂວງບິ່ງເຢືອງ ໃຫ້ຮູ້ວ່າ:

ແຂວງ ຈະສຸມໃສ່ປະຕິບັດການລົງທຶນພື້ນຖານໂຄງລ່າງ, ພິເສດ ແມ່ນພື້ນຖານໂຄງລ່າງເພື່ອເຊື່ອມຕໍ່ເຂດກັບທ້ອງຖິ່ນໃນເຂດເສດຖະກິດຈຸດສຸມທາງພາກໃຕ້ ກໍ່ຄືຄົ້ນຄ້ວາກໍ່ສ້າງບັນດາໂຄງການເສັ້ນທາງລົດໄຟເພື່ອເຊື່ອມຕໍ່ແຂວງ ບິ່ງເຢືອງ ກັບ ທ່າກຳປັ່ນ ກາບແມັບທິຫວາຍ, ສາຍທາງລົດເມເຊື່ອມຕໍ່ metro ໄປເຖິງນະຄອນໃຫມ່ ບິ່ງເຢືອງ.

ບິ່ງເຢືອງ: ວິໄສທັດ ແລະ ກາລະໂອກາດພັດທະນາ - ảnh 2ເຂດອຸດສາຫະກຳ VSIP I ຢູ່ ບິ່ງເຢືອງ:(ພາບ:Becamex)

ບິ່ງເຢືອງກໍ່ພວມກໍ່ສ້າງ “ນະຄອນອັດສະລິຍະ” ດ້ວຍເປົ້າໝາຍດຶງດູດໄດ້ບັນດາຂົງເຂດລົງທຶນເຕັກໂນໂລຊີສູງ, ມີຄຸນນະພາບ ນຳມາເຊິ່ງມູນຄ່າເພີ່ມສູງ ແລະ ຜົນປະໂຫຍດໃຫ້ແກ່ວິສາຫະກິດ, ປະຊາຊົນຫລາຍກວ່າອີກ. ແຂວງ ກໍ່ຍູ້ແຮງການປະຕິຮູບການບໍລິຫານ, ເຊື່ອມຕໍ່ສາກົນ, ຊຸກຍູ້ດ້ານການຄ້າ, ສືບຕໍ່ກໍ່ສ້າງ ແລະ ພັດທະນາຮູບແບບໝູ່ບ້ານອັດສະລິຍະ.

          ປະຈຸບັນ ແຂວງ ບິ່ງເຢືອງ ບັນລຸໄດ້ຮອບວຽນພັດທະນາລະດັບສູງສຸດ ແລະ ພວມຄ່ອຍໆຜັນຂະຫຍາຍບັນດານະໂຍບາຍ ແລະ ມາດຕະການໃຫມ່ໃຫ້ແກ່ໄລຍະພັດທະນາໃຫມ່ ດ້ວຍລະດັບມູນຄ່າສູງກວ່າໃນທຸກຂົງເຂດເສດຖະກິດ ສັງຄົມ.

ດ້ວຍບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ບິ່ງເຢືອງ ພວມຫັນເປົ້າໝາຍໂດຍອົງຄະນະພັກແຂວງ ອາຍຸການ 2020 -2025 ໄດ້ກຳນົດວ່າ “ສູ້ຊົນກໍ່ສ້າງແຂວງ ບິ່ງເຢືອງ ພັດທະນາແບບຍືນຍົງຕາມທິດຕົວເມືອງອັດສະລິຍະ, ສີວິໄລ, ທັນສະໄຫມໃຫ້ປະກົດຜົນເປັນຈິງ, ຮອດປີ 2030, ບິ່ງເຢືອງ ກາຍເປັນສູນອຸດສາຫະກຳທັນສະໄຫມ, ຮອດປີ 2045 ແມ່ນຕົວເມືອງອັດສະລິຍະຂອງເຂດ ແລະ ຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ