ບັນດາຈຸດພົ້ນເດັ່ນຂອງເສດຖະກິດຫວຽດນາມໃນ 6 ເດືອນຕົ້ນປີ

(vovworld)- ​ໄພ​ເງິນ​ເຟີ້​ສືບ​ຕໍ່​ໄດ້​ຮັບ​ການ​ຄວບ​ຄຸມ, ລາຄາ​ໃນ​ທ້ອງ​ຕະຫລາດ​ເປັນ​ປົກກະຕິ, ບັນດາມາດ​ຕະການຂອງລັດຖະບານ​​​ໃນ​ການແກ້​ໄຂ​ຄວາມ​ຫຍຸ້ງ​ໃຫ້​ແກ່​ວິ​ສາ​ຫະກິດ​ໄດ້​ເສີມ​ຂະຫຍາຍ​ຢ່າ​ງມີ​ປະສິດທິ​ຜົນ, ປະກອບສ່ວນ​ຟື້ນ​ຕົວ​ການ​ຜະລິດ ​ແລະ ສ້າງ​ທ່າ​ເຕີບ​ໂຕ​ເສດຖະກິດ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2013. ນີ້​ແມ່ນ​​ເນື້ອ​ໃນບົດ​ຂຽນຂອງ​ນັກ​ຂ່າວ​ ໂຕ​ຕວນ ທີ່​ພາດ​ຫົວ​ເລື່ອງ​ວ່າ:  ບັນດາ​ຈຸດ​ພົ້ນເດັ່ນ​ຂອງເສດຖະກິດ​ຫວຽດນາມ​ ໃນ 6 ​ເດືອນ​ຕົ້ນ​ປີ. ​

        ບັນດາ​ຕົວ​ເລກຊື່​ງກົມ​ສະຖິຕິ​ຫາ​ກໍ່​ປະກາດ​ໃຫ້​ເຫັນ​ວ່າ: ສະພາບ​ເສດຖະກິດ ຫວຽດນາມ ​ໃນ 6 ​ເດືອນ​ຕົ້ນ​ປີ​ໄດ້​ຮັບ​ການ​ປັບປຸງ​ດີ​ພໍ​ສົມຄວນ. ບັນດາ​ມາດ​ຕະການ​ທີ່ວາງ​ອອກ​ໃນ​​ມະຕິ​ຂອງ​ລັດຖະບານ, ​ເປັນ​ຕົ້ນ​ແມ່ນ​ມະຕິ​ເລກທີ 02 ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີ​ນທຸລະ​ກິດ, ການຫນູນ​ຊ່ວຍ​ຕະຫລາດ, ​ແກ້​ໄຂ​ຫນີ້​ເສຍ, ບັນດາ​ມາດ​ຕະການ​ກະ​ຕຸ້ນ​ຄວາມ​ຕ້ອງການ, ​ແກ້​ໄຂ​ສະພາບ​ສິນຄ້າ​ຄ້າງ​ສາງ ຊື່​ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ, ປະກອບສ່ວນ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຂອງ​ພື້ນຖານ​ເສດຖະກິດ​ໃນ​ຕໍ່ຫນ້າ​ກໍ​ຄື​ຮັບປະກັນ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສ້າງ​ທ່າ​ເຕີບ​ໂຕ​ແບບ​ຍືນ​ຍົງ. GDP ​ໃນ 6 ​ເດືອນ​ຕົ້ນ​ປີ​ບັນລຸ 4,9%, ​ໃນ​ຂະນະ​ທີ່ດັດຊະນີ​ລາຄາ​ໃຊ້​ສອຍ (CPI) ​ໃນ​ເດືອນ 6 ເພີ່ມ​ຂຶ້ນພຽງ 2,4% ຊ່ື​ງ​ແມ່ນ​ລະດັບ​ເພີ່ມ​ຕຳ່​ສຸດ​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນ​​ໃນຮອບ 10 ປີ​ມໍ່ໆ​ມາ​ນີ້. ທ່ານ ຫງວຽນ​ດືກທັງ​, ຫົວຫນ້າ​ກົມ​ສະຖິຕິ ລາຄາ ສັງກັດກົມ​ໃຫຍ່​ສະຖິຕິ, ຖື​ວ່າ:

        “​ຖ້າ​ທົບ​ທວນຄືນ 6 ​ເດືອນ​ຕົ້ນ​ປີ ພວ​ກ​ເຮົາ​ເຫັນ​ວ່າ: ດັດຊະນີ​ລາຄາ​ໃຊ້​ສອຍໃນ 2 ​ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ​ສູງ ​ແລະ ​ນັບ​ແຕ່​ເດືອນ 3 ມາ​ຮອດ​ປະຈຸ​ບັນ ລະດັບ​ລາຄາ​ເປັນ​ປົກກະຕິ ​ແລະ ມີ​ທ່າ​ອ່ຽງຫລຸດ​ລົງ. ​ໃນ​ເດືອນ 6 ສືບ​ຕໍ່​ເພີ່ມ​ຂຶ້ນ ​ແຕ່​ພຽງ​ຢູ່​ໃນ​ລະດັບ 0,05%. ເທົ່າ​ນັ້ນ. ສະ​ນັ້ນ ຂ້າພະ​ເຈົ້າ​​ເຫັນ​ວ່າ ໃນ 6 ​ເດືອນ​ຕົ້ນ​ປີ ລາຄາ​ເພີ່ມຂຶ້ນ​ຢູ່ໃນ​ລະດັບ​ຕຳ່​ເມື່ອ​ທຽບ​ໃສ່ 10 ປີ​ຜ່ານ​ມາ. ນີ້​ແມ່ນ​ສັນຍານ​ຕັ້ງຫນ້າ​ສະ​ແດງ​ໃຫ້​ເຫັນ​ ວຽກ​ງານ​ຄວບ​ຄູມໄພ​ເງິນ​ເຟີ້​ບັນລຸ​ໝາກຜົນ​ດີ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ກະຊວງ​, ຂະ​ແຫນງ​ການ, ທ້ອງ​ຖິ່ນຕ່າງໆ​ໄດ້​ປະຕິບັດ​ມາດຕະກາ​ນຕ່າງໆຂອງ​ລັດຖະບານ ​ກ່ຽວ​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້ຢ່າງ​ຂ້ຽວຂາດ.”

        ​ໃນ​ໄລຍະ 6 ​ເດືອນ​ຕົ້ນ​ປີ, ລະ​ດັບ​ເຕີບ​ໂຕ​ຢູ່​ຂະ​ແຫນງ​ການ, ຂົງ​ເຂດ​ຕ່າງໆຂອງ​ພື້ນຖານ​ເສດຖະກິດ​ລ້ວນ​ແຕ່​ໄດ້​ຮັບ​ການ​ປັບປຸງ​ດີ​ພໍ​ສົມຄວນ. ​ໃນ​ 3 ຂົງ​ເຂດ​ຄື: ກະສິກຳ, ປ່າ​ໄມ້ ​ແລະ ສິນ​ໃນ​ນ້ຳ; ​ອຸດສາຫະກຳ ​ແລະ ບໍລິການ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ການ​ຜະລິດ​ອຸດສາຫະກຳ, ​ເປັນ​ຕົ້ນ​​ແມ່ນອຸດສາຫະກຳ​ປຸງ​ແຕ່ງ, ​ການປະດິດ​ສ້າງ​​ຮັກສາ​ໄດ້ທ່າ​ຟື້ນ​ຕົວ ​ແລະ ມີ​ການ​ຫັນປ່ຽນ​ພໍ​ສົມຄວນ. ຂົງ​ເຂດ​ບໍລິການ​ສືບ​ຕໍ່​ພັດທະນາ​ດ້ວຍ​ລະດັບຈະ​ເລີ​ນ​ເຕີບ​ໂຕ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ ​ເບື້ອງ​ຕົ້ນ​ໄດ້​ມີ​​ສັນຍານ​ຕັ້ງຫນ້າ. ສິ່ງ​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ​ການ​ສົ່ງ​ອອກ​ສືບ​ຕໍ່​ຮັກສາ​ທ່າ​ເຕີບ​ໂຕ​ສູງ​ກວ່າ​​ເມື່ອ​ທຽບ​ໃສ່ແຜນການທີ່ໄດ້​ວາງ​ອອກ, ຍອດ​ວົງ​ເງິນ​ສົ່ງ​ອອກ ​ໃນ 6 ​ເດືອນ​ບັນລຸ​ກວ່າ 62 ຕື້ USD, ​ເພີ່ມ​ຂຶ້ນ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ແຫ​ລ່ງ​ເງິນ​ລົງທຶນ​ພັດທະນາ ODA ​ແລະ ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ ຫລື FDI ລ້ວ​ນ​ແຕ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ອາດ​ຈະ​ເຫັນ​ໄດ້​ວ່າ ສະພາບ​ການ​ເສດຖະ​ກິດ​ຫວຽດນາມ​ມີ​ສັນຍານ​ດີ​ຂຶ້ນ ​ແລະ ຈຸດໝາຍ​ທີ່​ລັດຖະບານ​​ໄດ້ວາງ​ອອກກ່ຽວ​ກັບ​ການ“ບຸລິ​ມະ​ສິດ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ເໝາະ​ສົມ” ​ໄດ້​ຮັບ​ການ​ປະ​ຕິ​ບັດໃນ 6 ​ເດືອນ​ຕົ້ນ​ປີ 2013. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ດຣ ຫວໍ​ຈີ​ແທ່ນ​, ຮອງ​ຫົວຫນ້າ​ສະຖາບັນ​ຄົ້ນ​ຄ້ວາ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງແລ້ວ,  ນີ້​ພຽງ​ແຕ່​ແມ່ນ​ບັນ​ດາສັນຍານ​ໃນ​ເບື້ອງ​ຕົ້ນ, ​ສ່ວນພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ ​ຍັງ​ຄົງຕ້ອງ​​ການມີ​ເວລາ​​ຕື່ມ​ອີກເພື່ອ​ຟື້ນ​ຕົວ ​ແລະ ຈຸດໝາຍ​ຂອງ​ລັດຖະບານ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນສືບ​​ຕໍ່ຄວບ​ຄຸມ​ໄພ​ເງິນ​ເຟີ້.

        “ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​​​ເປັນ​ພິ​ເສດ​ເຖິງການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ​ເຖິງ​ວ່າ​ພວກ​ເຮົາ​ປະຕິບັດ​ຕາມ​ມາດ​ຕະການ​ໃດ ກໍ​ຕ້ອງ​ພິຈາລະນາ, ຕ້ອງ​ຕິດ​ພັນ​ກັບ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​, ກັບ​ໄພ​ເງິນ​ເຟີ້ ຄວາມ​ສາມາດ​ຂອງ​ງົບປະມານ, ບັນຫາ​ຫນີ້​ສິນ​ສາ​ທາ​ລະ​ນະ, ​ ​ການຮັກ​ສາພື້ນຖານ​ການ​ເງິນ​ທະນາຄານເປັນ​ປົກກະຕິ, ການ​ຮັກ​ສາ​ຄວາມດຸນ​ດຽງ​​ໃນ​ການຊຳລະ​​ກັບສາກົນ​ຂອງ​ຫວຽດນາມ.”

ບັນດາຈຸດພົ້ນເດັ່ນຂອງເສດຖະກິດຫວຽດນາມໃນ 6 ເດືອນຕົ້ນປີ - ảnh 1
ພາບປະກອບ:internet

        ​ໃນ​ວາລະ​ປະຊຸມ​ປະຈຳ​ເດືອນ​ 6 ຂອງ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢູງ ​ໄດ້​ສະ​ເຫ​ນີບັນດາ​ທ້ອງ​ຖິ່ນຈົ່ງ​ສຸມ​ໃສ່​​ໄຈ້​ແຍກ​ບັນດາ​ບັນຫາ​​ເຄັ່ງ​ຮ້ອນ​ຂອງ​ພື້ນຖານ​ເສດຖະກິດ​ຄື: ລະ​ດັບ​ເຕີ​ບ​​ໂຕ​ຂອງ​ບາງ​ຂະ​ແຫນງ​ການ, ບາງ​ຂົງ​ເຂດ​ບໍ່​ທັນ​ສູງ, ກຳລັງ​ຊື້​ຂອງ​ປະຊາຊົນ​ຍັງ​ຕຳ່. ດ້ວຍ​ຄວາມ​ຕັ້ງ​ຫນ້າໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ນັບ​​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ລັດຖະບານ ​ໄດ້​ຢືນຢັນ​ຈະ​ມີ​ບັນດາ​ນະ​ໂຍບາຍ​ໃຫມ່​ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ຕະຫລາດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ​. ບົນ​ພື້ນຖານ​ເປັນ​ເອກະ​ພາບ​ໃນ​ການ​ຊີ້​ນຳ​ນຳພາ, ລັດຖະບານ ​ໄດ້​ວາງ​ອອກ​ບັນດາ​ມາດ​ຕະການ​ບໍລິຫານ​ເສດຖະກິດ​ໃນ​ 6 ​ເດືອນ​ທ້າຍ​ປີ, ສູ້​ຊົນ​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕທັງ​ປີ​ໃຫ້​ໄດ້ 5,5% ​.

ຂ່າວ/ບົດ​ອື່ນ