ບັນດາສັນຍານຕັ້ງຫນ້າໃນການດຶງດູດເງິນລົງທຶນໂດຍກົງ ຂອງຕ່າງປະເທດ(FDI)ຢູ່ແຂວງທາຍງວຽນ

(vovworld)- ຕົ້ນ​ປີ 2013, ​ແຂວງ ທາຍ​ງວຽນ ຢູ່ທາງ​ທິດ​ເຫນືອ​ຂອງ​ນະຄອນຫລວງ ຮ່າ​ໂນ້ຍ ​ໄດ້​ຮັບ​ຂ່າວ​ດີ ​ເມື່ອ​ກຸ່ມ​ບໍລິສັດ Samsung ຕັດສິນລົງທຶນ​ກໍ່ສ້າງ​ໂຮງງານ​ຜະລິດ​ອຸປະກອນ​ໂທລະສັບ​ມື​ຖື ລວມມູນ​ຄ່າ 2 ຕື້ USD ຢູ່​ໃນແຂວງ​ ​ແລະ ຫວ່າງ​ແລ້ວ​ນີ້ ກຸ່ມ​ບໍລິສັດ​ແຖວ​ໜ້າຂອງ ສ​ເກົາຫລີ ຢືນຢັນ​ວ່າ ຈະ​ເພີ່ມ​ເງິນ​ລົງທຶນ​ກໍ່ສ້າງ​ໂຮງງານ​ແຫ່ງ​ທີ 2 ຢູ່​ແຂວງ ທາຍ​ງວຽນ ດ້ວຍ​ຈຳນວນ​ທຶນ​ 1,2 ຕື້ USD. ດ້ວຍ​ໂຄງການ​ດັ່ງກ່າວ Samsung ​ໄດ້​ນຳແຂ​ວງ ທາຍ​ງວຽນ ຢືນ​ອັນ​ດັບ​ຫນຶ່ງ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍກົງ​ຂອງ​ຕ່າ​ງປະ​ເທດ(FDI) ​ເຂົ້າ​ຫວຽດນາມ.

        ​ຕົວ​ເລກ​ສະ​ຖິ​ຕິຂອງ​ກົມ​ລົງທຶນ​ຕ່າງປະ​ເທດ (FIA) ​ໃຫ້​​ເຫັນ​ວ່າ: ​ໄລ່​ມາ​ຮອດ​ເດືອນ 6/2013, ທຶນ FDI ​ເຂົ້າ ທາຍ​ງວຽນ ​​ກວມ​ເຖິງ 20,6% ຍອດ​ຈຳນວນເງິ​ນລົງທຶນຂອງ​ທັງ​ປະ​ເທດ. ສິ່ງ​ເປັນ​ຫນ້າ​ສົນ​ໃຈ ​ນັ້ນ​ແມ່ນ​ເມື່ອ​ບັນດາ​ໂຄງການ​​ເຕັກ​ໂນ​ໂລ​ຊີສູງ​​ເຄື່ອນ​ໄຫວ​ເປັນ​ປົກກະຕິ, ຄາດ​ວ່າ ຈະ​ບັນລຸ​ວົງ​ເງິນ​ສົ່ງ​ອອກ​ປະມານ 20 ຕື້ USD/ປີ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​​ຄົນ​ງານ​ນັບ​ໝື່ນ​ຄົນ.   ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ແຂວງ ທາຍ​ງວຽນ ກໍ​ໃຫ້​ຮູ້​ວ່າ: ​ໄລ່​ມາ​ຮອດ​ປະ​ຈຸ​ບັນ ມີ​ຕື່ມ​ອີກ 6 ​ໂຄງການ​ສຳຮອງ​ຂອງ​ບໍລິສັດ Samsung ​ໄດ້​ຮັບ​ຫນັງສື​ອະນຸຍາດ​ໃຫ້​ລົງທຶນ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ຄາດ​ວ່າ 100 ລ້ານ USD. ບັນດາ​ໂຄງການ​ສຳຮອງ​ດັ່ງກ່າວ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫລາຍ​ຢ່າງ​ໃຫ້​ແກ່​ທ້ອງ​ຖິ່ນ. ​ເປັນ​ຫນ້າ​ສົນ​​ໃຈນັ້ນ​ແມ່ນ ບັນດາ​ໂຄງການ​ນີ້ ​ໄດ້ ​ແລະ ພວມ​ເປີດ​​ແງ່​ຫວັງ​ນຳ ທາຍ​ງວຽນ ກາຍ​ເປັນ​ທ້ອງ​ຖິ່ນ​ດຶງ​ດູດ​ຫລາຍ​ໂຄງການ​​ເຕັກ​ໂນ​ໂລ​ຊີສູງ, ສ້າງ​ທ່າ​ເຕີບ​ໂຕ​ໃຫ້​ແກ່​ການ​ສົ່ງ​ອອກ, ສ້າງ​ປະຖົມ​ປັດ​​ໄຈ​ເພື່ອ​ໃຫ້ ທາຍ​ງວຽນ ກາຍ​ເປັນ​ຕົວ​ເມືອງ​ອຸດສາຫະກຳ​ທັນ​ສະ​ໄຫມ, ເປັນສູນ​ພັດທະນາ​​ເຕັກ​ໂນ​ໂລ​ຊີ​ສູງ​ຢູ່​ພາກ​ເຫ​ນືອຫວຽດນາມ. ໝາກຜົນ​ດັ່ງກ່າວ​ກໍ​ສ່ອງ​ແສງ​​ໃຫ​້​ເຫັນບັນດາ​ຄວາມ​ມານະ​ພະຍາຍາມ​ຢ່າງບໍ່​ຢຸດ​ຢັ້ງຂອງ​ແຂວງ ທາຍ​ງວຽນ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການດຶງ​ດູດ​ເງິນ​ລົງທຶນ​ຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ, ​ເປັນ​ຕົ້ນ​ແມ່ນ​ດຶງ​ດູດ​ບັນດາ​ໂຄງການ​ເຕັກ​ໂນ​ໂລ​ຊີ​ສູງ, ມີ​ຂອບ​ຂະຫນາດ​ໃຫຍ່​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ. ທ່ານ ​​ຟານ​ແມ້ງ​ເກືອ​ງ, ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ອຸດສາຫະກຳ ທາຍ​ງວຽນ ​ໃຫ້​ຮູ້​ວ່າ:

        “ຄະນະ​ຄຸ້ມ​ຄອງ​ເຂດ​ອຸດສາຫະກຳ ທາຍ​ງວຽນ ສຸມ​ໃສ່​ຫນູນ​ຊ່ວຍ​ບັນດາ​ນັກ​ລົງທຶນສຳ​ພັດ​ກັບ​ລະບົບ​ກົນ​ໄກ​ນະ​ໂຍບາຍ​ດຶງ​ດູດ​ເງິນ​ລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ,   ​ເປີດ​​ເຜີຍ​ແຜນ​ຜັງ​ນຳ​ໃຊ້​ທີ່​ດິນ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ປ່ຽນ​ໃຫມ່​ວຽກ​ງານ​ຂົນຂວາຍ, ສົ່ງ​ເສີມ​ການ​ລົງທຶນ​ຕາມ​ທິດ​ເລືອກ​ເຟັ້ນບັນດາ​ໂຄງການ​ມີ​ຂອບ​ຂະຫນາດ​ລົງທຶນໃຫຍ່, ທັນ​ສະ​ໄຫມ, ບໍ່​ກໍ່​ມົນ​ລະ​ພິ​ດ​ເຖິງສິ່ງ​ແວດ​ລ້ອມ.”

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ນັກ​ລົງທຶນ​ເຂົ້າມາ ທາຍ​ງວຽນ ບໍ່​ເສົ້າ​ໃຈຕໍ່​​ບັນດາ​ລະບຽບ​ການ​ບໍລິຫານ. ກົນ​ໄກ​ປະຕູ​ດຽວ​ເຊື່ອມ​ຕໍ່ ບັນດາ​ອົງການ​ບໍລິຫານ​ຂອງ​ແຂວງ ທາຍ​ງວຽນ ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ແຕ່​ປີ 2008 ​ໄດ້​ປະກອບສ່ວນ​ຫລຸດຜ່ອນ​​ເວລາ​ເຮັດ​ລະບຽບ​ການ​ບໍລິຫານ​ໃຫ້​ແກ່​ນັກ​ລົງທຶນ. ທ່ານ​ນາງ ຟານ​ທິຍູງ, ພະນັກງານ​ບໍລິຫານ ​ເມືອງ ​ໂຝອຽນ ຊື່​ງ​ແມ່ນ​​ແຫ່ງ​ທີ່​ມີ​ບັນດາ​ໂຄງການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ Samsung ຢູ່​ເຂດ​ອຸດສາຫະກຳ ອຽນ​ບີ່​ງ ​ໃຫ້​ຮູ້​ວ່າ:

ບັນດາສັນຍານຕັ້ງຫນ້າໃນການດຶງດູດເງິນລົງທຶນໂດຍກົງ ຂອງຕ່າງປະເທດ(FDI)ຢູ່ແຂວງທາຍງວຽນ - ảnh 1
ກຸ່ມ​ບໍລິສັດ Samsung ຢູ່ທາຍງວຽນ
ພາບ:internet

        “ໂດຍຜັນ​ຂະຫຍາຍ​ຕາມ​ຂໍ້​ຕົກລົງ​​ຫລ້າ​ສຸດ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ບັນ​ດາລະບຽບ​ການ​ບໍລິຫານ​​ໃຫ້ກະທັດ​ລັດ​ກວ່າ, ບັນດາ​ອົງການ​ເຮັດລະບຽບ​ການ​ບໍລິຫານ​ຂອງ​ແຂວງ​​​ບໍ່​ເພີ່ມລະບຽບການ​ຕື່ມ​ອີກ ແລະ ຕິດຕາມ​ຂັ້ນ​ຕອນ​ເຮັດ​ວຽກ​ຂອງ​ພະນັກງານ​ໃນ​ການ​ຕ້ອນຮັບ, ​ແນະນຳ, ອະທິ​ບາຍ​ໃຫ້​ແກ່ນ​ັກລົງທຶນ, ​ເລ່ັງລັດ​ການ​ມອບ​ຄືນ​ຜົນ​ຂອງ​ການ​ຈົດ​ທະ​ບຽນ​ລົງທຶນ​. ​ສິ່ງ​ດັ່ງ​ກ່າວໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ບັນດາ​ນັກ​ລົງທຶນ​ພຶງ​ພໍ​ໃຈ​ທີ່​ສຸດຕໍ່​ວິທີ​ປະຕິບັດ​ຂອງ​ພວກ​ຂ້າພະ​ເຈົ້າ.”

          ພ້ອມ​ກັບ​ການ​ຍູ້​ແຮງ​ການ​ປະຕິ​ຮູບ​ບໍລິຫານ, ວຽກ​ງານ​ບຸກ​ເບີກ​ຫນ້າ​ພຽງ​ກໍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງຫນ້າ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມື​ອງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະຫວ່າງ​ປະຊາຊົນ​ທ້ອງ​ຖິ່ນ ກັບ​ອຳນາດ​ການ​ປົກຄອງ ​ແລະ ບັນດາ​ອົງການ​ກ່ຽວ​ຂ້ອງ ​ເພື່ອ​ມອບ​ສົ່ງ​ຫນ້າ​ພຽງ​ຢ່າງ​ທັນ​ການ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ນັກ​ລົງທຶນ. ທ່ານ ຫງວຽນ​ດືກຮ່ວາ, ຜູ້ຕາງຫນ້າ​ນັກ​ລົງທຶນ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເຂດ​ອຸດສາຫະກຳ ອຽນ​ບີ່​ງ ​ໃຫ້​ຮູ້​ວ່າ:

        “​ເມື່ອ​ດຳ​ເນີນ​ການ​ລົງທຶນ​ເຂົ້າ​ເຂດ​ອຸດສາຫະກຳ ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາ​ລະບຽບ​ການ​ສະຫນອງ ​ແລະ ມອບ​ທີ່​ດິນ​ກໍ​ຄື​ວຽກ​ງານ​ຊົດ​ເຊີຍ​ການ​ບຸກ​ເບີກ​ຫນ້າ​ພຽງ​ແມ່ນ​ວ່ອງ​ໄວ, ພິ​ເສດ ວຽກ​ງານ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ເພື່ອ​ຮັບປະກັນ​ການ​ເຄື່ອ​ນ​ໄຫວ​ຂອງ​ວິ​ສາ​ຫະກິດ. ການ​ນຳ​ແຂວງ ​ໄດ້​ຈັດການ​ພົບ​ປະ​ແລກປ່ຽນ​ວຽກ​ງານ​ເປັນ​ປະຈຳ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​, ຊ່ວຍ​ວິ​ສາ​ຫະກິດ, ບັນດາ​ນັກ​ລົງທຶນ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ໃນ​ການ​ຜັນ​ຂະຫຍາຍ​ໂຄງການ.”

        ຖັດຈາກ​ບໍລິສັດ Samsung, ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້ ມີ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຫລາຍ​ແຫ່ງ​ກໍ​ໄດ້​ມາ​ຊອກ​ຮູ້​ກາລະ​ໂອກາດ​ລົງທຶນ​ຢູ່ ທາຍ​ງວຽນ. ​ໃນ​ນັ້ນ​ມີ​ບໍລິສັດລົງທຶນຫລາຍ​ແຫ່ງ​ມາ​ຈາກ ຍີ່ປຸ່ນ, ສ​ເກົາຫລີ, ຮົ່ງກົງ​ປະ​ເທດ​ຈີນ, ສິງກະ​ໂປ… ຄາດ​ວ່າ​ໃນ​ປີ 2013, ທາຍ​ງວຽນ ຈະ​ດຶງ​ດູດ​ທຶນ FDI ປະມານ 4 ຕື້ USD. ດ້ວຍ​ບັນດາ​ໝາກຜົນ​ບັນລຸ​ໄດ້​ໃນ​ວຽກ​ງານ​ດຶງ​ດູດ​ການ​ລົງທຶນ​ຂອງ​ແຂວງ ​ໃນ 7 ​ເດືອນ​ຕົ້ນ​ປີ 2013, ​ແຂວງ ທາຍ​ງວຽນ ພວມ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ວຽກ​ງານ​ດຶງ​ດູດ​ການ​ລົງທຶນ, ຊ່ວຍ​ໃຫ້​ບັນດາ​ນັກ​ລົງທຶນ, ພິ​ເສດ​ແມ່ນ​ບັນດາ​ກຸ່ມ​ບໍລິສັດນາໆ​ຊາດ​ສືບ​ຕໍ່​ເປ​ີດກວ້າງ​ການ​ລົງທຶນ, ສ້າງ​ທ່ວງທ່າ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດຖະກິດ​ສັງຄົມ. ​ແຂວງ ທາຍ​ງວຽນ ຈະ​ສື​ບຕໍ່​ເພີ່​ມທະວີ​ການ​ປະຕິບັດ​ໂຄສະນາ​ພາບ​ພົດ​ຂອງ​ທ້ອງ​ຖິ່ນ ທາຍ​ງວຽນ ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ​ແລະ ພວມ​ພັດທະນາ ນັບ​ມື້​ນັບ​ຂະຫຍັນ​ຂັນ​ເຄື່ອນ​ກວ່າ, ສູ້​ຊົນ​ກາຍ​ເປັນ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ທິດເຫນືອ​ນະຄອນຫລວງ ຮ່າ​ໂນ້ຍ, ​ສູນ​ເສດຖະກິດ​ເຂດ​ຫວຽດບັກ(ທິດ​ເຫນືອ​ຫວຽດນາມ).

ຕອບກັບ

ຂ່າວ/ບົດ​ອື່ນ