ບັນດາສັນຍານເຕີບໂຕຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດຫວຽດນາມ

(VOVWORLD) -ກົມໃຫຍ່ສະຖິຕິຫວຽດນາມ ໃຫ້ຮູ້ວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ 3 ຂອງຫວຽດນາມ ເພີ່ມຂຶ້ນ 7,46%. ນີ້ແມ່ນລະດັບເຕີບໂຕສູງສຸດໃນໄລຍະ 10 ປີຜ່ານມາ ແລະ ດ້ວຍທ່າເຕີບໂຕຄືໃນປະຈຸບັນ, ຫວຽດນາມ ພວມມຸ່ງໄປເຖິງຄາດໝາຍເຕີບໂຕຂອງທັງປີແມ່ນ 6,7%.
ບັນດາສັນຍານເຕີບໂຕຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດຫວຽດນາມ - ảnh 1 (ພາບປະກອບອີນເຕີແນັດ)

ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນ 9 ເດືອນຜ່ານມາ ໄດ້ເພີ່ມຂຶ້ນກວ່າ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016, ໃນນັ້ນ GDP ໃນໄຕມາດທີ 3 ບັນລຸລະດັບສະຖິຕິເພີ່ມຂຶ້ນ 7,46%. ເມື່ອເສດຖະກິດມີສັນຍານເຕີບໂຕດີ ດ້ວຍລະດັບເຕີບໂຕໄຕມາດນີ້ສູງກວ່າໄຕມາດກ່ອນ, 3 ຂົງເຂດຕົ້ນຕໍຂອງພື້ນຖານເສດຖະກິດລ້ວນແຕ່ມີລະດັບເຕີບໂຕສູງພໍສົມຄວນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຂະແໜງກະສິກຳ, ປ່າໄມ້, ການປະມົງ ໄດ້ມີການປະກອບສ່ວນທີ່ພົ້ນເດັ່ນ ຍ້ອນວິວັດການຫັນປ່ຽນໂຄງປະກອບ; ກໍຄ້າຍຄືກັນ, ຂະແໜງອຸດສາຫະກຳ, ກໍ່ສ້າງກໍ່ມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນພື້ນຖານເສດຖະກິດ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ ເຕີບໂຕຂຶ້ນເຖິງ 12,8%. ນີ້ແມ່ນລະດັບເຕີບໂຕສູງທີ່ສຸດຂອງຂະແໜງນີ້ໃນຫຼາຍປີຜ່ານມາ. ໄລ່ລວມໃນ 9 ເດືອນຕົ້ນປີ, ວົງເງິນສິນຄ້າສົ່ງອອກຄາດວ່າບັນລຸ 154 ຕື້ USD, ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ໄລຍະດຽວກັນປີ 2016… ທ່ານ ຫງວຽນບິກເລີມ, ຫົວໜ້າກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ.

        “ການຫັນປ່ຽນໂຄງປະກອບໃນຂົງເຂດຜະລິດກະສິກຳ, ປ່າໄມ້, ການປະມົງ ໄດ້ສ້າງມູນຄ່າໃຫ້ແກ່ຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ເພີ່ມຂຶ້ນຢ່າງວ່ອງໄວ ແລະ ຊ່ວຍຮັບປະກັນຄວາມເປັນປົກກະຕິໃນການຈຳໜ່າຍໃຫ້ບັນດາຜະລິດຕະພັນດັ່ງກ່າວ. ປະສິດທິຜົນຂອງລັດໃນການສ້າງສາ ກໍໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃນການຜະລິດ, ດຳເນີນທຸລະກິດ. ຍ້ອນເຫດນັ້ນ, ໄລຍະຜ່ານມາ, ເວທີປາໄສໂລກໄດ້ຍົກລະດັບການແກ່ງແຍ້ງຂອງຫວຽດນາມ ຂຶ້ນ 5 ຂັ້ນ ແລະ ຂຶ້ນ 20 ຂັ້ນໃນ 5 ປີມໍ່ໆມານີ້. ອີກໜຶ່ງຈຸດພົ້ນເດັ່ນ ກໍ່ໄດ້ຊ່ວຍໃຫ້ການເຕີບໂຕດ້ານເສດຖະກິດ ນັ້ນແມ່ນການສົ່ງອອກ. ໃນເດືອນ ສິງຫາ - ກັນຍາ, ເປັນຄັ້ງທຳອິດ ການສົ່ງອອກຂອງຫວຽດນາມ ບັນລຸກວ່າ 19 ຕື້ USD, ປະກອບສ່ວນຊ່ວຍພື້ນຖານເສດຖະກິດບັນລຸລະດັບເຕີບໂຕສູງ”.

        ພ້ອມກັນນັ້ນ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດສືບຕໍ່ໄດ້ຮັບການປັບປຸງ. ເລື່ອງລັດຖະບານສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຕັດສິນໃຈສ້າງລັດຖະບານແຫ່ງການສ້າງສາ, ຫຼຸດຜ່ອນລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ, ອັນໄດ້ຊ່ວຍໃຫ້ຈຳນວນວິສາຫະກິດສ້າງຕັ້ງໃໝ່ໃນ 9 ເດືອນຜ່ານມາບັນລຸລະດັບສູງສະຖິຕິ ດ້ວຍ 94.000 ວິສາຫະກິດຈົດທະບຽນໃໝ່; ຍອດຈຳນວນທຶນຈົດທະບຽນໃໝ່, ເພີ່ມຕື່ມ ແລະ ເພີ່ມເຕີມເຂົ້າພື້ນຖານເສດຖະກິດແມ່ນ 2 ລ້ານກວ່າຕື້ດົ່ງ.

        ເຖິງຢາງໃດກໍ່ຕາມ, ຄຽງຂ້າງກັບບັນດາສັນຍານຕັ້ງໜ້ານັ້ນ, ປະຈຸບັນ ພື້ນຖານເສດຖະກິດຫວຽດນາມ ຍັງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຄື: ອຸດສາຫະກຳຂຸດຄົ້ນແຮ່ທາດສືບຕໍ່ຫຼຸດລົງ, ການຜະລິດກະສິກຳມີສັນຍານຊັກຊ້າລົງ, ລະດັບເກັບລາຍຮັບງົບປະມານແຫ່ງລັດ, ການປ່ອຍເງິນລົງທຶນສາທາລະນະຍັງຊັກຊ້າຢູ່. ຕໍ່ໜ້າສະພາບການນັ້ນ, ລັດຖະບານພວມມານະພະຍາຍາມຫຼຸດຜ່ອນລາຍຈ່າຍສາທາລະນະ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ໜິ້ສາທາລະນະ, ມຸ່ງໄປເຖິງການເຕີບໂຕໃນໄລຍະຍາວ. ທ່ານ ຫງວຽນດິ່ງກຸງ, ຫົວໜ້າສະຖາບັນຄົ້ນຄວ້າ ຄຸ້ມຄອງເສດຖະກິດສູນກາງ ໄຈ້ແຍກວ່າ.

        “ຂ້າພະເຈົ້າຄິດວ່າ, ມາດຕະການສຳຄັນກວ່າໝູ່ໃນການປ່ອຍທຶນໃຫ້ແກ່ການລົງທຶນ ແມ່ນຕ້ອງເພີ່ມທະວີຄຸນນະພາບແຫຼ່ງສະໜອງ. ສະນັ້ນ, ຕ້ອງເນັ້ນໜັກກວ່າອີກເຖິງປະສິດທິຜົນແຫ່ງການລົງທຶນສາທາລະນະ ຫຼາຍກວ່າການເພີ່ມຈຳນວນໂຄງການລົງທຶນ. ບໍໍ່ຄວນຟ້າວຟັ່ງເກີນໄປໃນການປ່ອຍທຶນ ແລະ ສ້າງຄວາມກົດດັນໃນການປ່ອຍທຶນ ເຮັດໃຫ້ພາໄປເຖິງການປ່ອຍທຶນ ໂດຍບໍ່ເອົາໃຈໃສ່ເຖິງປະສິດທິຜົນ, ຫາກຄວນເອົາໃຈໃສ່ເຖິງປະສິດທິຜົນແລ້ວຈຶ່ງຈະປ່ອຍທຶນ”.

        ເພື່ອບັນລຸໄດ້ຄາດໝາຍເຕີບໂຕ 6,7% ໃນປີນີ້, ແມ່ນລະດັບເຕີບໂຕຂອງໄຕມາດທີ 4 ຕ້ອງບັນລຸລະດັບ 7,31%. ນີ້ແມ່ນລະດັບສູງພໍສົມຄວນ, ສະນັ້ນ, ໜ້າທີ່ໃນຊຸມເດືອນທ້າຍປີ ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມທີ່ໃຫຍ່ຫຼວງຂອງບັນດາຂະແໜງ, ທຸກຂັ້ນ, ທ້ອງຖິ່ນຕ່າງໆ ແລະ ປະຊາຄົມວິສາຫະກິດ. ເຖິງຢ່າງໃດກໍ່ຕາມ, ນັກຊ່ຽວຊານ, ນັກຄຸ້ມຄອງເສດຖະກິດຫວຽດນາມ ຫຼາຍທ່ານໄດ້ຖືວ່າ: ບໍ່ຄວນເອົາໃຈໃສ່ເຖິງຕົວເລກເຕີບໂຕຫຼາຍເກີນໄປ, ຫາກຄວນເອົາໃຈໃສ່ເຖິງຄຸນນະພາບການເຕີບໂຕຫຼາຍກວ່າ ເປັນຕົ້ນແມ່ນປ່ຽນໃໝ່ຮູບແບບການເຕີບໂຕ. ພິເສດ, ໃນສະພາບຫວຽດນາມ ພວມມານະພະຍາຍາມ ສຸມໃສ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ, ສ້າງສາ ແລະ ສ້າງລະບົບວິສາຫະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງຢ່າງພຽງພໍ ແລະ ສາມາດແກ່ງແຍ້ງໃນວິວັດທະນາການເຊື່ອມໂຍງໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ