ບໍລິຫານອັດຕາແລກປ່ຽນເງິນຕາຢ່າງມີໄຫວພິບ - ຈຸດໃໝ່ໃນການບໍລິຫານເສດຖະກິດປີ2016

(vovworld) - ​​ໃນໄລຍະ​ຜ່ານ​ມາ, ຂະ​ແໜງທະນາຄານໄດ້​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ​ໃນ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ ​ແລະ ຜົນງານ​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ຫລຸດຜ່ອນ​ອັດຕາ​ດອກ​​ເບ້ຍ, ​ເພີ່ມ​ສິນ​ເຊື່ອ​ຢ່າງ​ເໝາະ​ສົມ. ອັດຕາ​ແລກປ່ຽນ​​ເງິນຕາ​​ເປັນ​ປົກກະຕິ, ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ສູງ, ​ລະດັບເຕີບ​​ໂຕ​ບ້ວງສິນ​ເຊື່ອ​ບັນລຸ​ຜົນງານ​ດີ​ພໍ​ສົມຄວນ, ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ພັດທະນາ​ເປັນ​ປົກກະຕິ. ປີ 2016, ຂະ​ແໜງ​ທະນາຄານ​ຈະ​ສືບ​ຕໍ່​ມີບັນດາ​ມາດ​ຕະການ​ບໍລິຫານ​ອັດຕາ​​ແລກປ່ຽນເງິນຕາ​ໃຫ້​ເໝາະ​ສົມ ​ແລະ ​ເປັນ​ເຈົ້າ​ການ​ກັບ​ຕະຫຼາດ​ກ່ວາ​ອີກ, ພິ​ເສດ, ​ແມ່ນບັນດາ​ການ​ປ່ຽນ​ແປງ​​ໃຫຍ່​ໃນ​ຕະຫຼາດ​ໂລກ. ບົດ​ຂຽນ “ບໍລິຫານ​ອັດຕາ​​ແລກປ່ຽນເງິນຕາ​ຢ່າງ​ມີ​ໄຫວ​ພິບ - ຈຸດ​ໃໝ່​ໃນ​ການ​ບໍລິຫານ​ເສດຖະກິດ​ປີ2016” ຂອງ​ວັນ​ຮ໋ຽວ, ນັກ​ຂ່າວ VOV.

        ປີ 2015, ​ທະນາຄານ​ແຫ່ງ​ລັດ​​ໄດ້​ບໍລິຫານປະລິມານ​ເງິນ​ຕາ​ສະ​ໜອງ​ຢ່າງເໝາະ​ສົມ​ຕາມ​ຄາດໝາຍ​ໜູນ​ຊ່ວຍການ​ຮັບ​ປະກັນ​ອັດຕາ​ແລກປ່ຽນ​ເງິນຕາ ​ແລະ ຕະຫຼາດ​​ເງິນ​ຕາ​ຕ່າງປະ​ເທດ, ຄວບ​ຄຸມ​ໄພ​ເງິນ​ເຟີ້​ແຕ່​ຍັງ​ຄົງ​ຮັບປະກັນ​​​ບັນດາ​ຄາດໝາຍ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍຢ່າງ​ກົມ​ກຽວ, ​ເພີ່ມບ້ວງສິນ​ເຊື່ອ​ໃຫ້​ເໝາະ​ສົມ ​ແລະ ​ແກ້​ໄຂ​ໜິີ້​ເສຍ. ຍອດ​​ເຄື່ອງມືຊຳລະ​ໃນ​ປີ 2015 ​ເພີ່ມ​ຂຶ້ນກ່ວາ 13,5% ​ເມື່ອ​ທຽບ​​ໃສ່​ປີ 2014.

        ​ເຖິງ​ວ່າ, ອັດຕາ​ດອກ​ເບ້ຍ​ຖືກ​ຫລຸດ​ລົງ​ແຕ່​ວ່າການ​ລະດົມ​ທຶນ​ຍັງ​ເພີ່ມ​ຂຶ້ນ​ສູງ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ອົງການ​ສິນ​ເຊື່ອ​​ໄດ້ຕອບ​ສະໜອງບ້ວງ​​ສິນ​ເຊື່ອ​ໃຫ້​ແກ່​ພື້ນຖາ​ນ​ເສດຖະກິດ. ບັນດາ​ອົງການ​ສິນ​ເຊື່ອ​ກໍພ້ອມ​ທີ່​ຈະຕອບ​ສະໜອງ​ທຶນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ. ຕະຫຼາ​ດ​ເງິນຕາ​ເປັນ​ປົກກະຕິ, ລຸ​ລ່ວງ​ຍ້ອນ​ໄດ້​​ປະຕິບັດ​ບັນດາ​ມາດ​ຕະການ​ສະໜອງ​ເງິນຢ່າງ​ຄົບ​ຊຸດ, ສົມທົບ​ກັບ​​ເຄື່ອງມື​ໜູ​ນຊ່ວຍ​ການ​ຊຳລະ​ໃຫ້​ ບັນດາ​ອົງການໜີ້​ເສຍ, ​ເພີ່ມ​ທະວີ​ການ​ແກ້​ໄຂ​ໜິ້​ສິນ, ສ້າງ​ໂຄງ​ປະກອບ​ຊັບ​ສົມ​ບັດ​ຄືນ​ໃໝ່, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ສຳລັບການ​ຊຳລະ, ຮັບປະກັນຄວາມ​ປອດ​ໄພ​​ໃຫ້ລະ​ບົບ. ນອກຈາກ​ນັ້ນ, ອັດ​ຕາ​ແລກປ່ຽນ​ເງິນຕາ​ ​ແລະ ຕະຫຼາດ​ເງິນຕາ​ຕ່າງປະ​ເທດ​ສືບ​ຕໍ່​ໄດ້​ຮັບປະກັນ​ເປັນ​ປົກກະຕິ, ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ເງິນ​ຕາ ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ, ສະພາບການ​ໃຊ້​ເງິນ​​ໂດ​ລາ​ສະຫະລັດ ​ໃນພື້ນຖານ​ເສດຖະກິດ​ສືບ​ຕໍ່​ຫລຸດ​ລົງ, ຄວາມ​ຕ້ອງການ​ເງິນຕາ​ຕ່າງປະ​ເທດ​ຂອງບັນດາ​ອົງການ, ສ່ວນ​ບຸກຄົນ​ລ້ວນ​ແຕ່​ໄດ້​ຮັບ​ການຕອບ​ສະໜອງ​ຢ່າງ​ຄົບ​ຖ້ວນ, ທັນ​ການ ​ແລະ ຖືກຕ້ອງ​ຕາມ​ກົດ​ໝາຍ. ໝາກຜົນ​ຕັ້ງໜ້າ​ຂອງ​ຕະຫຼາດ​ເງິນຕາ​ຕ່າງປະ​ເທດ​ໃນ​ປີຜ່ານມາ​ໄດ້​ສະທ້ອນ​​ໃຫ້​ເຫັນຄວາມ​ເປັນ​ເຈົ້າ​ການ​ໃນ​ບັນດາມາດຕາ​ການບໍລິຫານ​ນະ​ໂຍບາຍ​ເງິນຕາ, ມີ​ໄຫວ​ພິບ​ໃນ​ການ​ດັດປັບອັດຕາ​ແລກປ່ຽນ​ສະ​ເລ່ຍລະຫວ່າງ​ທະນາຄານຂຶ້ນ 3% ​ແລະ ​ຫລຸດ​ຜ່ອນ​ອັດຕາ​​ແລກປ່ຽນ​ແຕ່ +1% ຂຶ້ນ​ +3% ​ເພື່ອ​ຮັບ​ມື​​ຢ່າງ​ທັນ​ການ ກັບ​ບັນດາ​ຜົນ​ກະທົບ​ທີ່ບໍ່​ມີ​ຜົນ​ປະ​ໂຫຍ​ດຈາກ​ຕະຫຼາດ​ການ​ເງິນ​ສາກົນ.  

      

ບໍລິຫານອັດຕາແລກປ່ຽນເງິນຕາຢ່າງມີໄຫວພິບ - ຈຸດໃໝ່ໃນການບໍລິຫານເສດຖະກິດປີ2016 - ảnh 1
ພາບປະກອບ

        ກົນ​ໄກ​ການບໍລິຫານ​ອັດຕາ​ແລກປ່ຽນ​ເງິນຕາ​ນີ້​ໄດ້​ຮັບ​ການຕີ​ລາຄາຢ່າງຕັ້ງໜ້າ​ຈາກ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ທ່ານ ​ບູ່ຍງ​ອກບ໋າ​ວ, ປະທານ​ສະພາ​ບໍລິຫານ​ກຸ່ມ​ບໍລິ​ສັດ​ນຳ້ມັນ​​ແອັດ​ຊັງ ຖື​ວ່າ: ​ເລື່ອງ​ຮັກສາ​ອັດຕາ​ແລກປ່ຽນ ​ແລະ ຕະຫຼາ​ດ​ເງິນ​ຕາ​ຕ່າງປະ​ເທດ​ເປັນ​ປົກກະຕິ, ປະກອບສ່ວນ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສະກຸນເງິນ​ ຫວຽດນາມ, ໜູນ​ຊ່ວຍ​ວິວັດ​​ແຫ່ງການ​ເຊື່ອມ​ໂຍງ​ຂອງ​ວິ​ສາ​ຫະກິດ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ ຈີນ ດັດປັບຫລຸດ​ລາຄາເງິນ​ຢວນ, ລາຄາ​ນຳ້ມັນ​ມີ​ການ​ເໜັງຕີງ​ຕາມ​ທິດ​ຫລຸດ​ລົງ:

        “ຖ້າ​ຫາກ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ເງິນ​ໃນ​ປີ 2011, ນັບ​ທັງ​ການ​ເໜັງ​ຕີງກ່ຽວ​ກັບ​ອັດຕາ​ແລກປ່ຽນ​ໃນ​ກຸ່ມ​ບໍລິສັດ​​ແມ່ນ​ປະມານກ່ວາ 2000 ຕື້​ດົ່ງ, ມາຮອດ​ປີ 2015 ​ນີ້, ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ເງິນກໍ​ຄື​ອັດຕາ​ແລກປ່ຽນ​ໃນ​ປີ 2015 ບັນລຸ​ພຽງ​ 500 ຕື້ດົ່ງ​​ເທ່ົາ​ນັ້ນ, ​​ໝາຍຄວາມວ່າ​ຫນ້ອຍ​ກ່ວາ ​ແລະ ມີ​ສະຖຽນລະ​ພາບ​ກ່ວາ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ສະ​ດວກ​ອັນ​ໃຫຍ່​ຫຼວງ​ທີ່​ສຸດໃຫ້​ແກ່​ວິ​ສາ​ຫະກິດ.”

        ປີ 2016, ສະພາບ​ເສດຖະກິດ​ໂລກ​ບັນລຸ​ລະດັບ​ເຕີບ​ໂຕ​ດີ​ພໍ​ສົ​ມຄວນ​ແຕ່​ບໍ່ສະໝຳ່ສະ​ເໝີ, ບັນດາ​ລັດຖະນະ​ໂຍບາຍ​ບໍລິຫານ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຈະ​ ສົ່ງ​ຜົນ​ສະທ້ອນ​​ເຖິງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ, ຫວຽດນາມ ​ໄດ້ກຳນົດ​ຄາດໝາຍ ​ແລະ ບັນດາມາດ​ຕະການຈຸດ​ສຸມ​ກ່ຽວ​ກັບ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາປີ 2016. ຕາມ​ນັ້ນ​ແລ້ວ, ຂະ​ແໜງ​ທະນາຄານ​ສືບ​ຕໍ່​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ມາດ​ຕະການ​ຈຸດ​ສຸມ​ນັ້ນແມ່ນບໍລິຫານ​ນະ​ໂຍບາຍ​ເງິນຕາ, ຄວບ​ຄຸມ​ໄພ​ເງິນ​ເຟີ​້​ໃຫ້ຢູ່​ໃນ​ລະດັບ​ຕຳ່​ກ່ວາ 5%, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ຢູ່​ໃນ​ລະດັບທີ່​ເໝາະ​ສົມປະມານ 6,7%. ​ໃນ​ນັ້ນ, ​ເລື່ອ​ງ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ​ໃນ​ນະ​ໂຍບາຍ​ດັດປັບອັດຕາ​ແລກປ່ຽນ​ຈະ​ສືບ​ຕໍ່​ໄດ້​ຮັບ​ຖື​ເປັນ​ສຳຄັນ​ໜັກ​​ເພື່ອ​ແນ​ໃສ່​ຮັບປະກັນ​ຈຸດໝາຍ​ເປີດ​ກ້ວາງ​ລະດັບເຕີບ​ໂຕ​ໄປ​ຄຽງ​ຄູ່​ກັບ​ປະສິດທິ​ຜົນ, ມີຄວາມ​ປອດ​ໄພ ​ແລະ ​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຂອງ​ພື້ນຖາ​ນ​ເສດຖະກິດ. ທ່າ​ນນາງຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ຫງວຽນ​ທິ​ຮ່ົງ, ຢັ້ງຢືນ​ວ່າ:

        “ການ​ບໍລິຫານ​ອັດຕາ​ດອກ​ເບ້ຍ​, ອັດຕາແລກປ່ຽນ​​​​ເງິ​ນຕາ​​ໃຫ້ເໝາະ​ສົມ​​ກັບ​ການສ້າງ​ຄວາມດຸ່ນດຽງ​ມະຫາ​ພາກ ກໍ​ຄື​ການ​ຜັນ​ປ່ຽນ​ໃນ​ຕະຫຼາດ​ກາ​ນ​ເງິນ​ສາກົນ ຍາມ​ໃດ​ກໍ​ຮັບປະກັນ​ທິດ​ນຳ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ສະກຸນ​ເງິນ​ ຫວຽດນາມ. ສຳລັບ​ການ​ບໍລິຫານ​ບ້ວງສິນ​ເຊື່ອ​ແມ່ນ​ຕ້ອງຊາບ​ຊຶມ​ທິດ​ນຳ​ເປີດ​ກ້ວາງ​ສິນ​ເຊື່ອ​ໄປ​ຄຽງ​ຄູ່​ກັບ​ຄວາມ​ປອດ​ໄພ ​ແລະ ມີປະສິດທິ​ຜົນ. ​ໄລຍະ​ຈະ​ມາ​ເຖິງ, ທະນາຄານ​ແຫ່ງ​ລັດ​ກໍ​ຈະມຸ່ງ​ໄປ​ເຖິງ​ວິທີ​ການ​ບໍລິຫານ​ອັດຕາ​​ແລກປ່ຽນເງິນຕາ​ຢ່າງ​ມີ​ໄຫວ​ພິບ​ກ່ວາ, ຮັບປະກັນ​ສະຖຽນ​ລະ​ພາບ​ຂອງ​ຕະຫຼາດ​ເງິນຕາ​ຕ່າງປະ​ເທດ ປະກອບສ່ວນ​ເຂົ້າ​ໃນ​ການ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ຂອງ​ປະ​ເທດ​ຊາດ​​ໃຫ້​ໝັ້ນຄົງ.”

        ພ້ອມ​ກັນນັ້ນ, ທະນາຄານ​ແຫ່ງ​ລັດ​ສືບ​ຕໍ່​ປະຕິບັດ​ບັນດາມາດ​ຕະການ​ຕາມ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ອົງກາ​ນສິນ​ເຊື່ອ​ຄືນ​ໃໝ່ ​ແລະ ​ແກ​​້​ໄຂ​ໜີ້​​ເສຍຕາມ​ບັນ​ດາ​ແຜນຮ່າງ​ເຊິ່ງ​ລັດຖະບານ​ໄດ້​ຮັບຮອງ​ເອົາ, ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດ​ຕາມ​ກວດກາ​ທະນາຄານ, ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ໜີ້​​​ເສຍ​ຢ່າງ​ຄົບ​ຊຸດ ​ແລະ ຄວບ​ຄຸມ, ຍົກ​ສູງ​ຄຸນ​ນະພາ​ບສິນ​ເຊື່ອ​.

        ປີ 2016, ທະນາຄານ​ແຫ່ງ​ລັດ​ປະຕິບັດ​ການ​ນຳ​ໃຊ້​ບັນດາ​ລະບົບ​ມາດຖານ​ຄວາມ​ປອດ​ໄພ​ຕາມ​ມາດ​ຕະຖານ​ສາກົນ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ປອດ​ໄພ​ຂອງ​ລະບົບ​ເງິນຕາ​ ຫວຽດນາມ. ກົນ​ໄກ​ບໍລິຫານ​ອັດ​ຕາແລກປ່ຽນເງິນຕາ​​ແມ່ນຕາມ​ກົດ​ເກນ​ຂອງ​ຕະຫຼາດ. ນະ​ໂຍບາຍ​ເງິນຕາ​ຕາມ​ທິດ​ມ​ີ​ໄຫວ​ພິບ​ກ່ວາ ​ເພື່ອ​ແນ​ໃສ່​ຮັບປະກັນ​ມູນ​ຄ່າ​ເງິນ​​ໃຫ້ເປັນ​ປົກກະຕິ, ປະກອບສ່ວນ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ສ້າງ​ເງື່ຶອນ​ໄຂ​ຍົກ​ສູງ​ປະສິດທິ​ຜົນ​ການ​ປຸກລະດົມ ​ແລະ ຈັດ​ແບ່ງແຫຼ່ງທຶນ​ໃນ​ພື້ນຖານ​ເສດຖະກິດ, ຈາກ​ນັ້ນ​ຊຸກຍູ້​ລະດັບ​ເຕີບ​ໂຕ​ເສດຖະກິດ​​​ໃຫ້ເໝາະ​ສົມ​ກັບ​ບັນດາ​ຄາດໝາຍ​ມະ​ຫາ​ພາກ​ທີ່​ວາງ​ອອກ​ໃນ​ໄລຍະ​ແຕ່ 2016 – 2020 ຢ່າງ​ໝັ້ນຄົງ.


ຕອບກັບ

ຂ່າວ/ບົດ​ອື່ນ