ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ດຶງ​ດູງ​ເງິນ​ລົງ​ທຶນ FDI ຂອງ​ແຂວງບ່າ​ເຣ້ຍ​ - ຫ​ວຸ້ງ​ເຕົ່າ

(VOVWORLD) -ດ້ວຍຄວາມຕັດສິນໃຈຄັດເລືອກຕະຫຼາດຢຶດໝັ້ນດຶງດູດເງິນລົງທຶໂດຍກົງຈາກຕ່າງປະເທດ (FDI) ທີ່ມີການຄັເລືອກແຂວງບ່າຣ້ - ຫວຸ້ເຕົ່າພວມຄ່ອຍໆເປັນເຈົ້າການກວ່າອີກ.ໃນການດຶງດູດກັບບັນດານັກລົງທຶໃຫຍ່ແລະນຳໃຊ້ເຕັກໂນໂລຢີສູງໃນນັ້ນຈະມີວາມເອົາໃຈໃສ່ເປັນພິເສດເຖິງບັນດານັກລົງທຶນກ່ຽວກັບທ່າກ່ຳປັ່ນການບໍລິການພະລາທິການທ່າກ່ຳປັ່ນການທ່ອງທ່ຽວແລະກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງແລະກໍ່ແມ່ນເປົ້າໝາຍດ້ານເສດຖະກິດເຊິ່ງບ່າຣ້ - ຫວຸ້ເຕົ່າມຸ່ງໄປເຖິງ.

ປັດຈຸບັນແຂວງບ່າເຣ້ຍ - ຫວຸ້ງເຕົ່າກວມເອົາເກືອບ 10%ຍອດເງິນລົງທຶນຈາກຕ່າງປະເທດ (FDI) ຂອງທົ່ວປະເທດແລະພວມຢືນອັນດັບທີ 4/63 ນະຄອນ, ແຂວງກ່ຽວກັບການດຶງດູດ FDI. ການລົງທຶນ FDI ຢູ່ບ່າເຣ້ຍ - ຫວຸ້ງເຕົ່າມີຂອບຂະໜາດສູງພໍສົມຄວນ, ໄລ່ສະເລ່ຍບັນລຸໄດ້ 86,7 ລ້ານ USD/ໂຄງການ, ສ່ວນຫຼາຍບັນດາໂຄງການນີ້ມາຈາກບັນດາກຸ່ມບໍລິສັດໃຫຍ່ຄື: ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ການາດາ, ໄທ, ສິງກະໂປ…ເຄື່ອນໄຫວຫຼາຍຂະແໜງຄື: ທ່າກ່ຳປັ່ນ, ການຂົນສົ່ງ, ເອເລັກໂຕນິກ...ນຳ

ພ້ອມກັບເລື່ອງຍູ້ແຮງການສົ່ງເສີມ, ດຶງດູດບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນເຂົ້າບັນດາຂົງເຂດ, ໃນໄລຍະທີ່ຜ່ານມາ, ແຂວງບ່າເຣ້ຍ - ຫວຸ້ງເຕົ່າເດັດດ່ຽວຖອນຄືນບັນດາໂຄງການທີ່ມີການຜັນຂະຫຍາຍຢ່າງຊັກຊ້າເພື່ອສ້າງເນື້ອທີ່ດິນໃຫ້ແກ່ບັນດານັກລົງທຶນທີ່ມີກຳລັງຄວາມສາມາດ. ນັບແຕ່ເວລາສ້າງວິທີການແກ້ໄຂບັນດາໂຄງການຜັນຂະຫຍາຍຢ່າງຊັກຊ້າໃນປີ 2014ມາຮອດປັດຈຸບັນ, ບ່າເຣ້ຍ - ຫວຸ້ງເຕົ່າໄດ້ຢຸດຕິການເຄື່ອນໄຫວຂອງ 142 ໂຄງການ (ໂຄງການໃນເຂດອຸດສາຫະກຳ 38 ໂຄງການ, ໂຄງການເຮືອນຢູ່, ເຂດຕົວເມືອງ 53 ໂຄງການແລະໂຄງການນອນຢູ່ນອກເຂດອຸດສາຫະກຳ 51 ໂຄງການ). ຕາມທ່ານຫງວຽນແທັ່ງລອງ, ຮອງປະທານຄະນະກຳມະການແຂວງບ່າເຣ້ຍ - ຫວຸ້ງເຕົ່າແລ້ວ, ວິວັດການຖອນຄືນບັນໂຄງການທີ່ມີການຜັນຂະຫຍາຍຢ່າງຊັກຊ້າໄດ້ຮັບການປະຕິບັດຢ່າງລະມັດລະວັງ, ຖືກຕາມການກຳນົດຂອງກົດໝາຍ. ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງແຂວງໄດ້ເຮັດວຽກກັບເຈົ້າຂອງການລົງທຶນຂອງແຕ່ລະໂຄງການທີ່ຜັນຂະຫຍາຍຢ່າງຊັກຊ້າເພື່ອຢັ້ງຢຶນໄດ້ເຫດຜົນ ແລະສະເໜີວິທີການແກ້ໄຂສຳລັບແຕ່ລະກໍລະນີ:

ພາຍຫຼັງສ້າງຂໍ້ຕົກລົງທາງແຂວງໄດ້ປະກາດໃຊ້ຂໍ້ກຳນົດກົດລະບຽບກ່ຽວກັບການແກ້ໄຂບັນດາໂຄງການທີ່ຜັນຂະຍາຍຢ່າງຊັກຊ້າການບໍລິຫານໂຄງການທີ່ມີການຜັນຂະຫຍາຍຢ່າງຊັກຊ້າໄດ້ປະຕິບັດຕາມຂໍ້ກຳນົດມີແບບມີແຜນ, ໂປ່ງໃສແລະເປີດເຜີຍ. ທຸກໆຂໍ້ມູນຂ່າສານລ້ວນແຕ່ໄດ້ເອົາລົງບັນດາເວັບໄຊຂໍ້ມູນຂ່າສານເອເລັກໂຕນິກ.

ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ດຶງ​ດູງ​ເງິນ​ລົງ​ທຶນ FDI ຂອງ​ແຂວງບ່າ​ເຣ້ຍ​ - ຫ​ວຸ້ງ​ເຕົ່າ - ảnh 1 ທ່າກ່ຳປັ່ນ ກ໊າຍແມ໊ບຮ້າ (ພາບ: nhandan.com.vn)
ການຖອນຄືນບັນດາໂຄງການຜັນຂະຫຍາຍຢ່າງຊັກຊ້າບໍ່ພຽງແຕ່ສ້າງເນື້ອທີ່ດິນທີ່ຮັບໃຊ້ໃຫ້ແກ່ການລົງທຶນພັດທະນາຂອງບ່າເຣ້ຍ - ຫວຸ້ງເຕົ່າ, ຫາກຍັງລົບລ້າງບັນດານັກລົງທຶນທີ່ບໍ່ມີຄວາມສາມາດບົ່ມຊ້ອນ ແລະ ຂາດເຈດຕະນາດີໃນການລົງທຶນ. ໄປຄຽງຄູ່ກັນນັ້ນ, ທາງແຂວງກໍ່ຢຶດໝັ້ນກັບເປົ້າໝາຍດຶງດູດການລົງທຶນທີ່ມີການຄັດເລືອກ, ມີຄວາມເອົາໃຈໃສ່ເປັນພິເສດເຖິງບັນດາໂຄງການທີ່ມີຂອບຂະໜາດໃຫຍ່, ເຕັກໂນໂລຢີທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ສາມາດແຜ່ຂະຫຍາຍໄດ້ເປັນຢ່າງດີ, ບໍ່ຮັບບັນດາໂຄງການທີ່ມີໄພອັດຕະລາຍເຮັດໃຫ້ສິ່ງແວດລ້ອມຖືກມົນລະພິດ, ນຳໃຊ້ເຕັກໂນໂລຢີທີ່ຫຼ້າຫຼັງໃນການຜະລິດ, ສິ້ນເປືອງວັດຖຸດິບແລະນຳໃຊ້ແຮງງານຢ່າງຫຼວງຫຼາຍ.

ທ່ານ Choi Young Gyo, ປະທານກຸ່ມບໍລິສັດHyong Chemical ຂອງສ.ເກົາຫຼີໃຫ້ຮູ້ວ່າ, ໄດ້ລົງທຶນຈຳນວນ 1,2 ຕື້ USD ເພື່ອສ້າງໂຮງງານຜະລິດ Polypropylene ແລະສາງໃຕ້ດິນບັນຈຸນ້ຳມັນເເຫຼວຢູ່ບ່າເຣ້ຍ - ຫວຸ້ງເຕົ່າ, ຍ້ອນວ່າອຳນາດການປົກຄອງໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ກຸ່ມບໍລິສັດປະຕິບັດລະບຽບການໂດຍໄວ, ມີການແນະນຳຢ່າງຈະແຈ້ງ, ໂປ່ງໃສຊ່ວຍໃຫ້ວິສາຫະກິດມີຄວາມພໍໃຈກ່ວາເມື່ອຊອກຫາໂອກາດລົງທຶນ:

ເມື່ອໄດ້ຮັບໜັງສືອະນຸຍາດການລົງທຶນ, ພວກຂ້າພະເຈົ້າດີໃຈຫຼາຍ, ວກຂ້າພະເຈົ້າໄດ້ເຂົ້າຮ່ວມລົງທຶນຢູ່ຫວຽດນາມເປັນເວ 10 ປີແລ້ວ, ສຳລັບໂຄງການ Polypropylene, ພວກຂ້າພະເຈົ້າໄດ້ກະກຽມາເປັນເວ 4 ປີແລ້ວ.ໃນວິວັດການກະກຽມວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍຈາກອຳນາດການປົກຄອງບ່າເຣ້ຍ - ຫວຸ້ງເຕົ່າ.

ຕາມທ່ານຫງວຽນຮົ່ງລິງເລຂາຄະນະພັກແຂວງບ່າເຣ້ຍ - ຫວຸ້ງເຕົ່າແລ້ວ, ດ້ວຍການກໍ່ສ້າງຊຸດມາດຖານດຶງດູດການລົງທຶນຂອງທ້ອງຖິ່ນ, ບ່າເຣ້ຍ - ຫວຸ້ງເຕົ່າ ພວມຄ່ອຍໆເປັນເຈົ້າການໃນການດຶງດູດກັບບັນດານັກລົງທຶນໃຫຍ່, ອິດທິພົນຊື່ສຽງກ່ວາອີກ. ສິ່ງທີ່ເປັນໜ້າຈັບໃຈແມ່ນດ້ວຍ 3,6 ຕື້ USD ເງິນລົງທຶນຈາກຕ່າງປະເທດ (FDI) ໃນປີ 2018ລ້ວນແຕ່ສຸມໃສ່ເຂົ້າບັນດາຂົງເຂດທີ່ເປັນທ່າແຮງແລະຕອບສະໜອງໄດ້ບັນດາມາດຖານດຶງດູດການລົງທຶນຂອງທ້ອງຖິ່ນແລະກາຍເປັນກຳຫຼັງໜູນເພື່ອໃຫ້ແຂວງບ່າເຣ້ຍ - ຫວຸ້ງເຕົ່າໝັ້ນໃຈເພື່ອໃຫ້ມີບາດກ້າວບຸກທະລຸໃນໄລຍະຈະມາເຖິງ:

ບ່າຣ້ - ຫວຸ້ເຕົ່າພັດທະນາແບບມີການຄັເລືອກຕາມທິດດຶງດູດບັນດາຂະແໜງ, ຂົງເຂດອຸດສາຫະກຳທີ່ບໍ່ກໍ່ມົນລະພິສິ່ງແວດລ້ອມ, ເພື່ອຕອບສະໜອງໄດ້ຄວາມຮຽຮ້ອງຂອງການພັດທະນາໃນອະນາຄົດ. ພິເສດທາງແຂວງໄດ້ວບຄຸມການດຶງດູດລົງທຶນ, ເພື່ອ ຕອບສະໜອງໄດ້ຄວາມຕ້ອງການໃນານພັດທະນາແບບຍືນຍົງຂອງແຂວງ, ພັດທະນາອຸດສາຫະກຳແຕ່ບໍ່ກໍ່ຜົນສະທ້ອນເຖິງສິ່ງແວດລ້ອ.

ໃນໄລຍະຈາມາເຖິງ, ທາງແຂວງຈະສືບຕໍ່ເຊື້ອເຊີນບັນດານັກລົງທຶນທີ່ມີກຳລັງຄວາມສາມາດ, ເຂົ້າຮ່ວມການຄົ້ນຄ້ວາ, ຜັນຂະຫຍາຍບັນດາໂຄງການຄື: ພູຢິງ, Safari, ສູນ Logistic ກ໊າຍແມ໊ບຮ້າ, ສືບຕໍ່ປະຕິບັດບັນດາວິທີການແກ້ໄຂ, ໜູນຊ່ວຍ, ຊຸກຍູ້ບັນດາໂຄງການລົງທຶນຄື: ເຂດຕົວເມືອງເບົ່າຈຸງ, ເຂດທ່ອງທ່ຽວແຫຼມງິງຟອງ, ເຂດທ່ອງທ່ຽວ Marina City - ຕວນເຈົາ…

ການສ້າງຍຸດທະສາດດຶງດູດການລົງທຶນທີ່ມີການຄັດເລືອກ, ໜູນຊ່ວຍນັກລົງທຶນດ້ວຍບັນດາການກະທຳຢ່າງລະອຽດ, ຫຼຸດເວລາແກ້ໄຂລະບຽບການບໍລິການ, ສຳເນົາເອກະສານການລົງທຶນ, ບ່າເຣ້ຍ - ຫວຸ້ງເຕົ່າພວມສ້າງພາບພົດກ່ຽວເກບເຂດດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນແລະ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດານັກລົງທຶນພາຍໃນແລະຕ່າງປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ