ບ​າດກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຈາກ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃຫມ່​ຢູ່​ແຂວງ ບັ໊ກກ້ານ

(VOVWORLD) -ຢູ່ ແຂວງ ບັ໊ກກ້ານ ບັນດາສະຫະກອນໄດ້ຮັບການສ້າງຕັ້ງຂຶ້ນຕາມກົດໝາຍວ່າດ້ວຍສະຫະກອນ ປີ 2012 ຫລື ເອີ້ນວ່າ ບັນດາຮູບແບບສະຫະກອນແບບໃຫມ່ ” ຄ່ອຍໆໄດ້ຮັບການຢັ້ງຢືນບົດບາດໃນການພັດທະນາເສດຖະກິດສັງຄົມ. ບັນດາຮູບແບບບການຜະລິດຕາມຮູບການຄຸ້ມຄອງໃຫມ່ ພ້ອມກັບຄວາມສະຫນິດຕິດພັນຂອງຊາວກະສີກອນ ໄດ້ຊ່ວຍໃຫ້ບັນດາສະຫະກອນແບບໃຫມ່ກາຍເປັນພື້ນຖານພັດທະນາເສດຖະກິດກະສິກຳປ່າໄມ້ທອງຖິ່ນ.
ບ​າດກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຈາກ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃຫມ່​ຢູ່​ແຂວງ ບັ໊ກກ້ານ - ảnh 1ເກັບກູ້ໝາກໂຕ່ນຫອມຢູ່ບາເບ (ພາບ:baobackan.org.vn)

ປີ 2017 ສະຫະກອນການກະເສດ ເຕີນແທ່ງ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ ບ້ານ ເຕີນແທ່ງ ຕາແສງ ນົງເທຶ້ອງ ນະຄອນ ບັ໊ກກ້ານ ໂດຍຜະລິດ ຜະລິດຕະພັນບຳລຸງສຸຂະພາບ ຈາກຕົ້ນຂີ້ໝິ້ນແດງ ແລະ ດຳ. ນີ້ແມ່ນການຕັດສິນໃຈທີ່ກ້າຫານ ເພາະຕົ້ນຂີ້ມໝິ້ນ ໄດ້ປູກກະແຈກກະຈາຍຢູ່ທ້ອງຖິ່ນ ໂດຍບໍ່ມີຜູ້ໃດກ້າຄິດວ່າ ຈະລົງທຶນພັດທະນາດ້ວຍຂອບຂະຫນາດໃຫຍ່. ເລື່ອງສະຫະກອນກ້າຫານລົງທຶນກໍ່ສ້າງໂຮງງານປຸງແຕ່ງຢູ່ກັບທີ່ນັ້ນ ເຮັດໃຫ້ເນື້ອທີ່ປູກຕົ້ນຂີ້ໝິ້ນ ໄດ້ເພີ່ມຂຶ້ນແຕ່ 30  ເຮັກຕາເຖິງ 120 ເຮັກຕາ, ຄາດວ່າ ຈະເພີ່ມຂຶ້ນເຖິງ 200 ເຮັກຕາ ໃນປີ 2021, ປະຈຸບັນ ສະຫະກອນ ເຕີນແທ່ງ ກໍ່ໄດ້ລົງນາມໃນສັນຍາການຄ້າສະຫນອງແນວພັນ ຈຳຫນ່າຍຜະລິດຕະພັນໃຫ້ແກ່ກວ່າ 300 ຄອບຄົວຂອງ 3 ເມືອງ ໃນບໍລິເວນ. ເອື້ອຍ ຫງວຽນທິຮົ່ງມີງ ຫົວຫນ້າ ສະຫະກອນການກະເສດ ເຕີນແທ່ງ ໃຫ້ຮູ້ວ່າ:

  “ເມື່ອຮ່ວມສຳພັນກັບບັນດາສະຫະກອນພວກຂ້າພະເຈົ້າເພື່ອຜະລິດ, ຊາວກະສິກອນ ໄດ້ຄົ້ນຄ້ວາຢ່າງລະອຽດ ແລະ ມີຄວາມເຊື່ອໝັ້ນຕໍ່ພວກຂ້າພະເຈົ້າ. ປະຈຸບັນ ຕົ້ນຂີ້ມໝິ້ນຢູ່ ບັ໊ກກ້ານ ມີລາຄາ 5 ພັນດົ່ງ/ກິໂລກຼາມ, ແຕ່ເມື່ອລາຄາເພີ່ມຂຶ້ນ ພວກຂ້າພະເຈົ້າກໍ່ຊື້ນຳຊາວກະສິກອນຕາມລາຄາຕະຫຼາດ.

ແຂວງ ບັ໊ກກ້ານ ມີ 220 ສະຫະກອນແບບໃຫມ່. ມີ 97/108 ຕາແສງ ມີຮູບແບບສະຫະກອນ, ໃນນັ້ນ ມີກວ່າ 80% ເຄື່ອນໄຫວໃນຂົງເຂດກະສິກຳ ແລະ ກວ່າເຄິ່ງຫນຶ່ງໃນຈຳນວນ 131 ຜະລິດຕະພັນຂອງໂຄງການ ຫນຶ່ງຕາແສງຫນຶ່ງຜະລິດຕະພັນ (OCOP) ຂອງທ້ອງຖິ່ນ ໄດ້ຮັບການຜະລິດຈາກບັນດາສະຫະກອນແບບໃຫມ່. ບັ໊ກກ້ານ ໄດ້ສ້າງລະບົບຮ່ວມສຳພັນໃຫຍ່ນັບສິບໆລະບົບ ແລະ ລະບົບຮ່ວມສຳພັນນ້ອຍຫລາຍລະບົບ, ຮັບປະກັນແຕ່ຂອດລ້ຽງປູກຕະຫລອດຮອດການເກັບຊື້, ປຸງແຕ່ງ ແລະ ຈຳຫນ່າຍ, ຄ່ອຍໆສ້າງເປັນບັນດາເຂດກະເສດສຸມ.

ທ່ານ ຮ່ວາງວັນເຈືອງ ຢູ່ ບ້ານ ນ່າບວກ ຕາແສງ ກວາງຟອງ ເມືອງ ນາຣີ່ ແຂວງ ບັ໊ກກ້ານ ໃຫ້ຮູ້ວ່າ:

“ຂ້າພະເຈົ້າດີໃຈຫລາຍ, ປູກມັນແກວ ແມ່ນມີຄວາມອຸ່ນອ່ຽນໃຈ ຍ້ອນມີສັນຍາຊື້ຜະລິດຕະພັນແລ້ວ. ນອກນັ້ນ ຍັງໄດ້ຮັບການຫນູນຊ່ວຍແນວພັນປູກ, ຝຸ່ນເຄມີ ຫລັງຈາກນັ້ນ ກໍ່ຍັງໄດ້ຮັບການອົບຮົມຫລາຍຄັ້ງອີກ. ຢູ່ໃນບ້ານກໍ່ມີຫລາຍຄອບຄົວພ້ອມກັນຜະລິດຕາມຮູບແບບນີ້ ພ້ອມກັນຮ່ວມມື ສະນັ້ນ ກໍ່ຮູ້ສຶກອຸ່ນອ່ຽນໃຈ.”

ທ່ານ ເຢືອງວັນຫວນ ປະທານ ສະຫະພັນສະຫະກອນຕາແສງ ບັ໊ກກ້ານ ໃຫ້ຮູ້ວ່າ: ທ້ອງຖິ່ນຈະສືບຕໍ່ມີນະໂຍບາຍຢ່າງແຮງ ເພື່ອແນໃສ່ປັບປຸງການເຄື່ອນໄຫວບັນດາສະຫະກອນ, ເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບ ພ້ອມທັງສືບຕໍ່ຫນູນຊ່ວຍບັນດາສະຫະກອນເປີດກວ້າງຕະຫລາດຈຳຫນ່າຍ.

ກ່ອນນີ້ ບັນດາຜະລິດຕະພັນຂອງບັ໊ກກ້ານ ແມ່ນປະຖົມປະຖານ, ຫຸ້ມຫໍ່ແບບທຳມະດາງ່າຍດາຍ, ສ່ວນຫລາຍຂາຍຢູ່ກັບທີ່. ນັບແຕ່ປີ 2016 ເມື່ອແຂວງ ຈັດຕັ້ງບັນດາສະຫະກອນຄືນໃຫມ່ ຕາມກົດໝາຍວ່າດ້ວຍສະຫະກອນປີ 2012 ຊື່ງເອີ້ນວ່າ ສະຫະກອນແບບໃຫມ່, ບັນດາສະຫະກອນໄດ້ຈັດຕັ້ງການຜະລິດຄືນໃຫມ່ ເອົາໃຈໃສ່ເຖິງຄຸນນະພາບ, ເຄື່ອງໝາຍການຄ້າ, ຮູບແບບ, ການຫຸ້ມຫໍ່. ປະຈຸບັນ ບັນດາຜະລິດຕະພັນເບິ່ງລວມແລ້ວ ແມ່ນງາມຕາ ອຸດົມສົມບູນ ແລະ ມີຄຸນນະພາບ ແລະ ແມ່ນຫນຶ່ງໃນຈຳນວນຫນ້ອຍທອ້ງຖິ່ນ ທີ່ມີຫລາຍຜະລິດຕະພັນ OCOP ບັນລຸ ມາດຖານ 3 ດາວຂຶ້ນໄປ.”

ໂດຍແມ່ນແຂວງພູດອຍ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຄື ແຂວງບັ໊ກກ້ານ, ບັນດາສະຫະກອນ ພວມປ່ຽນແປງຄວາມຊິນເຄີຍໃນການຜະລິດຂອງປະຊາຊົນ ຈາກການຜະລິດແບບກະແຈກກະຈາຍ ຫັນມາເປັນຈຸດສຸມ ດ້ວຍຂອບຂະຫນາດໃຫຍ່ ມີລັກສະນະເປັນສີນຄ້າ ແລະ ເບື້ອງຕົ້ນສ້າງສາມາດໄດ້ບັນດາລະບົບຮ່ວມສຳພັນໃນການຜະລິດ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ກະສິກຳ ປ່າໄມ້ ແຂວງ ບັ໊ກກ້ານ ມີບັນດາບາດກ້າວພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ