ບ່າ​ເຣ້ຍ - ຫວູງ​ເຕົາ ກຳ​ນົດ​: ດຶງ​ດູດ​ການ​ລົງ​ທຶນ​ຕ້ອງ​ມີ​ການ​ຄັດ​ເລືອກ

(VOVWORLD) -ເປົ້າໝາຍຫນ້າທີ່ພັດທະນາເສດຖະກິດ ສັງຄົມ ໄລຍະ ແຕ່ປີ 2021-2025, ບ່າເຣ້ຍ ຫວູງເຕົາ ຈະສືບຕໍ່ແຜນນະໂຍບາຍດຶງດູດການລົງທຶນໂດຍມີການຄັດເລືອກພິເສດ ໃນສະພາບຟື້ນຟູພາຍຫລັງໂລກລະບາດໂຄວິດ -19, ແຂວງ ບ່າເຣ້ຍ ຫວູງເຕົາ ພວມເປັນເຈົ້າການໃນການສຳຜັດກັບບັນດານັກລົງທຶນໃຫຍ່ ພິເສດບັນດາຂົງເຂດທ່າກຳປັ່ນການບໍລິການພະລາທິການທ່ອງທ່ຽວ ແລະ ກະສິກຳໝູນໃຊ້ເຕັກໂນໂລຊີສູງ.

ບ່າ​ເຣ້ຍ - ຫວູງ​ເຕົາ ກຳ​ນົດ​: ດຶງ​ດູດ​ການ​ລົງ​ທຶນ​ຕ້ອງ​ມີ​ການ​ຄັດ​ເລືອກ - ảnh 1ບ່າເຣ້ຍ - ຫວູງເຕົາ (ພາບ: congthuong.vn)
 
 

9 ເດືອນຕົ້ນປີ 2021, ເຖິງວ່າ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ -19 ກໍຕາມ, ແຕ່ການເຄື່ອນໄຫວດຶງດູດການລົງທຶນຢູ່ບໍລິເວນ ແຂວງ ບ່າເຣ້ຍ - ຫວູງເຕົາ ຍັງຄົງລື່ນກາຍແຜນການທີ່ວາງອອກຂອງທັງປີ ດ້ວຍ 39 ໂຄງການໄດ້ຮັບຫນັງສືອະນຸຍາດໃຫມ່, ລວມມີ 11 ໂຄງການ   FDI ແລະ 28 ໂຄງການຢູ່ພາຍໃນປະເທດ. ຍອດຈຳນວນເງິນລົງທຶນກວ່າ 400 ລ້ານUSD, ບັນລຸກວ່າ 150% ແຜນການຂອງທັງປີ, ເພີ່ມຂຶ້ນ 52% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ໄລຍະຜ່ານມາ, ທາງແຂວງ ໄດ້ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ດັດປັບບັນດາຂໍ້ກຳນົດທີ່ເຫັນວ່າບໍ່ເໝາະສົມອີກແລ້ວ. ດ້ວຍແຜນນະໂຍບາຍທີ່ບໍ່ດຶງດູດການລົງທຶນດ້ວຍທຸກວິທີທາງ, ເອົາໃຈໃສ່ເຖິງຄຸນນະພາບ ປະສິດທິຜົນ ແລະ ການພັດທະນາແບບຍືນຍົງ. ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ບຸລິມະສິດດຶງດູດການລົງທຶນເຂົ້າບັນດາໂຄງການຂຶ້ນກັບຂະແຫນງເຕັກໂນໂລຊີສູງ, ມີການແຜ່ຂະຫຍາຍໃຫຍ່. ດ້ານອື່ນ ແຂວງ ໃຫ້ຄຳໝັ້ນສັນຍາແກ້ໄຂຂໍ້ຕັດຂັດຢ່າງວ່ອງໄວເພື່ອໃຫ້ບັນດາໂຄງການຜັນຂະຫຍາຍຢ່າງສະດວກ. ທ່ານ ຫງວຽນກົງວິງ,  ຫົວຫນ້າພະແນກແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:

 “ປະຈຸບັນ ທັງໝົດລະບຽບການບໍລິການທີ່ກ່ຽວຂ້ອງເຖິງການອອກຫນັງສືອະນຸຍາດໃຫ້ລົງທຶນ, ນັບທັງໃບຈົດທະບຽນດຳເນີນທຸລະກິດ ລ້ວນແຕ່ໄດ້ຕິດປະກາດຢ່າງເປີດເຜີຍຢູ່ພາກສ່ວນ ປະຕູດຽວ. ພ້ອມກັນນັ້ນ ໃນເວັບໄຊຂອງພະແນກກໍ່ລົງການແນະນຳບັນດາລະບຽບການນີ້.”

ໃນ 1 ປີຜ່ານມາ, ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ອະນຸຍາດໃຫ້ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ມີສິດເປັນເຈົ້າການໃນການຮັບຮອງແຜນນະໂຍບາຍການລົງທຶນບາງປະເພດໂຄງການໃນເຂດອຸດສາຫະກຳ. ນີ້ກໍ່ແມ່ນບາດກ້າວປະຕິຮູບລະບຽບການດ້ານບໍລິຫານ, ສ້າງຄວາມສະດວກກວ່າໃຫ້ແກ່ບັນດານັກລົງທຶນ. ທ່ານ ຫວໍມິງຕຸ່ງ, ຮອງຫົວຫນ້າ ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ບ່າເຣ້ຍ -ຫວູງເຕົາ ຢືນຢັນວ່າ:

 “ເລື່ອງນີ້ ໄດ້ຊ່ວຍໃຫ້ບັນດານັກລົງທຶນ, ວິສາຫະກິດ ປະຢັດເວລາ, ລາຍຈ່າຍ, ສ້າງຄວາມເພິ່ງພໍໃຈໃຫ້ບັນດານັກລົງທຶນ, ຊ່ວຍດຶງດູດບັນດານັກລົງທຶນທີ່ມີເຕັກໂນໂລຊີກ້າວຫນ້າ, ມີກຳລັງຄວາມສາມາດດ້ານການເງິນດີ ເພື່ອເພີ່ມແຫລ່ງທຶນເຂົ້າບັນດາເຂດອຸດສາຫະກຳ

ເລື່ອງດຶງດູດບັນດາໂຄງການລົງທຶນໂດຍມີການຄັດເລືອກ ບໍ່ພຽງແຕ່ຊ່ວຍລົບລ້າງບັນດາໂຄງການທີ່ບໍ່ເໝາະສົມ, ເຕັກໂນໂລຊີລ້າຫລັງ, ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ, ສິ້ນເປືອງວັດຖຸດິບຫລາຍ ຫາກສຳຄັນກວ່ານັ້ນແມ່ນ ແຂວງ ໄດ້ ແລະ ພວມສ້າງລະບົບຊີວະພາບເພື່ອໃຫ້ບັນດາວິສາຫະກິດເຕັກໂນໂລຊີສູງ, ມີກຳລັງແຮງດ້ານການເງິນ, ມີອິດທິພົນຊື່ສຽງ, ມີຄວາມເຊື່ອໝັ້ນ ແລະ ກ້າຫານໃນການລົງທຶນ.

ສຳລັບອຳນາດການປົກຄອງທ້ອງຖິ່ນ, ຄະນະຄຸ້ມຄອງກໍ່ໄດ້ສ້າງເງື່ອນໄຂໃຫ້ດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດມີຄວາມອຸ່ນອ່ຽນໃຈເມື່ອເຂົ້າມາລົງທຶນ. ທ່ານ ຫງວຽນແອງຈຽດ, ຫົວຫນ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ປະຕິບັດການສຳຫລວດກວດກາການວາງແຜນຜັງ, ດັດປັບການວາງແຜນຜັງບັນດາເຂດອຸດສາຫະກຳໃຫ້ເໝາະສົມ, ປັບປຸງວຽກງານສົ່ງເສີມການລົງທຶນ, ຮັກສາການອັບເດດຂໍ້ມູນຂຶ້ນເວັບໄຊຂອງຄະນະ ແລະ ບັນດາບໍລິສັດພື້ນຖານໂຄງລ່າງກ່ຽວກັບການສົ່ງເສີມການລົງທຶນຢູ່ກັບທີ່, ພວກຂ້າພະເຈົ້າເອົາໃຈໃສ່ຫນູນຊ່ວຍການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ, ແກ້ໄຂບັນດາຂໍ້ຕິດຂັດ ຄວາມຫຍຸ້ງຍາກຂອງວິສາຫະກິດຢ່າງທັນການເພື່ອສ້າງຄວາມເຊື່ອໝັ້ນຂອງບັນດານັກລົງທຶນ

ໄລຍະແຕ່ປີ 2021 – 2025, ແຂວງ ບ່າເຣ້ຍ -ຫວູງເຕົາ ໄດ້ກຳນົດເປົ້າໝາຍພັດທະນາໃຫ້ກາຍເປັນ “ແຂວງ ມີຄວາມເຂັ້ມແຂງດ້ານອຸດສາຫະກຳ, ທ່າກຳປັ່ນທະເລ, ການທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ”. ໃນນັ້ນ ເນັ້ນຫນັກຢ່າງແຮງເຖິງແຜນນະໂຍບາຍດຶງດູດການລົງທຶນໂດຍມີການຄັດເລືອກ, ເອົາໃຈໃສ່ດຶງດູດບັນດາໂຄງການມີເຕັກໂນໂລຊີທັນສະໄຫມ, ມີລັກສະນະແຜ່ຂະຫຍາຍ, ມີມູນຄ່າເພີ່ມສູງ, ໃຊ້ແຮງງານຫນ້ອຍ ແລະ ບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ. ພ້ອມກັນນັ້ນ ແມ່ນພັດທະນາທ່າກຳປັ່ນທະເລ ແລະ ການບໍລິການພະລາທິການທ່າກຳປັ່ນ ກາຍເປັນຂະແຫນງເສດຖະກິດຫລັກແຫລ່ງ ເພື່ອຫນູນຊ່ວຍບັນດາຂະແຫນງອຸດສາຫະກຳ, ການຄ້າ, ການບໍລິການອື່ນໆຂອງແຂວງໃຫ້ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ