ບ່າເຣ້ຍ - ຫວູງເຕົາ ເສີມຂະຫຍາຍທ່າໄດ້ປຽບເສດຖະກິດຈາກທະເລຢ່າງສຸດຂີດ

(VOVWORLD) -ບ່າເຣ້ຍ - ຫວູງເຕົາ ມີແຄມທະເລຍາວປະມານກວ່າ 305 ກິໂລແມັດ, ມີແຫລ່ງຊັບພະຍາກອນມະນຸດອຸດົມສົມບູນ, ພິເສດແມ່ນປະລິມານນ້ຳມັນບໍ່ໃຫຍ່ສຸດຂອງທົ່ວປະເທດ. 5/8 ເມືອງ, ນະຄອນ ຂອງ ບ່າເຣ້ຍ - ຫວູງເຕົາ ແມ່ນຢູ່ໃກ້ກັບທະເລ; ພ້ອມທັງແມ່ນທ້ອງຖິ່ນມີທ່າໄດ້ປຽບກ່ຽວກັບທ່າກຳປັ່ນນ້ຳເລິກ, ແມ່ນປະຕູອອກສູ່ທະເລຂອງທາງທິດຕາເວັນອອກພາກໃຕ້. ດ້ວຍຄວາມສາມາດບົ່ມຊ້ອນນັ້ນ, ແຂວງ ບ່າເຣ້ຍ - ຫວູງເຕົາ ມີຫລາຍທ່າໄດ້ປຽບເພື່ອພັດທະນາເສດຖະກິດທະເລ ດ້ວຍການເຄື່ອນໄຫວຕ່າງໆຄື: ຂຸດຄົ້ນນ້ຳມັນອາຍແກັດ, ທ່ອງທ່ຽວ ແລະ ທ່າກຳປັ່ນທະເລ. ໄລຍະຜ່ານມາ, ແຂວງ ຍາມໃດກໍ່ຕິດແທດກັບສະພາບຕົວຕິງ, ເສີມຂະຫຍາຍ ແລະ ຍາດແຍ່ງປະສິດທິຜົນທ່າແຮງຂອງຕົນເພື່ອພັດທະນາເສດຖະກິດທະເລໃຫ້ເຂັ້ມແຂງ.
ບ່າເຣ້ຍ - ຫວູງເຕົາ ເສີມຂະຫຍາຍທ່າໄດ້ປຽບເສດຖະກິດຈາກທະເລຢ່າງສຸດຂີດ - ảnh 1ບ່າເຣ້ຍ - ຫວູງເຕົາ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວ. ພາບGia Khang/ VOV

 

  ແຕ່ປີ 2018, ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ໃຫ້ຍືນຍົງ. ໃນຍຸດທະສາດນັ້ນ, ບ່າເຣ້ຍ - ຫວູງເຕົາ ມີທີ່ຕັ້ງ, ບົດບາດສຳຄັນຍິ່ງ ບໍ່ພຽງແຕ່ສະເພາະເຂດເສດຖະກິດທິດຕາເວັນອອກພາກໃຕ້ເທົ່ານັ້ນ ຫາກຍັງສຳລັບທົ່ວປະເທດອີກດ້ວຍ. ທີ່ກອງປະຊຸມພັດທະນາເຂດທາງທິດຕາເວັນອອກພາກໃຕ້ ຊື່ງໄດ້ດຳເນີນໃນທ້າຍເດືອນ ພະຈິກ ປີ 2022 ຜ່ານມາ, ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງພິເສດນີ້ຂອງແຂວງ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກວ່າ:

 “ທີ່ຕັ້ງ, ຄວາມສຳຄັນຂອງ ບ່າເຣ້ຍ - ຫວູງເຕົາ ໃນການພັດທະນາລວມຂອງເຂດທາງທິດຕາເວັນອອກພາກໃຕ້ ເວົ້າລວມ ແມ່ນສຳຄັນທີ່ສຸດ, ນັບທັງດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດສັງຄົມ, ວັດທະນະທຳ... ຜ່ານນັ້ນ ບ່າເຣ້ຍ - ຫວູງເຕົາ ຕ້ອງມີຄວາມເອກອ້າງທະນົງໃຈຕໍ່ບົດບາດ, ທີ່ຕັ້ງຍຸດທະສາດຂອງຕົນ ບໍ່ພຽງແຕ່ຢູ່ໃນລະດັບຊາດເທົ່ານັ້ນ ຫາກຍັງຢູ່ໃນລະດັບສາກົນອີກດ້ວຍ ເພື່ອມີແຜນການກະທຳລະອຽດ.

ໂດຍຮັບຮູ້ໄດ້ຄວາມສຳຄັນຂອງຕົນ, ແຂວງ ໄດ້ຜັນຂະຫຍາຍການປະຕິບັດມະຕິວ່າດ້ວຍຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ໃຫ້ຍືນຍົງ ດ້ວຍເນື້ອໃນຈິດໃຈແມ່ນ “ພັດທະນາເສດຖະກິດທະເລແບບຍືນຍົງບົນພື້ນຖານການເຕີບໂຕຂຽວ”. ພ້ອມທັງຍາດແຍ່ງທຸກແຫລ່ງກຳລັງພາຍໃນ ແລະ ຕ່າງປະເທດຢ່າງສຸດຂີດ ແລະ ນຳໃຊ້ຢ່າງມີປະສິດທິຜົນ ເພື່ອກໍ່ສ້າງພື້ນຖານໂຄງລ່າງດ້ານເສດຖະກິດ ສັງຄົມ, ເປັນຕົ້ນແມ່ນລະບົບຄົມມະນາຄົມເຊື່ອມຕໍ່ລະບົບທ່າກຳປັ່ນກັບສາຍທາງຫລວງຕ່າງໆ.

ກ່ອນນີ້ ບ່າເຣ້ຍ - ຫວູງເຕົາ ມີພຽງທ່າກຳປັ່ນບາງແຫ່ງຮັບໃຊ້ສະເພາະໃຫ້ຂະແຫນງນ້ຳມັນອາຍແກັດ ແລະ ຈັບຫາສິນທະເລ, ແຕ່ມາຮອດປະຈຸບັນ ບ່າເຣ້ຍ - ຫວູງເຕົາ ໄດ້ກໍ່ສ້າງເປັນລະບົບທ່າກຳປັ່ນທະເລສັງລວມ ໂດຍໄດ້ກຳນົດແມ່ນທ່າກຳປັ່ນພິເສດລະດັບຊາດ. ທ່ານ ຟ້າມຫວຽດແທງ, ເລຂາພັກແຂວງ ບ່າເຣ້ຍ - ຫວູງເຕົາ ຢັ້ງຢືນວ່າ:

 “ບ່າເຣ້ຍ - ຫວູງເຕົາ ມີທ່າກຳປັ່ນນ້ຳເລິກ ກາຍແມັບ - ທິຫວາຍ ແມ່ນຫນຶ່ງໃນຈຳນວນ 20 ທ່າກຳປັ່ນນ້ຳເລິກທີ່ມີຄວາມສາມາດບົ່ມຊ້ອນຂຸດຄົ້ນດີທີ່ສຸດໃນໂລກ. ການພັດທະນາເສດຖະກິດທະເລແມ່ນຫນຶ່ງໃນບັນດາຄາດໝາຍພັດທະນາເສດຖະກິດຂອງຫວຽດນາມ. ພ້ອມກັນນັ້ນ ຕາມເນື້ອໃນຈິດໃຈຂອງທ່ານນາຍົກລັດຖະມົນຕີ ແມ່ນເດັດດ່ຽວແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ໃນນັ້ນ ມີເລື່ອງດັດປັບການວາງແຜນກຳນົດການພັດທະນາທ່າກຳປັ່ນນ້ຳເລິກ ກາຍແມັບ - ທິຫວາຍ   ບໍ່ພຽງແຕ່ແມ່ນທ່າກຳປັ່ນທະເລທຳມະນາດເທົ່ານັ້ນ ຫາກຍັງແມ່ນທ່າກຳປັ່ນຄ່ຽນຖ່າຍຂອງສາກົນອີກດ້ວຍ

ຍອດປະລິມານສິນຄ້າທ່າກຳປັ່ນທະເລຜ່ານລະບົບທ່າກຳປັ່ນທະເລແຂວງ ບ່າເຣ້ຍ - ຫວູງເຕົາ ເພີ່ມຂຶ້ນສະເລ່ຍປະມານ 10%/ປີ. ກາຍແມັບ - ທິຫວາຍ ແມ່ນກຸ່ມທ່າກຳປັ່ນຫນຶ່ງດຽວຢູ່ ຫວຽດນາມ ທີ່ມີບັນດາກຳປັ່ນໃຫຍ່ໄປ ເອີລົບ, ທະວີບອາເມລິກາໂດຍກົງ ແລະ ມີອັດຕາການໄປຍັງອາເມລິກາ ຢູ່ໃນລະດັບສູງກວ່າໝູ່ໃນເຂດອາຊີຕາເວັນອອກສ່ຽງໃຕ້. ທ່ານ ເຈີນເທື້ອງຈິ, ຫົວຫນ້າພະແນກຄົມມະນາຄົມຂົນສົ່ງ ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ:

“ດ້ວຍພື້ນຖານດ້ານວັດຖຸທັນສະໄຫມ, ທ່າກຳປັ່ນ ກາຍແມັບ- ທິຫວາຍ ແມ່ນກຸ່ມທ່າກຳປັ່ນຫນຶ່ງດຽວທີ່ສາມາດຮັບກຳປັ່ນ, container ບັນຈຸສິນຄ້າກວ່າ 200 ພັນໂຕນ, ກາຍເປັນນຶ່ງໃນບັນດາທ່າກຳປັ່ນໃຫຍ່ກວ່າໝູ່ໃນໂລກ ແລະ ມີກຳລັງຄວາມສາມາດຮັບກຳປັ່ນຂະນາດນີ້. ຄຽງຄູ່ກັນນັ້ນ ດ້ວຍປະລິມານສິນຄ້າກໍເພີ່ມຂຶ້ນສູງໃນແຕ່ລະປີຢ່າງລຽນຕິດ, ທ່າກຳປັ່ນ ທິຫວາຍ ກາຍແມັບ ໄດ້ຈັດເຂົ້າໃນ TOP 50 ທ່າກຳປັ່ນທະເລທີ່ມີປະລິມານການຂຸດຄົ້ນ container ຫລາຍກວ່າໝູ່ໃນໂລກນັບແຕ່ປີ 2019”.

ປະຈຸບັນ ແຂວງ ບ່າເຣ້ຍ -ຫວູງເຕົາ ໄດ້ສ້າງແຜນຮ່າງກໍ່ສ້າງ “ເຂດການຄ້າເສລີ ຕິດພັນກັບທ່າກຳປັ່ນນ້ຳເລິກ ຢູ່ ເຂດກາຍແມບຫະ”, ລະບົບພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ລະຫວ່າງທ່າກຳປັ່ນ ກາຍແມັບ- ທິຫວາຍ, ສະຫນາມບິນ ລອງແທ່ງ, ບັນດາສູນອຸດສາຫະກຳໃຫຍ່ ຢູ່ ນະຄອນ ໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ ແລະ ບັນດາທ້ອງຖິ່ນອື່ນໃນເຂດທາງທິດຕາເວັນອອກພາກໃຕ້ ພວມໄດ້ຮັບການຍູ້ແຮງລົງທຶນ. ເລື່ອງນີ້ຈະຮັບປະກັນລັກສະນະຮ່ວມສຳພັນຢ່າງຄົບຊຸດໃນເຂດທາງທິດຕາເວັນອອກພາກໃຕ້ກັບບັນດາເຂດອື່ນໆໃນທົ່ວປະເທດ ແລະ ບັນດາປະເທດອື່ນໃນໂລກ.

ດ້ວຍຄວາມສາມາດບົ່ມຊອ້ນ, ທ່າແຮງທີ່ພວມມີຢູ່ແລ້ວ ພ້ອມກັບຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຂອງສູນກາງ ແລະ ທ້ອງຖິ່ນ, ແຂວງ ບ່າເຣ້ຍ - ຫວູງເຕົາ ພວມມີຫລາຍກາລະໂອກາດເພື່ອກາຍເປັນສູນເສດຖະກິດທະເລຂອງຊາດ ແລະ ແມ່ນກ້ຳເຕີບໂຕສຳຄັນຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ