ບ່າເຣັ້ຍຫວຸ້ງເຕົ່າເພີ່ມທະວີວຽກງານການພົວພັນຕ່າງປະເທດປະຊາຊົນ

(VOVWORLD) -ໃນໄລຍະຜ່ານມາ, ວຽກງານການພົວພັນຕ່າງປະເທດປະຊາຊົນແຂວງ ບ່າເຣັ້ຍຫວຸ້ງເຕົ່າ ມີການເຄື່ອນໄຫວທີ່ແທດຈິງ, ລະອຽດຫຼາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ບ່າເຣັ້ຍຫວຸ້ງເຕົ່າເພີ່ມທະວີວຽກງານການພົວພັນຕ່າງປະເທດປະຊາຊົນ - ảnh 1 ແຂວງ ບ່າເຣັ້ຍຫວຸ້ງເຕົ່າ

(ພາບປະກອບ)

   ດ້ວຍທິດນຳທີ່ວ່າ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ ແລະ ບັນລຸປະສິດທິຜົນ” ນັ້ນ, ໃນໄລຍະຜ່ານມາ, ວຽກງານການພົວພັນຕ່າງປະເທດປະຊາຊົນແຂວງ ບ່າເຣັ້ຍຫວຸ້ງເຕົ່າ ມີການເຄື່ອນໄຫວທີ່ແທດຈິງ, ລະອຽດຫຼາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດພັດທະນາເສດຖະກິດ-ສັງຄົມຂອງແຂວງ.

 ດ້ວຍບົດບາດແມ່ນອົງການການເມືອງ-ສັງຄົມທີ່ຮັບຜິດຊອບສະເພາະວຽກງານການພົວພັນຕ່າງປະເທດປະຊາຊົນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ບ່າເຣັ້ຍຫວຸ້ງເຕົ່າ ສົມທົບກັບບັນດາຄະນະ, ຂະແໜງການ, ໝູ່ຄະນະ, ບັນດາສະມາຄົມທີ່ເປັນສະມາຊິກ ໄດ້ຜັນຂະຫຍາຍການປະຕິບັດບັນດາການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນຢ່າງມີປະສິດທິຜົນ. ຈາກນັ້ນ, ການເຄື່ອນໄຫວພົວພັນການຕ່າງປະເທດປະຊາຊົນບໍ່ພຽງແຕ່ໄດ້ເພິ່ມຂຶ້ນດ້ານປະລິມານເທົ່ານັ້ນ, ຮາກດ້ານຮູບການກໍ່ນັບມື້ນັບພັດທະນາຢ່າງມີຫຼາຍຮູບແບບ ແລະ ໄດ້ຮັບການຍົກສູງຂຶ້ນທັງດ້ານຂອບຂະໜາດ ແລະ ລວງເລິກອີກດ້ວຍ.

   ໃນຊຸມປີຜ່ານມາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ສົມທົບກັບບັນດາຂະແໜງການ, ທ້ອງຖິ່ນໃນບໍລິເວນແຂວງໄດ້ຕ້ອນຮັບ, ເຮັດວຽກກັບ 824 ຄະນະ ຊື່ງລວມມີ 5493 ເທື່ອຄົນທີ່ທາຈາກ 34 ປະເທດ ແລະ ເຂດແຄ້ວນ ມາພົວພັນແລກປ່ຽນມິດຕະພາບ, ໜູນຊ່ວຍທີ່ບໍ່ຂຶ້ນກັບລັດຖະບານ. ສ້າງ ແລະ ຮັກສາການພົວພັນເປັນປົກກະຕິກັບສະຖານກົງສູນໃຫ່ຍບັນດາປະເທດ ລັດເຊຍ, ຍິ່ປຸ່ນ, ກູບາ, ລາວ, ໄທ, ຝະລັ່ງ… ປະຈຳນະຄອນໂຮ່ຈີມິນ ແລະ ຮັກສາການຮ່ວມມືກັບບາງອົງການຈັດຕັ້ງ, ທ້ອງຖິ່ນອື່ນໆ.

   ໂດຍຜ່ານການພົວພັນ ແລະ ການເຄື່ອນໄຫວການພົວພັນຕ່າງປະເທດປະຊາຊົນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ແລະ ບັນດາອົງການຈັດຕັ້ງທີ່ເປັນສະມາຊິກ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການເປີດກ້ວາງການພົວພັນມິດຕະພາບ, ຮ່ວມມືກັບປະເທດຕ່າງໆ. ປະຈຸບັນ, ແຂວງ ບ່າເຣັ້ຍຫວຸ້ງເຕົ່າ ກໍ່ໄດ້ເຊັນໂຄງການຮ່ວມມືກັບອຳນດາການປົກຄອງເຂດປົກຄອງດ້ວຍຕົນເອງ Nenetskiy. ສອງຝ່າຍໄດ້ມີບັນດາການເຄືອ່ນໄຫວແລກປ່ຽນ ແລະ ສ້າງຕັ້ງການພົວພັນມິດຕະພາບກັບເຂດ Veneto ຂອງອີຕາລີ. ຕາມນັ້ນແລ້ວ, ສອງຝ່າຍຊຸກຍູ້ການແລກປ່ຽນໃນບັນດາຂົງເຂດຂົນສົ່ງທາງທະເລ, ການບໍລິການພາລະທິການທ່າກຳປັ່ນ, ອຸດສາຫະກຳປຸ້ງແຕ່ງສະບຽງອາຫານ, ການສຶກສາ-ບຳລຸງສ້າງ, ການທ່ອງທ່ຽວ, ເສດຖະກິດ, ການຄ້າ….ສອງຝ່າຍກໍ່ເຫັນດີເປັນເອກະສັນຮ່ວມມືໃນການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານດ້ານການຄ້າ, ການລົງທຶນ, ແລກປ່ຽນບັນດາການໄປຢ້ຽມຢາມ ແລະ ເຮັດວຽກຂອງບັນດາຄະນະຜູ້ແທນການຄ້າ ແລະ ວິສາຫະກິດ…

   ປີ 2017, ຄະນະກຳມະການປະຊາຊົນ ແຂວງ ບ່າເຣັ້ຍຫວຸ້ງເຕົ່າ ແລະ ອຳນາດການປົກຄອງສາທາລະນະລັດ Bashkortostan, ສະຫະພັນລັດເຊຍ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ວິທະຍາສາດ-ເຕັກໂນໂລຊີ ແລະ ວັດທະນະທຳ ເພື່ອແນໃສ່ຜັນຂະຫຍາຍຂໍ້ຕົກລົງນີ້ຢ່າງມີປະສິດທິຜົນໃນສະພາບການສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ-ເອີລົບ (EAEU)  ມີຜົນສັກສິດຢ່າງເປັນທາງການ.

  ໃນຂົງເຂດການຮ່ວມມືດ້ານການທ່ອງທ່ຽວ ແລະ ວັດທະນະທຳ, ສອງຝ່າຍພວມສຸມໃສ່ຄົ້ນຄ້ວາຮ່ວມມືໃນບັນດາໂຄງການສ້າງການທ່ອງທ່ຽວພັກຜ່ອນ ຢ່ອນອາລົມຄຸນນະພາບສູງ ແລະ ໂຄສະນາຂໍ້ມູນຂ່າວສານກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງສອງທ້ອງຖິ່ນ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວຫວຽດນາມ ເວົ້າລວມ ແລະ ແຂວງ ບ່າເຣັ້ຍຫວຸ້ງເຕົ່າ ເວົ້າສະເພາະ ໄປ Bashkortostan ແລະ ກົງກັນຂ້າມ ພ້ອມກັນນັ້ນກໍ່ໄດ້ແລກປ່ຽນບັນດາຄະນະໄປສະແດງວັດທະນະທຳ ສິລະປະ ເພື່ອແນໃສ່ຊ່ວຍປະຊາຊົນສອງທ້ອງຖິ່ນເຂົ້າໃຈດ້ານວັດທະນະທຳ, ປະຊາຊົນ ແລະ ປະຫັວດສາດຂອງກັນຫຼາຍກ່ວາ. ສະເພາະຂົງເຂດການສຶກສາ-ບຳລຸງສ້າງ, Bashkortostan ຈະສ້າງເງື່ອນໄຂໃຫ້ນັກສຶກສາແຂວງ ບ່າເຣັ້ຍຫວຸ້ງເຕົ່າ ໄປຮ່ຳຮຽນຢູ່ບັນດາມະຫາວິທະຍາໄລຂອງນະຄອນ Ufa ໃນຂົງເຂດນ້ຳມັນອາຍແກັດ ແລະ ແພດສາດ.

  ບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືດັ່ງກ່າວ ໄດ້ປະກອບສ່ວນອັນແທດຈິງ, ເຮັດໃຫ້ປະຊາຊົນບັນດາປະເທດເຂົ້າໃຈແຈ້ງກ່ວາອີກ ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ, ເຂົ້າໃຈແຈ້ງກ່ຽວກັບແນວທາງ, ນະໂຍບາຍການພົວພັນພາຍໃນ, ການພົວພັນຕ່າງປະເທດຂອງພັກ ແລະ ລັດຫວຽນາມ. ຜ່ານນັ້ນ, ຍາດແຍ່ງຄວາມເຫັນດີເຫັນພ້ອມ, ສະໜັບສະໜູນຂອງເພື່ອນມິດສາກົນ ເຂົ້າໃນການໜູນຊ່ວຍ, ຊ່ວຍເຫຼືອບັນດາໂຄງການ, ແຜນການພັດທະນາເສດຖະກິດສັງຄົມຂອງແຂວງ. ພິເສດແມ່ນໃນຂົງເຂດສາທາລະນະສຸກ, ການສຶກສາ, ໜູນຊ່ວຍມະນຸດສະທຳ, ອາລັກຂາສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ພ້ອມກັນນັ້ນ, ທາງສະຫະພັນ ຍັງເປັນຂົວຕໍ່ມິດຕະພາບ ໃນການດຶງດູດເງິນລົງທຶນຈາກຄູ່ຮ່ວມມືຕ່າງປະເທດ ຕາມຂອບຂະໜາດການລົງທຶນນັບມື້ນັບເຂົ້າສູ່ລວງເລິກ. ມີບັນດາໂຄງການຮ່ວມດຳເນີນທຸລະກິດ, ຮ່ວມສຳພັນລະຫວ່າງແຂວງ ບ່າເຣັ້ຍຫວຸ້ງເຕົ່າ ເວົ້າສະເພາະ, ຫວຽດນາມ ເວົ້າລວມ ກັບບັນດາກຸ່ມເສດຖະກິດສາກົນ ໄດ້ຖືກປະຕິບັດທີ່ບັນລຸປະສິດທິຜົນສູງຄື: ບໍລິສັດຮ່ວມດຳເນີນທຸລະກິດຂຸດຄົ້ນນ້ຳມັນອາຍແກັດຢູ່ເຂດປົກຄອງດ້ວຍຕົນເອງ Nenetskiy  (ສະຫະພັນລັດເຊຍ); ບໍລິສັດຮ່ວມດຳເນີນທຸລະກິດກໍ່ສ້າງການບໍລິການທ່າກຳປັ່ນຂອງຍີ່ປຸ່ນ ຢູ່ແຂວງ ບ່າເຣັ້ຍຫວຸ້ງເຕົ່າ; ບໍລິສັດຮ່ວມດຳເນີນທຸລະກິດຜະລິດເຫຼັກກ້າ Vina Kyoei; ເຫຼັກກ້າ Posco ຫວຽດນາມ….

  ບັນດາຜົຍງານຂອງການພົວພັນຕ່າງປະເທດປະຊາຊົນໃນຫຼາຍປີຜ່ານມາໄດ້ປະກອບສ່ວນອັນແທດຈິງ ເພື່ອປັບປຸງນ້ຳໃຈສາມັກຄີ, ມິດຕະພາບກັບປະຊາຊົນບັນດາປະເທດ; ຂົນຂວາຍ ແລະ ຍາດແຍ່ງແຫຼ່ງກຳລັງແຮງດ້ານວັດຖຸ, ການສະໜັບສະໜູນດ້ານຈິດໃຈຈາກເພື່ອນມິດ, ຄູ່ຮ່ວມມືສາກົນ, ປະກອບສວ່ນຮັກສາສະຖຽນລະພາບດ້ານການເມືອງ, ປົກປັກຮັກສາຜົນປະໂຫຍດຂອງແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ