ປີ 2013 ແມ່ນປີສຳເລັດຜົນໃນການບໍລິຫານນະໂຍບາຍເງິນຕາ


(vovworld) ປີ 2013 ​ເປັນ​ຂີດ​ໝາຍ​ບັນດາ​ການ​ກະທົບ​ຕາມ​ທິດ​ຕັ້ງຫນ້າ​ໃນ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ສຳລັບ​ພື້ນຖານ​ເສດຖະກິດ. ​ເລື່ອງ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ປະຕິບັດ​ນະ​ໂຍບາຍ​ເງິນຕາ ດ້ວຍ​ບັນດາ​ມາດ​ຕະການ​ທີ່ຖືກຕ້ອງ ​ແລະ ທັນ​ການ ​ໄດ້​ປ​ະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ຈຸດໝາຍ​ບໍລິຫານ​ເສດຖະກິດ​ຂອງ​ລັດຖະບານ​ ນັ້ນແມ່ນ​ຮັກສາ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ນຳ​ພື້ນຖານ​ເສດຖະກິດ​ຫລຸດ​ພົ້ນ​ອອກ​ຈາ​ກະພາບຊັກ​ຊ້າ. ນີ້​ແມ່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ໂຕ​ຕວນ ທີ່​ພາດ​ຫົວ​ເລື່ອງ​ວ່າ:“ ປີ 2013 ​ແມ່ນ​ປີ​ສຳ​ເລັດຜົນ​ໃນ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ.

ປີ 2013 ແມ່ນປີສຳເລັດຜົນໃນການບໍລິຫານນະໂຍບາຍເງິນຕາ - ảnh 1
ພາບ​ປ​ະ​ກອບ:tapchitaichinh.vn

        ປີ 2013, ​ເສດຖະກິດ​ຫວຽດນາມ​ສ້າງ​ຂີດ​ໝາຍ​ສຳຄັນ​ເມື່ອ​ສະພາບ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ​ເຖິງ​ວ່າການຈະ​ເລີ​ນ​ເຕີບ​ໂຕຍັງ​ຢູ່​ໃນ​ລະດັບ​ຕຳ່ຢູ່​ກໍ​ຕາມ ​ແຕ່​​ໄດ້ປະກົດ​ອອກ​ບັນດາ​ສັນຍານ​ຟື້ນ​ຕົວ​ພື້ນຖານ​ເສດ​ຖະກິດ. ຕົວ​ເລກ​ຂອງ​ກົມ​ໃຫຍ່​ສະຖິຕິ​ໃຫ້​ເຫັນ​ວ່າ: ຍອດ​ຜະລິ​ດະ​ຕະພັນ​ພາຍ​ໃນ GDP ​ເພີ່ມ​ຂຶ້ນ​ພຽງ 5,42%, ​ແຕ່​ດັດຊະນີ​ລາຄາ​ໃຊ້​ສອຍ CPI ​ຢູ່​ໃນ​ລະດັບ 6,04% ຊື່​ງ​ແມ່ນ​ລະດັບ​ຕຳ່​ສຸ​ດ​ໃນ 10 ປີ​ມາ​ນີ້. CPI ບໍ່​ເພີ່ມ​ຂຶ້ນ​ປານ​​ໃດ​ຍ້ອນ​ໝາກຜົນ​ການ​ບໍລິຫານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ພິ​ເສດ​ແມ່ນ​ນະ​ໂຍບາຍ​ເງິນຕາ. ປີ 2013, ທະນາຄານ​ແຫ່ງ​ລັດ​ໄດ້​ບໍລິຫານ​ລະດັບ​ສະຫນອງ​ເງິນ​ຕາ​ເປັນ​ຢ່າງ​ດີ, ສະ​ນັ້ນ​ຄວບ​ຄຸມ​​ໄພ​ເງິນ​ເຟີ​້​ໄດ້, ລາຄາ​ທັນ​ຍາ​ຫານ, ອາຫານເພີ່ມ​ຂຶ້ນພຽງ​ເລັກ​ນ້ອຍ. ດຣ ​ເຈີ​ນຢູລີກ, ສະມາຊິກ​ສະພາ​ນະ​ໂຍບາຍ​ເງິນຕາ​ແຫ່ງ​ຊາດ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ການ​ປະກອບສ່ວນ​ໃຫຍ່​ສຸດ​ຂອງ​ນະ​ໂຍບາຍ​ເງິນຕາ​ນັ້ນ​ແມ່ນ​ຄວບ​ຄຸມ​​ໄພ​ເງິ​ນ​ເຟີ້. ຖ້າ​ຫາກ​ປີ 2011, ດັດຊະນີ CPI ​ເພີ່ມ​ຂື້ນ​ກວ່າ 18%, ປີ 2012 ລົງ​ເຫລືອ​ພຽງ 6,81%, ປີ 2013 ກໍ​ເຊັ່ນ​ດຽວ​ກັນ​ກັບ​ປີ 2012. ​ຜົນສຳ​ເລັດ​ທີ 2 ​ແມ່ນ​ ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ກັບ​ເງິນ​ດົງ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຮັກສາ​ເປັນ​ປົກກະຕິ ​ແລະ ​ລະດັບ​ສະ​ສົມ​ເງິນ​ຕາ​ຕ່າງປະ​ເທດ​ກໍ​ເພີ່ມ​ຂຶ້ນ. ທີ​ສາມ ໝາກຜົນສຳ​ຄັນ​ນັ້ນແມ່ນ​ທັງ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ທັງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ. ນີ້​​ແມ່ນວຽກ​ງານ​ຫຍຸ້ງຍາກ​ທີ່​ສຸດ​ຊື່​ງຫວຽດນາມ​ປະຕິບັດ​ໄດ້.”

        ຜົນງານສຳຄັນຫນຶ່ງ​ອີກ ​ຂອງ​ຂະ​ແຫນງ​ທະນາຄານໃນ​ປີຜ່ານມາ​​ເຊິ່ງໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ເຖິງ​ການ​ແກ້​ໄຂ​ຄວາ​ມຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ປະກອບ​ສ່ວນ​ເຂົ້າ​ໃນ​ວິວັດ​ທະ​ນາ​ການ​ຟື້ນ​ຕົວ​ພື້ນຖານ​ເສດຖະກິດ, ນັ້ນ​ແມ່ນ ນະ​ໂຍບາຍ​ຫລຸດຜ່ອນ​ອັດຕາ​ດ​ອກ​ເບ້ຍ​ໃຫ້​ກູ້​ຢືມ. ຕາມ​ການ​ສະຖິຕິ​ຂອງ​ທະນາຄານ​ແລ້ວ, ມາ​ຮອດ​ປະຈຸ​ບັນ ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ສະ​ເລ່ຍ 10%/ປີ ຫລຸດ​ລົງ 50% ​ເມື່ອ​ທຽບ​​ໃສ່ 2 ປີ​ກ່ອນ​ນີ້​ ແມ່ນ 20-22%/ປີ. ຊຳ້​ບໍ່​ຫນຳ ມີ​ບ້ວງ​ເງິນ​ສິນ​ເຊື່ອ​ບຸລິ​ມະ​ສິດຈຳນວນ​ຫນຶ່ງ, ອັດຕາ​ດອກ​ເບ້ຍ​ພຽງ 7-9%/ປີ​ເທົ່າ​ນັ້ນ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ, ລະດັບ​ສະ​ເລ່ຍ​ໃຫ້​ກູ້​ຢືມ​ປະຈຸ​ບັນ​​ແມ່ນ​​ເທົ່າ​ກັບ​ລະດັບ​ປີ 2005, ​ຊື່​ງ​ແມ່ນ​ໄລຍະ​ໄດ້​ຮັບ​ຖື​ວ່າ ​ເສດຖະກິດ​ພັດທະນາ​ເປັນ​ປົກກະຕິ,​ ສະ​ນັ້ນ ອັດຕາ​ດອກ​ເບ້ຍ​ບໍ່​ແມ່ນ​ຄວາມ​ຫຍຸ້ງຍາກ​ອີກ​ສຳລັບ​ບັນດາ​ວິ​ສາ​ຫະກິດ. ທ່ານ ຫວູດີງ​ແອ​ງ ຜູ້​ຊ່ຽວຊານ​ເສດຖະກິດ​ຖື​ວ່າ: ຍາກ​ທີ່​ມີ​ອັດຕາ​ດອກ​ເບ້ຍ​ຕຳ່​ຄື​ປະຈຸ​ບັນ.

        “ພວກ​ເຮົາ​ແກ້​ໄຂ​ບັນດາອັດຕາ​ດອກ​ເບ້ຍ​ໃນ​ໄລຍະ​ຜ່ານ​ມາ​ເປັນ​ຢ່າງ​ດີ, ອັດຕາ​ດອ​ກ​ເບ້ຍ​ເງິນ​ຝາກ​ກໍ​ຄື​ອັດຕາ​ດອ​ກ​ເບ້​ຍ​ໃຫ້​ກູ້​ຢືມ​ລ້ວນ​ແຕ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ເສດຖະກິດ​ມະຫາ​ພາກ​ກໍ​ຄື​ຄວາມ​ສາມາດ​ສຳ​ພັດ​ກັບ​ບັນດາ​ເງື່ອນ​ໄຂ​ຈຸ​ລະ​ພາກ​ຂອງ​ບັນດາ​ວິ​ສາ​ຫະກິດ. ບັນຫາ​ວາງ​ອອກ​ປະຈຸ​ບັນ ​ແມ່ນ​ນຳ​ໃຊ້​ແຫ​ລ່ງທຶນ​ນັ້ນ​ຄື​ແນວ​ໃດ​ໃຫ້​ມີ​ປະສິດທິ​ຜົນ ​ໃນ​ສະພາບ​ທີ່​ຄວາມ​ຕ້ອງການ​ໃຊ້​ສອຍ, ຄວາມ​ຕ້ອງການ​ລົງທຶນ​ຕຳ່​ຄື​ປະຈຸ​ບັນ.”

        ອັດຕາ​ດອກ​ເບ້ຍ​ຫລຸດ​ລົງ​ຢ່າງ​ວ່ອງ​ໄວ​ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຟື້ນ​ຕົວ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ທ່ານ ຫງວຽນ​ດືກຕວຽນ, ປະທານ​ສະພາ​ບໍລິຫານ​ບໍລິສັດ​ການ​ຄ້າ ​ເກົາ​ໄຢ - ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ສຳລັບ​ວິ​ສາ​ຫະກິດ​ຂາຍຍ່ອຍ, ມາ​ຮອດ​ປະຈຸ​ບັນ ກຳລັງ​ຊື້​ຍັງ​ຕຳ່​ຢູ່. ​ແຕ່​ດ້ວຍ​ບັນດາ​ບ້ວງ​​ເງິນ​ກູ້​ຢືມ​ໄລຍະ​ສັ້ນ​ໄດ້​ຊ່ວຍ​ພວກ​ຂ້າພະ​ເຈົ້າ​ຮັກສາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ພັດທະນາ ​ແລະ ​ແກ້​ໄຂ​ສະພາບ​ສິນຄ້າ​ຄ້າງ​ສາງ​ໃນ​ຊຸມ​ປີຜ່ານມາ.”

        ປີ 2013, ທະນາຄານ​ແຫ່ງ​ລັດ​ກໍ​ໄດ້​​ດັດ​ປັບ​ຕະຫລາດ​ຄຳ. ​ປີ 2013 ກໍ​​ເປັນ​ຂີດ​ໝາຍຜົນ​ສ​ຳ​ເລັດ​​ໃນເບື້ອງ​ຕົ້ນຂອງ​ການ​ສ້າງ​ໂຄງ​ປະກອບ​ທະ​ນາຄາ​ນຄືນ​ໃຫມ່, ​ເປັນ​ຕົ້ນ​ແມ່ນ​ປັບປຸງ​ລະບົບ​ທະນາຄາ​ນການ​ຄ້າ​ຄືນ​ໃຫມ່. ຫວຽດນາມ ​ໄດ້​ຫລຸ​ດຜ່ອນ 5 ອົງການ​ສິນ​ເຊື່ອ​ດ້ວຍການ​ໂຮມ​ເຂົ້າ​ເປັນອົງການ​ຫນຶ່ງ​ດຽວ, ລົ້​ມລະລາຍ  ​ແລະ ​ຖອນ​ຫນັງສື​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ​ຂອງ​ທະນາຄານ​ຕ່າງປະ​ເທດ 3 ສາຂາ. ຫວຽດນາມ ​ໄດ້​ປະຕິບັດ​ການ​ຫັນ ທະນາຄານ​ການ​ຄ້າ​ແຫ່ງ​ລັດ 4 ​ແຫ່ງ​ເປັນ​ຫຸ້ນ​ສ່ວນ. ພ້ອມ​ກັບ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ອົງການ​ສິນ​ເຊື່ອ​ຄືນ​ໃຫມ່, ສະພາບ​ເພີ່ມ​ຫນີ້​ເສຍ​ກໍ່​ໄດ້​ຮັບ​ການ​ຄວບ​ຄຸມ. ປີ 2013, ບໍລິສັດ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ບັນ​ດາ​ອົງການ​ສິນ​ເຊື່ອ ​ແກ້​ໄຂ​ຫນີ້​ເສຍໄດ້ 30.000- 35.000 ຕື້​ດົ່ງ.

        ກ້າວ​ເຂົ້າ​ສູ່​ປີ 2014, ຄາດ​ຄະ​ເນ​ວ່າ ​ເສດຖະກິດ​ໂລກ​ມີ​ຄວາມ​ສະດວກ​ກວ່າ ​ແລະ ​ເສດຖະກິດ​ມະຫາ​ພາກ​ຄ່ອຍໆ​ກັບ​ຄືນ​ສູ່​​ສະພາບ​ເປັນ​ປົກກະຕິ, ຫວຽດນາມ ມີ​ເງື່ອນ​ໄຂ​ຫລາຍ​ຢ່າງ​ເພື່ອ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​​ໃຫ​ມ່. ​ໃນ​ສະພາບ​ການ​ນັ້ນ, ນະ​ໂຍບາຍ​ເງິນ​ຕາ​ຂອງ​ຫວຽດນາມ ຍັງ​ບຸລິ​ມະ​ສິດ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ໄພ​ເງິນ​ເຟີ້. ຕາມ​ທິດ​ນີ້, ທະນາຄານ​ແຫ່ງ​ລັດ ສືບ​ຕໍ່​ບໍລິຫານ​ອັດຕາ​ດອກ​ເບ້ຍ​ຢ່າງ​ມີໄຫວ​ພິບ ​ແລະ ຮັກສາ​ອັດຕາ​ແລກປ່ຽນ​ເງິນຕາ​ເປັນ​ປົກກະຕິ ​ເພື່ອ​ຫນູນ​ຊ່ວຍ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຢ່າງ​​ແຮງ​ກວ່າ, ຮັກສາ​ເສດຖະກິ​ດມະຫາ​ພາກ​ເປ​ັນປົກກະຕິ, ສ້າງ​ພື້ນຖານ​​ໃຫ້​ແກ່​ການ​ຈະ​ເລີ​ນ​ເຕີບ​ໂຕ​ຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ