ປີ 2017 - ຈຳນວນນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມເພີ່ມຂຶ້ນຢ່າງກະໂດດຂັ້ນ

(VOVWORLD) -ຕາມການສະຖິຕິ ຊື່ງອົງການທ່ອງທ່ຽວໂລກ (UNWTO) ຫາກໍ່ປະກາດ, ຫວຽດນາມ ຢືນອັນດັບທີ 6 ໃນຍອດຈຳນວນ 10 ປະເທດ ມີການທ່ອງທ່ຽວເຕີບໂຕຢ່າງແຮງທີ່ສຸດໃນປີ 2017 ແລະ ຢືນອັນດັບຫນຶ່ງຢູ່ ອາຊີ ກ່ຽວກັບລະດັບການພັດທະນາທ່ອງທ່ຽວ. ນີ້ແມ່ນໝາກຜົນບັນດາມາດຕະການຂອງລັດຖະບານ, ກະຊວງ ຂະແຫນງການ, ທ້ອງຖິ່ນ..  ເພື່ອແນໃສ່ຊຸກຍູ້ການທ່ອງທ່ຽວພັດທະນາຕາມວິວັດການກາຍເປັນຂະແຫນງເສດຖະກິດປາຍແຫລມຂອງປະເທດຊາດ. 
ປີ 2017 - ຈຳນວນນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມເພີ່ມຂຶ້ນຢ່າງກະໂດດຂັ້ນ - ảnh 1 ນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ໃນປີ 2017 ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ

ປີ 2017, ການທ່ອງທ່ຽວຫວຽດນາມ ສືບຕໍ່ທ່າເຕີບໂຕເປັນຫນ້າປະທັບໃຈ, ເມື່ອຕ້ອນຮັບນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ເກືອບ 13 ລ້ານເທື່ອຄົນເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ການເຕີບໂຕນີ້ໄດ້ປະກອບສ່ວນນຳລາຍຮັບທ່ອງທ່ຽວ ປີ 2017 ເພີ່ມຂຶ້ນເກືອບ 515.000 ຕື້ດົງ, ປະກອບສ່ວນ 7% ເຂົ້າ GDP ຂອງປະເທດຊາດ.

 ຂີດໝາຍພົ້ນເດັ່ນຂອງຂະແຫນງທ່ອງທ່ຽວ ນັ້ນແມ່ນຕົ້ນປີ 2017, ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະກາດໃຊ້ມະຕິເລກທີ 08 ກ່ຽວກັບການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມ; ສະພາແຫ່ງຊາດຊຸດທີ XIV ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ). ລັດຖະບານ ກໍ່ໄດ້ຮັບຮອງເອົາສອງນະໂຍບາຍກ່ຽວກັບວິຊາສຳລັບຊາວຕ່າງປະເທດ, ປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເມື່ອເຂົ້າມາຫວຽດນາມ ແລະ ສືບຕໍ່ຕໍ່ກຳນົດເວລາອອກວິຊາໃຫ້ແກ່ນັກທ່ອງທ່ຽວມາຈາກ 5 ປະເທດ ເອີລົບ  (ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ ແລະ ແອດສະປາຍ), ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຂອງນັກທ່ອງທ່ຽວ, ປະກອບສ່ວນຮັກສາລະດັບການເຕີບໂຕກ່ຽວກັບຈຳນວນນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມບັນລຸຢູ່ໃນລະດັບສູງ. ນອກນັ້ນ ວຽກງານໂຄສະນາພາບພົດຫວຽດນາມ ໃນໂອກາດດຳເນີນສັບປະດາຂັ້ນສູງ APEC ແລະ ບັນດາມາດຕະການຢ່າງຄົບຊຸດ ຊື່ງຂະແຫນງທ່ອງທ່ຽວໄດ້ປະຕິບັດໃນໄລຍະຜ່ານມາ ໄດ້ປະກອບສ່ວນສ້າງຜົນສຳເລັດຂອງການທ່ອງທ່ຽວຫວຽດນາມ ໃນປີ 2017. ທ່ານ ເຈືອງຊີ້ວິງ, ຮອງຫົວຫນ້າສະຖາບັນຄົ້ນຄ້ວາພັດທະນາທ່ອງທ່ຽວໃຫ້ຮູ້ວ່າ:

        “ກ່ອນມະຕິ ແລະ ຫລັງມະຕິຂອງກົມການເມືອງ ລ້ວນແຕ່ມີຄວາມແຕກຕ່າງ ນັ້ນແມ່ນ ທັງສັງຄົມຕ້ອງສຸມໃສ່ລົງທຶນເຂົ້າໃນການພັດທະນາທ່ອງທ່ຽວເພື່ອໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມ. ກົດໝາຍວ່າດ້ວຍການທ່ອງທ່ຽວມີຫລາຍຈຸດໃຫມ່, ສິ່ງນີ້ ຈະເຮັດໃຫ້ການທ່ອງທ່ຽວມີລັກສະນະເປັນລະບົບກວ່າ ແລະ ເໝາະສົມກັບຕົວຈິງຫລາຍກວ່າ. ແຕ່ວ່າ ຕົວເລກຈຳນວນນັກທ່ອງທ່ຽວແມ່ນຈຸດພົ້ນເດັ່ນບັນລຸເກືອບ 13 ລ້ານ, ລະດັບການເຕີບໂຕຂະແຫນງທ່ອງທ່ຽວໃນປີ 2016 ແລະ ປີ 2017 ໃຫຍ່ຄືແນວນັ້ນເກືອບ 30% ຂ້າພະເຈົ້າຄິດວ່າ ບໍ່ມີຂະແຫນງໃດຄືຂະແຫນງທ່ອງທ່ຽວຫວຽດນາມ ບັນລຸໄດ້ຕົວເລກຄືແນວນັ້ນ, ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດຫວຽດນາມ.”

        ໃນໄລຍະຜ່ານມາ ກົມໃຫຍ່ທ່ອງທ່ຽວຫວຽດນາມ ປະຕິບັດຫລາຍບັ້ນໂຄສະນາສົ່ງເສີມການທ່ອງທ່ຽວຢູ່ບັນດາຕະຫລາດຈຸດສຸມ; ພ້ອມທັງເຂົ້າຮ່ວມງານຕະຫລາດນັດຫລາຍຄັ້ງດ້ວຍຂອບຂະຫນາດສາກົນ, ຈັດຕັ້ງການຕ້ອນຮັບບັນດາຄະນະຜູ້ແທນສາກົນມາຈາກບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນມາສຳຫລວດການທ່ອງທ່ຽວຫວຽດນາມ. ພິເສດ ກົມໃຫຍ່ທ່ອງທ່ຽວໄດ້ຈັດຕັ້ງຫລາຍໂຄງການພັດທະນາ, ແນະນຳການທ່ອງທ່ຽວຫວຽດນາມຢູ່ບັນດາຕະຫລາດຄື: ອົດສະຕາລີ, ຍີ່ປຸ່ນ, 3 ປະເທດໃນພາກພື້ນ ອາຊຽນ (ໄທ, ມາເລເຊຍ, ອິນໂດເນເຊຍ); 4 ປະເທດ ເອີລົບເຫນືອ (ແຟງລັງ, ແດນມາກ, ນອກແວ ແລະ ຊູແອດ) ແລະ ບັນດາປະເທດຢູ່ ເອີລົບ: ອີຕາລີ, ໂຮນລັງ, ແອດສະປາຍ. ພ້ອມກັນນັ້ນ ໄດ້ເຂົ້າຮ່ວມງານຕະຫລາດນັດສາກົນໃຫຍ່ຫລາຍຄັ້ງຄື: Travex (ສິງກະໂປ), ITB (ເຢຍລະມັນ), MITT (ລັດເຊຍ), JATA (ຍີ່ປຸ່ນ) ແລະ Top Resa (ຝລັ່ງ).. ທ່ານ ຫງວຽນວັນຕວນ ຫົວຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຖືວ່າ:

        “ປີ 2017 ໄດ້ອັດລົງ ແມ່ນປີທີ່ເຕັມໄປດ້ວຍຄວາມປະທັບໃຈ, ດ້ວຍຂີດໝາຍ ແລະ ຜົນສຳເລັດບໍ່ເຄີຍມີມາກ່ອນຂອງຂະແຫນງທ່ອງທ່ຽວຫວຽດນາມ. ໝາກຜົນຂອງປີທຳອິດປະຕິບັດມະຕິ 08 ຂອງກົມການເມືອງສະແດງໃຫ້ເຫັນວ່າ ບັນດາຄາດໝາຍຊື່ງກົມການເມືອງວາງອອກໃນມະຕິ 08 ພວມຄ່ອຍໆປະກົດຜົນເປັນຈິງ. ການເຄື່ອນໄຫວສົ່ງເສີມໂຄສະນາມີຫລາຍຈຸດປ່ຽນໃຫມ່ໃນການລະດົມບັນດາແຫລ່ງກຳລັງ. ພິເສດແມ່ນກົນໄກຮ່ວມມືລະຫວ່າງພາກລັດ ພາກເອກະຊົນ ຜ່ານການຫນູນຊ່ວຍຂອງສະພາທີ່ປຶກສາການທ່ອງທ່ຽວພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ການເຕີບໂຕກະໂດດຂັ້ນ”

ຈຳນວນນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ເພີ່ມຂຶ້ນສູງໃນປີຜ່ານມາ ກໍ່ຍ້ອນມີການປະກອບສ່ວນອັນໃຫຍ່ຫລວງຈາກບັນດາວິສາຫະກິດທ່ອງທ່ຽວ. ມີວິສາຫະກິດທ່ອງທ່ຽວຫລາຍແຫ່ງ ສ້າງໄດ້ເຄື່ອງໝາຍການຄ້າຢ່າງແຮງ, ມີຄວາມສາມາດແກ້ງແຍ້ງສູງ ແລະ ອອກສູ່ຕະຫລາດໂລກ.

ດ້ວຍທ່າເຕີບໂຕຢ່າງແຮງພ້ອມກັບບັນດາມາດຕະການເໝາະສົມ, ຂະແຫນງທ່ອງທ່ຽວຫວຽດນາມ ຈະປະຕິບັດສຳເລັດຜົນບັນດາຄາດໝາຍທີ່ວາງອອກໃນໄລຍະຜ່ານມາ. ນັ້ນແມ່ນລັກສະນະມືອາຊີບ, ລະບົບພື້ນຖານດ້ານວັດຖຸເຕັກນິກຢ່າງຄົບຊຸດ, ທັນສະໄຫມ, ຜະລິດຕະພັນທ່ອງທ່ຽວມີຄຸນນະພາບສູງ, ເຄື່ອງໝາຍການຄ້າ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ, ແກ້ງແຍ້ງກັບບັນດາປະເທດໃນພາກພື້ນ. ຫວຽດນາມສູ້ຊົນຮອດປີ 2020 ດຶງດູດນັກທ່ອງທ່ຽວສາກົນໃຫ້ໄດ້ 20 ລ້ານເທື່ອຄົນ, ນັກທ່ອງທ່ຽວພາຍໃນປະເທດ 82 ລ້ານເທື່ອຄົນ, ພັດທະນາກາຍເປັນຂະແຫນງປາຍແຫລມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ