ປີ 2017, ຫວຽດນາມ ຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງສ້າງທ່ວງທ່າໃຫ້ແກ່ການພັດທະນາແບບຍືນຍົງ

(VOVWORLD) - ເສດຖະກິດ ຫວຽດນາມ ຈະບັນລຸລະດັບເຕີບໂຕ 6,7% ໃນປີນີ້, ນັ້ນແມ່ນຂໍ້ສັງເກດຂອງທະນາຄານໂລກ ທີ່ຫາກໍ່ໄດ້ຍົກອອກມາໃນບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມ ຫວຽດນາມ. ຕົວເລກນີ້ໄດ້ລື່ນກາຍຫຼາຍເມື່ອທຽບໃສ່ການຄາດຄະເນ ເພີ່ມຂຶ້ນພຽງ 6,3% ເຊິ່ງອົງການນີ້ໄດ້ຍົກອອກມາໃນເດືອນ ກໍລະກົດຜ່ານມາ. 
ປີ 2017, ຫວຽດນາມ ຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງສ້າງທ່ວງທ່າໃຫ້ແກ່ການພັດທະນາແບບຍືນຍົງ - ảnh 1 ພາບປະກອບ

ຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ບັນລຸລະດັບເຕີບໂຕປະທັບໃຈໃນປີ 2017 ຈະສ້າງກຳລັງໜູນເພື່ອໃຫ້ ຫວຽດນາມ ສືບຕໍ່ຮັກສາລະດັບການເຕີບໂຕຕາມທິດຍືນຍົງໃນປີ 2018 ແລະ ໃນຊຸມປີຕໍ່ໄປ. ບົດຂຽນຂອງບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ.

        ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ມີຫຼາຍສັນຍານທີ່ຕັ້ງໜ້າກ່ຽວກັບດ້ານປັບປຸງໃນປີນີ້ ຍ້ອນບັນດາຄວາມມານະພະຍາຍາມທີ່ກະໂດດຂັ້ນຂອງຂະແໜງເສດຖະກິດຕ່າງໆ, ຄວາມຕ້ອງການພາຍໃນປະເທດເພີ່ມຂຶ້ນ, ບັນດາຂະແໜງບໍລິການປຸງແຕ່ງ ແລະ ປະດິດສ້າງບັນລຸໝາກຜົນແຫ່ງການເຄື່ອນໄຫວທີ່ດີແມ່ນບັນດາສາຍເຫດຕົ້ນຕໍໃຫ້ແກ່ການເຕີບໂຕດີພໍສົມຄວນໃນປີ 2017. ຕາມບົດລາຍງານຂອງລັດຖະບານ ຕໍ່ສະພາແຫ່ງຊາດແລ້ວ, ຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດ I ແລະ ໄຕມາດ II ບັນລຸໄດ້ຕ່ຳ, ແຕ່ໃນໄຕມາດ III ໄດ້ເພີ່ມຂຶ້ນຢ່າງແຮງ ສ້າງຄວາມເຊື່ອໝັ້ນວ່າການເຕີບໂຕໃນປີນີ້ບັນລຸໄດ້ຄາດໝາຍ 6,7% ເຊິ່ງສະພາແຫ່ງຊາດໄດ້ວາງອອກແຕ່ຕົ້ນປີ. ແຕ່ເຖິງຢ່າງໃດກໍ່ຕາມ, ເຖິງວ່າການເຕີບໂຕສູງກໍ່ຕາມແຕ່ຊ່ອງຫວ່າງລະຫວ່າງ ການເຕີບໂຕ ແລະ ລາຍຮັບ, ນັບມື້ນັບໃຫຍ່ຫຼວງ. ລະອຽດຄື: ປີ 2010, ລາຍຮັບປະຊາຊົນທັງຊາດ (GNI) ຂອງ ຫວຽດນາມ ເຕີບໂຕ 6,42% ໃນຂະນະນັ້ນການເຕີບໂຕ GDP ແມ່ນ 6,88%. ແຕ່ຮອດປີ 2016, ການລາຍຮັບຂອງປະຊາຊົນ (GNI) ເຕີບໂຕພຽງ 5,18% ເທົ່ານັ້ນ ໃນຂະນະທີ່ການເຕີບໂຕ GDP ແມ່ນ 6,21%. ຄຽງຄູ່ກັນນັ້ນ, ຍັງມີຫຼາຍຂໍ້ຕິດຂັດຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງເທື່ອເຊິ່ງໄດ້, ສົ່ງຜົນສະທົບບໍ່ແມ່ນໜ້ອຍເຖິງການເຕີບໂຕແບບຍືນຍົງຂອງພື້ນຖານເສດຖະກິດໃນໄລຍະກາງ. ນັກຊ່ຽວຊານດ້ານເສດຖະກິດ ລືວບີກໂຮ່, ໄຈ້ແຍກວ່າ:

        “ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ. ການປ່ອຍເງິນລົງທຶນຂອງລັດຍັງຊັກຊ້າ ແລະ ຕ່ຳຢູ່. ທຶນສິນເຊື່ອໄດ້ຍົກອອກມາແມ່ນ 18 – 21% ແຕ່ ມາຮອດປະຈຸບັນໄດ້ພຽງ 11%ເທົ່ານັ້ນ. ໜີ້ເສຍບໍ່ທັນແກ້ໄຂໄດ້ຫຼາຍ, ເຖິງວ່າພວມຕັ້ງໜ້າ ແຕ່ຍັງບໍ່ທັນບັນດາໄດ້ເທົ່າທີ່ຄວນ. ພິເສດ, ບັນຫາໜີ້ສາທາລະນະຕ້ອງກຳນົດແຈ້ງລະດັບເພດານເພື່ອສາມາດຜ່ານຜ່າໄດ້. ໜີ້ສາທາລະນະກໍ່ຕ້ອງພິຈາລະນະຄວາມສາມາດໃຊ້ໜີ້”

        ໂດຍຢືນຢູ່ຕໍ່ໜ້າບັນດາຄວາມຫຍຸ້ງຍາກນັ້ນ, ຫຼາຍມາດຕະການໄດ້ນຳມາປຶກສາຫາລືຄື: ການນຳໃຊ້ນະໂຍບາຍອັດຕາເງິນຕາຢ່າງມີໄຫວພິບ ເພື່ອແນໃສ່ຍົກສູງກຳລັງແກ່ງແຍ້ງຂອງສິນຄ້າ ຫວຽດນາມ, ຫລຸດຜ່ອນລາຍຈ່າຍ logistic (ບໍລິການພະລາທິການ), ຊຸກຍູ້ການຫັນເປັນຫຸ້ນສ່ວນ, ຖອນທຶນ ແລະ ຍົກສູງປະສິດທິຜົນການນຳໃຊ້ທຶນ ແລະ ຊັບສິນຂອງລັດຢູ່ວິສາຫະກິດ… ໃນນັ້ນ, ມີນັກຊ່ຽວຊານຫຼາຍຄົນເນັ້ນໜັກເຖິງມາດຕະການປະຕິຮູບກົງຈັກລັດຄືດັ່ງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນເພື່ອຊຸກຍູ້ການເຕີບໂຕ. ປອ ຮວິ່ງເທ໋ຢູ, ມະຫາວິທະຍາໄລ Fullbright ຖືວ່າ:

        “ຫວຽດນາມ ຄວນສຸມໃສ່ເພື່ອສ້າງບັນດາປັດໄຈເຕີບໂຕແບບຍືນຍົງໃນໄລຍະຍາວ. ທີ່ໜຶ່ງແມ່ນ ເຮັດແນວໃດ ເພື່ອສະກັດກັ້ນບັນດາແນວຄວາມຄິດກັກຕຸນ ຕິດພັນກັບບັນດາຕະຫຼາດຊັບສິນ, ສວຍໂອກາດຈາກນະໂຍບາຍ. ທີສອງ, ສ້າງກົນໄກປອດໄສເພື່ອສົ່ງເສີມວິສາຫະກິດພາກເອກະຊົນພາຍໃນປະເທດພັດທະນາ, ຂ້າພະເຈົ້າຖືວ່າ ໃນຈຸດເວລາປະຈຸບັນ, ພຽງຕ້ອງສ້າງມີຄວາມສະເໝີພາບລະຫວ່າງວິສາຫະກິດພາກເອກະຊົນພາຍໃນປະເທດ, ວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ ແລະ ບັນດາວິສາຫະກິດຂອງລັດ ເຮັດແນວໃດສ້າງການສຳຜັດສະເໝີພາບໃນການສຳຜັດແຫຼ່ງຊັບພະຍາກອນມະນຸດ ຈະປະກອບສ່ວນປັບປຸງການພັດທະນາ ແລະ ການເຕີບໂຕຂອງ ຫວຽດນາມ ໄດ້ຫຼາຍທີ່ສຸດ.”

ປີ 2017, ຫວຽດນາມ ຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງສ້າງທ່ວງທ່າໃຫ້ແກ່ການພັດທະນາແບບຍືນຍົງ - ảnh 2 ປອ ຮວິ່ງເທ໋ຢູ, ມະຫາວິທະຍາໄລ Fullbright

        ຕາມມະຕິກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ປີ 2018 ທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາໃນວັນທີ 10 ພະຈິກ ຜ່ານມາ, ຄາດໝາຍສັງລວມແມ່ນສືບຕໍ່ຮັບປະກັນເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ຄວບຄຸມໄພເງິນເຟີ້; ສ້າງການຫັນປ່ຽນຢ່າງຈະແຈ້ງໃນການປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດ, ປ່ຽນໃໝ່ຮູບການເຕີບໂຕຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບແຮງງານ ແລະ ກຳລັງແກ່ງແຍ້ງ. ກ່ຽວກັບຄາດໝາຍລະອຽດນັ້ນ, ມະຕິໄດ້ຊີ້ແຈ້ງວ່າ: ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 6,5 – 6,7%, ຍອດວົງເງິນການສົ່ງອອກເພີ່ມຂຶ້ນ 7 -8%, ລະດັບເພີ່ມຂຶ້ນຂອງລາຄາການໃຊ້ສອຍສະເລ່ຍປະມານ 4%. ໃນນັ້ນ, ຄາດໝາຍການເຕີບໂຕ GDP ຈາກ 6,5 – 6,7%. ຕາມນັກຊ່ຽວຊານເສດຖະກິດ ລືວບີກໂຮ່ ແລ້ວ, ຄາດໝາຍການເຕີບໂຕນີ້ແມ່ນສາມາດບັນລຸໄດ້ຢ່າງແນ່ນອນ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ລະດັບການເຕີບໂຕ 6,5 – 6,7% ນັ້ນ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການຕ້ອງສືບຕໍ່ປະຕິຮູບ, ປ່ຽນໃໝ່, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປະຕິບັດບັນຫາຫັນປ່ຽນໂຄງປະກອບເສດຖະກິດ, ສ້າງໂຄງປະກອບຄືນໃໝ່ເພື່ອຫັນປ່ຽນຮູບແບບການເຕີບໂຕຢ່າງແທ້ຈິງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ