ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດເພື່ອໃຫ້ວິສາຫະກິດພັດທະນາ

(vovworld) - ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ໃຫ​້​ວິ​ສາ​ຫະ​ກິດ​ແມ່ນໜ້າ​ທີ່​ຍາວ​ນານ ເຊິ່ງ​ລັດ​ຖະ​ບານ​ຫວຽດ​ນາມ ເ​ອົາ​ໃຈ​ໃສ່. ໃນ​ສະ​ພາບ​ຫວຽດ​ນາມ ນັບ​ມື້​ນັບ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​​ຂວາງ​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, ພ້ອມ​ກັບ​ບັນ​ດາ​ສັນ​ຍາ​ການ​ຄ​້າ​ເສ​ລີ ໄດ້ ແລະ ພວມ​ລົງ​ນາມ, ​ເລື່ອງປັບ​ປຸງ​ສະ​ພາບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທ​ຸ​ລະ​ກິດ ຈະ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ພັດ​ທະ​ນາ, ຢືນ​ຢັນ​ເຄື່ອງໝາຍ​ການ​ຄ້າ ແລະ ​ແກ່ງ​ແຍ້ງ​ສະ​ເໝີ​ພາບ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ສາ​ກົນ. ບົດ​ຂ​ຽນ “ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ໃຫ​້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ” ຂອງ​ເກີມ​ຕູ໋ - ຈຸງ​ທຸຍ, ນັກ​ຂ່າວ​ VOV.


ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດເພື່ອໃຫ້ວິສາຫະກິດພັດທະນາ - ảnh 1
(ພາບ​ປະ​ກອບ: TTXVN)

ນັບ​ແຕ່​ວັນ​ທີ 01/07, ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ (ສະ​ບັບ​ປັບ​ປຸງ) ຂອງ​ຫວຽດ​ນາມ ເລີ່ມ​ມີ​ຜົນ​ບັນ​ຄັບ​ໃຊ້. ນີ້​ໄດ້​ຮັບ​ຖ​ື​ວ່າ​ແມ່ນ​ບາດ​ກ້າວ​ປະ​ຕິ​ຮູບ​ບຸກ​ທະ​ລຸ​ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ຊຸກ​ຍູ້​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ. ພ້ອມ​ກັນ​ນັ້ນ, ພາ​ຍ​ຫຼັງ 2 ​ກວ່າປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 19 ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີ​ນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່​ນ​ຫວຽດ​ນາມ ໄດ້​ລົບ​ລ້າງ​ພັນ​ລະ​ບ​ຽບ​ການ​ບໍ​ລິ​ຫານ ທີ່ກໍ​ຄວາມຫຍຸ້ງ​ຍາກໃຫ້​ວິ​ສາ​ຫະ​ກິດ. ​ທ່ານ​ນາງ ຫງວຽນ​ມິງ​​ຖ​າວ, ຮອງ​ຫົວ​ໜ້າ​ຄະ​ນະ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິ​ດ ແລະ ກຳ​ລັງ​ແກ່ງ​ແຍ້ງ, ສະ​ຖາ​ບັນ​ຄົ້ນ​ຄວ້າ​​ຄຸ້ມ​ຄອງເສດ​ຖະ​ກິດ​ສູນ​ກາງ​ໃຫ້​ຮູ້​ວ່າ.

        “ຕາມ​ແຜນ​ການ​ຂອງ​ລັດ​ຖະ​ບານ​ແລ້ວ, ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຈະ​ປະ​ກ​າດ​​ໃຊ້ມະ​ຕິ​​ໃໝ່ ແທນ​ໃຫ້​ມະ​ຕິ​ຂອງ​ປີ 2015 ແລະ ວາງ​ຄາດ​ໝາຍ​ແ​ມ່ນ​ປີ 2016 ນີ້ ຈະ​ສູ້​ຊົນ​ໃຫ້ທຽບ​ເທົ່​າ​ກັບລະ​ດັບ​ປານ​ກາງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽ​ນ 4 ແລະ ບາງ​ມາດ​ຕະ​ຖານ​ອື່ນ​ໆ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄາດ​ໝາຍ​ໄລ​ຍະ​​ຍາວກວ່າ. ມະ​ຕິ​ເລກ​ທີ 19 ໄດ້​ມອບ​ໜ້າ​ທີ່​ຢ່າງ​ລະ​ອຽດສຳ​ລັບ​ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ; ຍ້ອນ​ເຫດນັ້ນ, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ຢາກ​ໃຫ​້ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​​ເຂົ້າ​ຮ່ວມ​ແມ່ນ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ການ​ນຳ​ກະ​ຊວງ, ຕ້ອງ​ມີ​ຫົວ​ໜ້າ​​ເປັນ​ຜູ້ຊີ້​ນຳ​ໂດຍ​ກົງ ແລະ ແກ້​ໄຂ​ຢ່າງ​ຂ້ຽວ​ຂາດ ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​​ມະ​ຕິຈຶ່ງ​ມີ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ”.

        ​ ໃນ​ໄລ​ຍະ​ຜ່ານ​ມາຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍການປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດຢ່າງ​ຄົບ​ຊຸດ ຈາກ​ຂັ້ນ​ສູງ​ກາງ​ລົງ​ຮອດ​ຂັ້ນ​ທ້ອງ​ຖິ່ນ​. ໃນ​ນັ້ນ, ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ເຊິ່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຫາກໍ່​ຮຽກ​ຮ້ອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້​ອງ​ຖິ່ນ​ຕ່າງໆ​ຮີບ​ເຮັ່ງ​ຜັນ​ຂະ​ຫຍາຍ ນັ້ນ​ແມ່ນກວ​ດ​ກາ​ຄືນ​ບັນ​ດາ​ເອ​ກະ​ສານ​ກຳ​ນົດ​ກ່ຽວ​ກັບ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ທີ່ບໍ່​ເໝາະ​ສົມ​ອີກ​ ເພື່ອ​ພິ​ຈາ​ລະ​ນາ​​ຍຸບ​ເລີກ ​ຫຼື ປັບ​ປຸງ, ພ້ອມ​ທັງ​ສະ​ເໜີ​ລັດ​ຖະ​ບານ​ປະ​ກາດ​ໃຊ້​ມະ​ຕິ​ປ່ຽນ​ແທນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທ​ຸ​ລະ​ກິດ. ຕາມນັ້ນ​ແລ້ວ, ບັນ​ດ​າ​​ດຳ​ລັດ​ໃໝ່​ຕ້ອງ​ຍົກ​ລະ​ດັບມາດ​ຕະ​ຖານ, ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຈົດ​ໝາຍ​ລັດ​ຖະ​ການ​ໃຫ້ຂຶ້ນ​​ດຳ​ລັດ ແຕ່​ຕ້ອງ​ຮັບ​ປະ​ກັນ​​ຄວາມ​ສະ​ດວກ, ເປີດ​ເຜີຍ, ກະ​ຈ່າງ​ແຈ້ງ, ພາ​ວະ​ວິ​ໄສ, ປະ​ຢັດ​ເວ​ລາ​ໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ທ່ານ ເຈີນ​ດິ່ງ​ຕ່​ວານ, ຮອງ​​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລົງ​ທຶນ ແລະ ເຕັກ​ໂນ​ໂລ​ຊີ OSB ຖື​ວ່າ: ການ​ປັບ​ປຸງ​ລະ​ບຽບ​ການ​ບໍ​ລິ​ຫານ​ຈະ​ສ້າງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​​ສະ​ດວກ​ສະ​ບາຍກວ່າ ແລະ ປອດ​ໄພ​ກວ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ.

        “ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ​ໃນ​ໄລ​ຍະ​ມໍ່ໆ​ມານີ້, ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກປິ​ຕິ​ຊົມ​ຊື່​ນ​ຫຼາຍ ​ຍ້ອນ​ມັນ​ມີ​ການ​ກະ​ທົບ​​ຈະ​ແຈ້ງ​ພໍ​ສົມ​ຄວນ, ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດດ້ານຈິດ​ຕະ, ກ​ໍ​ຄື​ມີ​ບັນ​ດາ​ກາ​ນ້​ຄື່ອນ​ໄຫວ​ລະ​ອຽດ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ໃນ​ການ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຄື ບັນ​ດາ​ລະ​ບ​ຽບ​ການ​​ພາ​ສີ​ອາ​ກອນ ຕະ​ຫຼອດ​ຮອດບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ອື່ນໆ ​ພວມ​ໄດ້​ຮັບ​ປັບ​ປຸງ​ປຸງເທື່ອ​ລະ​ກ້​າວ​. ຂ​້າ​ພະ​ເຂົ້າ​ຄິດ​ວ່າ, ນັ້ນ​ແມ່ນ​ສັນ​ຍານ​ທີ່​ດີ​ໃຫ້​ປະ​ຊ​າ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ”.

        ດ້ວຍ​ຄວາມ​ປາດ​ຖະ​ໜາ​ຢາກ​ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ, ພິ​ເສດ​ແມ່ນ​ກຸ່ມ​ວິ​ສາ​ຫະ​ກິ​ດ​ພາກ​ເອ​ກະ​ຊົນ, ວ​ິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ລັດ​ຖ​ະ​ບານ​ຫວຽດ​ນາມ ຫາກໍ່​ປະ​ກາດ​ມະ​ຕິ​ເລກ​ທີ 35 ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ພັດ​ທະ​ນາ​ວິ​ສ​າ​ຫະ​ກິດ​ຮອດ​ປີ 2020. ຕາມນັ້ນ​ແລ້ວ, ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຮົ້ວ​ກີດ​ຂວາງ​ຂອງວິ​ສາ​ຫະ​ກິດ​ເພື່ອ​ພັດ​ທະ​ນາ​ຄື: ແຫຼ່ງ​ທຶນ​ທີ່​ມີ​ດອກ​ເບ້ຍ​ເໝາະ​ສົມ, ລະ​ບ​ຽບ​ການ​ບໍ​ລິ​ຫານ ພ້ອມ​ກັບ​ສະ​ພາບ​ແວດ​ລ້ອງ​ແຫ່ງ​ການ​ລົງ​ທຶນ, ​ການນຳ​ໃຊ້​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຈະ​ໄດ້​ຮັບ​ການ​ແກ້​ໄຂ, ໜູນ​ຊ່ວຍ​ຢ່າງ​​ເໝາະ​ສົມ. ນັບ​ແຕ່​ມະ​ຕິ​ໄດ້​ຮັບ​ການ​ປະ​ກາດ​ໃຊ້, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ໄດ້​ຕ​້ອນ​ຮັບ​ຢ່າງ​ເບີກ​ບານມ່ວນ​ຊື່ນ​ ດ້ວຍ​ຄວາມ​ຫ​ວັງ​ຫຼາຍ​ຢ່າງ​ ຈາກການ​ເພີ່ມ​ກຳ​ລັງ​ແຮງ​ຈາກ​ລັດ ກໍ​ຄ​ື​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ. ທ່ານ ຟ້າມຫງອກ​ແທ່ງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ໃຫ້​ຄຳ​ປຶກ​ສາພັດ​ທະ​ນາ ແລະ ການ​ຄ້າ ຟຸກ​ເລີມ, ຖື​ວ່າ.

        “ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ຖ້າ​ຫາກ​ມະ​ຕິ​ເລກ​ທີ 35 ກ້າວ​ເຂົ້າ​ສູ້​ຊີ​ວິດ ແລະ ສາ​ມາດ​ສ້າງ​ກົດ​ໄກ​ຢ່າງ​ມີິ​ໄວ​ພິບ ຈະ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກ​າງ​ຄື​ວິ​ສາ​ຫະ​ກິດ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໃນ​ປະ​ຈຸ​ບັນ​ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ປະ​ກອບ​ອາ​ຊີບ ສາ​ມາດ​ສຳ​ພັດ​ກັບ​ແຫຼ່ງ​ທຶນ​ໃຫ້​​ດີກວ່າ, ມີ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ດີກວ່າ ຍ້ອນ​ໃນ​ເບື້ອງ​ຕົ້ນ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​​ຈະປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ໃນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ດັ່ງ​ກ່າວ​ໃນ​ສະ​ພາບ​ຕົວ​ຈິງ ຕ້ອງ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ດ້ານສື່​ສານ, ບັນ​ດາ​ໂຄງ​ການ​ສົ່ງ​ເສີມ​ການ​ຂ້າຍ​ສິນ​ຄ້າ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ”.

        ສ້າງ​ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​​ສະ​ດວກ​ສະ​ບາຍ, ​ມີສະ​ຖຽນ​ລະ​ພາບ ແລະ ກະ​ຈ່າງ​ແຈ້ງ​ແມ່ນ​ບັນ​ດາ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ກິດ​ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ໝັ້​ນ​ຄົງ, ມີ​ກຳ​ລັງ​ແກ​່ງ​ແຍ້ງ​ຢ່າງ​ພຽງ​ພໍ​ກັບ​ວິ​ສາ​ຫະ​ກິດ​ພາກ​ພື້ນ ແລະ ສາ​ກົນ. ສິ່ງ​ດັ່ງ​ກ່າວ​ຍິ່ງ​ມີ​ຄວາມ​ໝາຍກວ່າ ເມື່ອ​ຫວຽດ​ນາມ​ ຈະ​ແມ່ນ​ຕະ​ຫຼາດ​ເປີດ ດ້ວຍ​ຖາ​​ນະ​ເປັນ​ສະ​ມາ​ຊິກ​ສະ​ເໝີ​ພາບ​ຂອງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ເຊິ່ງ​ຫວຽດ​ນ​າມ ໄດ້ ແລະ ພວມ​ລົງ​ນາມ.

ຂ່າວ/ບົດ​ອື່ນ