ປະສິດທິຜົນ 10 ປີແຫ່ງການປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”ຢູ່ແຂວງກ໋ວາງນິງ

(VOVWORLD) -ໂດຍຕອບສະໜອງບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ, ຢູ່ແຂວງ ກ໋ວາງນີງ, ມີຜູ້ບໍລິໂພກເປັນຈຳນວນຫຼວງຫຼາຍໄດ້ເລືອກເອົາ, ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ, ພິເສດແມ່ນຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ “ຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ” (OCOP). ພາຍຫຼັງ 10 ປີແຫ່ງການຜັນຂະຫຍາຍ, ບັ້ນຂົນຂວາຍໄດ້ມີບັນດາບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດ ເຮັດໃຫ້ຄວາມຮັບຮູ້ຂອງວິສາຫະກິດ ແລະ ຜູ້ບໍລິໂພກມີການປ່ຽນແປງໄປນຳ. ແຕ່ບັນດາຜະລິດຕະພັນການກະເສດທີ່ເປັນມູນເຊື້ອຂອງທ້ອງຖິ່ນ, ແຕ່ລະຜະລິດຕະພັນທີ່ມີເຄື່ອງໝາຍ OCOP ລ້ວນແຕ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ບໍລິໂພກໃນທົ່ວປະເທດ.

ປະສິດທິຜົນ 10 ປີແຫ່ງການປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”ຢູ່ແຂວງກ໋ວາງນິງ - ảnh 1ເສັ້ນລ້ອນບີງລຽວ 

ພາບ: (miendongbinhlieu.vn)

ກ່ອນນີ້, ຖ້າຫາກວ່າບໍ່ແມ່ນຊາວທ້ອງຖິ່ນຫຼື ແຂກທ່ອງທ່ຽວທີ່ໄດ້ເຄີຍມາເມືອງ ບິ່ງລຽວ, ແຂວງ ກ໋ວາງນິງແລ້ວ, ບໍ່ມີເທົ່າໃດຄົນທີ່ຮູ້ຈັກເຖິງ ແລະ ນຳໃຊ້ຜະລິດຕະພັນເສັ້ນລ້ອນ ຍ້ອນວ່ານີ້ພຽງແຕ່ແມ່ນອາຫານພິເສດຂອງທ້ອງຖິ່ນ ດ້ວຍຂອບຂະໜາດການຜະລິດກະແຈກກະຈາຍຕາມຮູບແບບຄອບຄົວ. ພາຍຫຼັງເຂົ້າຮ່ວມໂຄງການ OCOP ໜຶ່ງຕາແສງໜຶ່ງຜະລິດຕະພັນຂອງແຂວງກ໋ວາງນິງ, ເສັ້ນລ້ອນບີງລຽວໄດ້ກາຍເປັນເຄື່ອງໝາຍທີ່ມີຊື່ສຽງໂດ່ງດັງ, ກາຍເປັນຜະລິດຕະພັນຫຼັກແຫຼ່ງຂອງທ້ອງຖິ່ນ. ໂດຍແມ່ນຮາກຖານຜະລິດເສັ້ນລ້ອນແຫ່ງທຳອິດ ແລະ ມີຂອບຂະໜາດໃຫຍ່ທີ່ສຸດຂອງເມືອງບິ່ງລຽວດ້ວຍປະລິມານການຜະລິດປະມານ 400 ໂຕນ/ປີ, ປັດຈຸບັນບໍລິສັດຫຸ້ນສ່ວນການຄ້າແລະການບໍລິການເສັ້ນລ້ອນບິ່ງລຽວໄດ້ເປີດກ້ວາງຕະຫຼາດຈຳໜ່າຍເສັ້ນລ້ອນຢູ່ຫຼາຍແຂວງໃນທົ່ວປະເທດຄື: ຫ໋າຍຟອງ, ຫ໋າຍເຢືອງ, ທ໊າຍບິ່ງ, ດ່ານັງ, ນະຄອນໂຮ່ຈີມິນ… ຢູ່ຮ້ານວາງສະແດງ ແລະ ວາງຂາຍບັນດາຜະລິດຕະພັນOCOP ກ໋ວາງນິງຢູ່ ຮ້ານຊັບພະສິນຄ້າ Big C ຮ້າລອງ ຫຼື ຢູ່ບັນດາງານວາງສະແດງສິນຄ້າໃນແຂວງ ແລະ ເຂດ, ມີ ຜະລິດຕະພັນຫຼາຍປະເພດໄດ້ກາຍເປັນການເລືອກຊື້ເປັນປະຈຳຂອງຜູ້ບໍລິໂພກ. ພິເສດ, ເສັ້ນລ້ອນ ບິ່ງລຽວເປັນໜຶ່ງໃນບັນດາຜະລິດຕະພັນຂາຍດີທີ່ສຸດຢູ່ຮ້ານວາງຂາຍສິນຄ້າ. ຕາມການຕີລາຄາຂອງລູກຄ້າແລ້ວ, ເມື່ອທຽບໃສ່ບັນດາຜະລິດຕະພັນເສັ້ນລ້ອນຕ່າງໆທີ່ໄດ້ນຳມາຂາຍຢູ່ຕະຫຼາດ, ເສັ້ນລ້ອນບິ່ງລຽວໄດ້ຖືວ່າແມ່ນເສັ້ນລ້ອນຫອມແຊບ, ຮັກສາໄດ້ລົດຊາດ .ປ້າຫວູທິຮ່າ ແລະ ປ້າຫງວຽນທູຍງາ, ຢູ່ນະຄອນຮ້າລອງ, ກ໋ວາງນິງໃຫ້ຮູ້ວ່າ:

ຂ້າພະເຈົ້າກິນເສັ້ນລ້ອນບິ່ງລຽວນານແລ້ວ ຍ້ອນຄຸນນະພາບທີ່ດີ, ກິນແຊບ, ຕົ້ມໄປຕົ້ມມາກໍ່ຍັງຄົງຮັກສາໄດ້ຄວາມໜຽວ, ມີຄຸນນະພາບດີ. ລາຄາກໍ່ບໍ່ແພງ, ຮັບປະກັນຄຸນນະພາບແລະຄວາມປອດໄພຫລັກອະນາໄມ້ດ້ານອາຫານ.”

“ເສັ້ນລ້ອນແມ່ນຜະລິດຕະພັນOCOPຂອງ ກ໋ວາງນິງ ກໍ່ແມ່ນຂອງບ້ານເກີດເມືອງນອນຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ໄດ້ຕົ້ນກຳເນີດຢ່າງຈະແຈ້ງແລະ ມີຄຸນນະພາບທີ່ດີດັ່ງນັ້ນຂ້າເຈົ້າສະໜັບສະໜູນເປັນປະຈຳ. ຂ້າພະເຈົ້າປາດຖະໜາວ່າ ບັນດາວິສາຫະກິດຈະເອົາໃຈໃສ່ເປັນພິເສດເຖິງຄຸນນະພາບຂອງຜະລິດຕະພັນ, ເມື່ອ ລາຄາແກ້ງແຍ້ງ ຂ້າພະເຈົ້າເຊື່ອໝັ້ນວ່າຈະມີຫຼາຍຄົນ ເລືອກຊຶື້ຜະລິດຕະພັນຫວຽດນາມ.”

ປະສິດທິຜົນ 10 ປີແຫ່ງການປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”ຢູ່ແຂວງກ໋ວາງນິງ - ảnh 2 ໂຄງການOCOPຢູ່ ແຂວງ ກ໋ວາງນິງໄດ້ສ້າງອິດທິຜົນຊື່ສຽງ

ພາບ: (qntv.vn)

        ບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ ຕິດພັນກັບໂຄງການOCOPຢູ່ ແຂວງ ກ໋ວາງນິງໄດ້ສ້າງອິດທິຜົນຊື່ສຽງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ລູກຄ້າ, ພິເສດ, ບາງຜະລິດຕະພັນໄດ້ກາຍເປັນການເລືອກຊື້ທຳອິດຂອງຜູ້ບໍລິໂພກໃນທົ່ວປະເທດ. ນັບແຕ່ປີ 2009 -2018 ໃນທົ່ວແຂວງກ໋ວາງນິງໄດ້ຈັດຕັ້ງ ງານວາງສະແດງສິນຄ້າ, ງານຕະຫຼາດນັດ, ສັບປະດາເຊື່ອມຕໍ່ການນຳໃຊ້ຜະລິດຕະພັນOCOP ເກືອບ 200 ຄັ້ງໄດ້ດຶງດູດປະຊາຊົນແລະ ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ຊື້ເຄື່ອງຂອງເປັນຈຳນວນຫຼວງຫຼາຍ ດ້ວຍລາຍຮັບເກັບມາໄດ້ນັບສິບຕື້ ດົ່ງໃນແຕ່ລະຄັ້ງ. ທ່ານ ຫວູວັນມິງຮອງຜູ້ອຳນວຍການສູນສົ່ງເສີມການຄ້າແຂວງກ໋ວາງນິງໃຫ້ຮູ້ວ່າ:

        “ໃນຕະຫຼາດ, ຍັງມີ ຜະລິດຕະພັນຫລາຍປະເພດໄດ້ຕິດ ກາໝາຍ OCOP ແຕ່ຄວາມຈິງແລ້ວ, ບັນດາຜະລິດຕະພັນນີ້ ຍັງບໍ່ທັນໄດ້ຕິດດາວ, ຍັງບໍ່ທັນໄດ້ຢັ້ງຢືນເປັນຜະລິດຕະພັນ OCOP ຢ່າງເປັນທາງການ. ຢູ່ບັນດາທ້ອງຖິ່ນ, ບັນດາຂະແໜງການ, ທີ່ມີຄວາມຮັບຜິດຊອບຕ້ອງກວດກາ, ຕິດຕາມບັນດາຮາກຖານການຜະລິດກໍ່ຄືບັນດາວິສາຫະກິດຜະລິດຜະລິດຕະພັນ OCOP ເພື່ອເຮັດແນວໃດໃຫ້ເຂົາເຈົ້າປະຕິບັດຖືກຕາມກົດລະບຽບຄຸນນະພາບຜະລິດຕະພັນກໍ່ຄືຮູບແບບ, ເຄື່ອງຫຸ້ມຫໍ່, ຮັບປະກັນຫລັກອະນະໄມຄວາມປອດໄພດ້ານອາຫານ, ກວດການັບແຕ່ຕົ້ນກຳເນີດ.

        ພາຍຫຼັງ10ປີ ແຫ່ງການປະຕິບັດ ບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”,ສິນຄ້າຫວຽດນາມໄດ້ຮັບຄວາມສົນໃຈຈາກຊາວກວາ໋ງນິງເວົ້າສະເພາະແລະຊາວຫວຽດນາມເວົ້າລວມຫຼາຍກ່ວາ.ເຖິງຢ່າງໃດກໍ່ຕາມ,ນີ້ຍັງຄົງແມ່ນໄລຍະທາງທີ່ຍາວນານ,ຮຽກຮ້ອງໃຫ້ບັນດາວິສາຫະກິດເອົາໃຈໃສ່ເປັນພິເສດເຖິງການລົງທຶນຍົກສູງຄຸນນະພາບສິນຄ້າ.ດັ່ງນັ້ນ,ເພື່ອສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈຈາກຜູ້ບໍລິໂພກ,ຜູ້ຜະລິດຕ້ອງເອົາຄວາມຮັບຜິດຊອບຂອງຕົນຕິດພັນກັບຜະລິດຕະພັນ, ມີການປ່ຽນແປ່ງໃຫມ່ຢ່າງບໍ່ຢຸດຢັ້ງ,ຍົກສູງຄຸນນພາບ, ກຳລັງ ແກ້ງແຍ້ງ,ເພື່ອໃຫ້ສິນຄ້າຫວຽດນາມກາຍເປັນການເລືອກຊື້ຕົ້ນຕໍຂອງຊາວຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ