ປະສິດທິຜົນຈາກນະໂຍບາຍໜູນຊ່ວຍການພັດທະນາເສດຖະກິດ,ສັງຄົມຢູ່ເຂດພູດອຍ

(vovworld) - ໂດຍ​ປະ​ຕິ​ບັດ​ແຜນ​ຮ່າງ “ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ - ເສດ​ຖະ​ກິດ​ສັງ​ຄົມ​ເຂດ​ຊົ​ນ​ເຜົ່າ​ສ່ວ​ນ​ໜ້ອຍ” ຂອງ​ລັດ​ຖະ​ບານ, 2 ປີ​ຜ່ານ​ມາ, ມີ​ຫຼາຍ​ໂຄງ​ການ​ໜູນ​ຊ່ວຍ​ໃຫ້​ຊ​າວ​ເຜົ່າ​ສ່ວນ​ໜ້ອຍ, ເຂ​ດ​ພູ​ດອຍ ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ໃນ​ນັ້ນ, ແຈກ​ຢາຍ​ແຫຼ່ງ​​ທຶນ​ແມ່ນ​ສຸມ​ໃສ່​​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ, ສາ​ທາ​ລະ​ນະ​ສຸກ, ແກ​້​ໄຂ​ບັນ​ດາ​ບັນຫາ​ສັງ​ຄົມ, ການ​ສຶກ​ສາ ແລະ ການກໍ່ສ້າງ… ໄດ້​ປະ​ກອບ​ສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄ​​ວາມ​ທຸກ​ຍາກ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂ​ດ​ພູ​ດອຍ. ບົດ​ຂຽນ​ຂອງ​ທູ​ຮັ່ງ, ນັກ​ຂ່າວ VOV ດ້ວຍ​ຫົວ​ຂໍ້​ວ່າ “ປະ​ສິດ​ທິ​ຜົນ​ຈາກ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຢູ່​ເຂ​ດ​ພູ​ດອຍ”.


ປະສິດທິຜົນຈາກນະໂຍບາຍໜູນຊ່ວຍການພັດທະນາເສດຖະກິດ,ສັງຄົມຢູ່ເຂດພູດອຍ - ảnh 1
(ພາບ​ປະ​ກອບ: bacgiang)

ນອກ​ຈາກ​ແຫຼ່ງ​ທຶນ​ໃນ​ແຜນ​ການ​ແຕ່​ລະ​ປີ​ແລ້ວ, ໃນ​ຊຸມ​ປີ​ມໍ່ໆ​ມານີ້, ລັດ​ຖະ​ບານ​ຫວຽດ​ນາມ ລ້ວນ​ແຕ່​ສະ​ຫງວນ​​ແຫຼ່ງ​ລາຍ​ຮັບ​ເກີນ​ດູນ, ລາຍ​ຈ່າຍ​ທີ່​ປະ​ຢັດ​ໄດ​້​ສ່ວນ​ໜຶ່ງ ແລະ ສ້າງ​ຄວາມ​ດຸນ​ດ່ຽ​ງ​ງົບ​ປະ​ມານ​ສູນ​ກາງ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ໃຫ​້​ເຂດ​ຊົນ​ເຜົ່າເຂດ​ພູ​ດອຍ. ຄິດ​ສະ​ເລ່ຍ​ສະ​ເພາະ​ໃນ​ປີ 2015, ຄະ​ນະ​ ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ອະ​ນຸ​ຍາດ​ຈັດ​ແບ່ງ​ເງິນ 5.300 ຕື້​ດົງ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັ​ນ​ຊີ​ວິດ​ສັງ​ຄົມ, ໃນ​ນັ້ນ​ມີ​​ຫຼາຍ​ນະ​ໂຍ​ບາຍ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ບໍ​ລິ​ເວນ​ເຂດ​ຊົນ​ເຜົ່າ​: ໜູນ​ຊ່ວຍ​ນະ​ໂຍ​ບາຍ​ຕັ້ງ​ຖ​ິ່ນ​ຖານ​​ຄົງ​ທີ່, ໜູນ​ຊ່ວຍ​ທີ່​ດິນ​ຢູ່​ອາ​ໄສ, ດິນ​ທຳ​ການ​ຜະ​ລິດ, ນ້ຳ​ປະ​ປາ, ນະ​ໂຍ​ບາຍ​ໃຫ້​ກູ​້​​ຢືມມ​ທຶນ​ສຳ​ລັບ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ປະ​ສົບ​ກັບ​ຄວ​າມ​ຫຍຸ້​ງ​ຍາກ​ເປັນ​ພິ​ເສດ… ປ​ີ 2015, ທ​ີ່ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ສ​ົ່ງ​ເສີມ​ການ​ລົງ​ທຶນ ແລະ ​ການອຸ​ປະ​ຖ​ຳ​ໃຫ້​ແກ່​ການ​ພັດ​​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເຂດ​ຊົນ​ເຜົ່າ ແລະ ເຂດ​ພູ​ດອຍ, ມີກວ່າ 180 ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຈະລົງ​​ທຶນ, ໜູນ​ຊ່ວຍ​ຈຳ​ນວນ​ເງິນ​ນັບ​ພັນ​ຕື້​ດົ່ງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ເຂດ​ຊົນ​ເຜົ່​າ​ ແລະ ເຂດ​ພູ​ດອຍ​ໄລ​ຍະ 2016 – 2020.

        ແຂວງ​ບັ໋ກ​ຢາງ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນທີ່​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ດັ່ງ​ກ່າວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ໃນ​ໄລ​ຍະ​ຜ່ານ​ມາ, ຍາມ​ໃດ​ແຂວງ ກໍ​ເອົາ​ໃຈ​ໃສ່ ແລະ ລົງ​ທຶນ​​ຫຼາຍ​ແຫຼ່ງ​ກຳ​ລັງ​ເຂົ້າໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊົນ​ເຜົ່າ, ໂດຍ​ສະ​ເພາະ​ແມ່ນ​ເ​ອົ​າ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ, ຍົກ​ສູງຄຸ​ນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ພໍ່​ແ​ມ່​ປະ​ຊ​າ​ຊົນ. ທ່ານ ຈ​ູ​ກຸຍ​ມິງ, ຮອງ​ຫົວ​ໜ້າ​ຄະ​ນະ​ຊົນ​ເຜົ່າ​ແຂວງ​ບັ໋ກ​ຢາງ ໃຫ້​ຮູ້​ວ່າ.

        “ຈາກ​ແຫຼ່ງ​ທຶນ​ໜູນ​ຊ່ວຍ, ທາງ​ແຂວງ​ໄດ້​ສຸມ​ໃສ່​ພ​ັດ​ທະ​ນາ​ກະ​ສິ​ກຳ ຕາມ​ທິດ​ຜະ​ລິດ​​ເປັນສິນ​ຄ້າ​ລວມ​ສູນ, ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ຜົນ​ລະ​ປູກ, ບົນ​ພື້ນ​ຖານ​ການວາງ​ແຜນ​ເຂດ​​ຜະ​ລິດ​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະ​ເຂດ, ແຕ່​ລະ​ຕາ​ແສງ ແລະ ບ້ານ ເພື່ອ​ເສີມ​ຂະ​ຫຍາຍ​ທ່າ​ແຮງ. ຍູ້​ແຮງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ແລະ ອຸດ​ສາ​ຫະ​ກຳ​ນ້ອຍ, ​ຫັດ​ຖະ​ກຳການ​ຄ້າ ​ຕິດ​ພັນ​ກັບ​ຂະ​ແໜງ​ອາ​ຊ​ີບ​ຊົນ​ນະ​ບົດ. ຊຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນຕົ້ນ​ຕໍ່​ທີ່​ທ່າ​ແຮງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂ​ດ​ພູ​ດອຍ”.

        ໂດຍນອນ​ໃນ​ໂຄງ​ການ​ປະ​ຕິ​ບັດ​ແຜນ​ຮ່າງ “ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ໜູ​ນ​ຊ່ວຍ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ, ສັງ​ຄົມເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂ​ດ​ພູ​ດອຍ” ຂອງ​ລັດ​ຖະ​ບານ, ໃນ 5 ປີ​ຜ່ານ​ມາ, ບໍ​ລິ​ສັດ​ຫຸ້​ນ​ສ່ວນ​ຂາ​ອອກ​ຂາ​ເຂົ້າ ໂລກ​ເຮືອງ ໄດ້ເຊື່ອມ​ຕໍ່​ຮ່ວມ​ສຳ​ພັນ​ກັບ​ປະ​ຊາ​ຊົນ, ອຳ​ນາດ​ການ​ປົກ​ຄອງ​ທ້ອ​ງ​ຖິ່ນ ຢູ່​ແຂ​ວງ​ອຽນ​ບ໋າຍ ແລະ ແຂວງ​ເຊີນ​ລາ ​ເທື່ອ​ລະ​ກ້າວເພື່ອ​ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຊາວ​ທ້ອງ​ຖິ່ນ. ທ່ານ​ນາງ ຫງວຽນ​ທິ​ແທງ​ເຮືອງ, ຜູ​້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້​ນ​ສ່ວນ​ຂາ​ອອກ​ຂາ​ເຂົ້າ ໂລກ​ເຮືອງ, ໃຫ້​ຮູ້​ວ່າ, ມີ​​ຜະລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ​ຫຼາຍ​ປະ​ເພດມີ​ມູນ​ຄ່າ​ເສດ​ຖະ​ກິດ​ສູງ, ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ເພື່ອນ​ມິດ​ສາ​ກົນ, ພົ້ນ​ເດັ່ນ​ຄື​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກໝາກ​ກະ​ທັນຂອ​ງ​ຊາວ​ເຜົ່າ​ພູ​ດອຍ. ແຕ່​ວ່າ, ເພື່ອ​ໃຫ້ໝາກກະ​ທັນກາຍ​ເປັນ​ຜ​ະ​ລິດ​ຕະ​ພັນ​ເພື່ອ​ສົ່ງ​ອອກ ນຳ​ມາ​ເຊິ່ງ​ກຳ​ໄລ ແມ່ນຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​​ທຸກ​ດ້ານໃຫ້​ປະ​ຊາ​ຊົນ, ໂ​ດຍ​ສະ​ເພາະ​ແມ່ນ​ຂ​ອດປູກ​ຝັງ.

        “ໄລ​ຍະ​ທ​ີ 1 ແມ່ນ​ແນະ​ນຳ​ໃຫ້​ພໍ່​ແມ່ນ​ປະ​ຊາ​ຊົນ​ປູກ ແລະ ແນະ​ນຳ​​ພາຍ​ຫຼັງການ​ເກັບ​ກຽວ​ແມ່ນ​ບໍ່ໄດ​້ຕັດ​​ທຳ​ລາຍ. ຮອດ​ໄລ​ຍະ 2 ແມ່ນ​ໄລ​ຍະ​ນຳ​ເຂົ້າ​​ການຜະ​ລິດ​ຢ່າງ​ເປັນ​ທາງ​ການ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ໃຫ້​ບັນ​ດາ​ເອ​ື້ອຍ ນ້ອງ​ຊາວ​ຊົນ​ເຜົ່າ​ປະ​ຕິ​ບັດ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊ​ີ, ຜະ​ລິດ​ບັນ​ດາ​ກົນ​ຈັກ​ອຸ​ປະ​ກອນ​ເພື່ອ​ຕອບ​ສະ​ໜອງ​​ໃຫ້​ແກ່ການ​ຜະ​ລິດ​ສິນ​ຄ້າ​ເຊິ່ງບໍ​ລິ​ສັດ​ຮຽກ​ຮ້ອງ, ຕ້ອງ​ມີ​ບັນ​ດາ​ອຸ​ປະ​ກອນ​ກົນ​ຈັກ​ທີ່​ສາ​ມາດ​ຜະ​ລິດ​ໄດ້​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ ເພື່ອ​ເຮັດ​ແນວ​ໃດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດໄດ້, ກໍ​ຄ​ືມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເພື່ອ​ໂຄ​ສະ​ນາ​ກັບ​ເພື່ອນ​ມິດ​ສາ​ກົນ”.

        ແລະ​ກໍ່​ແມ່ນ​ຮູບ​ແບບ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ສຳ​ລັບ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ລ​ະ​ບົບ Mr ສະ​ອາດ ໄດ້​ສົມ​ທົບ​ກັບ​ຊາວ​ກະ​ສິ​ກອນ​ບັນ​ດາ​ແຂວງ​ຮ່ວາ​ບິ່ງ, ບັກ​ຢາງ, ບັກ​ນິງ ແລະ ບັນ​ດາ​ເຂດ​ອ້ອມ​ຂ້າງເພື່ອກໍ່​ສ້າ​ງ​ຮູບ​ແບບ​ລ້ຽງ​ປູກ​ສະບຽງ​ອາ​ຫານ​ຄົບ​ວົງ​ຈອນ, ປອດ​ໄພ​ເພື່ອ​ສະ​ໜ​ອງ​ໃຫ້​ຊາວຮ່າ​ໂນ້ຍ. ຕາມ​ທ່ານ ຫງວຽນ​ກວາງ​ຮຸຍ, ຜູ​້​ອຳ​ນວຍ​ການ​​ຝ່າຍ​ບໍ​ລິ​ຫານ​ທຸ​ລະ​ກິດ​ລະ​ບົບ Mr ສະ​ອ​າດ ​ແລ້ວ, ການຂຸດ​ຄົ້ນ​ທ່າ​ແຮງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແມ່ນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ ເຊິ່ງວິ​ສາ​ຫະ​​​ມີຄວາມ​ເ​ອົາ​ໃຈ​ໃສ່​​ມາ​ຫຼາຍ​ປີ​ແລ້ວ. ແຕ່​ວ່າ, ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ລະ​ບົບ​ຄົມ​ມະ​ນາ​ຄົມ, ຄວາມ​ຊິນ​ເຄີຍ​ໃນ​ການ​ລ້ຽງ​ປູກ ແມ່ນ​ບັນ​ດາ​ຮົ້ວ​ກີດ​ຂວາງ​ທີ່​ໃຫ​ຍ່​ຫຼວງ​​ໃນ​ການ​ເປີ​ດກວ້​າງ​ເຂດ​ວັດ​ຖຸດິບ, ຊ່ວຍ​ໃຫ້​ປະ​ຊ​າ​ຊົນ​ເພີ່ມ​ລ​າຍ​ຮັບ.

        “ບັນ​ຫາ​ດິນ​ຟ້າ​ອາ​ກາດບໍ່​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ກໍ​ຄື​​ການ​ຄົມ​ມະ​ນາ​ຄົມ​ ​ໄປ​ມາ ເພື່ອ​ຮັກ​ສາ​​ຜະ​ລິດ​ຕະ​ພັນ​ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ, ຍ້ອນ​ການ​ຂົນ​ສົ່ງ​ຈາກ​ເຂດ​ພູ​ດອຍ​ລົງ​​ຈຳ​ໜ່າຍ​ຢູ່ນະ​ຄອນປະ​ສົບ​ກັບ​ຄວາມ​ຫຍຸງ​ຍາກ​ຫຼາຍ. ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ຮອດ​ຍາ​ມ​ເກັບ​ກ່ຽວ ແຕ່​ເກັບ​ກ່ຽວ​ບໍ່​ທັນ​ຜະ​ລິດ​ຕ​ະ​ພັນ​ຈະ​ບໍ່​ຮັບ​ປະ​ກັນ​ຄຸນ​ນະ​ພາບ. ພ​ວກ​ຂ້າ​ພະ​ເຈົ້າ​ໄດ້​ສົມ​ທົບ​ກັບ​ອົງ​ການ​​ທ້ອງ​ທິ່ນ, ສູນ​ລ້ຽງ​ປູກ​ເພື່ອ​ໂຄ​ສະ​ນາ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ສະ​ອ​າດ. ເມື່ອ​ຮັບ​ປະ​ກັນສົ້ນ​ອອກແລ້ວ, ພໍ່​ແມ່​ປະ​ຊາ​ຊົນ​​ຈະມີ​ຄວາມ​ອຸ່ນ​ອຽງ​ໃຈ​ໃນ​ການຜະ​ລິດ.”

ຈາກ​ປະ​ສິດ​ທິ​ຜົນ​ຂອງ​ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫ​ະ​ກິດ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແມ່ນ​ມີ​ປະ​ສິດ​ທິ​ຜົນ. ທ່ານ ຫງວຽນ​ກວາງ​ດຶກ, ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ, ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ​ຂອງ​ລັດ​ຖະ​ບານ ຢືນ​ຢັນ​ວ່າ, ມີ​ຫຼາຍ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ສຳ​ລັບ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ທີ່​ໄດ​້​ຮັບ​ການ​ຍູ​້​ແຮງ​ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ຜະ​ລິດ. ປະ​ຈ​ຸ​ບັນ, ອັດ​ຕາ​ຄວາມທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ທົ່ວ​ປະ​ເທດ​ໄດ້​ຫຼຸດ​ລົງ 4%, ​ໂສມ​ໜ້າ​ຊົນ​ນະ​ບົດ​​ເຂດ​ພູ​ດອຍ​ໄດ້​ຮັບ​ການ​ປ່ຽນ​ແປງ.

ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ແລະ ເຂດພູ​ດອຍແມ່ນ​ໜຶ່ງ​ໃນ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ຂອງ​ຫວຽດ​ນາມ. ພ້ອມ​ກັບ​ບັນ​ດາ​ລາຍ​ການ, ໂຄງ​ການລົງ​ທຶນ​ຂອງ​ລັດ, ແຫຼ່ງ​ທຶນ​ໜູນ​ຊ່ວຍກວ່າ 30 ລ້ານ USD ຈາກ​ບັນ​ດາ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ຂອງ​​ຫຼາຍ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ພວ​ມ​​ສືບ​ຕໍ່ເສີມ​ຂະ​ຫຍາຍ​​ປະ​ສິດ​ທິ​ຜົນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວ​າມ​ທຸກ​ຍາກ​ຢູ່​ເຂ​ດ​ພູ​ດອຍ. ໝາກ​ຜົນ​ດັ່ງ​ກ່າວ​ໄດ້​​ສ່ອງ​ແສງ​ໃຫ້​ເຫັນ​ການ​ຮ່ວມ​ມື​ຂອງ​ລັດ​, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ປະ​ຊາ​ຊົນ​ເອງ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ.


ຂ່າວ/ບົດ​ອື່ນ