ປະ​ສິດ​ທິ​ຜົນ​ລາຍ​ການ​ຮ່ວມ​ມື​ພາກ​ລັດ - ເອກະ​ຊົນ​ໃນ​ການ​ຜະ​ລິດ​ກາ​ເຟ​ແບບ​ຍືນ​ຍົງ​ຢູ່​ແຂວງ ດັກ​ລັກ

(VOVWORLD) -ໂດຍໄດ້ຮັບການຜັນຂະຫຍາຍນັບແຕ່ປີ 2012 ມາຮອດປະຈຸບັນ ລາຍການຮ່ວມມືພາກລັດ -ເອກະຊົນໄດ້ຊ່ວຍຊາວກະສິກອນຢູ່ແຂວງ ດັກລັກ ນັບພັນໆຄອບຄົວ ຍົກສູງສະມັດຕະພາບ ຄຸນນະພາບ ສວນກາເຟ. ການຮ່ວມມືພາກລັດ - ເອກະຊົນ ໄດ້ເປີດທິດເດີນໃຫມ່ໃຫ້ແກ່ຂະແຫນງຜະລິດກາເຟ ແລະ ພວມໄດ້ຕັ້ງຄວາມຫວັງວ່າ ຈະເປີດກວ້າງອອກໄປສູ່ຫລາຍຂະແຫນງອື່ນໃນຂົງເຂດກະສິກຳ.
ປະ​ສິດ​ທິ​ຜົນ​ລາຍ​ການ​ຮ່ວມ​ມື​ພາກ​ລັດ - ເອກະ​ຊົນ​ໃນ​ການ​ຜະ​ລິດ​ກາ​ເຟ​ແບບ​ຍືນ​ຍົງ​ຢູ່​ແຂວງ ດັກ​ລັກ - ảnh 1ປະຊາຊົນເຂົ້າຮ່ວມໂຄງການຟຶກອົບຮົບເຕັກນິກປູກ ແລະ ປົວລະບັດຕົ້ນກາເຟຢ່າງມີປະສິດທິຜົນ 

 ພາຍຫລັງ 7 ປີເຂົ້າຮ່ວມລາຍການປູກຕົ້ນກາເຟຄືນໃຫມ່ ແລະ ຜະລິດກາເຟແບບຍືນຍົງ, ລຸງ ເຈີນຈ້ອງແຄງ ຢູ່ ຕາແສງ  ກື ເອບູ ນະຄອນ ບວນມາທວດ ແຂວງ ດັກລັກ ກໍເຫັນໄດ້ບັນດາຜົນປະໂຫຍດຢ່າງຈະແຈ້ງ ໂດຍລາຍການນຳມາໃຫ້. ສະມັດຕະພາບກາເຟເພີ່ມຂຶ້ນ 1,5 ເທົ່າ, ລາຍຈ່າຍການຜະລິດຫລຸດລົງເກືອບ 1/3 ແລະ ລາຄາຂາຍຍົກມີຄວາມ ສະຖຽນລະພາບ/ເປັນປົກກະຕິ, ສູງກວ່າໃນທ້ອງຕະຫລາດແຕ່ 1.000 -3.000 ດົ່ງ/ກິໂລກຼາມ. ລຸງ ແຄງ ໃຫ້ຮູ້ວ່າ ເມື່ອລາຍການຜະລິດກາເຟແບບຍືນຍົງໄດ້ຮັບການຜັນຂະຫຍາຍຢູ່ ດັກລັກ, ລຸງໄດ້ຈົດທະບຽນເຂົ້າຮ່ວມ ແລະ ໄດ້ຮັບແນວພັນປູກ, ການຫນູນຊ່ວຍດ້ານເຕັກນິກ, ການແນະນຳປູກກາເຟຕາມຂັ້ນຕອນ ບົວລະບັດສວນກາເຟຕາມມາດຖານ 4C :  Common, (ຮ່ວມ) Code ( ປະມວນຫລັກການ), Coffee  Community (ປະຊາຄົມ).

ຕາມມາດຖານນີ້ ຜູ້ປູກກາເຟ ຕ້ອງໃຫ້ຄຳໝັ້ນສັນຍາຫລຸດຜ່ອນການນຳໃຊ້ຢາປາບສັດຕູພືດ ເພື່ອປົກປັກຮັກສາສິ່ງແວດລ້ອມ ພ້ອມທັງຮັບປະກັນສະພາບແວດລ້ອມການເຮັດວຽກດີສຸດໃຫ້ຜູ້ປູກກາເຟ ແລະ ບົວລະບັດສວນກາເຟ. ລຸງ ເຈີນຈ້ອງແຄງ ແບ່ງປັນວ່າ:     

 “ກ່ອນປູກຕົ້ນກາເຟຄືນໃຫມ່ ສະມັດຕະພາບບັນລຸພຽງປະມານ 1,5 ໂຕນ/ ເຮັກຕາ ພວກຂ້າພະເຈົ້າເຫັນວ່າ ບໍ່ບັນລຸປະສິດທິຜົນ ແລະ ເສດຖະກິດບໍ່ສູງ. ເມື່ອມີລາຍການປູກຕົ້ນກາເຟຄືນໃຫມ່ຂອງລັດຖະບານ ພວກຂ້າພະເຈົ້າກໍ່ໄດ້ດຳເນີນຕາມລາຍການ. ມາຮອດປະຈຸບັນ ສວນກາເຟຂອງພວກຂ້າພະເຈົ້າ ປູກມາເປັນເວລາ 7 ປີແລ້ວ, ປະຈຸບັນ ສະມັດຕະພາບກາເຟບັນລຸປະສິດທິຜົນຢ່າງເຫັນໄດ້ ຊັດແຕ່ 2 – 2,5 ໂຕນ/ປີ.”

ກໍ່ເຊັ່ນດຽວກັນກັບທ່ານ ແຄງ, ມີຊາວກະສິກອນຜະລິດກາເຟຢູ່ແຂວງ ດັກລັກ ຫລາຍຄົນ ໄດ້ເຂົ້າຮ່ວມລາຍການດັ່ງກ່າວ. ນັບແຕ່ປີ 2012 ລາຍການຮ່ວມມືພາກລັດ - ເອກະຊົນ ໄດ້ຮັບການຜັນຂະຫຍາຍຢູ່ 7 ເມືອງຈຸດສຸມຂອງແຂວງ. ຮອດປີ 2017 ລາຍການດັ່ງກ່າວສ້າງຕັ້ງໄດ້ 63 ກຸ່ມຊາວກະສິກອນ ໂດຍມີ 3.262 ຄອບຄົວເຂົ້າຮ່ວມດ້ວຍເນື້ອທີ່ປູກຕົ້ນກາເຟເກືອບ 3.500 ເຮັກຕາ, ສ້າງຕັ້ງ 2 ສະຫະກອນ.

ທ່ານ ຟ້າມຟູງອກ, ຫົວຫນ້າ ຫ້ອງການຜູ້ຕາງຫນ້າ Nestlé ຫວຽດນາມ ຢູ່ ເຂດໄຕງວຽນ ໃຫ້ຮູ້ວ່າ:

“ຄວາມຈິງ ລາຍການຮ່ວມມືພາກລັດ - ເອກະຊົນ ໄດ້ນຳມາຜົນປະໂຫຍດຫລາຍຢ່າງມາໃຫ້ພວກຂ້າພະເຈົ້າ. ເມື່ອເຂົ້າຮ່ວມລາຍການ ພວກຂ້າພະເຈົ້າສ້າງໄດ້ເຄືອຂ່າຍຕາມລະບົບມູນຄ່າກາເຟ. ພວກຂ້າພະເຈົ້ານຳເອົາວິສາຫະກິດຂອງຫວຽດນາມ ທັງໝົດໃນລະບົບມູນຄ່າກາເຟເຂົ້າລາຍການຂອງພວກຂ້າພະເຈົ້າ ຊື່ງເອີ້ນວ່າ ລາຍການ Nestcafe Plan, ລາຍການສ້າງມູນຄ່າຮ່ວມ, ໝາຍຄວາມວ່າ ເມື່ອເຂົ້າຮ່ວມລາຍການ ຜູ້ໃດກໍ່ໄດ້ຮັບຜົນປະໂຫຍດ”

ຕາມທ່ານ ໂງເຍີນ, ຫົວຫນ້າສູນສົ່ງເສີມກະສິກຳແຂວງ ດັກລັກແລ້ວ, ລາຍການດັ່ງກ່າວແມ່ນມີເນື້ອໃນແທດຈິງໃຫ້ແກ່ຊາວກະສິກອນ, ເຕົ້າໂຮມຊາວກະສິກອນຫລັກແຫລ່ງເຂົ້າຮ່ວມລາຍການດ້ວຍຄວາມສະໝັກໃຈ.

“ໃນໄລຍະຜ່ານມາ ດ້ວຍທ່າແຮງ ຕົ້ນກາເຟແມ່ນຫລັກແຫລ່ງ ພວກຂ້າພະເຈົ້າໄດ້ມີການຮ່ວມມືກັບລາຍການດັ່ງກ່າວ. ຂ້າພະເຈົ້າກໍ່ປາດຖະຫນາວ່າ ສຳລັບບັນດາຄູ່ຮ່ວມມືພາຍນອກ ຈະໃຫ້ການຫນູນຊ່ວຍ ເພື່ອພ້ອມກັບສູນພວກຂ້າພະເຈົ້າຊ່ວຍພໍ່ແມ່ຊາວກະສິກອນ ສ້າງໄດ້ຮູບແບບການຮ່ວມມືເພື່ອຜະລິດອອກບັນດາຜະລິດຕະພັນທີ່ມີມູນຄ່າ ຮັບໃຊ້ໃຫ້ແກ່ຊີວິດສັງຄົມ”

          ໃນໄລຍະຈະມາເຖິງ, ແຂວງ ດັກລັກ ຈະສືບຕໍ່ຮັກສາບັນດາການເຄື່ອນໄຫວເປີດກວ້າງລາຍການຮ່ວມມືພາກລັດ - ເອກະຊົນ, ລະອຽດແມ່ນ ລາຍການສົ່ງເສີມຊາວກະສິກອນ ຕິດພັນກັບບັນດາສວນຕົວແບບສຳລັບບັນດາເຂດປູກກາເຟເປັນຈຸດສຸມໃນແຂວງ ດັກລັກ ກໍ່ຄື ສືບຕໍ່ປັບປຸງບັນດາການເຄື່ອນໄຫວຂອງຫົວຫນ້າກຸ່ມຊາວກະສິກອນ. ພ້ອມກັນນັ້ນ ກໍຊອກຫາບັນດາແຫລ່ງຫນູນຊ່ວຍຊາວກະສິກອນຜະລິດບັນດາປະເພດສິນຄ້າອື່ນໆຄື: ຕົ້ນໄມ້ກິນໝາກ, ລ້ຽງສັດ, ສິນໃນນ້ຳ ຕາມລາຍການຮ່ວມມື ພາກລັດ - ເອກະຊົນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ