ປ່ຽນໃໝ່ນະໂຍບາຍເພື່ອດຶງດູດແຫຼ່ງທຶນ FDI ກວ່າອີກ

(vovworld) – ໄລ່​ຮອດ​ທ້າຍ​ເດືອນ 07/2016, ຫວຽດ​ນາມ ດຶງດ​ູດ​ຈຳ​ນວນ​ເງິນລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ໄດ້​ເກືອບ 13 ຕື້ USD, ເພີ່ມ​ຂຶ້ນ​ປະ​ມານ 47% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັບ​ຂອງ​ປີ 2015. ນີ້​ແມ່ນ​ບາດ​ກ້າວ​ເບື້ອງ​ຕົ້ນ​ທີ່​ສະ​ດວກ, ຄາດ​ຄະ​ເນປີ​ໜຶ່ງ​ທີ່​ບັນ​ລຸ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ການ​ດຶງດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ພ້ອມ​ທັງ​ຊີ້​ໃຫ້​ເຫັນ​ວ່າ, ຫວຽດ​ນາມ ພວມ​ແມ່ນ​ແຫ່ງ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນຕ່າງ​ປະ​ເທດ. ແຕ່​ວ່າ, ໃນ​ສະ​ພາບ​ເຊື່ອມ​ໂຍງ​ຄື​ປະ​ຈຸ​ບັນ, ຫວຽດ​ນາມ ຍັງ​ຕ້ອງ​ການ​ມີ​ບັນ​ດາ​ນະ​ໂຍ​ບາຍໃໝ່​ເພື່ອ​ດຶງ​ດູດ​ບັນ​ດາ​ໂຄງ​ການ​ລົງ​ທຶນທີ່​ມີ​ການ​ຄັດ​ເລືອກ, ເຕັກ​ໂນ​ໂລ​ຊີ​ສູງ, ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ ກໍ່​ຄື​ຄວາມ​ໂປ່​ງ​ໄສ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິ​ດ. ບົດ​ຂຽນ “ປ່ຽນ​ໃໝ່​ນະ​ໂຍ​ບາຍ​ເພື່ອ​ດຶງ​ດູດແຫຼ່ງ FDI”, ຂອງ​ເກີມ​ຕູ, ນັກ​ຂ່າວ​ VOV.


ປ່ຽນໃໝ່ນະໂຍບາຍເພື່ອດຶງດູດແຫຼ່ງທຶນ FDI ກວ່າອີກ - ảnh 1
(ພາບ​ປະ​ກອບ)

ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ແລ້ວ, ໃນ 7 ເດືອນຜ່ານ​ມາ, ທົ່ວ​ປະ​ເທດ​ມີ 2068 ໂຄງ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ໄດ້​ຮັບໜັງ​ສືຢັ້ງ​ຢືນ​​ລົງ​ທຶນ​ໃໝ່ ແລະ ເພີ່ມ​ເງິນ​ລົງ​ທຶນ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ບັນ​ລຸ​ເກືອ​ບ 13 ຕື້ USD, ເພີ່ມ​ຂຶ້ນ​ຢ່າງ​ແຮງ​ນັບ​ທັງ​ດ້ານຈຳ​ນ​ວນ​ໂຄງ​ການ ແລະ ຈຳ​ນວນ​ທຶນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015. ປະ​ຈຸ​ບັນ, ວິ​ສ​າ​ຫະ​ກິດລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ໄດ້​ປະ​ກອບ​ປະ​ມານ 20% ຍອດ​ຈຳນວນລາຍ​ຮັບງົບ​ປະ​ທານ​ຂອງ​ລັດ ແລະ 20% GDP ຂອງ​ຫວຽດ​ນາມ. ການ​ປະ​ກອບ​ສ່ວນ​ຂອງ​ພາກ​ສ່ວນ​ວິ​ສາ​ຫະ​ກິດນີ້ ບໍ່​ພຽງ​ແຕ່​​ເພື່ອໃຫ້​ການ​ເຕີ​ບ​ໂຕ​ເທົ່າ​ນັ້ນ, ຫາກ​ຍັງສ້າງ​ທ່າ​ແຮງ​​ໃຫ້ຫວຽດ​ນາມ ໃນ​ວິ​ວັດ​​ແຫ່ງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ​ອີກ​ດ້ວຍ. ແຕ່ນີ້​ຍັງ​ບໍ່​ທັນ​ປະກົດ​ການ​ທີ່ຕັ້ງ​ໜ້າ​ໜຶ່ງດຽວຂອງ​ແຫຼ່ງ​ທຶນ FDI. ຕາມ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຕ່າງ​ປະ​ເທດ​ແລ້ວ, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ກຸ່ມ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໄດ້​ພົ້ນ​ເດັ່ນຂຶ້ນ ແມ່ນ​ກຳ​ລັງ​ໜູນ​ເຕີນ​ໂຕ​ຢ່າງ​ແຮງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ສະ​ແດງ​ອອກ​ຜ່ານ​ການ​ປ່ອຍ​ເງິນ​ລົງ​ທຶນ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​​ເຊິ່ງບໍ່​ເຄີຍ​ມີ​ມາ. ​ໂດຍລະ​ອຽດ​ແມ່ນ, ປີ 2015, ການ​ເຕີ​ບ​ໂຕ​ທຶນ FDI ປະ​ຕິ​ບັດ​ບັນ​ລຸກວ່າ 12%, ສູງ​ທີ່​ສຸດ​ໃນ​ຮອບ​ເວ​ລາ 15 ປີ​ຜ່ານ​ມາ. ພິ​ເສດ​ແມ່ນ​ປີ 2016 ນີ້, ​ພຽງຄິດ​ໄລ່​ຮອດ​ທ​້າຍ​ເດືອນ 7, ຈຳ​ນວນ​ຕົວ​ເລກນີ້​ໄດ້​ເພີ່ມ​ຂຶ້ນ 15,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັບ​ຂອງ​ປີ 2015. ທ່ານ ຫງວຽນ​ວັນ​ຕ່​ວານ, ຮອງ​ປະ​ທານ​ສະ​ມາ​ຄົມ​ວ​ິ​ສາ​ຫະ​ກິດ​ລົງ​ທຶນ​ຕ່າງ​ປະ​ເທດ ໃຫ​້​ຮ​ູ້​ວ່າ.

        “ທ່​າ​ອ່ຽງ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຂອງ​ປີ 2016 ແມ່ນ​ໝາກ​ຜົນ​ຕັ້ງ​ໜ້າ​ຂອງ​ການ​ເຊື່ອມ​ໂຍງ. ການ​ປ່ອຍ​ເງິນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ ຍ້ອນ​ເມື່ອ​ຈົດ​ທະ​ບຽນ ເຂົາ​ເຈົ້າ​ຍັງ​ສາ​ມາດ​ຖອນ​ຄືນ​ໄດ້, ແຕ່​ເມື່ອ​ເຂົາ​ເຈົ້າ​ໄດ້​ປ່ອຍ​ເງິນ​ແລ້ວ ໝາຍ​ຄວາມ​ວ່າ​ເຂົາ​ເຈົ້​າ​ໄດ້​ນຳ​ເອົາ​ເງິນ, ຊັບ​ສົມ​ບັດ​ເຂົ້າ​ແລ້ວ​. ການ​ປ່ອຍ​ເງິນ​ເພີ່ມ​ຂຶ້ນ​​ສະ​ແດງ​​ໃຫ້​ເຫັນ​ວ​່າ ການ​ດຶງ​ດູດ​ຕ່າງ​ປະ​ເທດ​ລົງທຶນເຂົ້າ​ຫວຽດ​ນາມ ​ແມ່ນດີກວ່າຢ່າງ​ແທ້​ຈິງ, ນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ປາດ​ຖະ​ໜາ ແລະ ມີ​ຄວາມ​ຫວັງ”.

        ​ເຖິງ​ຢ່າ​ງ​ໃດ​ກໍ່ຕາມ, ນອກ​ຈາກ​ບັນ​ດາ​ໝາກ​ຜົນ​ທີ່​ໜ້​າ​ປະ​ທັບ​ໃຈ, ການ​ດຶ​ງ​ດູດ FDI ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ, ພ້​ອມ​ກັບ​ຜົນ​ຮ້າຍທີ່​ຫຍໍ້​ທໍ້​ກ່ຽວ​ກັບ​ສິ່​ງ​ແວດ​ລ້ອມ ກ​ໍ​ຄື​ໝາກ​ຜົນ​ການ​ດຳ​ເນີນ​ທຸ​ລະ​ກິດ. ຕາມ​ການ​ຄົ້ນ​ຄວ້າ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ຂອງ​ກຸ່ມ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ ທີ່ປະ​ກາດ​ຫວ່າງ​ແລ້ວນີ້​, ແຕ່​ປີ 2011 ຮອດ​ປີ 2015, ນັບ​ມື້​ນັບມີ​ວິ​ສາ​ຫະ​ກິດ​​ຫຼາຍ​​ແຫ່ງມີ​ເຕັກ​ໂນ​ໂລ​ຊີ​ຕ່ຳ, ໃຊ້​ພະ​ລັງ​ງານ​ຫຼາຍ, ປ່ອຍ​ສິ່ງ​ເສດ​ເຫຼືອ​ຫຼາຍ​ຄື: ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ທາດເຄ​ມີ, ເອ​ເລກ​ໂຕ​ນິກ, ເຈ້ຍ, ຂ​າງ - ເຫຼັກ​ກ້າ… ເປີດກວ້າງ​ການ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ໂຕ​ຈຸງ​ແທ່ງ, ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ ຖື​ວ່າ, ເມື່ອ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເຂົ້າ​​ຫວຽດ​ນາມ ​ນຳ​ເອົາ​ເຕັກ​ໂນ​ໂລ​ຊີ​ເກົ່າ, ບໍ່​ພຽງ​ແຕ່ສົ່ງ​ຜ​ົນ​ສະທ້ອນເຖິງ​ສິ່ງ​ແວດ​ລ້ອມ​ເທົ່າ​ນັ້ນ, ຫາກ​ລັກ​ສະ​ນະ​​ແຜ່​ຂະຫຍາຍດ້ານ​ເຕັກ​ໂນ​ໂລ​ຊີຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ດັ່ງ​ກ່າວ​ກໍ່ເກືອບ​ຄື​ວ່າບໍ່​ມີ.

        “ຕາມ​ຕົວ​ເລກຂອງ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ແລ້ວ, ຜ່ານໄລ​ຍະ 25 ປີ​ແຫ່ງ​ການ​ດຶງ​ດູດ FDI ​ໄດ້ເຫັນ​ວ່າ, 80% ເຕັກ​ໂນ​ໂລ​ຊີ​ຂອງ​ພາກ​ພື້ນ FDI ເຂົ້າ​ຫວຽດ​ນາມ ແມ່ນ​ເຕັກ​ໂນ​ໂລ​ຊີ​ປານ​ກາງ, ເຕັກ​ໂນ​ໂລ​ຊີ​ສູງກວມ​ເອົາພຽງ​ 6 %. ດ້ວຍ​ເລື່ອງວິ​ສາ​ຫະ​ກິດ FDI ລົງ​ທຶນ​ເຂົ້າ​ຫວຽດ​ນາມ ຕົ້ນ​ຕໍ່​ແມ່ນໝູນ​ໃຊ້ຊັບ​ພະ​ຍາ​ກອນ, ກຳ​ມະ​ກອ​ນ​ລາ​ຄາ​ຖືກ ສິ່ງ​ທີ່​ຈະ​ແຈ້ງ​ແລ​້ວ​ວ່າ ພວກ​ເຮົາ​ຕ້ອງ​ຍອມ​ຮັບ, ​ຖ້າ​ຫາກ​ພວກ​ເຮົາ​ຍັງ​ຢາກ​ອີ່ງ​ໃສ່ FDI ເພື່ອ​ເຕີບ​ໂຕ, ຍ້ອນ​ປະ​ຈຸ​ບັນ FDI ພວມ​ລົງ​ທຶນ​ຄືດັ່ງ​ເຕັກ​ໂ​ນ​ໂລ​ຊີ​ຕ່ຳ, ມູນ​ຄ່າ​ເພີ່ມ​ຕ່ຳ.”

        ເພື່ອ​ຕອບ​ສະ​ໜອ​ງ​ຄວາມ​ຕ້ອງ​ການ​ຂອງ​ສະ​ພາບ​ການ​ໃໝ່, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດສາ​ກົນ​ນັບ​ມື້​ນັບ​ເລິ​ກ​ເຊິ່ງກວ່າ, ທ່ານ ໂ​ດ້ເຍີດ​ຮ່​ວາງ, ຫົວ​ໜ້າ​ກົມລົງ​ທຶນ​ຕ່າງ​ປະ​ເທດ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຖື​ວ່າ, ຕ້ອງ​ຜັນ​ຂະ​ຫຍາຍການ​ຄົ້ນ​ຄວ້າ​​ໂດຍໄວ, ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ​ກ່ຽວ​ກັບ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ເພື່ອ​ມີ​ບັນ​ດາ​ນະ​ໂຍ​ບາຍ​ເໝາະ​ສົມ, ຍົກ​ສູງ​ປະ​ສິດ​ທິ​ຜົນຂອງ​ແຫຼ່ງທຶນ​ດັ່ງ​ກ່າວ.

        “ແບ່ງ​ຂັ້ນ​ຄຸ້ມ​ຄອງແມ່ນ​ແຜນ​ນະ​ໂຍ​ບາຍ​ທີ່ຖືກ​ຕ້ອງ, ແຕ່​ການ​ຄຸ້​ມ​ຄອງ​ພາຍ​ຫຼັງ​ການ​ແບ່ງ​ຂັ້ນແມ່ນ​ຫຍັງ ແລະ ກຳ​ນົດ​ການ​ແບ່ງ​ຂັ້ນ​ຄື​ແນວ​ໃດ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ພ​ວກ​ເຮົາ​ຕ້ອງ​ພິ​ຈາ​ລະ​ນາ​ຄືນ​ໃຫມ່ ແລະ ຕ້ອງ​ມີ​ການ​ປ່ຽນ​ໃໝ່. ທີ່ 2, ໃນ​ມະ​ຕິ​ສະ​ບັບ​ຕ່າງໆ​ຫວ່າງ​ແລ້ວນີ້​ຂອງ​ລັດ​ຖະ​ບານ ກໍ່​ໄດ້​ຍົກ​ອອກກ່ຽວ​ກັບ​ກາ​ນ​ຄຸ້ມ​ຄ​ອງການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ຈະ​ແຈ້ງ. ພວກ​ເຮົາ​ກໍ່​ໄດ​້​ເຕື້ອງ​ເຖິງຢ່າງ​ຈະ​ແຈ້ງວ່າ ຕ້ອງ​ເຮັດ​ແນ​ວ​ໃດ​ເພື່ອ​ດຶງ​ດູດ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ ທີ່​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຫວຽດ​ນາມ ຢ່າງ​ແທ​້​ຈິງ, ມີ​ຜົນ​ປະ​ໂຫຍດ​ຢ່າງ​ຍາວ​ນານ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ​ຂອງ​ຫວຽດ​ນາມ​, ໃນ​ນັ້ນ​ມີ​ບັນ​ຫາ​ສິ່ງ​ແວ​ດ​ລ້ອມ, ຄວາມຮັບ​ຜິດ​ຊອບຕໍ່​ສັງ​ຄົມ ກ​ໍ​ຄື​ການຄຸ້ມ​ຄອ​ງບັນ​ດາ​ການ​ລະ​ເມີດ​ກົດ​ໝາຍ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ”.

        ເພື່ອ​ໃຫ້​ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​​ເປັນ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຢ່າງ​ແທ​້​​ຈິງ, ສ​້າງ​ການ​ແຜ່​ລາມອອກຢ່າງ​ກວ້າງຂວາງໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ, ເພີ່ມ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ແຜນ​ທ​ີ່​ເສດ​ຖະ​ກິດ​ໂລກ, ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດຖື​ວ່າ, ໃນ​ໄລ​ຍະ 2016 – 2020, ບັນ​ດາ​ນະ​ໂຍບາຍດຶງ​ດູດ​ການ​ລົງ​ທຶ​ນ​ຈາກ​ຕ່າງ​ປະ​ເທດ ຕ້ອງ​ມຸ່ງ​ໄປ​ເຖິງບັນ​ດາ​ຂົງ​ເຂດ​ລະ​ອຽດ, ບຸ​ລິ​ມະ​ສິດ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວຜະ​ລິດ ສ້າງ​ມູນ​ຄ່າ​ເພີ່ມ ຫຼື ໃຫ້​ບຸ​ລິ​ມະ​ສິດ​​ແກ່ບັນ​ດາ​ໂຄງ​ການ​ລົງ​ທຶນ​​ໃຫ້​ຂະ​ແໜງອຸດ​ສາ​ຫະ​ກຳ​ສູງ. ພິ​ເສດ, ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ຕ້ອງ​ເໝາະ​ສົມ​ກັບ​ແຕ່​ລະ​ຂະ​ແໜງ, ພາກສ່ວນກ່ຽວ​ກັບ​ເງື່ອນ​ໄຂ​ເສດ​ຖະ​ກິດ, ພູມ​ຊາດ, ແຫຼ່ງ​ຊັບ​ພະ​ຍາ​ກອນ ແລະ ມີ​ການ​ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ເຂົ້າ​ຮ່ວມລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ