ຜະ​ລິດ​ຕະ​ພັນກະ​ເສດ​ຂອງ​ແຂວງ ​ເຊີນ​ລາ​​ ກ້າວ​ໄປ​ໄກ​, ຮັບ​ທ່າ​ໄດ້​ປຽບ​ຈາກ​ສັນ​ຍາ EVFTA

(VOVWORLD) -ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ມີຜົນສັກສິດນັບແຕ່ວັນທີ 1 ສິງຫາ ຜ່ານມາ. ນີ້ແມ່ນກາລະໂອກາດໃຫຍ່ສຳລັບຂະແຫນງກະສິກຳ ແຂວງ ເຊີນລາ ເມື່ອມີຜະລິດຕະພັນກະເສດຫລາຍປະເພດຂອງແຂວງຄື: ຊາ, ກາເຟ, ໝາກມັງກອນ, ໝາກມ່ວງ, ໝາກລຳໄຍ.. ໄດ້ຮັບຄວາມນິຍົມ ແລະ ບັນລຸໄດ້ບັນດາໃບຢັ້ງຢືນແມ່ນຜະລິດຕະພັນປອດສານພິດຈາກ ເອີລົບ. ໃນໄລຍະມໍ່ໆມານີ້ ແຂວງ ເຊີນລາ ກໍ່ໄດ້ສົ່ງບັນດາປະເພດໝາກໄມ້ເຫລົ່ານີ້ເປັນຈຳນວນຫລາຍໄປຍັງ 12 ປະເທດໃນໂລກ.

ປະຈຸບັນ ມີຜະລິດຕະພັນກະເສດຫລາຍປະເພດຢູ່ແຂວງ ເຊີນລາ ພວມຍາດແຍ່ງກາລະໂອກາດນີ້ເພື່ອຊອກຫາທິດທາງສຳຜັດກັບຕະຫລາດຂອງ 27 ປະເທດໃນ ອີຢູ ພາຍຫລັງຕອບສະຫນອງໄດ້ບັນດາມາດຕະຖານເຄັ່ງຄັດກ່ຽວກັບການແຈ້ງຕົ້ນກຳເນີດ ແລະ ຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ຕາມນັ້ນແລ້ວ, ແຂວງ ເຊີນລາ ຕ້ອງມີບັນດາບາດກ້າວເຂັ້ມແຂງກວ່າ, ວ່ອງໄວກວ່າ ແລະ ບຸກທະລຸ ຈຶ່ງມີກຳລັງແຮງພຽງພໍເພື່ອແກ້ງແຍ້ງ.

ໃນໄລຍະສອງສາມປີມານີ້ ບັນດາສະມາຊິກໃນສະຫະກອນ ຮ່ວາງຕວນ ເມືອງ ຊົງໝ໋າ ແຂວງ ເຊີນລາ  ໄດ້ປະຕິບັດວຽກງານບົວລະບັດຕົ້ນໄມ້ກິນໝາກໃນທຸກມື້ ຕາມຄວາມຮຽກຮ້ອງຕ້ອງການຂອງໃບຢັ້ງຢືນບັນລຸມາດຖານຜະລິດຕະພັນປອດສານພິດ.

ຜະ​ລິດ​ຕະ​ພັນກະ​ເສດ​ຂອງ​ແຂວງ ​ເຊີນ​ລາ​​ ກ້າວ​ໄປ​ໄກ​, ຮັບ​ທ່າ​ໄດ້​ປຽບ​ຈາກ​ສັນ​ຍາ EVFTA - ảnh 1 ໝາກມ່ວງຢູ່ເມືອງ ມາຍເຊີນ ຂອງແຂວງເຊີນລາ ໄດ້ສົ່ງອອກໄປຍັງ ການາດາ, ອາເມລິກາ

ປູກຕົ້ນໄມ້ກິນໝາກປອດສານພິດ ຕ້ອງເສຍກຳລັງເຫື່ອແຮງ ແລະ ລາຍຈ່າຍຫລາຍກວ່າ ແຕ່ ທາງສະຫະກອນ ລ້ວນແຕ່ພະຍາຍາມປະຕິບັດຕາມ ເພື່ອແນໃສ່ຄາດໝາຍສົ່ງອອກໝາກລຳໄຍເຂົ້າຕະຫລາດເຄັ່ງຄັດກັບສິນຄ້າມີຄຸນະພາບສູງ. ທ່ານ ດ່າວງອກບັ່ງ, ຫົວຫນ້າສະຫະກອນ ຮ່ວາງຕວນ ຕາແສງ ຈຽງຄອງ ເມືອງ ຊົງໝ໋າ ຢັ້ງຢືນວ່າ:

“ສະຫະກອນພວກຂ້າພະເຈົ້າ ແລະ ສະມາຊິກທັງໝົດ ປະຕິບັດທຸກສິ່ງທຸກຢ່າງຕາມມາດຕະຖານ ເພື່ອຮັບປະກັນຄວາມຮຽກຮ້ອງຕ້ອງການຂອງການສົ່ງອອກໄປຍັງບັນດາຕະຫລາດເຄັ່ງຄັດກັບຄຸນນະພາບສູງ”

ຕາມທ່ານ ຮ່າວັນເຊີນ, ຫົວຫນ້າສະຫະກອນກະເສດປອດສານພິດ ຈຽງຫັກ ເມືອງ ອຽນເຈົາ ໃຫ້ຮູ້ວ່າ:

“ສະຫະກອນ ກໍ່ພວມສ້າງຮູບແບບ ແລະ ຫັນປ່ຽນມາປູກຕົ້ນໄມ້ກິນໝາກປອດສານພິດ ແລະ ບັນລຸໝາກຜົນໃນເບື້ອງຕົ້ນ. ເມື່ອຜະລິດໄດ້ສິນຄ້າມີຄຸນນະພາບສູງ ປອດສານພິດ, ງາມຕາ ລູກຄ້າຈະມາຊອກຊື້. ໝາກມ່ວງຂອງສະຫະກອນພວກຂ້າພະເຈົ້າໃນລະດູການເກັບກູ້ຫວ່າງແລ້ວນີ້ ບໍ່ສາມາດຕອບສະຫນອງກຳລັງຊື້ຂອງລູກຄ້າໄດ້.”

ຜະລິດຕະພັນກະເສດປອດສານພິດ, ປ່ຽນໃຫມ່ເຕັກໂນໂລຊີການເກັບຮັກສາ, ການຜະລິດບັນລຸປະສິດທິຜົນ ຊື່ງບັນດາປະເທດເອີລົບ ບໍ່ມີ ນັ້ນແມ່ນສິ່ງທີ່ສະຫະກອນຫລາຍແຫ່ງຢູ່ ແຂວງ ເຊີນລາ ປາດຖະຫນາຢາກໄດ້ເຊື່ອມໂຍງເຂົ້າເລິກສັນຍາ EVFTA.  ສິ່ງນີ້ ຊ່ວຍໃຫ້ແຂວງ ເຊີນລາ ມີກາລະໂອກາດເພີ່ມການສົ່ງອອກ, ເພີ່ມອັດຕາສ່ວນຕະຫລາດຢູ່ບັນດາປະເທດ ເອີລົບ.

ທ່ານ ຫງວຽນກວັກແຄງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ເນັ້ນຫນັກວ່າ: “ເຊີນລາ ສຸມໃສ່ເຂດຜະລິດປອດສານພິດ, ມີຄຸນນະພາບ, ຕອບສະຫນອງບັນດາມາດຖານກ່ຽວກັບດ້ານເຕັກນິກ, ຄຸນນະພາບຂອງ ຕະຫລາດເຄັ່ງຄັດກັບສິນຄ້າມີຄຸນະພາບສູງຄື ອີຢູ. ທາງແຂວງ ຍັງຄົງສືບຕໍ່ສ້າງ, ເຊື່ອມຕໍ່ກັບບັນດາຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ຍືນຍົງ ແລະ ສິ່ງນີ້ຕ້ອງຜ່ານບັນດາກະຊວງ, ຂະແຫນງການ, ສູນກາງ ຫນູນຊ່ວຍສ້າງເງື່ອນໄຂ. ພ້ອມກັນນັ້ນ ພວກຂ້າພະເຈົ້າຈະສືບຕໍ່ສ້າງບັນດາກົນໄກ, ນະໂຍບາຍໃຫ້ສົມບູນແບບຄືນໃຫມ່ ເພື່ອຫນູນຊ່ວຍບັນດາວິສາຫະກິດ, ສະຫະກອນ.”

ຜະ​ລິດ​ຕະ​ພັນກະ​ເສດ​ຂອງ​ແຂວງ ​ເຊີນ​ລາ​​ ກ້າວ​ໄປ​ໄກ​, ຮັບ​ທ່າ​ໄດ້​ປຽບ​ຈາກ​ສັນ​ຍາ EVFTA - ảnh 2ທ່ານ ຫງວຽນກວັກແຄງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ແນະນຳຜະລິດຕະພັນຢູ່ງານວາງສະແດງສິນຄ້າຢູ່ຮ່າໂນ້ຍ 


ພ້ອມກັບບັນດາຜະລິດຕະພັນທີ່ມີທ່າແຮງ, ເມື່ອເຂົ້າຮ່ວມສັນຍາ EVFTA, ຂະແຫນງກະສິກຳແຂວງ ເຊີນລາ ຈະປະສົບກັບຄວາມຫຍຸ້ງຍາກບາງຢ່າງຄື: ຕະຫລາດຍິ່ງເປີດກວ້າງ, ຍິ່ງຈະມີການແກ່ງແຍ້ງກວ່າ, ອາດຈະມີຜະລິດຕະພັນຫລາຍປະເພດຂອງບັນດາປະເທດອື່ນແຊກຊຶມເຂົ້າຕະຫລາດ ເອີລົບ. ເລື່ອງກຳແຫນ້ນຂໍ້ມູນຂ່າວຂອງວິສາຫະກິດທີ່ກ່ຽວຂ້ອງເຖິງ EVFTA ຍັງຈຳກັດຢູ່. ສະນັ້ນ ເພື່ອໃຫ້ຜະລິດຕະພັນຈຳຫນ່າຍຢ່າງເປັນປົກກະຕິ, ໝັ້ນຄົງ, ແຂວງ ເຊີນລາ ຄວນສຳຫລວດກວດຄືນ, ປະເມີນຜົນ, ຈັດສັນເຂດວັດຖຸດິບ ເພື່ອໃຫ້ມີປະລິມານຜະລິດຕະພັນພຽງພໍ ສາມາດຕອບສະຫນອງຂອບຂະຫນາດປຸງແຕ່ງອຸດສາຫະກຳ. ທ່ານ ຫວູບາຟູ, ຫົວຫນ້າກົມສົ່ງເສີມການຄ້າ, ສັງກັດກະຊວງອຸດສາຫະກຳ ການຄ້າຫວຽດນາມ ອະທິບາຍວ່າ:

  “ມີບັນຫາສຳຄັນຫນຶ່ງອີກ ນັ້ນແມ່ນ ແຂວງ ເຊີນລາ ຄວນເອົາໃຈໃສ່ເຖິງການເຄື່ອນໄຫວຜະລິດຕ້ອງຕິດພັນກັບການປຸງແຕ່ງຕາມລະບົບຜະລິດຕະພັນ, ໝາຍຄວາມວ່າ ຈາກຂັ້ນຕອນການອອກແບບ, ການຈັດສັນຕະຫລອດຮອດ ການເກັບກ່ຽວ, ຫລັງການເກັບກ່ຽວແລະ ການເກັບຮັກສາພາຍຫລັງເກັບກ່ຽວ, ການປຸງແຕ່ງ, ການສ້າງເຄື່ອງໝາຍການຄ້າໃຫ້ເຂດວັດຖຸດິບ.”

ທ່ານ ຫງວຽນດີງເມື່ອຍ, ຮອງຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ T&T ຊື່ງແມ່ນວິສາຫະກິດພວມຫນູນຊ່ວຍ ເຊີນລາ ສົ່ງອອກໝາກລຳໄຍ, ໝາກມ່ວງໄປຍັງຕະຫລາດ ອາເມລິກາ ຖືວ່າ: ປະຈຸບັນ ຜະລິດຕະພັນກະເສດຂອງຫວຽດນາມ ສົ່ງໄປຍັງຕະຫລາດ ອາເມລິກາ ຕ້ອງຜ່ານການກວດລັງສີ ແລະ ຕ້ອງປະຕິບັດຢູ່ ນະຄອນ ໂຮ່ຈີມິນ. ສະນັ້ນ ເມື່ອໝາກລຳໄຍຂອງແຂວງ ເຊີນລາ ສົ່ງໄປນະຄອນ ໂຮ່ຈີມິນ ຈະຖືກຜົນສະທ້ອນເຖິງຄຸນນະພາບ ຍ້ອນອາກາດຮ້ອນ.

ເພື່ອໃຫ້ການສົ່ງອອກສະດວກກວ່າ, ເປັນຕົ້ນແມ່ນ ບັນດາຕະຫລາດເຄັ່ງຄັດກັບຄຸນນະພາບສິນຄ້າມີຄຸນນະພາບສູງ, ທ່ານ ຫງວຽນດີງເມື່ອຍ ສະເຫນີວ່າ:

“ກະຊວງກະສິກຳ ແລະ ກະຊວງອຸດສາຫະກຳ ການຄ້າ ແລະ ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ຄວນມີຄຳສະເຫນີກັບລັດຖະບານໂດຍໄວ ເພື່ອລົງທຶນໂຮງງານກວດລັງສີ ຢູ່ພາກເຫນືອ ເພື່ອຫນູນຊ່ວຍໃຫ້ຜະລິດຕະພັນກະເສດຂອງບັນດາແຂວງພາກເຫນືອ ເພື່ອສົ່ງອອກໄປຍັງຕະຫລາດ ອາເມລິກາ.”

ດ້ວຍແຜນນະໂຍບາຍຈຳຫນ່າຍ, ສົ່ງອອກບັນດາຜະລິດຕະພັນກະເສດ, ສັນຍາການຄ້າເສລີ ຫວຽດນາມ - ອີຢູ ແມ່ນກາລະໂອກາດເພື່ອໃຫ້ແຂວງ ເຊີນລາ ບືນຕົວເຂົ້າຕະຫລາດໃຫຍ່, ແຊກຊຶມລະບົບມູນຄ່າທົ່ວໂລກ. ເພື່ອໃຫ້ຂະແຫນງກະສິກຳແຂວງ ເຊີນລາ ມີບາດກ້າວເດີນໃຫມ່ ເມື່ອເຂົ້າຮ່ວມຕະຫລາດ EVFTA ແມ່ນສິ່ງທີ່ບໍ່ງ່າຍດາຍ, ຮຽກຮ້ອງຕ້ອງມີການຮ່ວມແຮງຮ່ວມໃຈ, ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງທັງລະບົບການເມືອງ, ວິສາຫະກິດ ແລະ ຊາວກະສິກອນ.

ຕອບກັບ

ຂ່າວ/ບົດ​ອື່ນ