ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ, ຂະ​ແຫນງ​ກະ​ສິ​ກຳ​ຫວຽດ​ນາມ​ສືບ​ຕໍ່​ເຕີບ​ໂຕ

(VOVWORLD) -ປີ 2019 ເຖິງວ່າຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງກໍຕາມ ແຕ່ຂະແຫນງກະສິກຳ ຫວຽດນາມ ຍັງຄົງເຕີບໂຕຢ່າງແຮງ, ການສົ່ງອອກບັນລຸວົງເງິນກວ່າ 41 ຕື້  USD. ໃນປີ 2019, ຂະແຫນງໄດ້ຜັນຂະຫຍາຍບັນດາລະບົບມູນຄ່າຢ່າງກວ້າງຂວາງ ຈາກການຜະລິດຕະຫລອດຮອດການຈຳຫນ່າຍ, ພັດທະນາຕະຫລາດ ແລະ ສ້າງບັນດາເຂດຜະລິດໃຫຍ່ ແລະ ຮ່ວມເດີນທາງ, ສ້າງສະພາບແວດລ້ອມສະດວກ, ຫນູນຊ່ວຍ, ສົ່ງເສີມພັດທະນາເສດຖະກິດຮ່ວມມື ເພື່ອໃຫ້ວິສາຫະກິດກາຍເປັນກຳລັງຫນູນພັດທະນາກະສິກຳ.
ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ, ຂະ​ແຫນງ​ກະ​ສິ​ກຳ​ຫວຽດ​ນາມ​ສືບ​ຕໍ່​ເຕີບ​ໂຕ - ảnh 1ຂະແຫນງກະສິກຳຫວຽດນາມສືບຕໍ່ເຕີບໂຕ 

ປີ 2019 ມີຜະລິດຕະພັນກະເສດຫລາຍປະເພດ ບໍ່ເປັນປົກກະຕິ ເປັນຕົ້ນແມ່ນບາງປະເພດຕົ້ນຕໍໃນການສົ່ງອອກ ຍ້ອນຖືກຜົນກະທົບຈາກສົງຄາມການຄ້າລະຫວ່າງບັນດາປະເທດໃຫຍ່. ໃນຂະນະນັ້ນ ໂລກອະຫິວາໝູອາຟຣິກາ ຜັນແປໄປຢ່າງສັບສົນ ແລະ ວ່ອງໄວ ຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ ອັນໄດ້ກໍ່ຜົນສະທ້ອນຢ່າງຫນັກຫນ່ວງເຖິງການລ້ຽງໝູກໍ່ຄືປະລິມານຊີ້ນໝູຢູ່ຕະຫລາດ.

ເຖິງແນວໃດກໍຕາມ  ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງຫວຽດນາມໃນປີ 2019 ຍັງຄົງບັນລຸກວ່າ 41,3 ຕື້ USD, ເພີ່ມຂຶ້ນປະມານ 3,5 % ເມື່ອທຽບໃສ່ປີ 2018. ບັນລຸໄດ້ສິ່ງດັ່ງກ່າວ ກໍ່ຍ້ອນຂະແຫນງກະສິກຳ ໄດ້ມີບັນດາການຊີ້ນຳຢ່າງທັນການເພື່ອຄວບຄຸມໂລກລະບາດ. ພ້ອມກັນນັ້ນ ກໍ່ປະຕິບັດບັນດາມາດຕະການດັດປັບອົງປະກອບການຜະລິດໃຫ້ເໝາະສົມ, ມີຄວາມໄຫວພິບກັບສະພາບການເພື່ອຊຸກຍູ້ການເຕີບໂຕບັນດາຂະແຫນງທີ່ຍັງເຫລືອຊື່ງມີຄວາມສາມາດບົ່ມຊ້ອນເຕີບໂຕດີ.

ເພື່ອຍົກສູງປະສິດທິຜົນ ແລະ ມູນຄ່າໃຫ້ແກ່ບັນດາປະເພດສິນຄ້າຜະລິດຕະພັນກະເສດ, ເລື່ອງຊຸກຍູ້ ສ້າງລະບົບຮ່ວມສຳພັນໃຫ້ແຫນ້ນແຟ້ນໃນການປຸງແຕ່ງ, ຈຳຫນ່າຍຜະລິດຕະພັນ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ມີໂຮງງານປຸງແຕ່ງຫລາຍແຫ່ງໄດ້ຮ່ວມສຳພັນກັບຊາວກະສິກອນຢູ່ບັນດາເຂດວັດຖຸດິບໄດ້ຮັບການສ້າງຂຶ້ນ ພິເສດ ຢູ່ ເຂດໄຕງວຽນ.

ສຳລັບການຜະລິດເຂົ້າ, ໃນປີ 2019 ຂະແຫນງເຂົ້າສານຫວຽດນາມສືບຕໍ່ຮັກສາທ່າເພີ່ມສະມັດຕະພາບ, ປະລິມານ, ຄຸນຄ່າ ແລະ ເຄື່ອງໝາຍເຂົ້າສານຫວຽດນາມ, ຢັ້ງຢືນອິດທິພົນຊື່ສຽງໃນຕະຫລາດສາກົນເທື່ອລະກ້າວ.  ທ່ານ ເຈີນຊວນດິ້ງ, ອະດີດຮອງຫົວຫນ້າກົມປູກຝັງ, ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມໃຫ້ຮູ້ວ່າ:

“ກຸ່ມນັກວິທະຍາສາດ ໄດ້ນຳມາເຂົ້າສານປອດສານພິດ ເຂົ້າໃນການແຂ່ງຂັນເຂົ້າສານປະເພດແຊບທີ່ສຸດຢູ່ໃນໂລກ. ນີ້ແມ່ນຄວາມເອກອ້າງທະນົງໃຈສຳລັບວິທີເລືອກເຟັ້ນແນວພັນເຂົ້າຫວຽດນາມ ແລະ ເຂົ້າສານຫວຽດນາມ ໃນຕະຫລາດໂລກ.”

ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍ່ຕາມ ແຕ່ໃນປີ 2019 ການສົ່ງອອກເຄື່ອງປ່າຂອງດົງຍັງຄົງເຕີບໂຕຢ່າງແຮງ, ບັນລຸຕົວເລກສະຖິຕິກວ່າ 11 ຕື້ USD. ມີຫລາຍປະເພດສິນຄ້າສືບຕໍ່ເປີດກວ້າງການສົ່ງອອກ, ສ້າງການພັດທະນາແບບຍືນຍົງ. ພິເສດ ສັນຍາຄູ່ຮ່ວມມືສະໝັກໃຈກ່ຽວກັບການປະຕິບັດກົດໝາຍປ່າໄມ້, ຄຸ້ມຄອງປ່າ ແລະ ການຄ້າເຄື່ອງປ່າຂອງດົງລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ ແມ່ນກາລະໂອກາດໃຫຍ່ເພື່ອໃຫ້ຜະລິດຕະພັນໄມ້ຈາກ ຫວຽດນາມ ແຊກຊຶມເຂົ້າຕະຫລາດ ອີຢູ ແລະ ບັນດາປະເທດອື່ນ. ທ່ານ ຮ່າກົງຕວນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:

“ສັນຍານີ້ມີຄວາມໝາຍຍິ່ງ, ຫວຽດນາມ ໄດ້ໝູນໃຊ້ຢ່າງກົມກຽວ, ເປັນເອກະພາບ, ຮັບປະກັນການປະຕິບັດກົດໝາຍໃນການຄ້າເຄື່ອງປ່າຂອງດົງ, ຮັບປະກັນການແຈ້ງຕົ້ນກຳເນີດຂອງຜະລິດຕະພັນໄມ້ຖືກຕ້ອງຕາມກົດໝາຍ ເພື່ອແນໃສ່ພັດທະນາຂະແຫນງປ່າໄມ້ແບບຍືນຍົງ. ນີ້ຈະແມ່ນພື້ນຖານສ້າງສະພາບແວດລ້ອມຢ່າງສະດວກກວ່າໃຫ້ແກ່ບັນດາວິສາຫະກິດໃນການຄ້າຜະລິດຕະພັນໄມ້.”

ປີ 2020 ຂະແຫນງກະສິກຳ ຍັງຄົງບັນລຸຄາດໝາຍສືບຕໍ່ທ່າເຕີບໂຕ, ສ້າງໂຄງປະກອບຂະແຫນງຄືນໃຫມ່ ມຸ້ງໄປເຖິງການພັດທະນາແບບຍືນຍົງ, ເພີ່ມມູນຄ່າສິນຄ້າມຸ້ງໄປເຖິງການສົ່ງອອກ. ກ່າວຄຳເຫັນທີ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດກ່ຽວກັບການສະຫລຸບຫນ້າທີ່ປີ 2019, ຜັນຂະຫຍາຍວຽກງານປີ 2020 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກວ່າ ໃນປີ 2020 ຂະແຫນງກະສິກຳ ຕ້ອງກາຍເປັນຂະແຫນງສົ່ງອອກຫລັກແຫລ່ງ. ໃນນັ້ນ ຄາດໝາຍການສົ່ງອອກໃນປີຈະມາເຖິງບັນລຸ 43 ຕື້ USD, ຮອດປີ 2025 ບັນລຸ 50 ຕື້  USD ຢືນອັນດັບຫນຶ່ງໃນອາຊຽນ ແລະ ເຂົ້າ Top 10 ປະເທດໃນໂລກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

“ຂະແຫນງກະສິກຳ ຕ້ອງສືບຕໍ່ສຸມໃສ່ສ້າງໂຄງປະກອບຄືນໃຫມ່, ຖືການພັດທະນາກະສິກຳເປັນສິນຄ້າ, ໝູນໃຊ້ເຕັກໂນໂລຊີສູງ, ເພີ່ມທະວີຂອດປຸງແຕ່ງ, ຮັກສາ, ຜະລິດຕາມຄວາມຕ້ອງການ ເປີດກວ້າງພັດທະນາຕະຫລາດແມ່ນບັນດາຂອດບຸກທະລຸຂອງຂະແຫນງໃນປີ 2020 ແລະ ຊຸມປີຕໍ່ໄປ.  ທີສອງ ແມ່ນຮັກສາຄຸນນະພາບ ແລະ ອິດທິພົນຊື່ສຽງໃນການຜະລິດກະສິກຳ. ພິເສດ ເປີດກວ້າງຕະຫລາດ ເປັນຕົ້ນແມ່ນຕະຫລາດ ອີຢູ ດ້ວຍ 28 ປະເທດ.”

ທ່ານນາຍົກລັດຖະມົນຕີ ສະເຫນີ ຂະແຫນງກະສິກຳຍູ້ແຮງການຫັນປ່ຽນໂຄງປະກອບການປູກຝັງ, ລ້ຽງສັດໃຫ້ເໝາະສົມກັບຄວາມຕ້ອງການຂອງຕະຫລາດ, ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ. ສືບຕໍ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນ ຮັບມືກັບໄພທຳມະຊາດ, ພິເສດ ແມ່ນມານະພະຍາຍາມເອົາບັດຂຽວແທນໃຫ້ບັດເຫລືອປະຈຸບັນຈາກ ຄະນະກຳມະການເອີລົບ (EC) ສຳລັບຂະແຫນງສິນໃນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ