ຜ່ານຜ່າສິ່ງທ້າທາຍເພື່ອບັນລຸຄາດໝາຍເຕີບໂຕເສດຖະກິດປີ 2017

(vovworld) - ປີ 2017 ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ປີ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ ໄລ​ຍະ 5 ປີ 2016 – 2020. ຄາດ​ໝາຍ​ເຕີບ​ໂຕ GDP ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ ຮຽກ​ຮ້ອງ​ໃຫ້​ມີ​ບັນ​ດາ​ມາດ​ຕະ​ການ​ແກ​້​ໄຂໂດຍ​ບຸ​ລິ​ມະ​ສິດ, ຮີບ​ດ່ວນ ເພື່ອ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບົດ​ຂຽນ “ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ເພື່ອ​ບັນ​ລຸ​ຄາດ​ໝາຍ​ເຕີ​ບ​ໂຕ​ເສດ​ຖະ​ກິດ​ປີ 2017” ຂອງ​ເກີມ​ຕູ໋, ນັກ​ຂ່າ​ວ VOV.

ຜ່ານຜ່າສິ່ງທ້າທາຍເພື່ອບັນລຸຄາດໝາຍເຕີບໂຕເສດຖະກິດປີ 2017 - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

ສະ​ພາບ​ເສດ​ຖະ​ກິດ, ສັງ​ຄົມ​ຫວຽດ​ນາມ ໃນ​ໄຕ​ມາດ​ທີ 1 ປີ 2017 ໄດ້​ຊີ້​ໃຫ້​ເຫັນ​ວ່າ, ເຖິງວ່າ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງກໍ່​ຕາມ, ແຕ່​ລະ​ດັບ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຍັງ​ມີ​ສັນ​ຍານ​ອັນ​ຕັ້ງ​ໜ້າ. ເສດ​ຖະ​ກິດ​ມະ​ຫາ​ພາກ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ, ດັ​ດ​ຊະ​ນີ​ໃຊ້​ສອຍ (CPI) ໃນ 3 ເດືອນ​ເພີ່ມ​ຂຶ້ນ 0,9% ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016. ການ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ບັນ​ລຸກວ່າ 43 ຕື້ USD, ເພີ່​ມ​ຂຶ້ນ​ເກືອບ 13%. ບັນ​ດາ​ຂົງ​ເຂດ​ກະ​ສິ​ກຳ, ການ​ບໍ​ລິ​ການ​ມີ​ລະ​ດັບ​ເຕ​ີບ​ໂຕ​ສູງກວ່າ​ໄລ​ຍະ​ດຽວ​ກັ​ນ​ຂອງ​ປີ​ກາຍ, ໃນ​ນັ້ນ​ກະ​ສິ​ກຳ​ເພີ່ມ​ຂຶ້ນ 2%, ຈຳ​ນວນ​ນັກ​ທ່ອງ​ທ່ຽ​ວ​ມາ​ຫວຽດ​ນາມ ເພີ່ມ​ຂຶ້ນ​ຢ່າງ​ແຮງ ດ້ວຍ​ 3,2 ລ້ານ​ເທື່ອ​ຄົນ. ແຕ່​ເບິ່ງ​ລວມ​ແລ​້ວ, ການ​ເຕີບ​ໂຕ GDP ໃນ​ໄຕ​ມາດ​ທີ 1 ປີ 2017 ຍັງ​ບັນ​ລຸ​ພຽງ 5,1% ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ປີ 2016. ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ລະ​ດັບ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ພວມ​ຊັກ​ຊ້າ​ລົງ, ຍາດ​ທີ່​ຈະ​ບັນ​ລຸ​ໄດ້​ຄາດ​ໝາຍ 6,7% ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ. ແຕ່​ຕາມ​ທ່ານ ດ່າວກວາງ​ທູ, ຮ​ອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ແລ້ວ, ຖ້າ​ຫາກ​ສັງ​ເກດ​ທາດ​ແທ​້​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ໄຕ​ມາດ​ທີ 1 ປີ 2017 ນັ້ນ, ລະ​ດັບ​ເຕີບ​ໂຕ​ດັ່ງ​ກ່າວ​ແມ່ນ​​ມີສະ​ຖຽນ​ລະ​ພາບ. ຍ້ອນ​ຕົວ​ເລກ​ດັ່ງ​ກ່າວ​ຕົ້ນ​ຕໍ່​ແມ່ນ​ການຂຸດ​ຄົ້ນ​ແຮ່​ທາດ, ພິ​ເສດ​ແມ່ນ​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ​ຫຼ​ຸ​ດ​ລົງ ແລະ ​ຕົວ​ເລກດັ່ງ​ກ່າວ​ຫຼຸດ​ລົງ​ຕາມ​ແຜນ​ການ. ປີ 2016 ຫວຽດ​ນາມ ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ​ໄດ​້ກວ່າ 15 ລ້ານ​ໂຕ​ນ. ແຕ່​ໃນ​ປີນີ້, ຕາມ​ແຜນ​ການ​ຂຸດ​ຄົ້ນໄດ້​ພຽງ 12,28 ລ້ານ​ໂ​ຕນເທົ່າ​ນັ້ນ, ສະ​ເພາະ​ໄຕ​ມາດ​ທີ 1 ປີ 2016 ຫຼຸດ​ລົງ 600.000 ໂຕນ. ທ່ານ ທູ ຖື​ວ່າ, ຖ​້າ​ຫາກ​ຮັກ​ສາ​ປະ​ລິ​ມານ​ຂຸດ​ຄົ້ນ​ເທົ່າ​ກັ​ບລະ​ດັບ​ຂອງ​ປີ 2016, ການ​ເຕີບ​ໂຕ GDP ໃນ​ໄຕ​ມາດ​ທີ 1 ປີ 2017 ຕ້ອງ​ແມ່ນ 5,95%, ສູງກວ່າ​ເມື່ອ​ທຽບ​ໃສ່ໄລ​ຍະ​ດ​ຽວ​ກັນ​ຂອງ​ປີ 2016. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸ​ຸຍກວາງ​ທູ ໃຫ້​ຮູ້​ວ່າ.

        “ສັງ​ເກດ​ທາງ​ດ້ານ​ທາດ​ແທ້ ນີ້​ແມ່ນການ​ຫຼຸດ​ຜ່ອນ​ຕາມ​ກົດ​ເກັນ. ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ຂອງ​ລັດ​ຖະ​ບານ​ໄດ້​ຍົກ​ອອກ​ມາ​ແມ່ນ​ສ້າງ​ເງື່ອນ​ໄຂ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ພັດ​ທະ​ນາ​​ເປັນ​ປົກ​ກະ​ຕິ, ບັນ​ດາ​ການ​ດຸ່ນ​ດ່ຽ​ງໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ສືບ​ຕໍ່​ໄດ້​ຮັບ​ການ​ຮັບ​ປະ​ກັນ, ພິ​ເສດ​ຄວາມ​ດຸ່ນ​ດ່ຽງ​ດ້ານ​ການ​ເງິນ, ງົບ​ປະ​ມານ, ໄພ​ເງິນ​ເຟີ້​ຍັງ​​ຢູ່​ໃຕ້​ການ​ຄວບ​ຄຸມ​ຢູ່​”.

        ບັນ​ດາ​ຕົວ​ເລກ​ດັດ​ຊະ​ນີ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຫວຽດ​ນາມ ໃນ​ໄຕ​ມາດ​ທີ 1 ໄດ​້​ຊີ້​ໃຫ້​ເຫັນ​ວ່າ; ລະ​ດັບ​ເຕີບ​ໂຕ​ຂອງ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ເພີ່ມ​ຂຶ້ນ​ພຽງ 3,85%, ໃນ​ຂະ​ນະ​ທີ່​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ກໍ່​ສ້າງກໍ່​ເພີ່ມ​ຂຶ້ນ​ພຽງ 4,1% ແມ່ນ​ຢູ່​ໃນລະ​ດັບ​ຕ່ຳ. ສິ່ງ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ວິ​ສາ​ຫະ​ກິດ​ ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ໃນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ບັນ​ດາ​ໄຕ​ມາດ​ທີ່​ຍັງ​ເຫຼືອ​ຂອງ​ປີ ເພື່ອ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ທີ່​ໄດ້​ວາງ​ອອກ.

        ທີ່ກອງ​ປະ​ຊຸ​ມ​ສະ​ໄໝ​ສາ​ມັນ​ປະ​ຈ​ຳ​ເດືອນ 03/2017 ຂອງ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ: ທັດ​ສະ​ນະ​ຊີ້​ນຳ​ຂອງ​ລັດ​ຖະ​ບານ ຍັງ​​ເດີນຕາມ​ແຜນ​ການ​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ GDP ທັງ​ປີ​ແມ່ນ 6,7%. ເມື່ອ​ເຕື້ອງ​ເຖິງ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ບັນ​ລຸ​ຄາດ​ໝາຍ​ເຕີບ​ໂຕ​ດັ່ງ​ກ່າວ, ທ່ານ​ລັດ​ຖະ​ມົນ​ຕີ, ຫ​ົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ມາຍ​ຕ໋ຽນ​ຢຸງ ຊີ້​ແຈ້ງວ່​າ.

        “ກ່ອນ​ອື່ນ​ໝົດ, ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປ​ົກ​ກະ​ຕິ ຕ້ອງ​ສືບ​ຕໍ່​​ຖື​ເປັນ​ແຖວ​ໜ້າ​. ນັບ​ທັງ​ບັນ​ຫາ​ດັດ​ຊະ​ນີ CPI, ບັນ​ຫາໜີ້​ສາທາ​ລະ​ນະ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ, ດອກ​ເບ້ຍ​ທະ​ນາ​ຄານ ລ້ວ​ນ​ແຕ່​ຕ້ອງ​ເອ​ົ​າ​ໃຈ​ໃສ່​ຖືກ​ກັບ​ລະ​ດັບ. ຄຽງ​ຂ້າງນັ້ນ, ສືບ​ຕໍ່​ຍູ້​ແຮງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ອຸດ​ສາ​ຫະ​ກຳ​ສຳ​ຮອງ, ຍູ້​ແຮງ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ… ທັດ​ສະ​ນະ​ຂອງ​ລັດ​ຖະ​ບານ​ແມ່ນ​ຍັງ​ປະ​ຕິ​ບັດ​ລະ​ດັບ​ເຕ​ີບ​ໂຕ GDP 6,7% ຄື​ດັ່ງ​ມະ​ຕ​ິ​ຂອງ​ສະ​ພາ​ແຫ່ງ​ຊາ​ດ​ທີ່​ໄດ້​ວາງ​ອອກ, ແຕ່​ຕ້ອງ​ແມ່ນ​ການ​ເຕີບ​ໂຕ​​ແບ​ບ​ຍືນ​ຍົງ, ເຕີບ​ໂຕ​ກ່ຽວ​ກັບ​ການ​ຜະ​ລິດ, ສ່ວນ​ການ​ຂຸດ​ຄົ້ນ​ແຮ່​ທາດ​ນັ້ນ ທັງເຮັດ​​ທັງ​ຮັກ​ສາ​ຊັບ​ສົມ​ບັດ​ຂອງ​ຊາດ, ຫາກບໍ່​ແມ່ນ​​ຕັ້ງ​ບັນ​ຫາ​ຕ້ອງ​ບັນ​ລຸ​ຄາດ​ໝາຍ​ເຕີບ​ໂຕ​ສູງ​ໃນ​ຂົງ​ເຂດນີ້”.

        ຕົວ​ເລກ​ທີ່​ປະ​ທັບ​ໃຈ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ໄຕ​ມາດ​ທີ 1 ປີ 2017, ນັ້ນ​ແມ່ນ​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫ້​ບັນ​ລຸ​ລະ​ດັບ 7,71 ຕື້ USD, ເພີ່ມ​ຂຶ້ນ​ເກືອບ 78% ເມື່ອ​ທຽບ​ໃສ່​ໄລ​ຍ​ະ​ດຽວ​ກັນ​ຂອງ​ປີ 2016. ພ້ອ​ມ​​ກັນ​ນັ້ນ, ໄດ້​ມີ​ວິ​ສາ​ຫະ​ກິດ 26.500 ແຫ່ງ​ຈົດ​ທະ​ບຽນ​ສ້າງ​ຕ​ັ້ງ​ໃໝ່, ເພີ່ມ​ຂຶ້ນ​ນັບ​ທັງ​ທາງ​ດ້ານ​ຈຳ​ນວນ​ວິ​ສາ​ຫະ​ກິດ ແລະ ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016. ສິ່ງ​ດັ່ງ​ກ່າວ​ໄດ້​ຊິ້ີ້​ໃຫ້​ເຫັນ​ວ່າ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ, ພ້ອ​ມ​ກັນ​ນັ້ນ​ແມ່ນ​ບັນ​ດາ​ຂົງ​ເຂດ​ຄື: ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ​ການ​ໜູນ​ຊ່ວຍ​ຊີ​ວິດ​ສັງ​ຄົມ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ບັນ​ລຸ​​ຜົນ​ງານ​ດີ. ນີ້​ແມ່ນ​ສັນ​ຍານ​ຢ່າງ​ຕັ້ງ​ໜ້າ, ແມ່ນ​ບັນ​ດາ​ປັດ​ໃຈ​ກະ​ທົບ​ເພື່ອ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ໄຕ​ມາດ​ທີ 2, ໄຕ​ມາດທີ 3 ແລະ ​ໄຕ​ມາດທີ 4 ບັນ​ລຸ​ສູງກວ່າ, ອັນ​ໄດ້ຕອບ​ສະ​ໜອງ​ຄ​າດ​ໝາຍ​ເຕີບ​ໂຕ​ໂດຍ​ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ​ໃນ​ປີ 2017 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ