ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ 19, ຂະ​ແຫນງ​ກະ​ສິ​ກຳ ຫວຽດ​ນາມ ມຸ່ງ​ໄປ​ເຖິງບັນ​ລຸ​ການ​ເຕີບ​ໂຕ​ດີ

(VOVWORLD) -ປີ 2020 ຂະແຫນງກະສິກຳຫວຽດນາມ ປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງຈາກໂລກລະບາດໂຄວິດ 19 ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແຕ່ຍັງຄົງຮັກສາການເຕີບໂຕ GDP ປະມານ 2,65% ແລະ ແມ່ນພື້ນຖານສຳຄັນເພື່ອໃຫ້ເສດຖະກິດຫວຽດນາມ ພັດທະນາ, ບັນລຸການເຕີບໂຕເປັນບວກ. ໂດຍຫັນຄວາມຫຍຸ້ງຍາກໃນສະພາບໂລກລະບາດນັ້ນ, ຂະແຫນງກະສິກຳ ພ້ອມກັບຊາວກະສິກອນ ຫວຽດນາມ ຕັ້ງຄວາມຫວັງປີ 2021 ຈະບັນລຸການເຕີບໂຕດີ.
ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ 19, ຂະ​ແຫນງ​ກະ​ສິ​ກຳ ຫວຽດ​ນາມ ມຸ່ງ​ໄປ​ເຖິງບັນ​ລຸ​ການ​ເຕີບ​ໂຕ​ດີ - ảnh 1ປີ 2020, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຂອງ ຫວຽດນາມ ບັນລຸກ່ວາ 41ຕື້ USD(ພາບປະກອບ: haiquanonline.com.vn)

ກວ່າ 41 ຕື້  USD ແມ່ນຕົວເລກທີ່ເຕັມໄປດ້ວຍຫນ້າປະທັບໃຈກ່ຽວກັບວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຂອງຫວຽດນາມ ໃນປີ 2020. ເປັນຫນ້າສົນໃຈ ນັ້ນແມ່ນມູນຄ່າການສົ່ງອອກເຂົ້າສານເຕີບໂຕຢ່າງແຮງ, ຄາດວ່າ ບັນລຸກວ່າ 3 ຕື້ USD. ພິເສດ ລາຄາເຂົ້າສານເພີ່ມຂຶ້ນຢ່າງຕໍ່ເນື່ອງ ສ້າງຂີດໝາຍການເຕີບໂຕຢ່າງແຮງໃນປະຫວັດສາດປະມານ 1 ທົດສະຫວັດຂອງສິນຄ້າປະເພດນີ້. ໝາກ ລີ້ນຈີ່ສົດ ສົ່ງອອກໄປຍັງ ຍີ່ປຸ່ນ ຢ່າງເປັນທາງການຄັ້ງທຳອິດ; ໝາກເງາະ ກໍ່ໄດ້ສົ່ງໄປຂາຍຢູ່ ໄຕ້ຫວັນ (ຈີນ); ກຸ້ງ ແລະ ປາຈາສົ່ງອອກໄປຍັງ ບຣາຊີນ... ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດດຶງດູດວິສາຫະກິດຫລາຍແຫ່ງລົງທຶນເຂົ້າກະສິກຳ ໂດຍມີໂຮງຈັກໂຮງງານ 18 ແຫ່ງ ດ້ວຍມູນຄ່ານັບຕື້ USD ເຊິ່ງໄດ້ລົງທຶນຢູ່ທຸກແຖບຖິ່ນຂອງປະເທດຊາດ. ການກໍ່ສ້າງຊົນນະບົດໃຫມ່ເພີ່ມຂຶ້ນ ນັບທັງຈຳນວນ ແລະ ຄຸນນະພາບ, ຜ່ານນັ້ນ ກໍປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງເຫັນໄດ້ຊັດ.

  “ກ້້າວເຂົ້າສູ່ປີໃຫມ່ 2021 ພວກຂ້າພະເຈົ້າປາດຖະຫນາວ່າ ດິນຟ້າອາກາດຈະເອື້ອອຳນວຍ,ຜະລິດຕະພັນກະເສດຈະໄດ້ຮັບຜົນດີ ນຳມາເຊິ່ງລາຍຮັບສູງໃຫ້ແກ່ຄອບຄົວ.

“ໂດຍແມ່ນຊາວກະສິກອນ ພວກຂ້າພະເຈົ້າປາດຖະຫນາຢາກໃຫ້ຄະນະ, ຂະແຫນງການທຸກຂັ້ນ ເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນໃນການເຮັດການກະເສດ ແລະ ຜົນກະທົບຍ້ອນໂລກລະບາດໃຫ້ຫລາຍກວ່າອີກ.”

ຫັນປ່ຽນຜົນລະປູກ, ສັດລ້ຽງ, ສິນໃນນ້ຳຢ່າງເໝາະສົມ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມຕ້ອງການຂອງຕະຫລາດ; ສືບຕໍ່ຍູ້ແຮງການຮ່ວມສຳພັນຕາມລະບົບເພື່ອຍົກສູງມູນຄ່າເພີ່ມຂອງຜະລິດຕະພັນກະເສດ ນັ້ນແມ່ນ 2 ມາດຕະການຈຸດສຸມ ທີ່ໄດ້ຫວັງວ່າຈະແກ້ໄຂຄວາມກົມກຽວລະຫວ່າງການພັດທະນາກັບບັນດາສິ່ງທ້າທາຍ ແລະ ນາບຂູ່ຈາກການປ່ຽນແປງຂອງດິນຟ້າອາກາດທີ່ຮ້າຍແຮງ.

 “ປາດຖະຫນາວ່າ ລັດຈະເອົາໃຈໃສ່ເຖິງການລົງທຶນໃຫ້ແກ່ກະສິກຳຫລາຍກວ່າອີກ ພິເສດ ແມ່ນບັນດາເຂດກະເສດສຸມ, ລົງທຶນພື້ນຖານໂຄງລ່າງ, ຮັບປະກັນສົ້ນອອກການສົ່ງອອກຜະລິດຕະພັນກະເສດໄປຍັງຕະຫລາດສາກົນ”

ປີ 2021 ຂະແຫນງກະສິກຳ ຫວຽດນາມ ສູ້ຊົນ ບັນລຸວົງເງິນສົ່ງອອກ 44 ຕື້ USD. ເພື່ອຜ່ານຜ່າສິ່ງທ້າທາຍນັ້ນ, ຂະແຫນງກະສິກຳ ວາງອອກ 2 ມາດຕະການ, ທັງຮັບປະກັນ ແລະ ທັງສືບຕໍ່ບັນລຸການເຕີບໂຕ. ຕາມນັ້ນແລ້ວ, ຂະແຫນງສືບຕໍ່ສຸມໃສ່ການສ້າງໂຄງປະກອບເສດຖະກິດກະສິກຳຄືນໃຫມ່ ພ້ອມກັບການປ່ຽນແປງວຽກງານຄຸ້ມຄອງໃນພື້ນຖານເຕັກໂນໂລຊີດີຈີຕອນ, ອຸດສາຫະກຳ 4.0 ມຸ່ງໄປເຖິງພື້ນຖານກະສິກຳທັນສະໄຫມ, ຊາວກະສິກອນມີຄວາມເປັນມືອາຊີບ. ຄຽງຂ້າງນັ້ນ ກໍສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດລົງທຶນກະສິກຳ ພ້ອມທັງ ເອົາໃຈໃສ່ຫນູນຊ່ວຍສະຫະກອນກະເສດແບບໃຫມ່ເພື່ອສ້າງລະບົບການຜະລິດໃຫ້ຕໍ່ເນື່ອງ ຈາກວິສາຫະກິດຕະຫລອດຮອດຊາວກະສິກອນ. ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຢືນຢັນວ່າ:

 “ສິ່ງນີ້ແມ່ນເໝາະສົມກັບສະພາບການຢູ່ ຫວຽດນາມ. ນັ້ນແມ່ນກ້າວຂຶ້ນຈາກທົ່ງນາຂະຫນາດນ້ອຍຂອງຊາວກະສິກອນ ແຕ່ຍັງຄົງມີພື້ນຖານການຜະລິດໃຫຍ່, ເປັນຈຸດສຸມ, ມີຂອບຂະຫນາດສິນຄ້າ, ສອດຄ່ອງກັບຈຸດພິເສດຂອງແຕ່ລະຂະແຫນງການ, ແຕ່ລະເຂດ. ການຮ່ວມສຳພັນ ລະຫວ່າງ “ວິສາຫະກິດ ສະຫະກອນ ແລະ ຊາວກະສິກອນ” ນັ້ນແມ່ນກຸນແຈສ້າງເປັນພື້ນຖານກະສິກຳທັນສະໄຫມ”

ໃນບັນຍາກາດເມື່ອປະເທດຊາດກ້າວເຂົ້າສູ່ລະດູບານໃຫມ່ຊາວກະສິກອນ ພ້ອມແລ້ວທີ່ຈະສ້າງພື້ນຖານເສດຖະກິດກະສິກຳທັນສະໄຫມ, ຍືນຍົງກວ່າ. ປາດຖະຫນາວ່າ ປີ 2021 ຈະສືບຕໍ່ຜ່ານຜ່າໂລກລະບາດໂຄວິດ 19 ເພື່ອໃຫ້ ບັນລຸການເຕີບໂຕດີ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມອີ່ມໜຳສຳລານສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ