​ພັດທະນາ​ການຕະຫລາດ​ໃຫ້​ແກ່​ການ​ສົ່ງອອກ​ສິນຄ້າ​ຂອງ​ຫວຽດນ

ການ​ສົ່ງ​ອອກ​ສິນຄ້າ​ຂອງຫວຽດນາ​ມ​ໃນ​ປີ 2011 ບັນລຸ​ໄດ້​ບັນດາ​ໝາກຜົນ​ດີ​ພໍສົມຄວນ, ລື່ນ​ກາ​ຍບັນດາ​ຄາດ​ໝາຍ ແລະ ການ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ. ຕາມ​ຕົວ​ເລກ​ລ້າ​ສຸດ​ແລ້ວ,  ມາ​ຮອດ​ຈຸດ​ເວລາ​ນີ້ ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງຫວຽດນາມ​ໃນ​ປີ 2011 ບັນລຸ​ກວ່າ 96 ຕຶ້ USD, ເພີ່ມ​ຂຶ້ນ​ກວ່າ 33% ເມື່ອ​ທຽບ​​ໃສ່​ປີ 2010. ມີ​ປະ​ເພດ​ສິນຄ້າ​ຄື: ຜະລິດ​ຕະພັນກະ​ເສດ, ເຄື່ອງ​ເຟນີ​ເຈີ, ສິລະ​ປະ​ຫັດຖະກຳ​ຂອງ​ຫວຽດນາມ ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຢູ່ຕະຫລາດ​ໂລກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ການ​ຄາ​ດຄະ​ເນ​ແລ້ວ, ການ​ເຕີບ​ໂຕ​ການ​ສົ່ງ​ອອກ​ຂອງຫວຽດນາມ​ໃນ​ປີ 2012 ຍາກ​ຈະ​ມີ​ຄວາມ​ເປັນ​ປົກກະຕິໄດ້ ຍ້ອນ​​ຕະຫລາດ​ສົ່ງ​ອອກບໍ່​ເປັນ​ປົກກະຕິ. ປະຈຸ​ບັນ, ນອກຈາກ​ບັນດາ​ມາດ​ຕະການ​ຂອງ​ວິສາ​ຫະກິດ ແລະ ລັດຖະບານ ເພື່ອ​ຍົກ​ສູງ​ຄວາມ​ສາມາດ​​ແກ້ງ​ແຍ້​ງຂອງ​ສິນຄ້າ​ຫວຽດນາມ ໃນ​ການສົ່ງ​ອອກ, ເລື່ອງ​ຊອກ​ຫາ​ບັນດາ​ຕະຫລາດໃຫມ່​ກໍ​ຄື​ຂຸດ​ຄົ້ນ​ຄວາມ​ສາມາດບ່ົມ​ຊ້ອນ​ຂອງ​ບັນດາ​ຕະຫລາດປະຈຸ​ບັນ ພວມ​ແມ່ນ​ບັນຫາ​ທີ່​ໄດ້ວາງ​ອອກໃຫ້​ແກ່​ການ​ສົ່ງ​ອອກ​ຂອງຫວຽດນາມ​ໃນ​ປີ 2012.

      ຕາມ​ຄາດໝາຍ​ວາງ​ອອກຂອງ​ຂະ​ແຫນງ​ອຸດສາຫະກຳ ການ​ຄ້າ​ຫວຽດນາມ​ແລ້ວ, ປີ 2012 ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 13% ​ເມື່ອ​ທຽບ​ໃສ່​ປີ 2011 ​ແລະ ບັນລຸ​ວົງ​ເງິນ​ປະມານ 108,5 ຕຶ້ USD. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ບັນລຸ​ໄດ້​ບັນດາ​ຄາດໝາຍ​ນີ້ ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ ຕ້ອງ​ມານະ​ພະຍາຍາມ, ຍ້ອນ​ສະພາບ​ເສດຖະກິດ​ໂລກ, ພາຍ​ໃນ​ປະ​ເທດ,​ ປີ 2012 ​​ໄດ້​​ຄາດ​ຄະ​ເນ​ວ່າ ຈະ​ສືບ​ຕໍ່​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ.​ ບັນດາ​ການ​ຜັນ​ແປ່​ຂອງ​ລາຄາ​ສິນຄ້າ​ໂລກ​ໃນ​ປີ 2012 ກໍ​ຍາກ​ທີ່​ຈະຄາດ​ຄະ​ເນ​ໄດ້ ຍ້ອນ​ການ​ກະທົບ​ຈາກ​ວິ​ກິດ​ການ ​ແລະ ທ່າ​ອ່ຽງອາລັກຂາ​ພວມ​ເຮັດ​ໃຫ້​ຕະຫລາດ​ຫລາຍ​ແຫ່ງມີ​ທ່າ​ອ່ຽງຮັດ​ແຄບ​ເຂົ້າ. ດ້ານ​ອື່ນ, ​ກຳລັງ​ຊື້ຂອງ​ບັນດາ​ຕະຫລາດ​ໃຫຍ່​ໃນ​ໂລກ​ຄື​: ​ເອີ​ລົບ, ອາ​ເມ​ລິ​ກາ, ຍີ່​ປຸ່ນ ກໍ​ຫລຸດ​ລົງ.​ສະ​ນັ້ນ ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ,​ ບັນດາ​ກະຊວງ, ຂະ​ແຫນງ​ການ​ຄວນ​ເອົາ​ໃຈ​ໃສ່​ເຖິງບັນຫາ​ຕະຫລາດ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ​ແລະ ​ເພື່ອ​ໃຫ້​ມີ​ຄວາມ​ດຸນ​ດຽງ​ລະຫວ່າງ ການ​ສົ່ງ​ອອກ ​ແລະ ນຳ​ເຂົ້າ​ໃນ​ປີ 2012, ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ນັ້ນ​ແມ່ນ ສຸມ​ໃສ່​​ການ​ຫັນປ່ຽນ​​ໂຄງ​ປະກອບ​ຕະຫລາດ​ສົ່ງ​ອອກ.

      ຕາມ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ແລ້ວ,​ ການ​ພົວພັນ​ຄ້າ​ຂາຍ​ຢູ່​ເຂດ​ຊາຍ​ແດນ​ປະ​ຈຸ​ບັນ ​ແມ່ນ​ຊ່ອງ​ທາງທີ່​ສຳ​ຄັນ​ສຳລັບ​ບັນ​ດາ​ວິ​ສາ​ຫະກິດຂະຫນາດ​ກາງ ​ແລະ ນ້ອຍ ​ໃນ​ການສ່ົງ​ອອກ​ສິນຄ້າ,​​ເປັນ​ຕົ້ນ​ແມ່ນ​ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ​ມີ​ຄຸນ​ນະພາ​ບທຳ​ມະ​ດາ. ປະຈຸ​ບັນ ບັນດາ​ຕະຫລາດ​ຄື: ລາວ, ກຳປູ​ເຈຍ,​ຈີນ ພວມ​ປະກອບສ່ວນ​ຫລາຍ​ພໍ​ສົມຄວນ​ເຂົ້າ​ໃນ​ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​​ໃນໄລຍະ​ຜ່ານ​ມາ ມີວິ​ສາ​ຫະກິດ​ຫວຽດນາມ ຫລາຍ​ແຫ່ງ ບໍ່​ທັນ​ສ້າງ​ໄດ້​ນະ​ໂຍບາ​ຍພິ​ເສດ ​ແລະ ບໍ່​ທັນທຸມ​ເທ​ໝົດ​ຄວາມ​ສາມ​າດບົ່ມ​ຊ້ອນ​​ເພື່ອ​ສົ່ງ​ອອກ​ເຂົ້າ​ຕະຫລາດ​ນີ້​. ນອກຈາກ​ບັນດາ​ຕະຫລາດ​ໃຫຍ່, ຕະຫລາດ​​ເດີມ​ຂອງ​ການ​ສົ່ງ​ອອກ​ຫວຽດນາມ​ຄື: ອີ​ຢູ, ອາ​ເມ​ລິ​ກາ, ຍີ່​ປຸ່ນ ..  ຍັງ​ມີ​ຕະຫລາດ​ທີ່​ມີ​ຄວາມ​ສາມ​າດບົ່ມ​ຊ້ອນ​ຫລາຍ​ແຫ່ງ​ຄື: ​ອາ​ຟຼິກາ,​ ອາຊີ​ຕາ​ເວັນ​ຕົກ, ອາຊີ​ໃຕ້, ຕາ​ເວັນ​ອອກ​ກາງ ​ເຊິ່ງຫວຽດນາມ ສາມາດ​ຂຸດ​ຄົ້ນ​ໄດ້. ພິ​ເສດ ​ແມ່ນ​ຕາ​ເວັນ​ອອກ​ກາງ, ຊຶ່ງ​ແມ່ນ​ພາກ​ພື້ນ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ຕະຫລາດ​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແຕ່ ກໍ່​ແມ່ນ​ຕະຫລາດ​ມີ​ຄວາມ​​ຕ້ອງການ​ສູງ. ຫວ່າງ​ແລ້ວ​ນີ້, ບັນດາ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ ຫາ​ກໍ​​ເຊັນ​ສັນຍາ​ການ​ສົ່ງ​ອອກ​ເຂົ້າສານ ​ແລະ ບັນດາ​ປະ​ເພດ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ ກັບ​ບັນດາ​ບໍລິສັດ​ຂອງ ອາ​ຮັບ​ ​ເອມີ​ເລັດ ທີ່​ງານ​ຕະຫລາດນັດ​ເຂົ້າສານ​ໂລກ ຈັດ​ຂຶ້ນ​ຢູ່ ດູ​ບາຍ ສຳ​ເລັດ​ຜົນ. ຕາມ​ທ່ານ ​ເລືອ​ງ​ເລ​ເຟືອງ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ແລ້ວ, ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​​ແຊກ​ຊືມ​ເຂົ້າ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບ່ົມ​ຊ້ອນ ​ແລະ ສາມາດ​ຍົກ​ສູງ​ມູນ​ຄ່າ​ການ​ສົ່ງ​ອອກ​​ເຂົ້າ​ຕະຫລາດ​ຕາ​ເວັນ​ອອກ​ກາງ.

      ຜ່ານ​ການ​ໄປ​ເຮັດ​ວຽກ​ຢູ່​ຕາ​ເວັນ​ອອກ​ກາງ​ຫວ່າງ​ແລ້ວນີ້, ບັນດາ​ວິ​ສາ​ຫະກິດ ກຳ​ແຫນ້ນ​ຄວາມ​ນິຍົມ​ຂອງ​ລູກ​ຄ້າ​ໃນ​ຕະຫລາດ​ນີ້​ໂດຍ​ພື້ນຖານແລ້ວ, ສະ​ນັ້ນ ພວກ​ເຮົາ​ຄວນ​ຈັດ​ຕັ້ງ​ເຂດ​ລ້ຽງ​ປູກ​ວັດ​ຖຸດິບ, ຮັບປະກັນ​ວັດຖຸ​ດິບຢ່າງ​ພຽງພໍເພື່ອ​ສະຫນອງ​ໃຫ້​ແກ່​ຕະຫລາດ​ນີ້. ທີ​ສອງ ນີ​້​ແມ່ນ​ຕະຫລາດ​ມີ​ປະຊາຊົນ​ຖືສາສະຫນາ​ອິດສະ​ລາມ​ເປັນສ່ວນຫລາຍ ສະ​ນັ້ນ ປະ​ເພດ​ສິນຄ້າ​ສິນ​ໃນ​ນ້ຳ, ພິ​ເສດ​ແມ່ນ​ສິນ​ໃນ​ນ້ຳ​ມີ​ຄຸນນະພາ​ບສູ​ງຮັບ​ໃຊ້​ໃຫ້​ແກ່​ຜູ້ຮັ່ງມີ​ຢູ່ ດູ​ບາຍ​ເວົ້າ​ສະ​ເພາະ ແລະ ຢູ່ ຕາ​ເວັນ​ອອກ​ກາງ​ເວົ້າ​ລວມ ​​ແລະ ບາງ​ປະ​ເພດ​ສິນ​ຄ້າ​ມີ​ຄຸນນະພາ​ບປານ​ກາງ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຄົນງານ​ເຂົ້າ​ເມືອງ. ທີ​ສາມ ຄຸນ​ນະພາ​ບ ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ, ຂ້າພະ​ເຈົ້າ​ສະ​ເຫ​ນີ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລ້ຽງ​ປູກ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ ບໍ່​ຄວນ​ນຳ​ໃຊ້​ທາດ​ເຄມີ​ ສົ່ງ​ຜົນ​ຮ້າຍ​ເຖິງ​ຜູ້​ບໍລິ​ໂພ​ກ, ເວລາ​ນັ້ນ​ພວກ​ເຮົາ​ຈຶ່ງຮັກສາຕະຫລາດ​ໄດ້ຢ່າງ​ຍາວ​ນານ.  ຂ້າພະ​ເຈົ້າສະ​ເຫ​ນີ​ໃຫ້ບັນດາອຳນາດ​ການ​ປົກຄອງ, ອົງການ​ທີ່​ມີ​ສິດ​ອຳນາດ​ພ້ອມກັບ​ວິ​ສາ​ຫະກິດ​ຕ້ອງ​ຕິດ​ຕາມກວດກາ, ຈັດ​ຕັ້ງ​ການ​ປະຕິບັດ​ເປັນ​ຢ່າງ​ດີ. ພວກ​ເຮົາ​ຈຶ່ງ​ຄອງ​ຕະຫລາດ​ຕາ​ເວັນ​ອອກ​ກາງ​ໄດ້​ຍາວ​ນານ.“

      ນອກຈາກ​ຕະຫລາດ​ໃຫມ່ທີ່ຄວນ​ເອົາ​ໃຈ​ໃສ່​ຂຸດ​ຄົ້ນນັ້ນ, ຕາມ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ​ແລ້ວ, ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງ​ຫວຽດນາມ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຕະຫລາດ​ເດີມ​ຄື: ອາ​ເມ​ລິ​ກາ, ​ເອີ​ລົບ, ຍີ່​ປຸ່ນ. ຍ້ອນ​ວ່າ ບັນດາ​ຕະຫລາດ​ນີ້ ພວມ​ມີ​ຄວາມ​ນິຍົມ​ຄຸນ​ນະພາ​ບຂອງ​ສິນຄ້າ​ຫວຽດນາມ​ກໍ​ຄື​ວົງ​ເງິນ​ສົ່ງ​ອອກ​ຈາກ​ບັນດາ​ຕະຫລາດ​ນີ້​ບັນລຸ​ລະດັບ​ສູງ ​ແລະ ​ເປັນ​ປົກກະຕິ.

      ຢູ່​ຕະຫລາດ​ເອີ​ລົບ, ຕາມ​ການ​ຕີ​ລາຄາ​ໃນ​ປີ 2012, ການ​ສົ່ງ​ອອກ​ຂອງ​ຫວຽດນາມ ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຍ້ອນ​ວິ​ກິດ​ການ​ຫນິ້ສິນ​ຂອງ​ລັດ  ​ແລະ ​ເລື​ອ່ງຫລາຍ​ປະ​ເທດ​ພວມ​ນຳ​ໃຊ້​ອາລັກຂາ​ການ​ຄ້າ,​ຮົ້ວ​ກີດຂວາງ​ດ້ານ​ເຕັກນິກ.​ .​. ​ແຕ່​ກາລ​ະ​ໂອກາດ​ໃຫ້​ແກ່​ການ​ສົ່ງ​ອອກ​ຂອງຫວຽດນາມ​ແມ່ນ​ຍັງ​ໃຫຍ່​ຫລວງ​ຢູ່. ຕາມ​ທ່ານ ຟ້າ​ມ​ແຊງ​ເຈົາ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ແບນ​ຊິກ​ແລ້ວ, ຕະຫລາດ​ເອີ​ລົບ, ​ແມ່ນຄູ່​ຮ່ວມ​ມຶືການ​ຄ້າ​ໃຫຍ່​ທີ 3 ຂອງ​ຫວຽດນາມປະຈຸ​ບັນ, ຄວາມ​ຫຍຸ້ງຍາກ​ຂອງ​ບັນດາ​ວິ​ສາ​ຫະກິດ​ເມື່ອ​ເຂົ້າຕະຫລາດ​ເອີ​ລົບ ນັ້ນ​ແມ່ນ ທັງ​ຮັບປະກັນ​ຄຸນ​ນະພາ​ບ, ຕອບ​ສະຫນອງ​ມາດຕະຖານ​ຂອງ​ບໍລິສັດ​ນຳ​ເຂົ້າ, ຂອງ​ຜູ້​ບໍລິ​ໂພ​ກ ​ແລະ ບາງ​ມາດຕະຖານ​ພິ​ເສດ​ອື່ນ. ບັນດາ​ປະ​ເທດ​ຢູ່​​ເອີ​ລົບ ​​ມີ​ຄວາມສົນ​ໃຈ​ເຖິງ​ຜະລິດ​ຕະພັນ​ໂດຍ​ໃຊ້​ທາດ​ເຄມີຫລື​ບໍ່, ສິດຜົນປະ​ໂຫຍ​ດຂອງ​ຄົນ​ງານ​ໄດ້ຮັບປະກັນ​ຫລື​ບໍ່. ທ່ານ ຟ້າ​ມ​ແຊງ​ເຈົາ​ເວົ້າ​ວ່າ:

      ປະຈຸ​ບັນ ການ​ແກ້ງ​ແຍ້​ງດ້ານ​ການ​ຄ້າພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ໃນ​ສະພາບ​ ວິ​ກິດ​ການ​ເສດຖະກິດ​ມີ​ໄພ​ເກີດ​ຂຶ້ນ​ຄືນ​ໃຫມ່, ທ່າ​ອ່ຽງອາລັກຂາ​ດ້ານ​ການ​ຄ້ານັບ​ມື້​ນັບ​ເພີ່ມ​ຂຶ້ນ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ຄິດ​ໄລ່​​ເຖິງ​ຄວາມ​ສາມາດ​ຈະ​ມີ​ກໍລະນີຟ້ອງ​ຮ້ອງ​ໂດຍ​ບໍ່​ມີ​ເຫດຜົນ, ຫລາຍ​ກໍລະນີ​ມີ​ລັກສະນະ​ດ້ານການ​ເມືອ​ງສູງ, ສະ​ນັ້ນ ພວກ​​ເຮົາ​ຕ້ອງ​ກະກຽມ​ທຸກ​ວິ​ທິການ​ກ່ຽວ​ກັບ​ດ້ານ​ເຕັກນິກ, ກ່ຽວ​ກັບ​ດ້ານ​ກົດໝາຍນັບ​ທັງ​ດ້ານ​ການ​ເມືອ​ອີກ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ສົ່ງ​ອອກ​ຂອງ​ພວກ​ເຮົາ​ປະສົບ​ຜົນສຳ​ເລັດ ຖ້າ​ບໍ່​ດັ່ງ​ນັ້ນ ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ຈະ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍຢ່າງ.

      ຫວ່າງ​ແລ້ວ​ນີ້, ທີ່​ກອງ​ປະຊຸມທີ່​ປຶກສາ​ການ​ຄ້າ​ຫວຽດນາມ ປີ 2011 ຊື່​ງຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ທ່ານ ຫວູຮູ​ຍຮ່ວາງ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ: ບັນດາ​ທີ່​ປຶກສາ​ການ​ຄ້າ​ຫວຽດນາມ ຢູ່ ຕ່າງປະ​ເດ​ທ ຈະ​ຫນູນ​ຊ່ວຍ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ວິ​ສາ​ຫະກິດ ກ່ຽວ​ກັບວຽກ​ງານ​ການ​ຕະຫລາດ​ຕ່າງປະ​ເທດ, ວຽກ​ງານ​ສົ່ງ​ເສີມ​ການ​ຄ້າ, ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ, ​ແກ້​ໄຂ​ບັນຫາ​ຕ່າງໆ​ໃນ​ການ​ສືບສວນ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ, ຕ້ານ​ການ​ອຸດ​ຫນູນ ​ແລະ ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ​ອື່ນ ຢູ່ ບັນດາ​ຕະຫລາດ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ./

ຫວີງ​ຟອງ

ຕອບກັບ

ຂ່າວ/ບົດ​ອື່ນ