ພັດ​ທະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ບ່າ​ເຣ້ຍ - ຫວູງ​ເຕົາ

(VOVWORLD) -ທ່ອງທ່ຽວ ຊີວະພາບ, ຮູບແບບການທ່ອງທ່ຽວໂດຍອີງໃສ່ທຳມະຊາດ ແລະ ວັດທະນະທຳຂອງທ້ອງຖິ່ນຕິດພັນກັບການສຶກສາກ່ຽວກັບສິ່ງແວດລ້ອມ ແມ່ນສິ່ງທີ່ນັບມື້ນັບມີນັກທ່ອງທ່ຽວຫລາຍຄົນຢູ່ພາຍໃນ ແລະ ຕ່າງປະເທດເລືອກເຟັ້ນ. ໂດຍກຳແຫນ້ນໄດ້ທ່າອ່ຽງນັ້ນ ຂະແຫນງທ່ອງທ່ຽວ ບ່າເຣ້ຍ - ຫວູງເຕົາ ດ້ວຍທ່າໄດ້ປຽບຫລາຍຢ່າງ ແລະ ຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວຊີວະພາບ ໄດ້ ແລະ ພວມມີບັນດານະໂຍບາຍ ແລະ ມາດຕະການລະອຽດ ເພື່ອພັດທະນາການທ່ອງທ່ຽວຊີວະພາບຕິດພັນກັບຜົນປະໂຫຍດຂອງວົງຄະນາຍາດ.
 
 ດ້ວຍແຄມຝັ່ງທະເລມີລວງຍາວກວ່າ 300 ກິໂລແມັດ, ນ້ຳທະເລຂຽວສະອາດ, ບັນດາປູຊະນີຍະສະຖານ, ທິວທັດທຳມະຊາດສວຍງາມ, ມີປ່າດົງດິບ…ບັນດາຄວາມສາມາດບົ່ມຊ້ອນທຳມະຊາດນີ້ ລ້ວນແຕ່ສາມາດຂຸດຄົ້ນເພື່ອຮັບໃຊ້ບັນດາການເຄື່ອນໄຫວທ່ອງທ່ຽວ ພິເສດແມ່ນຮູບແບບທ່ອງທ່ຽວຊີວະພາບ.

ຢູ່ ບໍລິເວນ ບ່າເຣ້ຍ - ຫວູງເຕົາ ໃນໄລຍະຜ່ານມາ ໄດ້ສ້າງບັນດາສະຖານທີ່ທ່ອງທ່ຽວຊີວະພາບ ນຳມາໃຫ້ນັກທ່ອງທ່ຽວຄວາມຮູ້ສຶກສະຫວາດສະເຫວີຍ, ເຊື່ອມຕົວເຂົ້າກັບທຳມະຊາດທີ່ສະຫງົບງຽບ. ເລື່ອງຂຸດຄົ້ນ ລ້ຽງປູກສິນໃນນ້ຳ ປົກປັກຮັກສາປ່າຊາຍເລນໄດ້ຮັບການປະຕິບັດ, ເຊື່ອມຕໍ່ກັບບັນດາ Tour ທ່ອງທ່ຽວ ໄລຍະສັ້ນ ຢ້ຽມຊົມໝູ່ບ້ານຫັດຖະກຳ ອັນໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ບ່າເຣ້ຍ - ຫວູງເຕົາ ນັບມື້ນັບຫລາຍ.

ພັດ​ທະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ບ່າ​ເຣ້ຍ - ຫວູງ​ເຕົາ - ảnh 1 ແຂກທ່ອງທ່ຽວທັດສະນະສຶກສາ ແລະ ຢ້ຽມຊົມ ຮູບແບບຕົ້ນໄມ້ກິນໝາກປອດສານພິດ ຢູ່ ບາເຣ້ຍ - ຫວູງເຕົາ (ພາບ:bariavungtautourism.com.vn) 

ພິເສດ ມີນັກລົງທຶນຫລາຍຄົນໄດ້ຍາດແຍ່ງທ່າແຮງຂອງບັນດາຜະລິດຕະພັນກະສິກຳ, ກໍ່ສ້າງບັນດາເຂດທ່ອງທ່ຽວຊີວະພາບ ດ້ວຍລະບົບເຮືອນຮ້ານຕັ້ງຢູ່ໃຕ້ຮົ່ມໄມ້, ແຄມແມ່ນ້ຳ…ສ້າງເປັນບັນດາຜະລິດຕະພັນທ່ອງທ່ຽວຊີວະພາບໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ. ທ່ານ ບຸ່ຍວັນທັງ ຢູ່ເຂດທ່ອງທ່ຽວ Green Farm ເມືອງ ເຈົາດົກ ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າເຊື່ອມຕໍ່ກັບບັນດາ ຟາມ ອື່ນ ເພື່ອສ້າງເປັນລະບົບທ່ອງທ່ຽວຄົບບໍລິການ. ນອກນັ້ນ ຍັງຮ່ວມສຳພັນກັບບັນດາຄອບຄົວຊາວກະສິກອນ, ບັນດາຟາມໃຫຍ່ ແລະ ສົມທົບກັບບັນດາຄະນະ ຂະແຫນງການ ອົງການຈັດຕັ້ງມະຫາຊົນເພື່ອສ້າງເປັນສາຍທ່ອງທ່ຽວ. ຄຽງຄູ່ກັນນັ້ນ ພວກຂ້າພະເຈົ້າເຄີຍຈັດຕັ້ງບາງງານບຸນ, event ປະຈຳເດືອນເພື່ອສ້າງຄວາມດູດດື່ມໃຫມ່ໃຫ້ແກ່ນັກທ່ອງທ່ຽວ.”

ໄປຢ້ຽມຊົມ, ຖ່າຍຮູບທີ່ລະນຶກ, ຊິມໝາກໄມ້ສົດຫລາຍຊະນິດຢູ່ກັບທີ່ບັນດາສວນໝາກໄມ້ ກໍ່ແມ່ນການເລືອກເຟັ້ນຂອງນັກທ່ອງທ່ຽວຫລາຍຄົນເມື່ອມາຢ້ຽມຢາມ ບ່າເຣ້ຍ - ຫວູງເຕົາ. ບໍ່ພຽງແຕ່ເທົ່ານັ້ນ ນັກທ່ອງທ່ຽວ ຍັງໄດ້ຮັບການແນະນຳຈາກເຈົ້າຂອງສວນໝາກໄມ້ກ່ຽວກັບວິທີປູກຝັງ, ບົວລະບັດຕົ້ນໄມ້ຕາມມາດຖານຄຸນນະພາບ. ເມື່ອໄປຢ້ຽມຊົມບັນດາຟາມລ້ຽງໄກ, ໝູປ່າ, ໝາຟູວັກ…. ນັກທ່ອງທ່ຽວຍັງໄດ້ເຊື່ອມຕົວເປັນຊາວກະສິກອນຢ່າງແທ້ຈິງ. ສິ່ງນີ້ໄດ້ນຳມາເຊິ່ງບັນດາປະສົບການທີ່ດູດດື່ມໃຫ້ແກ່ນັກທ່ອງທ່ຽວ. ທ່ານນາງ ຫງວຽນທູເຫ້ວ ນັກທ່ອງທ່ຽວມາຈາກນະຄອນ ໂຮ່ຈິມີນ ແບ່ງປັນວ່າ:

 “ຂ້າພະເຈົ້າມີຄວາມປະທັບໃຈເມື່ອມານີ້ ເຫັນວ່າ ບ່າເຣ້ຍ - ຫວູງເຕົາ ມີບັນດາສວນໝາກໄມ້ຊີວະພາບໃຫຍ່ແລະສວຍງາມຄືແນວນີ້. ອາກາດປອດໂປ່ງ, ເຮັດໃຫ້ພວກຂ້າພະເຈົ້າໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດສວຍງາມ ແລະ ຮູ້ສຶກສະຫວາດສະເຫວີຍທີ່ສຸດ”

ພັດ​ທະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ບ່າ​ເຣ້ຍ - ຫວູງ​ເຕົາ - ảnh 2ແຂກທ່ອງທ່ຽວທັດສະນະສຶກສາ ເຂດທ່ອງທ່ຽວຊີວະພາບ ບຶງບາກ, ບາເຣ້ຍ - ຫວູງເຕົາ ພາບ:bariavungtautourism.com.vn) 

ບໍລິເວນແຂວງ ຍັງມີຫລາຍຮູບແບບຜະລິດກະສິກຳໝູນໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີຊີວະສາດສ້າງບັນດາຜະລິດຕະພັນໃຫ້ແກ່ການພັດທະນາການທ່ອງທ່ຽວ.

ຂະແຫນງທ່ອງທ່ຽວ ແຂວງ ບ່າເຣ້ຍ - ຫວູງເຕົາ ພວມມີບັນດາແຜນການລະອຽດ ເພື່ອຂຸດຄົ້ນທ່າແຮງຈາກທຳມະຊາດຢ່າງສຸດຂີດ, ລົງທຶນພັດທະນາບັນດາເຂດຊີວະພາບ, ຍົກສູງຄຸນນະພາບບໍລິການ, ດຶງດູດນັກທ່ອງພາຍໃນປະເທດ ແລະ ສາກົນ, ປະກອບສ່ວນເພີ່ມ  GDP ໃຫ້ທົ່ວແຂວງ, ຢັ້ງຢືນບົດບາດ, ທ່າແຮງ ແລະ ເຄື່ອງໝາຍທ່ອງທ່ຽວ ບ່າເຣ້ຍ - ຫວູງເຕົາ ຊື່ງໄດ້ກໍ່ສ້າງໃນຫລາຍປີຜ່ານມາເທື່ອລະກ້າວ.

  ທ່ານ ຈີ້ງຮ່າງ, ຫົວຫນ້າພະແນກທ່ອງທ່ຽວ ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າ ພວມສະເຫນີຕໍ່ກັບຄະນະກຳມະການປະຊາຊົນແຂວງ ເພື່ອຈ້າງຜູ້ຊ່ຽວຊານ marketing ຜ່ານບັນດາລາຍການອອນລາຍ ເພື່ອບຳລຸງຄວາມຮູ້ ທັກສະ marketing ໃຫ້ຮາກຖານດຳເນີນທຸລະກິດ ທ່ອງທ່ຽວ ທັງໝົດ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ບ່າເຣ້ຍ - ຫວູງເຕົາ ນັບມື້ນັບຫລາຍກວ່າ.”

ເພື່ອຮັບປະກັນການພັດທະນາການທ່ອງທ່ຽວຊີວະພາບແບບຍືນຍົງ, ແຂວງ ບ່າເຣ້ຍ - ຫວູງເຕົາ ພວມຍູ້ແຮງບັນດາມາດຕະການ, ຂຸດຄົ້ນບັນດາທ່າແຮງຄວາມສາມາດບົ່ມຊ້ອນຂອງທຳມະຊາດຢ່າງເໝາະສົມ ພ້ອມທັງ ສົມທົບຢ່າງຄົບຊຸດທັງ 3 ປັດໄຈ ນັ້ນແມ່ນແຜນນະໂຍບາຍແນວທາງຂອງບັນດາອົງການຄຸ້ມຄອງລັດ, ການຄຸ້ມຄອງບໍລິຫານຂອງອຳນາດການປົກຄອງທຸກຂັ້ນ ແລະ ການເຂົ້າຮ່ວມຂອງປະຊາຄົມຊາວທ້ອງຖິ່ນ ແລະ ນັກທ່ອງທ່ຽວ.

ໄລຍະປະຈຸບັນ ຄຽງຂ້າງການສ້າງແຜນຟື້ນຟູ ແລະ ເຕີບໂຕຂະແຫນງທ່ອງທ່ຽວ, ຂະແຫນງທ່ອງທ່ຽວ ບ່າເຣ້ຍ - ຫວູງເຕົາ ສືບຕໍ່ຊຸກຍູ້ໂຄງການກະຕຸ້ນການທ່ອງທ່ຽວພາຍໃນປະເທດ ບົນພື້ນຖານຮ່ວມສຳພັນກັບບັນດາວິສາຫະກິດ, ໂຮງແຮມ, ບໍລິສັດທ່ອງທ່ຽວ, ສ້າງບັນດາຜະລິດຕະພັນທ່ອງທ່ຽວໃຫມ່ເພື່ອດຶງດູດນັກທ່ອງທ່ຽວ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການພັດທະນາການທ່ອງທ່ຽວຊີວະພາບ. ເພື່ອໃຫ້ໃນອະນາຄົດ ທ່ອງທ່ຽວຊີວະພາບ ບ່າເຣ້ຍ - ຫວູງເຕົາ ຈະແມ່ນປະຖົມປັດໄຈເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ, ປະກອບສ່ວນຫລາຍສົມຄວນໃຫ້ແກ່ພາລະກິດພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ