ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ​ ດ່າ​ໜັງ​ ສີ​ຂຽວ, ອັດ​ສະ​ລິ​ຍະ ດ້ວ​ຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ Make in Vietnam

(VOVWORLD) - ໃນຊຸມປີມໍ່ໆມານີ້, ທ່າກ່ຳປັ່ນ ດ່າໜັງ, ນະຄອນ ດ່າໜັງ ຂອງ ຫວຽດນາມ ໄດ້ເສີມຂະຫຍາຍບັນດາຜົນງານຂອງການປະຕິວັດອຸດສາຫະກຳ 4.0 ຢ່າງມີປະສິດທິຜົນ ເພື່ອພັດທະນາວິສາຫະກິດຕາມທິດທັນສະໄໝ, ກ້າວໜ້າ ແລະ ຍືນຍົງ, ຕາມນັ້ນແລ້ວ, ການເຄື່ອນໄຫວທຸລະກຳກໍວ່ອງໄວ, ຊັດເຈນ ແລະ ທັນເວລາ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍ. ວິວັດການຫັນເປັນດີຈີຕອນຢ່າງແຮງ, ສົມທົບກັບບັນດາຜະລິດຕະພັນເຕັກໂນໂລຢີ Make in Vietnam, ໄດ້ຊ່ວຍໃຫ້ທ່າກ່ຳປັ່ນດ່າໜັງ ນຳໃຊ້ ແລະ ຂຸດຄົ້ນວິວັດການຜະລິດໄດ້ຢ່າງສູງສຸດ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຍົກສູງສະມັດຕະພາບການຂຸດຄົ້ນ ແລະ ມຸ່ງໄປເຖິງການສ້າງທ່າກ່ຳປັ່ນອັດສະລິຍະ ແລະ ທ່າກ່ຳປັ່ນສີຂຽວ.

 
ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ​ ດ່າ​ໜັງ​ ສີ​ຂຽວ, ອັດ​ສະ​ລິ​ຍະ ດ້ວ​ຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ Make in Vietnam - ảnh 1ກ່ຳປັ່ນເຂົ້າທຽບທ່າ ຕຽນຊາ (ພາບ: VOV)
 

ກ່ອນນີ້, ເມື່ອລົດຕູ້ຄອນເທນເນີ ເຂົ້າທຽບທ່າກ່ຳປັ່ນດ່າໜັງ, ຜູ້ຂັບລົດຕ້ອງແຈ້ງເອກະສານ ແລະ ເຮັດລະບຽບການຜ່ານຫຼາຍຂັ້ນຕອນ ຈຶ່ງເຂົ້າທຽບທ່າຮັບສິນຄ້າໄດ້. ວິວັດທະນາການນີ້ ໄດ້ສ້າງຄວາມຫຍຸ້ງຍາກ ແລະ ເສຍເວລາໃນການມອບ - ຮັບສິນຄ້າ. ດັ່ງນັ້ນ, ທ່າກ່ຳປັ່ນ ດ່າໜັງ ໄດ້ນຳໃຊ້ແອັບພຼີເຄຊັນ AutoGate ໂດຍບໍລິສັດ Phenikaa MaaS ສ້າງ ແລະ ຕິດຕັ້ງ. AutoGate ຊ່ວຍໃຫ້ລູກຄ້າສາມາດເຮັດລະບຽບການໄດ້ຢູ່ທຸກທີ່ທຸກບ່ອນທີ່ມີອິນເຕີເນັດ, ຫຼຸດຜ່ອນເວລາມອບ - ຮັບສິນຄ້າ ແລະ ປະຢັດຄ່າໃຊ້ຈ່າຍໃນການພິມເອກະສານອອກ, ການເກັບຮັກສາສຳເນົາເອກະສານ ແລະ ທຸກຂໍ້ມູນລ້ວນແຕ່ໄດ້ຫັນເປັນດີຈີຕອນ. ທ່ານ ຫງວຽນແທ້ງເຕິມ, ຜູ້ຂັບລົດຂອງບໍລິສັດ ຊອງຢາຮຶງ ຈຳກັດຜູ້ດຽວ ໃຫ້ຂໍ້ສັງເກດວ່າ:

“ການເຮັດລະບຽບການຕາມຂັ້ນຕອນເກົ່າ ເຮັດໃຫ້ອັ່ງອໍກັນຢູ່ປະຕູເຂົ້າ-ອອກທ່າກ່ຳປັ່ນ. ແຕ່ປັດຈຸບັນນີ້ ມີລະບົບເອເລັກໂຕນິກແລ້ວ ກໍ່ສາມາດເຮັດລະບຽບການໄດ້ໄວຫຼາຍ, ໃຊ້ເວລາພຽງແຕ່ 1 ນາທີກໍແລ້ວໆ, ສະດວກຫຼາຍ, ການມອບ - ຮັບສິນຄ້າກໍຖືກໂມງຖືກເວລາ”.

ນັບແຕ່ທ້າຍປີ 2020, ທ່າກ່ຳປັ່ນ ດ່າໜັງ ໄດ້ຜັນຂະຫຍາຍ ແອັບພຼີເຄຊັນທ່າກ່ຳປັ່ນ ເອເລັກໂຕນິກ ePort ເພື່ອແນໃສ່ຜັນຂະຫຍາຍຄຳສັ່ງມອບສິນຄ້າຜ່ານທາງເອເລັກໂຕນິກ; ເຮັດລະບຽບການຜ່ານທາງເອເລັກໂຕນິກ; ໃບບິນເອເລັກໂຕນິກ ແລະ ການຊຳລະເອເລັກໂຕນິກ. ເຊິ່ງທັງສອງອາບຟຼຣີເຄຊັນດັ່ງກ່າວ ລ້ວນແຕ່ໂດຍນັກວິສະວະກອນ ຫວຽດນາມ ສ້າງຂຶ້ນ. ນອກຈາກນັ້ນແລ້ວ, ເພື່ອເປັນເຈົ້າການກ່ຽວກັບເວລາສະໜອງເຊື້ອເພີງ, ສະຖິຕິລະບົບຄຸ້ມຄອງເຊື້ອເພີງ ໂດຍບໍ່ຕ້ອງອີງໃສ່ພະນັກງານຄຸ້ມຄອງຂອງສາງ (ປ້ຳ) ... ທ່າກ່ຳປັ່ນ ດ່າໜັງ ໄດ້ໝູນໃຊ້ມາດຕະການ: ສາງເຊື້ອເພີງອັດຕະໂນມັດ - ລະບົບຄຸ້ມຄອງເຊື້ອເພີງ 4.0. ທ່ານ ຫວໍຮ່າເຟືອງ, ຫົວໜ້າຫ້ອງການຕາງໜ້າບໍລິສັດກ່ຳປັ່ນ WanHai ປະຈຳ ດ່າໜັງ ໃຫ້ຮູ້ວ່າ:

“ເມື່ອທ່າກ່ຳປັ່ນດ່າໜັງ ໄດ້ປະຕິບັດຂັ້ນຕອນ ມອບ - ຮັບເຊື້ອເພີງ ດ້ວຍ EDO ຄຳສັ່ງມອບສິນຄ້າ ເອເລັກໂຕນິກ ກໍ່ໄດ້ສ້າງເງື່ອນໄຂສະດວກໃຫ້ທຸກໆລູກຄ້າທີ່ນຳເຂົ້າ - ສົ່ງອອກ ຢູ່ພາກກາງ ເວົ້າລວມ ແລະ ດ່າໜັງ ເວົ້າສະເພາະ. ບັນດາແອັບພຼີເຄຊັນດັ່ງກ່າວ ໄດ້ຊ່ວຍປະຢັດເວລາ, ຄ່າໃຊ້ຈ່າຍໃຫ້ທຸກຝ່າຍ”.

ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ​ ດ່າ​ໜັງ​ ສີ​ຂຽວ, ອັດ​ສະ​ລິ​ຍະ ດ້ວ​ຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ Make in Vietnam - ảnh 2ລະບົບກ້ອງວົງຈອນປິດຢູ່ທ່ານກ່ຳປັ່ນ (ພາບ: VOV)

ປັດຈຸບັນ, ທ່າກ່ຳປັ່ນ ດ່າໜັງ ແມ່ນແກ່ນສານຂອງລະບົບສະໜອງ logistic ທົ່ວໂລກ ດ້ວຍລະບົບນິເວດໃນການເດີນເຮືອ ຮັບປະກັນໃຫ້ສິນຄ້າໄດ້ຈໍລະຈອນຢ່າງລຸລ່ວງ ແລະ ປອດໄພ. ນັບແຕ່ເມື່ອໝູນໃຊ້ເຕັກໂນໂລຢີ, ທ່າກ່ຳປັ່ນເອເລັກໂຕນິກ ກໍ່ໄດ້ນຳມາເຊິ່ງປະສິດທິຜົນຫຼາຍຢ່າງໃຫ້ລະບົບນິເວດໃນການເດີນເຮືອ, ເປັນຕົ້ນແມ່ນ ຫຼຸດຜ່ອນເວລາມອບ - ຮັບສິນຄ້າ, ຄ່າໃຊ້ຈ່າຍ logistics, ປະຢັດຄ່າໃຊ້ຈ່າຍໃນການບໍລິຫານ, ການໄປມາ, ບຸກຄະລາກອນ. ທ່ານ ເລນາມຮຸ່ງ, ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນ logistics Portserco, ຮອງປະທານຜູ້ປະຈຳການສະຫະສະມາຄົມຂົນສົ່ງສິນຄ້າທາງບົກ ດ່າໜັງ, ຕີລາຄາສູງບັນດາບາດກ້າວເດີນໃໝ່ຂອງທ່າກ່ຳປັ່ນ ດ່າໜັງ ມຸ່ງໄປເຖິງການສ້າງທ່າກ່ຳປັ່ນອັດສະລິຍະ.

“ຂ້າພະເຈົ້າຕີລາຄາສູງສ່ວນບຸກຄົນ, ວິສາຫະກິດຂອງທ່າກ່ຳປັ່ນດ່າໜັງ. ສ່ວນສະຫະສະມາຄົມ ກໍມີຫຼາຍວິສາຫະກິດທີ່ໃຊ້ການບໍລິການຢູ່ທ່າກ່ຳປັ່ນ ດ່າໜັງ. ວິສາຫະກິດ ກໍຕີລາຄາສູງການຫັນປ່ຽນຢ່າງທັນການ, ມີຄຸນນະພາບຂອງແອັບພຼີເຄຊັນ ePort ຂອງທ່າກ່ຳປັ່ນ. ການເຊື່ອມຕໍ່ລະຫວ່າງບໍລິສັດກ່ຳປັ່ນກັບອົງການພາສີ ກໍໄດ້ປະຕິບັດຜ່ານແອັບພຼີເຄຊັນດັ່ງກ່າວ ຢ່າງງ່າຍດາຍ, ຄຸນນະພາບຂອງການບໍລິການຜ່ານ ແອັບດັ່ງກ່າວກໍດີຫຼາຍ”.

ການໝູນໃຊ້ແອບຟຼີເຄຊັນເອເລັກໂຕນິກ ດ້ວຍ 3 ມາດຖານ “ບໍ່ສຳຜັດ; ບໍ່ໃຊ້ເຈ້ຍ, ບໍ່ໃຊ້ເງິນສົດ” ທ່າກ່ຳປັ່ນດ່າໜັງ ໄດ້ນຳມາເຊິ່ງຄວາມສະດວກໃຫ້ແກ່ບັນດາຄູ່ຮ່ວມມື; ຍູ້ໄວຄວາມຄືບໜ້າໃນການມອບ - ຮັບສິນຄ້າ, ນຳສິນຄ້າເຂົ້າລະບົບສະໜອງໄດ້ຢ່າງວ່ອງໄວ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ. ທ່ານ ເຈິ່ນເລຕວັນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ທ່າກ່ຳປັ່ນດ່າໜັງ ໃຫ້ຮູ້ວ່າ:

“ທ່າກ່ຳປັ່ນ ດ່າໜັງ ໄດ້ສ້າງຍຸດທະສາດຫັນເປັນດີຈີຕອນ ໄລຍະ 2020 2025, ວິໄສທັດຮອດປີ 2030. ພວກຂ້າພະເຈົ້າໄດ້ສູ້ຊົນຮອດປີ 2024 ກາຍເປັນທ່າກ່ຳປັ່ນດີຈີຕອນຢ່າງສົມບູນ ດ້ວຍການນຳໃຊ້ຫຼາຍເຕັກໂນໂລຢີທັນສະໄໝ, ກ້າວໜ້າຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອໝູນໃຊ້ເຂົ້າໃນການເຄື່ອນໄຫວ, ຂຸດຄົ້ນ ແລະ ຄຸ້ມຄອງ”.

ຈາກບັນດາມາດຕະການເຕັກໂນໂລຢີດັ່ງກ່າວ, ທ່າກ່ຳປັ່ນ ດ່າໜັງ ໄດ້ຊ່ວຍໃຫ້ພະນັກງານ, ຄູ່ຮ່ວມມື ກວດກາ, ຄົ້ນຫາຂໍ້ມູນ ໄດ້ຢ່າງງ່າຍດາຍ, ແຕ່ລະປີ ປະຢັດຄ່າໃຊ້ຈ່າຍໃນການພິມເອກະສານ, ນ້ຳມັນເກືອບ 100.000 ໂດລາສະຫະລັດ. ePort ແລະ Autogate ໄດ້ນຳທ່າກ່ຳປັ່ນ ດ່າໜັງ ກາຍເປັນທ່າກ່ຳປັ່ນອອນໄລ, ເຮັດລະບຽບການໄດ້ຢູ່ທຸກບ່ອນທຸກເວລາ, ມີປະສິດທິຜົນ, ວ່ອງໄວ. ຜ່ານນັ້ນ, ກໍປະກອບສ່ວນຍົກສູງຄວາມໄວ້ວາງໃຈ ແລະ ຄຸນນະພາບການບໍລິການຂອງທ່າກ່ຳປັ່ນ ດ່າໜັງ ກັບລູກຄ້າ ກ່ຽວກັບການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີເຂົ້າໃນການຄຸ້ມຄອງ, ຂຸດຄົ້ນ ແລະ ການບໍລິຫານການຜະລິດ, ເພີ່ມສະມັດຕະພາບ, ປະສິດທິຜົນການເຄື່ອນໄຫວ. ໃນປີ 2022, ທ່າກ່ຳປັ່ນດ່າໜັງ ມີ 49 ຂໍ້ລິເລີ່ມໃນຫຼາຍຂົງເຂດ, ຫຼາຍພາກສ່ວນ ນຳມາເຊິ່ງຜົນປະໂຫຍດໃຫ້ບໍລິສັດ ດ້ວຍມູນຄ່າເກືອບ 500.000 ໂດລາສະຫະລັດ./.

ຕອບກັບ

ຂ່າວ/ບົດ​ອື່ນ