ພັດທະນາທ່າກຳປັ່ນເພື່ອໃຫ້ເສດຖະກິດທະເລພັດທະນາແບບຍືນຍົງ

(vovworld) -  ຫວຽດນາມແມ່ນ​ປະ​ເທດ​ທີ່ມີ​ຝັ່ງ​ທະ​ເລ​ຍາວ​ຢຽດກວ່າ 3.200 ກິ​ໂລ​ແມດ​, ນີ້ແມ່ນ​​ເງື່ອນ​ໄຂ​ສະດວກທີ່​ສຸດສຳລັບ​ການ​ພັດທະນາ​ເສດຖະກິດ​ທະ​ເລ. ​ແຕ່​ຍ້ອນວ່າ​​ໃນຫລາຍ​ປີຜ່ານ​ມາ ​ເສດຖະກິດ​ອີງ​ໃສ່​ຊັບພະຍາກອນ​​​ໃນເຂດ​ດິນ​ຕໍ່​ແຜ່ນ​ເປັນ​ຕົ້ນ. ສະ​ນັ້ນ, ເລື່ອງ​ວາງ​ແຜນ​ກຳນົດ​ບັນດາ​ທ່າ​ກຳ​ປັ່ນ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຂຸດ​ຄົ້ນ​ຖືກ​ກັບ​ຈຸດໝາຍເທື່ອ. ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ທະ​ເລ​ແບບ​ຍືນ​ຍົງ, ​ການວາງ​ແຜນ​ກຳນົດ​ກໍ່ສ້າງ​ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ​ແມ່ນ​ມີ​ຄວາມ​ສຳຄັນ​ຍິ່ງ.

ພັດທະນາທ່າກຳປັ່ນເພື່ອໃຫ້ເສດຖະກິດທະເລພັດທະນາແບບຍືນຍົງ - ảnh 1
ຄວາມຕ້ອງການຂົນສົ່ງສິນຄ້າຜ່ານທ່າກຳປັ່ນເພີ່ມຂຶ້ນ
ພາບປະກອບ: internet

        ປະຈຸ​ບັນ ຫວຽດນາມ ມີ​ທ່າ​ກຳ​ປັ່ນ​​ໃຫຍ່ ນ້ອຍ​ກວ່າ 24 ​ແຫ່ງ ​ແລະ 90% ຈຳນວນສິນຄ້າ​ນຳ​ເຂົ້າ​ສົ່ງ​ອອກ​ຂອງ ຫວຽດນາມ ​​ແມ່ນ​ຂົນສົ່ງ​ທາງ​ທະ​ເລ. ໃນ​ແຕ່ລະ​ປີ​​, ປະລິມານ​ສິນຄ້າທີ່​ຖືກ​ຂົນ​ສົ່ງຜ່ານ​ທ່າ​ກຳ​ປັ່ນ​ທະ​ເລ​ຕ່າງໆແມ່ນ​ເພີ່ມ​ຂຶ້ນ​ສະ​ເລ່ຍ​ປະມານ 10%/ປີ ​ແລະ ມາ​ຮອດ​ປະຈຸ​ບັນ ຄວາມ​ຕ້ອງການຂົນ​ສົ່ງ​ສິນຄ້າ​ຜ່ານ​ທ່າ​ກຳ​ປັ່ນ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ເມື່ອ​ທຽບ​ໃສ່​ລະດັບ​ການ​ລົງທຶນ​ກໍ່ສ້າງ​ທ່າກຳ​ປັ່ນ. ບັນດາ​ທ່າ​ກຳ​ປັ່ນ​ຄື: ຫາຍ​ຟ່ອງ, ດາ​ຫນັງ ​ແລະ ​ນະຄອນ ​ໂຮ່ຈິ​ມີນ ຊຶ່ງ​ແມ່ນ​ບັນດາ​ທ່າ​ກຳ​ປັ່ນ​ສຳຄັນ, ສ​ວມບົດບາດ​ຫລັກ​​ແຫ​ລ່ງ​ໃນ​ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ ຫວຽດນາມ ​​ແຕ່ສະຖານ​ທີ່​ໃຫ້​ການບໍລິການ​ຂອງ​​ທ່າ​ກຳ​ປັ່ນ​ເຫລົ່າ​ນີ້ຍັງ​ຂັບ​ແຄບ​ຢູ່, ລະບົບ​ຄົມມະນາຄົມ​ທາງລົດ​​ໄຟ, ທາງບົກ​ທີ່ເຊື່ອມ​ຕໍ່​ທ່າ​ກຳ​ປັ່ນ​ກັບ​ຕາ​ຫນ່າງ​ຄົມມະນາຄົມ​ແຫ່ງ​ຊາດ​ບໍ່​ທັນ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ຄົບ​ຊຸດ​ເທື່ອ. ສະ​ນັ້ນ​, ​ເລື່ອງ​ຂຸດ​ຄົ້ນ​ບັນດາ​ທ່າ​ກຳ​ປັ່ນ​ທະ​ເລ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນຂອງ​​ການ​ພັດທະນາ. ທ່ານ ​ໂດ໋ຊວນ​ກວາງ, ປະທານ ສະຫະ​ສະມາຄົມ​ສາງຮັບ​ສົ່ງສິນຄ້າ ຫວຽດນາມ (VIFFAS) ຖື​ວ່າ:

        “ລັກສະນະ​ຄົບ​ຊຸດ​ຂອງ​ບັນດາ​ທ່າ​ກຳ​ປັ່ນ​ບໍ່​ທັນ​ສູງ, ​ມີ​ຂອບຂະຫນາດ​ນ້ອຍ​ແລະ ບ​ໍ່​ເປ​ັນລະບົບ, ການເຊື່ອມ​ຕໍ່​ຍັງ​ຈຳກັດ​ຢູ່. ຕົວຢ່າງ​ຄື: ປະຈຸ​ບັນ, ມີ​ທ່າ​ກຳ​ປັ່ນ​ຫລາຍ​ແຫ່ງ​ໄດ້​ຮັບ​ການ​ກໍ່ສ້າງແລ້ວ ​ແຕ່​ລະບົບ​ logistics (ບໍລິການ​ສາງ, ສະຖານ​ທີ່, ຮັບ​ສົ່ງ​ ​ແລະ ຂົນ​ສ່ົງ​ສິນຄ້າ​) ທີ່ເຊື່ອມ​ຕໍ່​ກັບ​ລະບົບ​ທ່າ​ກຳ​ປັ່ນ​ບໍ່​ທັນ​​ໄດ້​ຮັບ​ການປັບປຸງເທື່ອ, ສະ​ນັ້ນ ບັນຫາ​ຄົມມະນາຄົມ​ຂົນ​ສົ່ງ, ​ທີ່ເຊື່ອມ​ຕໍ່​ລະຫວ່າງ​ທ່າ​ກຳ​ປັ່ນ​ທະ​ເລ​ກັບ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ​ພວມ​ແມ່ນ​ບັນຫາ​ຮີບ​ດ່ວນ​ທີ່​ສຸດ​ໃນ​ໄລຍະປະ​ຈຸ​ບັນ.”

        ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ພັດທະນາ, ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ ຫວຽດນາມ ຈຳ​ເປັນຕ້ອງ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ນຳ​ໃຊ້​ຮູບ​ແບບ​ການ​ຄຸ້ມ​ຄອງ​ທີ່​ກ້າວຫນ້າ ​ແລະ ຍົກ​ສູງ​ກຳລັງ​ຂຸດ​ຄົ້ນ​ທ່າ​ກຳ​ປັ່ນ. ​ພິ​ເສດ ຄວນ​ຍົກ​ລະດັບການ​ລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ພັດທະນາ​​​ຕົວ​ຈິງ. ຕົວຢ່າງ​ຄື: ທ່າ​ກຳ​ປັ່ນ ​ເຈີ​ນ​​ໄມ ຂຶ້ນ​ກັບ​ແຂວງ ​ເທື່ອ​ທຽນ​ເຫ້ວ, ​ເຖິງ​ວ່າ​ຫາ​ກໍ່​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ເມື່ອ​ປີ 2003 ກໍ​ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ ທ່າ​ກຳ​ປັ່ນ​ນີ້​ຮັບ​ສົ່ງ​ສິນຄ້າ​ເກີນ​ຄວາມ​ສາມາດ​ຮອງ​ຮັບ. ສະ​ເພາະ​ທ່າ​ກຳ​ປັ່ນ​ເລກ 1 ຕາມ​ການ​ອອກ​ແບບ​ແມ່ນ​ຮັບ​ສິນຄ້າ​ປະມານ 1 ລ້ານ​ໂຕນ ​ແຕ່​ມາ​ເຖິງ​ປະ​ຈຸ​ບັນ ​​ແມ່ນ​ຮັບ​ສິນຄ້າ​​ເຖິງປະມານ 1,4 ​ໂຕນ, ສະ​ນັ້ນ ການ​ນຳຂອງທ່າ​ກຳ​ປັ່ນພວມ​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ​ອະນຸຍາດ​ລົງທຶນຕ່ືມ​ອີກ​​ໃຫ້ທ່າ​ກຳ​ປັ່ນ​ເລກ 2 ​ແລະ ​ເລກ 3 ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຮັບ​ສົ່ງ​ສິນຄ້າ. ຄຽງ​ຄູ່​ກັນ​ນັ້ນ ​ແຕ່ລະ​ປີ, ທ່າ​ກຳ​ປັ່ນ ​ເຈີ​ນ​​ໄມ ຍັງ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວມາ​ຢ້ຽມຢາມ​​ແຂວງ ​ເທື່ອ​ທຽນ​ເຫ້ວ ດ້ວຍ​ກຳ​ປັ່ນ ກວ່າ 500.000 ​ເທື່ອ​ຄົນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່າ​ກຳ​ປັ່ນ​ເຈີ​ນ​​ໄມ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ​ແລະ ຖ້າ​ໄດ້​ຮັບ​ການ​ລົງທຶນ​ຈະ​ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ທະ​ເລ​ຂອງ​ທ້ອງ​ຖິ່ນ ​ແລະ ພາກ​ພື້ນ. ທ່ານ ຫງວຽນ​ຫື​ວທໍ້, ຜູ້ອຳ​ນວຍ​ການ​ທ່າ​ກຳ​ປັ່ນ ​ເຈີ​ນ​​ໄມ ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ:

        “​ແຂວງ​ເທື່ອ​ທຽນ​ເຫ້ວ ມີ​ຝັ່ງ​ທະ​ເລ​ຍາວປະມານ 126 ກິ​ໂລ​ແມດ, ​ນັບ​ແຕ່​ເມື່ອ​ມີ​ເຂດ​ເສດຖະກິດທະ​ເລ ​ແລະ ທ່າ​ກຳ​ປັ່ນ ​ເຈີ​ນ​ໄມ, ​ເສດຖະກິດ​ແຂວງ​ເທື່ອ​ທຽນ​​ເຫ້ວ ​ໄດ້ພັດ​ທະ​ນາ​ດີ​ພໍ​ສົມຄວນ. ຕົວຢ່າງ​ຄື ກ່ອນ​ນີ້ ຂົນ​ສົ່ງ​ໄມ້​ເຂົ້າ​ນະຄອນ ດາ​ຫນັງ ຕ້ອງ​ຜ່ານ​ທາງ​ບົກ​ດ້ວຍຄວາມ​ຍາວ​ປະມານ 100 ກິ​ໂລ​​ແມດ  ​ແລະ ຕ້ອງ​ເສຍ​ຄ່າ​ຂົນ​ສົ່ງ​ສູງ ​ແຕ່​ເມື່ອ​ຂົນ​ສົ່ງ​ທາງ​ທະ​ເລ ຄ່າ​ຂົນ​ສ່ົງ​ກໍ່ຫຼຸດ​ລົງ. ສະ​ນັ້ນ ຜູ້​ຂາຍ​ໄດ້​ຮັບ​ກຳ​ໄລ​ຫລາຍ​ກວ່າ. ນອກ​ນັ້ນ, ທ່າ​ກຳ​ປັ່ນ​ເຈີ​ນ​ໄມ ຍັງ​ໄດ້ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ຂອງ​ລັດຖະບານ​ກ່ຽວ​ກັບ​ການລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາ​ມທຸກ​ຍາກ.”

ພັດທະນາທ່າກຳປັ່ນເພື່ອໃຫ້ເສດຖະກິດທະເລພັດທະນາແບບຍືນຍົງ - ảnh 2
ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ທະ​ເລ​ແບບ​ຍືນ​ຍົງ, ​ການວາງ​ແຜນ​ກຳນົດ​ກໍ່ສ້າງ​ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ​ແມ່ນ​ມີ​ຄວາມ​ສຳຄັນ​
ພາບປະກອບ: internet

        ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ ອາດ​ຈະ​​ເຫັນ​ໄດ້​ວ່າ ບັນດາ​ບໍລິສັດ​ຂຸດ​ຄົ້ນ​ທ່າ​ກຳ​ປັ່ນ​ຂອງ ຫວຽດນາມ ​ໄດ້ ​ແລະ ພວມ​ມີ​ການ​ແກ້ງ​ແຍ້​ງ​ໂດຍ​ກົງ​ກັບ​ບັນດາ​ບໍລິສັດ​ຂຸດ​ຄົ້ນ​ທ່າ​ກຳ​ປັ່ນ​ຊັ້ນ​ນຳ​ຂອງ​ໂລກ. ມີ​ກຸ່ມ​ບໍລິສັດ​ລົງທຶນ​ທ່າ​ກຳ​ປັ່ນ​ໃຫຍ່​ຫລາຍ​ແຫ່ງ​ຢູ່​ໃນ​ໂລກ ​ໄດ້​ມີຫນ້າ​ຢູ່ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ການ​ບໍລິການ​ logistics ຂົນ​ສົ່ງ​​ທາງ​ທະ​ເລ. ທ່ານ ​ໂດ໋ຊວນ​ກວາງ, ປະທານ​ສະຫະ​ສະມາຄົມ​ສາງຮັບ​ສົ່ງສິນຄ້າ ຫວຽດນາມ ຖື​ວ່າ:

        “ຮອດ​ປີ 2014, ບັນດາ​ບໍ​ລິ​ສັດ​ຕ່າງປະ​ເທດ ຈະ​ໄດ້​ຮັບ​ອະນຸຍາດ​ເປີດການ​ບໍລິການ​ຢູ່​ຫວຽດນາມ​ດ້ວຍ​ທຶນ​ຕ່າງປະ​ເທດ 100%. ​ແຕ່​ພວກ​ຂ້າພະ​ເຈົ້າ​ບໍ​​ມີຄວາມ​ວິ​ຕົກ​ກັງວົນ​ພໍ​ປານ​ໃດ. ​ເພາະວ່າ ຊາວ​ຫວຽດນາມ ​ແມ່ນ​ຜູ້​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຕະຫລາດ​ຫວຽດນາມ​ກວ່າ ​ແລະ ມີ​ບາງ​ການບໍລິການ, ຂະ​ແຫນງອາຊີບ ​ພຽງ​ແຕ່​ບັນດາ​ບໍ​ລິ​ສັດ ຫວຽດນາມ ຈຶ່ງ​ມີ​ທ່າ​ໄດ້​ປຽບ​.”

        ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ພັດທະນາ​ແບບ​ຍືນ​ຍົງ, ລັດຖະບານ ຫວຽດນາມ ​ໄດ້​ອະນຸມັດ​ຍຸດ​ທະ​ສາດ​ພັດທະນາ​ລະບົບ​ທ່າ​ກຳ​ປັ່ນ ຫວຽດນາມ ​ໄລຍະ​ແຕ່​ນີ້​ຮອດ​ປີ 2020 ກຳນົດ​ທິດ​ໄລ​ຍະ 2030 ດ້ວຍ​ຍອດ​ລາຍ​ຈ່າຍ​ລົງທຶນ 440 ຕຶ້ດົ່ງ​, ​ໃນ​ນັ້ນ ຮອດ​ປີ 2015 ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ​ແຫ່ງ​ຊາດ ສາມາດ​ຕອບ​ສະຫນອງ​ການ​ຮັບ​ສົ່ງ​ສິນຄ້າ​​ໄດ້ປະມານ 500 - 600 ລ້ານ​ໂຕນ​/ປີ ​ແລະ ບັນລຸ​ປະມານ 1 ຕື້​ໂຕນ/ປີ ​ໃນ​ປີ 2020,​ ສູ້​ຊົນ​ບັນລຸ​​ໃຫ້​ໄດ້ແຕ່ 1,6 - 2 ຕື້​ໂຕນ​ໃນ​ປີ 2030. ຈຸດໝາຍ​ຂອງ​ລັດຖະບານ ຫວຽດນາມ ​ແມ່ນ​ພັດທະນາ​ເສດຖະກິດ​ການ​ເດີນ​ທະ​ເລ ​ໃຫ້​ກາຍ​ເປັນ​ຫນຶ່ງ​ໃນ 5 ຂະ​ແຫນງ​ເສ​ດຖະກິດ​ຕົ້ນຕໍ ປະກອບສ່ວນ​ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ​​ເຂັ້ມແຂງ​ທາງ​ດ້ານ​ເສດຖະກິດ​ທະ​ເລ ​ແລະ ການບໍລິການ​ທາງ​ທະ​ເລ.

ຕອບກັບ

ຂ່າວ/ບົດ​ອື່ນ