ພັດທະນາເຂດເຕັກໂນໂລຊີສູງ ເພື່ອບັນລຸລະດັບເຕີບໂຕເສດຖະກິດແບບຍືນຍົງ

(vovworld) - ລັດຖະບານ ຫວຽດນາມ ​ໄດ້ວາງ​ຄາດໝາຍ​ຮອດ​ປີ 2020 ມູນຄ່າ​ບັນດາ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ຜະລິດ​ຕະພັນ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ກວມອັດຕາ 40% ມູນຄ່າ​ຜະລິດ​ຕະພັນອຸດສາຫະກຳ​ຂອງ​ທັງ​ປະ​ເທດ, ປະກອບ ສ່ວນ​ນຳ ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄຫມ. ​ເພື່ອ​ປະຕິບັດ​ຄາດໝາຍ​ນັ້ນ​ໃຫ້​ໄດ​້, ບັນດາ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ຢູ່ ຫວຽດນາມ ພວມ​ກາຍ​ເປັນ​ເຂດ​ຈຸດ​ສຸມ​ໃນ​ການ​ຫັນປ່ຽນ​ຮູບ​​ແບບ​ການ​ເຕີບ​ໂຕ​ເສດຖະກິດ​ຕາມ​ທິດ​ມີປະສິດທິ​ຜົນ, ​ແລະ ໝັ້ນຄົງ.

ພັດທະນາເຂດເຕັກໂນໂລຊີສູງ ເພື່ອບັນລຸລະດັບເຕີບໂຕເສດຖະກິດແບບຍືນຍົງ - ảnh 1
ເຂດອຸດສາຫະກຳ Tan Tao ຢູ່ ນະຄອນ Ho Chi Minh
ພາບ: Internet

        ​ປະຈຸ​ບັນ, ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ນະຄອນ ​ໂຮ່ຈິ​ມິນ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 3 ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໄວ​ກວ່າ​ໝູ່ ​ແລະ ລະດັບ​ເຕີບ​ໂຕ​ພັດທະນາ​ຢ່າງ​ວ່ອງ​ໄວ​ທີ່​ສຸດ​ຢູ່ ຫວຽດນາມ. ພາຍຫລັງ 10 ປີ​ແຫ່ງ​ການ​ພັດທະນາ, ​ ເຂດ​ເຕັກ​ໂນ​ໂລ​ຊີ​ສູງຢູ່​ນະຄອນ ​ໂຮ່ຈິ​ມິນ ​ໄດ້​ຮັບ​ການ​ຕີ​ລາຄາວ່າ​ແມ່ນ​ສະຖານ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັ​ບການ​ລົງທຶນທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ສູງຂອງ​ທັງ​ປະ​ເທດ, ດຶງ​ດູດ​ກຸ່ມ​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ສູງຊັ້ນ​ນຳ​ຂອງ​ໂລກ​ຫລາຍ​ແຫ່ງ​ຄື: Intel ຜະລິດ, ຕິດ​ຕັ້ງ chipset ​ແລະ Jabil ຜະລິດ​ຊິ້ນ​ສ່ວນ​ເອ​ເລັ​ກ​ໂຕ​ນິກຂອງ ອາ​ເມ​ລິ​ກາ; Nidec ​ຂອງ ຍີ່​ປຸ່ນ; Datalogic ຜະລິດ​​ເຄື່ອງ​ອ່ານລະຫັດ​ຂອງ​ອີ​ຕາ​ລີ; ໄລ່​ມາ​ຮອດ​ປະຈຸ​ບັນ, ​ເຂດ​​ເຕັກ​ໂນ​ໂລ​ຊີ​ສູງນະຄອນ ​ໂຮ່ຈິ​ມິນ ​ໄດ້​ດຶງ​ດູດ 66 ​ໂຄງການ​ລົງທຶນ​ດ້ວຍ​ຍອດ​ຈຳນວນ​ທຶນ​ບັນລຸ 2,2 ຕື້ USD. ຢູ່​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ແຫ່ງນີ້​ມີ 29 ​ໂຄງການ​ນຳ​ເຂົ້າເຄື່ອ​ນ​ໄຫວ​, ບັນລຸ​ມູນ​ຄ່າ​ການ​ສົ່ງ​ອອກ​ກວ່າ 35 ຕື້ USD. ການ​ເຄື່ອນ​ໄຫວ​ຂອງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​​ໄດ້​ແກ​້​ໄຂ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​​​ໃນ​ບໍລິ​ເວນ​ນະຄອນ ເກືອບ 17.000 ຄົນ. ​ໃນ​ອະນາຄົດ, ​ ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຮັບ​ການກຳນົດ​ແມ່ນ​ສູນ​​ຜະລິດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ວິວັດ​ການ​ຫັນປ່ຽນ​ເສດຖະກິດ​ຂອງ​ນະຄອນ. ທ່ານ Le Thanh Hai ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ຖື​ວ່າ:

        “ມີ 2 ບັນຫາ​ຊຶ່ງ​ການ​ນຳ​ນະຄອນ​​ສຸມ​ໃສ່​ປະຕິບັດ, ນັ້ນ​ແມ່ນ​ການ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ຂົງ​ເຂດ​ຄົ້ນ​ຄ້ວາ​ພັດທະນາ​ໄລຍະ​ທີ 2 ຂອງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ. ທີ​ສອງ​ແມ່ນ ນະຄອນ​ມີ​ກົນ​ໄກ, ນະ​ໂຍບາຍ​ເພື່ອ​ດຶງ​ດູດ​ບັນດາ​ນັກວິທະຍາສາດ​ພາຍ​​ໃນ​ປະ​ເທດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ບັນດາ​ນັກວິທະຍາສາດ​ຕ່າງປະ​ເທດ ​ເພື່ອ​ລົງທຶນ​ພັດທະນາ​ກໍ​ຄື​ຄົ້ນ​ຄ້ວາ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ນະຄອນ.”

        ​ໂດຍ​ໄດ້​ຮັບ​ການ​ອະນຸມັດ​ຜ່ານນັບ​ແຕ່​ປີ 1985, ​ໃນ​ເກ​ືອບ 15 ປີຜ່ານມາ, ​ ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ Hoa Lac ທາງ​ທິດ​ຕາ​ເວັນ​ຕົກ​ນະຄອນຫລວງ​ຮ່າ​ໂນ້ຍ ​ໄດ້ ​ແລະ ພວມ​ກາຍ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເຄື່ອ​ນ​ໄຫວ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ. ປະຈຸ​ບັນ ພື້ນຖານ​ໂຄງ​ລ່າງ​ໃນ​ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ Hoa Lac ພວມ​ໄດ້​ຮັບ​ການກໍ່​ສ້າງ​​ໃຫ້ສົມບູນ​ແບບ​ເທື່ອ​ລະ​ກ້າວ ດ້ວຍ​ການ​ຫນູນ​ຊ່ວຍ​ຈາກ​ແຫ​ລ່ງທຶນ ODA ຂອງ​ລັດຖະບານ​ຍີ່​ປຸ່ນ, ​ແບ່ງ​ເປັນ 2 ​ໄລຍະ. ຕາມ​ແຜນການ​ແລ້ວ, ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ​ຂອງ​ທັງ​ ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ Hoa Lac ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ໃນ​ປີ 2015 ​ແລະ ​ຈະ​ກາຍ​ເປັນ ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ​ທັນ​ສະ​ໄຫມ​ທີ່​ສຸດ​ຢູ່ ຫວຽດນາມ ກໍ​ຄື​ໃນ​ພາກ​ພື້ນ. ມາ​ຮອດ​ປະຈຸບັນ, ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ Hoa Lac ​ໄດ້​ດຶງ​ດູດ 61 ​ໂຄງກາ​ນລົງທຶນ​ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 1,5 ຕື້ USD. ​ປະຈຸ​ບັນ ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ ມີ 18 ​ໂຄງການ​ໄດ້ນຳ​ເຂົ້າ​ເຄື່ອນ​ໄຫວ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ໂຄງການ​ສູນ​ເຕັກນິກ​ໂອ​ໂຕ Hoa Lac Nissan Techno  ຫວຽດນາມ ຂອງ​ບໍລິສັດ Nissan Techno ຫວຽດນາມ, ​ໂຮງງານ​ຜະລິດ​ຊິ້ນ​ສ່ວນ​ເອ​ເລັກ​ໂຕ​ນິກ ຂອງ ບໍລິສັດ​ເອ​ເລັກ​ໂຕ​ນິກ Noble ຫວຽດນາມ ຈຳກັດ, ​ໂຮງງານ​ຜະ​ລິດ​​ເຄື່ອງອຸປະກອນ​ການ​ແພດ​ ດີ​ຈີ​ຕອນ ຂອງ​ບໍລິສັດ​ຮ່ວມ​ທຸລະ​ກິດ​ການ​ແພດ ຫວຽດນາມ ສ ​ເກົາຫລີ. ນອກ​ນັ້ນ ມີ​ຫລາຍ​ໂຄງກາ​ນລົງທຶນ​ອື່ນ​ພວມຢູ່​ໃນ​ວິວັດ​ການ​ກໍ່ສ້າງ ​ແລະ ສຳ​ເລັດ ຄື: ​ໂຄງການ​ມະຫາວິທະຍາ​ໄລ FPT ຂອງ​ບໍລິສັດ​ຫຸ້ນ​ສ່ວນ FPT, ສູນ​ໄປສະນີ​ໂທລະ​ຄົມ Hoa Lac ຂອງ​ກຸ່ມ​ບໍລິສັດ​​ໄປສະນີ​ໂທລະ​ຄົມມະນາຄົມ ຫວຽດນາມ, ​ໂຮງງານ​ຜະລິດ​​ຢາ​ຂອງ​ບໍລິສັດ Medlac Pharmar. ວັນ​ທີ 19/9/2012 ຜ່ານ​ມາ, ​ໂຄງການ​ກໍ່ສ້າ​ງສູນ​ອາ​ວະ​ກາດ ຫວຽດນາມ ​ໄດ້​ຮັບ​ການ​ລົງມື​ກໍ່ສ້າ​ງຢູ່ ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ Hoa Lac ຈາກແຫ​ລ່ງທຶນ ODA ​ໄລຍະ 1 ປະມານ 600 ລ້ານ USD. ​ເມື່ອ​ສູນ​ດັ່ງກ່າວ​​​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ໃນ​ປີ 2020, ຫວຽດນາມ ຈະ​ມີ​ສູນ​ອາ​ວະ​ກາດ​ທັນ​ສະ​ໄຫມ​ອັນ​ດັບ​ໜຶ່ງ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ໃນ​ການ​ກຳນົດ​ທິດ​ພັດທະນາ, ຈຸດໝາຍ​ຂອງ​ລັດຖະບານ ຫວຽດນາມ ​ແມ່ນ​ກໍ່ສ້າງ​ ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ Hoa Lac ​ໃຫ້​ກາຍ​ເປັນ​ນະ​ຄອນ ວິທະຍາສາດ​ທັນ​ສະ​ໄຫມ, ​ແມ່ນ​ສະຖານ​ທີ່​ບຳລຸງ​ສ້າງ​ບັນດາ​ພະນັກງານ​ເຕັກ​ໂນ​ໂລ​ຊີ​ດີ​ເດັ່ນ, ຊື່​ງ​ແມ່ນ​ສະຖານ​ທີ່​ຊາວ ຫວຽດນາມ ປະດິດ​ສ້າງ ​ແລະ ​ເປັນ​ເຈົ້າ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ທີ່ດີ​ເດັ່ນ​ຫລາຍ​ຢ່າງ. ​ເພາະສະ​ນັ້ນ, ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ Hoa Lac ພວມ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ຮູບ​ແບບ​ນະຄອນ​ວິທະຍາສາດ ດ້ວຍ​ບັນ​ດາ​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຂດ​ຊອບ​ແວ​, ບັນດາ​ສູນ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະ​ນຸດ​​ເຕັກ​ໂນ​ໂລ​ຊີ​ສູງ. ດຣ Truong Gia Binh ປະທານ​ສະພາ​ບໍລິຫານ, ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ FPT ​ໃຫ້​ຮູ້​ວ່າ:

                “​​ສວນ​ຊອບ​ແວ​ຂອງ​ພວກ​ຂ້າພະ​ເຈົ້າ​ມີ​ເນື້ອ​ທີ່ 6,4 ​ເຮັກຕາ ​ແລະ ພວກ​ຂ້າພະ​ເຈົ້າ​ຈະ​ກໍ່ສ້າງ​ ສູນ​ພັດທະນາ​ຊອບ​ແວ​ແຫ່ງ​ຫນຶ່ງ​ໃຫຍ່​ກວ່າ​ໝູ່​ຂອງຫວຽດນາມ ຢູ່ທີ່ນີ້. ​ໃນ​ນັ້ນ ມີ 225,5 ​ເຮັກຕາ​ແມ່ນ​ ເຂດອຸດສາຫະກຳ​​ເຕັກ​ໂນ​ໂລ​ຊີ​ສູງ​ເລກ 1 ​ແລະ ຄາດ​ວ່າ​ຈະ​ລົງທຶນ 36 ລ້ານ​ໂດ​ລາ​ສະຫະລັດ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ Hoa Lac ຈະ​ກາຍ​ເປັນ​ສູນ​ວິທະຍາສາດ ​ແລະ ຍາດ​ໄດ້​ລາງວັນ Nobel ​.”

        ພ້ອມ​ກັບ​ການ​ເພີ່ມ​ທະວີ​ການ​ລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ​ໃຫ້​ແກ່​ບັນດາ​ ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ, ລັດຖະບານ ຫວຽດນາມ ກໍ​ໄດ້​ປຶກສາ​ຫາລື​ຫລາຍ​ນະ​ໂຍບາຍ​ບຸລິມະສິດ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ໃນ​ຂົງ​ເຂດ​ຜະລິດ​ບັນດາ​ຜະລິດ​ຕະພັນເຕັກ​ໂນ​ໂລ​ຊີ​ສູງ. ຈຸດໝາຍ​ສູງ​ສູດ​ຂອງ​ລັດຖະບານ ​ແມ່ນ​ກໍ່ສ້າງ​ບັນດາ​ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ​ໃຫ້​ກາຍ​ເປັນ​​ແກ່ນສານໃນ​ວິວັດ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ​ຢູ່​ບັນດາ​ເຂດ​ນຳ​ໜ້າ​ທາງ​ດ້ານເສດຖະກິດ​ຂອງ​ທັງ​ປະ​ເທດ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ວິວັດທະ​ນາ​ການ​ພັດທະນາ​ເສດຖະກິດ​ລວມຂອງ​ທັງ​ປະ​ເທດ​ຕາມ​ທິດ​ທັນ​ສະ​ໄຫມ, ປະສິດທິ​ຜົນ ​ແລະ ຍືນ​ຍົງ.



ຕອບກັບ

ຂ່າວ/ບົດ​ອື່ນ