ພັດທະນາເຄື່ອງໝາຍການຄ້າໂສມ ຫງອກລິງຂອງຫວຽດນາມ

(VOVWORLD) -ໂສມຫງອກລິງ ແມ່ນຢາສະໜູມໄພຊະນິດໜຶ່ງພໜງແຕ່ມີຢູ່ເຂດພູ ຫງອກລິງ, ເຊິ່ງນອນຢູ່ເຄິ່ງກາງແຂວງກອນຕູມ ແລະ ກວາງນາມ. ບັນດານັກວິທະຍາສາດຈັດ ໂສມ ຫງອກລິງ ແມ່ນໜຶ່ງໃນໂສມ 5 ຊະນິດດີກວ່າໝູ່ໃນໂລກ ແລະ ມີຜົນດີຕ່ສຸຂະພາບຂອງປະຊາຊົມ, ມີມູນຄ່າທາງດ້ານເສດຖະກິດສູງ.

ພັດທະນາເຄື່ອງໝາຍການຄ້າໂສມ ຫງອກລິງຂອງຫວຽດນາມ - ảnh 1 ໂສມ ຫງອກລິງ ແມ່ນໜຶ່ງໃນໂສມ 5 ຊະນິດດີກວ່າໝູ່ໃນໂລກ

(ພາບ: nhansamnuingoclinh.com)

ເມືອງ ນາມຈ່າມີ, ແຂວງກວາງນາມ, ເຊິ່ງແມ່ນບໍລິເວນທີ່ມີໂສມ ຫງອກລິງ ເປັນຕົ້ນ, ໄດ້ ແລະ ພວມອະນຸລັກຮັກສາ, ພັດທະນາເນື້ອທີ່ປູກໂສມ, ນຳເຄື່ອງໝາຍການຄ້າໂສມ ຫງອກລິງ ອອກສູ່ຕະຫຼາດໂລກ.

        ໂສມຫງອກລິງ ໄດ້ຄົ້ນພົບເມື່ອປີ 1973 ແລະ ຮອດປີ 1985, ບັນດານັກວິທະຍາສາດຫວຽດນາມ ຢືນຢັນວ່າ ໂສມ ຫງອກລິງ ແມ່ນໂສມຊະນິດໃໝ່ ແລະ ພິເສດໃນລະບົບພຶກສາຊາດຂອງຫວຽດນາມ. ຍອດພູ ຫງອກລິງ ມີຄວາມສູງເກືອບ 2.600 ມ ເມື່ອທຽບໃສ່ໜ້ານ້ຳທະເລ, ດ້ວຍບັນດາເຂດປ່າດົງດິບມີລະບົບສັດ, ພຶກສາຊາດທີ່ອຸດົມສົມບູນ ພ້ອມກັບເງື່ອນໄຂທຳມະຊາດພິເສດ ເໝາະສົມກັບການເຕີບໂຕ ແລະ ພັດທະນາຂອງໂສມ ຜ່ານບັນດາໝາກຜົນທີ່ວິໃຈຮ່າງ, ຫົວ ແລະ ຮາກໂສມ ຫງອກລິງ, ບັນດານັກວິທະຍາສາດຢັ້ງຢືນວ່າ ໃນໂສມມີ Saponin 52 ຢ່າງ. ທ່ານ ໂຮ່ກວາງບິວ, ປະທານຄະນະກຳມະການປະຊາຊົນເມືອງ ນາມຈ່າມີ, ໃຫ້ຮູ້ວ່າ.

        “ປະຈຸບັນ, ເມື່ອແຜນຮ່າງພັດທະນາຕົ້ນໂສມ ຫງອກລິງ ເຊິ່ງໄດ້ຮັບຄວາມເຫັນດີຈາກລັດຖະບານໃນເດືອນ ກັນຍາ 2015, ເນື້ອທີ່ປູກໂສມໄດ້ເພີ່ມຂຶ້ນ 90% ແລະ ມາຮອດປະຈຸບັນໄດ້ມີເນື້ອທີ່ກວ່າ 1.200 ເຮັກຕາ. ນັບແຕ່ໄລຍະມີບໍ່ຮອດ 100 ຄອບຄົວປູກໂສມ, ມາຮອດປະຈຸບັນໄດ້ຂຶ້ນເຖິງກວ່າ 1.000 ຄອບຄົວປູກໂສມແລ້ວ, ຈາກຕາແສງ 1 ໄດ້ທະວີຄຸນອອກສູ່ 7 ຕາແສງ. ບັນດາກົນໄກນະໂຍບາຍຂອງລັດຖະບານ ແລະ ຂອງແຂວງກວາງນາມ, ເມືອງ, ໄດ້ໜູນຊ່ວຍປະຊາຊົນພັດທະນາຕົ້ນໂສມ ຫງອກລິງ”.

        ແຂວງກວາງນາມ ໄດ້ວາງແຜນຜັງເຂດພັດທະນາຕົ້ນໂສມ ຫງອກລິງ ຢູ່ 7 ຕາແສງ, ຂຶ້ນກັບເມືອງ ນາມຈ່າມີ, ດ້ວຍຍອດເນື້ອທີ່ປູກປະມານ 15.000 ເຮັກຕາ, ດ້ວຍຄາດໝາຍແຕ່ປີ 2015 ຮອດປີ 2020, ບັນດາຕາແສງ ຈ່ານາມ, ຈ່າລິງ ແລະ ຈ່າກາງ, ເມືອງ ນາມຈ່າມີ, ແຂວງກວາງນາມ ສູ້ຊົນປູກໂສມຫງອກລິງ ໃຫ້ໄດ້ 100 ເຮັກຕາ, ລວມມີ 1 ລ້ານຕົ້ນ ເພື່ອສ້າງແນວພັນປູກໂສມແຫ່ງຊາດ. ຕາມແຜນຮ່າງລະດັບຊາດກ່ຽວກັບການພັດທະນາຕົ້ນໂສມ ຫງອກລິງ ຮອດປີ 2025, ຫວຽດນາມ ຈະກາຍເປັນປະເທດຜະລິດໂສມຢືນອັນດັບທີ 2 ໃນໂລກ (ຖັດຈາກສ.ເກົາຫຼີ); ໃນແຕ່ລະປີສາມາດຜະລິດໂສມໄດ້ແຕ່ 500 – 1.000 ໂຕນ. ທ່ານ ເລຈິ໋ແທງ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນາມ, ໃຫ້ຮູ້ວ່າ.

        “ໃນໄລຍະທີ່ຈະມາເຖິງ, ແຂວງກວາງນາມ ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການສູນກາງ, ສ້າງເຄື່ອງໝາຍການຄ້າແຫ່ງຊາດ ສຳລັບໂສມ ຫງອກລິງ ກໍຄືປະກາດບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງເຂດປູກໂສມ. ເພື່ອຮັບປະກັນຮັກສາໄດ້ແນວພັນໂສມ. ໃນຈຳນວນໂສມຊະນິດຕ່າງໆໃນໂລກ, ປະຈຸບັນໂສມຫງອກລິງ, ໂສມຫວຽດນາມ ໄດ້ຮັບການຕີລາຄາວ່າມີມູນຄ່າທາງດ້ານເສດຖະກິດສູງ, ມີປະລິມານ saponin ດີກວ່າໝູ່ ແລະ ຫຼາຍທີ່ສຸດ...”

        ໃນໄລຍະຜ່ານມາ, ແຂວງກວາງນາມ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງໃນການປົກປັກຮັກສາ ແລະ ພັດທະນາເຄື່ອງໝາຍການຄ້າໂສມຫງອກລິງ ຄື: ສ້າງພື້ນຖານດ້ານວິທະຍາສາດ ແລະ ພຶດຕິກຳຕົວຈິງເພື່ອແນໃສ່ສ້າງທີ່ຕັ້ງດ້ານພູມສາດ “ຫງອກລິງ” ໃຫ້ບັນດາຜະລິດຕະພັນໂສມ ແລະ ໂຄສະນາເຄື່ອງໝາຍການຄ້າໂສມ ຫງອກລິງ ອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ໂຄງການ “ສ້າງແນະນຳດ້ານພູມສາດ ຫງອກລິງ ໃຫ້ຜະລິດຕະພັນໂສມ” ແມ່ນບາດກ້າວເດີນຢ່າງແທ້ຈິງ, ສະແດງໃຫ້ເຫັນຢ່າງແຈ້ງຄວາມມານະພະຍາຍາມເພື່ອປົກປ້ອງ ແລະ ພັດທະນາເຄື່ອງໝາຍການຄ້າໂສມ ຫງອກລິງ. ທ່ານ ໂຮ່ກວາງບິວ, ປະທານຄະນະກຳມະການປະຊາຊົນ ເມືອງ ນາມຈ່າມີ, ຖືວ່າ.

        “ເມືອງນາມຈ່າມີ ພວມຮຽກຮ້ອງບັນດາວິສາຫະກິດ ພ້ອມກັບທາງເມືອງສົ່ງເສີມບັນດາຜະລິດຕະພັນໂສມ ຫງອກລິງ ອອກສູ່ໂລກ. ນີ້ກໍ່ແມ່ນສິ່ງທີ່ເມືອງມຸ່ງມາດປາດຖະໜາ ແລະ ຫວັງວ່າບັນດາວິສາຫະກິດຈະພັດທະນາຜະລິດຕະພັນ. ພ້ອມທັງປົກປັກຮັກສາປ່າ, ຟື້ນຟູປ່າເພື່ອປູກໂສມ”

        ປະຈຸບັນ, ອົງການແຫ່ງລັດ ແລະ ບັນດາວິສາຫະກິດຂອງຫວຽດນາມ ແລະ ແຂວງກວາງນາມ ພວມຕັ້ງໜ້າລົງທຶນປະກອບເຄື່ອງຈັກ, ອຸປະກອນເຕັກໂນໂລຊີສູງເຂົ້າໃນການຜະລິດບັນດາຜະລິດຕະພັນຈາກໂສມ ຫງອກລິງ ອອກສູ່ໂລກ. ແຂວງ ກວາງນາມ ກໍພວມສ້າງແຜນການສ້າງບັນດາລາຍການທ່ອງທ່ຽວວັດທະນະທຳທ້ອງຖິ່ນ ຕິດພັນກັບການທ່ອງທ່ຽວເຂດສວນປູກໂສມ, ຈາກນັ້ນໂຄສະນາ ກໍຄືຈຳໜ່າຍບັນດາຜະລິດຕະພັນຈາກຕົ້ນໂສມ ຫງອກລິງ.

ຕອບກັບ

ຂ່າວ/ບົດ​ອື່ນ